ຫວຽດນາມ ຮັບປະກັນສິດ, ຜົນປະໂຫຍດຂອງຄົນພິການບົນພື້ນຖານສະເໝີພາບເພື່ອພ້ອມກັນພັດທະນາປະເທດຊາດ

(VOVWORLD) - ສິ່ງດັ່ງກ່າວບໍ່ພຽງແຕ່ໂດຍທ່ານນາງ ເລທິມິງທວາ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢັ້ງຢືນທີ່ກອງປະຊຸມຄັ້ງທີ 15 ບັນດາປະເທດສະມາຊິກສົນທິສັນຍາສິດຂອງຄົນພິການ (CRPD) ເຊິ່ງໄດ້ດຳເນີນແຕ່ວັນທີ 14 16 ມິຖຸນາ 2022 ຢູ່ນະຄອນ ນິວຢອກ, ປະເທດອາເມລິກາ ເທົ່ານັ້ນ ຫາກ ຫວຽດນາມ ຍັງໄດ້ປະຕິບັດໃນພຶດຕິກຳຕົວຈິງອີກດ້ວຍ.

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນຕໍ່ການຊຸກຍູ້, ປົກປ້ອງສິດ ແລະ ຜົນປະໂຫຍດຂອງຄົນພິການບົນພື້ນຖານຄວາມສະເໝີພາບ, ບໍ່ຈຳແນກການປະພຶດ, ພ້ອມທັງຍາມໃດກໍ່ປະສານສົມທົບບັນຫານີ້ເຂົ້າໃນຂອບເຂດພັດທະນາປະເທດຊາດ. ສິ່ງດັ່ງກ່າວບໍ່ພຽງແຕ່ໂດຍທ່ານນາງ ເລທິມິງທວາ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢັ້ງຢືນທີ່ກອງປະຊຸມຄັ້ງທີ 15 ບັນດາປະເທດສະມາຊິກສົນທິສັນຍາສິດຂອງຄົນພິການ (CRPD) ເຊິ່ງໄດ້ດຳເນີນແຕ່ວັນທີ 14 16 ມິຖຸນາ 2022 ຢູ່ນະຄອນ ນິວຢອກ, ປະເທດອາເມລິກາ ເທົ່ານັ້ນ ຫາກ ຫວຽດນາມ ຍັງໄດ້ປະຕິບັດໃນພຶດຕິກຳຕົວຈິງອີກດ້ວຍ.

ຫວຽດນາມ ຮັບປະກັນສິດ, ຜົນປະໂຫຍດຂອງຄົນພິການບົນພື້ນຖານສະເໝີພາບເພື່ອພ້ອມກັນພັດທະນາປະເທດຊາດ - ảnh 1ກອງປະຊຸມຄັ້ງທີ 15 ບັນດາປະເທດສະມາຊິກສົນທິສັນຍາສິດຂອງຄົນພິການ (CRPD)

        ຫວຽດນາມ ມີຄົນພິການປະມານ 7 ລ້ານຄົນ, ກວມເອົາ 7,8% ປະຊາກອນໃນທົ່ວປະເທດ, ໃນນັ້ນແມ່ຍິງກວມເອົາ 48% ແລະ ເດັກນ້ອຍກວມເອົາ 28,3%. 87% ຈຳນວນຄົນພິການດຳລົງຊີວິດຢູ່ເຂດຊົນນະບົດ, ເຂດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຕ້ອງໄດ້ຮັບການຊ່ວຍເຫຼືອ, ການໜູນຊ່ວຍຈາກລັດ ແລະ ສັງຄົມ. ໄປຄຽງຄູ່ກັບການຮັບຮູ້ ແລະ ປົກປ້ອງສິດ, ພັນທະຄືກັນພົນລະເມືອງຄົນອື່ນໆ, ລັດຖະບານ ຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດສະເພາະແກ່ຄົນພິການ. ດ້ວຍແຜນນະໂຍບາຍ “ເຕີບໂຕເສດຖະກິດຕິດພັນກັບການແກ້ໄຂບັນດາບັນຫາສັງຄົມບົນຫຼັກການສະເໝີພາບ ແລະ ຮັບປະກັນຄວາມກ້າວໜ້າໃນສັງຄົມ”, ລັດຖະບານ ມີບັນດານະໂຍບາຍ, ກົດໝາຍລະອຽດ ແລະ ແທດຈິງຕໍ່ຄົນພິການ, ໃນນັ້ນໄດ້ສົ່ງເສີມ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ຄົນພິການປະຕິບັດສິດດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມຢ່າງສະເໝີພາບ, ເສີມຂະຫຍາຍຄວາມສາມາດຂອງເຂົາເຈົ້າເພື່ອຮັບປະກັນຊີວິດການເປັນຢູ່, ເຊື່ອມຕົວເຂົ້າກັບວົງຄະນະຍາດ, ເຂົ້າຮ່ວມການເຄື່ອນໄຫວທາງສັງຄົມ.

        ປະຈຸບັນ, ຄົນພິການ ຫວຽດນາມ ໄດ້ຮັບການຊ່ວຍເຫຼືອທາງດ້ານການເບິ່ງແຍງດູແລສຸຂະພາບ, ຟື້ນຟູອະໄວຍະວະ, ສ້າງວຽກເຮັດງານທຳທີ່ເໝາະສົມຈາກລັດ ແລະ ສັງຄົມ ແລະ ໄດ້ຊົມໃຊ້ສິດຕາມຂໍ້ກຳນົດຂອງກົດໝາຍ. ລະບົບກົດໝາຍກ່ຽວກັບຄົນພິການ ຢູ່ ຫວຽດນາມ ນັບມື້ນັບໄດ້ສ້າງໃຫ້ສົມບູນແບບຕາມທິດຮັບປະກັນຄວາມຄ້າຍຄືກັນກັບສົນທິສັນຍາສາກົນວ່າດ້ວຍສິດຂອງຄົນພິການ.

ຫວຽດນາມ ຮັບປະກັນສິດ, ຜົນປະໂຫຍດຂອງຄົນພິການບົນພື້ນຖານສະເໝີພາບເພື່ອພ້ອມກັນພັດທະນາປະເທດຊາດ - ảnh 2
ໂຮງຮຽນສອນວິຊາຊີບໃຫ້ແກ່ຊາວໜຸ່ມ, ເຍົາວະຊົນເປັນຄົນພິການທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ຫວຽດນາມ (ພາບ: Anh Tuấn/TTXVN)
ໂດຍປະຕິບັດຕາມແຜນຮ່າງ “ຫນູນຊ່ວຍຄົນພິການໄລຍະ 2012- 2020ຢ” ຂອງລັດຖະບານ, 100 % ຄົນພິການ ຢູ່ຫວຽດນາມ ໄດ້ຮັບການຫນູນຊ່ວຍດ້ານກົດໝາຍເມື່ອມີຄວາມຕ້ອງການໃນໄລຍະ 2016 – 2020. ຫວຽດນາມ ໄດ້ສ້າງລະບົບບັນດາສຳນັກງານ ແລະ ອົງການຈັດຕັ້ງ ມີຂອບເຂດເຄື່ອນໄຫວຢູ່ທຸກຂັ້ນໃນທົ່ວປະເທດ ເພື່ອແນໃສ່ປົກປ້ອງ ສິດ ແລະຜົນປະໂຫຍດຂອງຄົນພິການ. ຫວຽດນາມ ກໍ່ໄດ້ສ້າງຕັ້ງຄະນະກຳມະການແຫ່ງຊາດກ່ຽວກັບຄົນພິການ. ຫວຽດນາມ ແມ່ນຫນຶ່ງໃນບັນດາປະເທດທຳອິດຢູ່ໃນພາກພື້ນ ອາຊີ - ປາຊີຟິກ  ສ້າງ ແລະ ຜັນຂະຫຍາຍແຜນການໄລຍະຍາວກ່ຽວກັບຄົນພິການ. ຫວຽດນາມ ກໍ່ໄດ້ໃຫ້ສັດຕະຍາບັນສົນທິສັນຍາສາກົນກ່ຽວກັບສິດຂອງຄົນພິການເມື່ອເດືອນພະຈິກປີ 2014.

ຄວາມຈິງ ລັດຫວຽດນາມ ຍາມໃດກໍ່ສ້າງທຸກເງື່ອນໄຂສະດວກເພື່ອຕອບສະຫນອງສິດຂອງຄົນພິການໃຫ້ນັບມື້ນັບດີກວ່າ. ມີຄົນພິການ, ທະຫານເສຍອົງຄະ, ທະຫານເຈັບປວ່ຍ, ຜູ້ຖືກປະສົບເຄາະຮ້າຍຈາກທາດພິດສີສົ້ມຫລາຍໆຄົນ, ໃນນັ້ນມີເດັກນ້ອຍ ໄດ້ຮັບການອຸດຫນູນ ແລະລ້ຽງດູຈາກລັດ. ເຄືອຂ່າຍເບິ່ງແຍງສຸຂະພາບ, ຟື້ນຟູອະໄວຍະວະໃຫ້ຄົນພິການໄດ້ຮັບການສ້າງຕັ້ງຈາກສູນກາງລົງຮອດທ້ອງຖິ່ນ. ມີຄົນພິການນັບແສນໆເທື່ອຄົນໄດ້ຮັບການຫນູນຊ່ວຍຜ່າຕັດໄສຍະກຳຟື້ນຟູອະໄວຍະວະ ແລະໄດ້ຮັບລົດເຂັນ, ລົດຍູ້ ແຕ່ລະປີ ມີຄົນພິການປະມານ 800.000 ຄົນໄດ້ຮັບການຫນູນຊ່ວຍ ແລະອຸດຫນູນຊື້ປະກັນສຸຂະພາບ. ໂຄງການຟື້ນຟູອະໄວຍະວະອີງໃສ່ປະຊາຄົມຄົນພິການໄດ້ຮັບການຜັນຂະຫຍາຍຢູ່ 51/63 ແຂວງ, ນະຄອນໃນທົ່ວປະເທດ.

