ທ່ານ ໂງເຈືອງທີ ຫົວໜ້າຫ້ອງການໂຄງການຈຸດໝາຍແຫ່ງຊາດກ່ຽວກັບການ ຫຼຸດຜ່ອນຄວາມທຸກຍາກຕອບສຳພາດຕໍ່ນັກຂ່າວ
|
ໃນ 2 ທົດສະວັດທີ່ຜ່ານມາ, ຫວຽດນາມໄດ້ປະສົບກັບຜົນສຳເລັດໃນການ ຫຼຸດຜ່ອນອັດຕາຄວາມ ທຸກຍາກ ຈາກ 58,1% ໃນປີ 1993 ລົງເຫຼືອພຽງ ຕ່ຳກ່ວາ 10% ຕາມມາດຖານຄວາມທຸກຍາກແຫ່ງຊາດ. ແຕ່ຫວຽດນາມກໍ ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນການຮັບປະກັນລັກສະນະຄວາມໝັ້ນຄົງຂອງບັນດາໝາກຜົນທີ່ບັນລຸມາໄດ້. ໄພອັນຕະລາຍກັບຄືນສູ່ຄວາມທຸກຍາກ ແມ່ນຍັງສູງຢູ່, ບັນດາເຂດປະສົບກັບຄວາມທຸກຍາກ ແລະ ຄວາມຜິດໂຕນກັນລະຫວ່າງບັນດາເຂດແຄ້ວນຍັງຄົງຕົວຢູ່. ໃນຂະນະນັ້ນ, ບັນດາຮູບການທຸກຍາກຢູ່ຕົວເມືອງໃໝ່ໄດ້ປະກົດຂຶ້ນ. ເພື່ອແກ້ໄຂໃຫ້ແທດເໝາະກັບສະພາບການໃໝ່, ຫວຽດນາມພວມປ່ຽນແປງວິທີສຳຜັດເພື່ອຫຼຸດຜ່ອນຄວາມທຸກຍາກແບບຍືນຍົງກ່ວາ.
ຫວຽດນາມໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາປະເທດທີ່ມີນະໂຍບາຍ ຫຼຸດຜ່ອນຄວາມທຸກຍາກຢ່າງຮອບດ້ານ. ຍາກທີ່ຈະຫາໄດ້ປະເທດໃດໃນໂລກນີ້ ທີ່ມີລະບົບນະໂຍບາຍເຊັ່ນນັ້ນ. ແຕ່ເຖິງຢ່າງໃດກໍຕາມ, ມີຫຼາຍ ນະໂຍບາຍ ກໍພາໄປເຖິງແຫຼ່ງກຳລັງກະແຈກກະຈາຍ, ຊ້ອນກັນເມື່ອປະຕິບັດ. ເພາະສະນັ້ນ, ເລື່ອງຊັບຊ້ອນນະໂຍບາຍຄືນແມ່ນຈຳເປັນທີ່ສຸດ ເພື່ອແນໃສ່ຍົກສູງປະສິດທິຜົນຂອງນະໂຍບາຍທີ່ມີຕໍ່ຜູ້ຊົມໃຊ້ ແລະ ຮັບປະກັນແຫຼ່ງກຳລັງຢ່າງພຽງພໍ, ຫຼີກເວັ້ນສະພາບກະແຈກກະຈາຍຄືໃນປະຈຸບັນ. ທ່ານ ໂງເຈືອງທີ ຫົວໜ້າຫ້ອງການໂຄງການຈຸດໝາຍແຫ່ງຊາດກ່ຽວກັບການ ຫຼຸດຜ່ອນຄວາມທຸກຍາກ ສັງກັດກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມໃຫ້ຮູ້ວ່າ :
“ ໃນໄລຍະທີ່ຈະເຖິງນີ້, ຫວຽດນາມຕ້ອງເປີດກ້ວາງບັນດານະໂຍບາຍ, ໜູນຊ່ວຍຄອບຄົວຂ້ອນຂ້າງຄວາມທຸກຍາກ ແລະ ຄອບຄົວຫາກໍຫຼຸດພົ້ນອອກຈາກ ຄວາມທຸກຍາກ ເພື່ອໃຫ້ເຂົາເຈົ້າບໍ່ຕົກຢູ່ໃນສະພາບຕ່ຳກ່ວາລະດັບ ຄວາມທຸກຍາກ ແລະ ອຶດຫິວ ແລະ ກໍແມ່ນກຳລັງໜູນເພື່ອຊ່ວຍບັນດາຄອບຄົວທຸກຍາກ ບືນຕົວຂຶ້ນຫຼຸດພົ້ນອອກຈາກ ຄວາມທຸກຍາກ. ທີ 2 , ແມ່ນຈະຄ່ອນໆຫຼຸດ ບັນດານະໂຍບາຍຊ່ວຍລ້າໆ, ແທນທີ່ເມື່ອຊ່ວຍເຫຼືອຕ້ອງມີເງື່ອນໄຂລະອຽດ. ທີ 3 ແມ່ນພວກຂ້າພະເຈົ້າພວມຄົ້ນຄ້ວາເພື່ອສະເໜີວ່າ ໃນໄລຍະທີ່ຈະມາເຖິງ, ຕ້ອງກຳນົດນະໂຍບາຍຊ່ວຍເຫຼືອແມ່ນຕ້ອງຕິດພັນກັບກຳນົດເວລາ. ເປົ້າໝາຍຄອບຄົວທຸກຍາກພຽງແຕ່ໄດ້ຮັບການໜູນຊ່ວຍໃນຮອບ 3-5 ປີ, ຖ້າຫາກວ່າ ບໍ່ມີຈິດໃຈບືນຕົວຂຶ້ນ, ບໍ່ຫວັງຢາກຫຼຸດພົ້ນອອກຈາກຄວາມທຸກຍາກ ແມ່ນຈະຢຸດຕິການໜູນຊ່ວຍ ”
ຕາມທ່ານ ໂງເຈືອງທີ ແລ້ວ, ເພື່ອ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ,ວິທີສຳຜັດກັບບັນດາຜູ້ທຸກຍາກ, ກຸ່ມເປົ້າໝາຍທຸກຍາກກໍພວມໄດ້ຮັບການປ່ຽນແປງຈາກສົ້ນດຽວຫັນມາເປັນຫຼາຍສົ້ນ. ລະອຽດແມ່ນການປ່ຽນແປງວິທີສັງເກດຕີລາຄາເປົ້າໝາຍທຸກຍາກ, ບໍ່ພຽງແຕ່ອີງໃສ່ມາດຖານລາຍຮັບຄືກ່ອນນີ້. ທ່ານ ໂງເຈືອງທີ ຫົວໜ້າຫ້ອງການໂຄງການຈຸດໝາຍແຫ່ງຊາດກ່ຽວກັບການ ຫຼຸດຜ່ອນຄວາມທຸກຍາກ ສັງກັດກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມໃຫ້ຮູ້ວ່າ:
ໃນວິທີຊຶ່ງພວກເຮົາຫາກໍປະຕິບັດໃນໄລຍະທີ່ຜ່ານມາ, ພວກເຮົາບໍ່ຄິດໄລ່ ເຖິງກຸ່ມເປົ້າໝາຍໜຶ່ງ. ທີ່ຈິງແລ້ວ, ມີເປົ້າໝາຍຕ້ອງໄດ້ຮັບການໜູນຊ່ວຍ, ແຕ່ບໍ່ແມ່ນຄອບຄົວທຸກຍາກ, ຫຼືວ່າມີກຸ່ມເປົ້າໝາຍຄືປະຊາຊົນອົບພະຍົບໄປຢູ່ເຂດຕົວເມືອງ ຫຼືເປັນກຳມະກອນ. ພວກເຮົາບໍ່ເຕື້ອງເຖິງ ເພາະພວກເຮົາກຳນົດເປົ້າໝາຍທຸກຍາກຕາມຄອບຄົວ, ແລະ ເມື່ອກຳນົດຕາມຄອບຄົວນັ້ນ, ເຂົາເຈົ້າບໍ່ແມ່ນເປົ້າໝາຍເພື່ອໃຫ້ພວກເຮົາໜູນຊ່ວຍ. ເພາະສະນັ້ນ, ຕ້ອງເວົ້າວ່າ ວິທີການຫັນປ່ຽນຈາກສົ້ນດຽວມາເປັນຫຼາຍສົ້ນ ແມ່ນມີຄວາມໝາຍຢ່າງໃຫຍ່ຫຼວງ , ນັ້ນແມ່ນຈະຊ່ວຍໃຫ້ອົງການທີ່ມີໜ້າທີຮັບຜິດຊອບ ສັງເກດຕີລາຄາກ່ຽວກັບເປົ້າໝາຍ, ກຳນົດໄດ້ເປົ້າໝາຍ ແລະ ບົນພື້ນຖານນັ້ນ ແມ່ນສ້າງນະໂຍບາຍໃຫ້ແກ່ແຕ່ລະກຸ່ມເປົ້າໝາຍໃຫ້ແທດເໝາະ. ນອກຈາກນັ້ນ, ພວດເຮົາອາດຈະຕີລາຄາຜົນກະທົບຈາກບັນດານະໂຍບາຍທີ່ມີຕໍ່ເປົ້າໝາຍ.”