 ລັດ ຫວຽດນາມ ກໍໄດ້ສ້າງຮູບແບບການສຶກສາແບບເຊື່ອມຕົວ, ມີການຫັນປ່ຽນ ແລະ ກວດກາຕີລາຄາປຶ້ມຕຳລາຈາກຕົວໜັງສືພຽງໄປເປັນຕົວໜັງສືໂນນ Braille, ສ້າງລະບົບພາສາສັນຍາລັກ, ເຫັນດີເປັນເອກະພາບລະບົບຕົວໜັງສືໃຫ້ແກ່ຜູ້ຄົນຕາບອດ. ແຕ່ລະປີ, ຈຳນວນເດັກພິການທີ່ໄປຮຽນຢູ່ໂຮງຮຽນມັດທະຍົມຕອນປາຍ ແລະ ມະຫາວິທະຍາໄລລ້ວນແຕ່ເພີ່ມຂຶ້ນ. ປັດຈຸບັນ, ມີຮາກຖານສອນວິຊາຊີບໃຫ້ແກ່ຄົນພິການປະມານ 1.130 ຮາກຖານ, ໃນນັ້ນ ມີ 225 ຮາກຖານ ແມ່ນສອນສະເພາະໃຫ້ແກ່ຄົນພິການ ແລະ ວິສາຫະກິດ 400 ແຫ່ງ ໂດຍຄົນພິການເປັນເຈົ້າຂອງ. ໄລຍະຜ່ານມາ, ມີຄົນພິການປະມານ 120.000 ຄົນ ໄດ້ຮັບການໜູນຊ່ວຍໃຫ້ຮຽນວິຊາຊີບ ແລະ ສ້າງວຽກເຮັດງານທຳຜ່ານໂຄງການໜູນຊ່ວຍການບຳລຸງສ້າງວິຊາຊີບ, ໃຫ້ກູ້ຢືມທຶນຂອງກອງທຶນແຫ່ງຊາດກ່ຽວກັບວຽກເຮັດງານທຳ ແລະ ແນະນຳວຽກເຮັດງານທຳ. ບັນດາກິດຈະກຳສ້າງວົງຄະນະຍາດ, ຄົມມະນາຄົມ, ວັດທະນະທຳ, ກິລາກາຍຍະກຳ ກໍໄດ້ຮັບການກໍ່ສ້າງ ແລະ ບູລະນະໃຫ້ແທດເໝາະກັບຄົນພິການຫຼາຍກວ່າ.

        ໃນໄລຍະຈະມາເຖິງ, ລັດຖະບານ ຫວຽດນາມ ມີແຜນນະໂຍບາຍສ້າງລະບົບເອກະສານນິຕິກຳໃຫ້ສົມບູນແບບເທື່ອລະກ້າວ ເພື່ອຮັບປະກັນສິດໄດ້ຮັບການໜູນຊ່ວຍດ້ານນິຕິກຳຂອງຄົນພິການ, ພ້ອມທັງສ້າງ ແລະ ພັດທະນາຮູບແບບໜູນຊ່ວຍດ້ານນິຕິກຳແກ່ຄົນພິການບົນພື້ນຖານຄົ້ນຄວ້າຮູບແບບໜູນຊ່ວຍດ້ານນິຕິກຳໃຫ້ແກ່ຄົນພິການຂອງບັນດາປະເທດໃນໂລກ ກໍຄືຍູ້ແຮງຂົງເຂດນີ້ໃຫ້ເປັນຂອງສັງຄົມ. ໃນເວທີສາກົນ ແລະ ພາກພື້ນ, ຫວຽດນາມ ຈະສືບຕໍ່ມານະພະຍາຍາມເພື່ອປະຕິບັດບັນດາຂໍ້ລິເລີ່ມຂອງສາກົນ ແລະ ພາກພື້ນ ກ່ຽວກັບຄົນພິການ, ພິເສດແມ່ນຍຸດທະສາດ Incheon ກ່ຽວກັບທົດສະວັດ ອາຊີ - ປາຊີຟິກ ເພື່ອຄົນພິການ ໄລຍະ 2013 – 2022 ແລະ ຖະແຫຼງການຂອງການນຳ ອາຊຽນ ກ່ຽວກັບການເຂົ້າຮ່ວມຂອງຄົນພິການ.

ຕອບກັບ

ຂ່າວ/ບົດ​ອື່ນ