ພ້ອມກັບເລື່ອງຊັບຊ້ອນນະໂຍບາຍຄືນໃໝ່ ແລະ ປ່ຽນແປງວິທີສຳຜັດກັບຜູ້ທຸກຍາກນັ້ນ, ຫວຽດນາມຍັງຈະສະຫງວນແຫຼ່ງກຳລັງບຸລິມະສິດໃຫ້ແກ່ເຂດປະສົບກັບຄວາມຫຍຸ້ງຍາກພິເສດ: ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແນໃສ່ແກ້ໄຂສະພາບຫຼຸດຜ່ອນຄວາມທຸກຍາກຢ່າງບໍ່ສະໝ່ຳສະເໝີ. ທ່ານນາງຝ້າມ ທິຫາຍຈວຽນ ລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໃຫ້ຮູ້ວ່າ :
“ ພວກຂ້າພະເຈົ້າສືບຕໍ່ໃຫ້ບຸລິມະສິດດ້ານແຫຼ່ງກຳລັງໃຫ້ແກ່ບັນດາເຂດທຸກຍາກກ່ວາໝູ່, ບັນດາເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ. ລະດົມການເຂົ້າຮ່ວມຂອງທັງລະບົບການເມືອງ, ວົງຄະນະຍາດສັງຄົມ ເພື່ອພ້ອມກັບລັດປະຕິບັດບັນດາຈຸດໝາຍຫຼຸດຜ່ອນຄວາມທຸກຍາກໂດຍໄວ ແລະ ຫຼຸດຜ່ອນຄວາມແຕກໂຕນລະຫວ່າງຄວາມຮັ່ງມີ ແລະ ທຸກຍາກ. ການສ້າງ ແລະ ປະກາດໃຊ້ນະໂຍບາຍໜູນຊ່ວຍໃໝ່ ແມ່ນຄວນປະຕິບັດຕາມທິດ ເປີດກ້ວາງເປົ້າໝາຍ ແມ່ນຄອບຄົວຫາກໍຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຄອບຄົວຂ້ອນຂ້າງຄວາມທຸກຍາກ. ບັນດາລະດັບໃນນະໂຍບາຍໄດ້ຮັບການສ້າງຕາມຫຼັກການຄື : ຄອບຄົວທຸກຍາກໄດ້ຮັບບຸລິມະສິດຫຼາຍກ່ວາໝູ່, ຖັກຈາກນັ້ນຈຶ່ງຮອດຄອບຄົວຫາກໍຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຄອບຄົວຂ້ອນຂ້າງຄວາມທຸກຍາກ”
ດ້ວຍການປ່ຽນແປງວິທີສຳຜັດໃນວຽກງານລົບລ້າງຄວາມອຶດຫິດ ຫຼຸດຜ່ອນ ຄວາມທຸກຍາກ ນັບທັງ 3 ດ້ານຄື : ນະໂຍບາຍ, ເປົ້າໝາຍ, ແລະ ຊັບຊ້ອນແຫຼ່ງກຳລັງ, ຫວຽດນາມພວມຄ່ອຍໆປະຕິບັດຈຸດໝາຍ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງເທື່ອລະກ້າວ, ປະກອບສ່ວນຮັບປະກັນສະຖຽນລະພາບທາງສັງຄົມ, ຍົກສູງຄຸນນະພາບການດຳລົງຊີວິດໃຫ້ແກ່ຜູ້ທຸກຍາກ .