(VOVWORLD) -ການລົງທຶນສາທາລະນະແມ່ນຂົງເຂດສຳຄັນໃນໜ້າທີ່ພັດທະນາເສດຖະກິດ, ສັງຄົມຂອງຫວຽດນາມ. ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ປ່ຽນແປງ, ສ້າງໂຄງປະກອບການລົງທຶນສາທາລະນະຄືນໃໝ່ ເພື່ອແນໃສ່ປະກອບສ່ວນປະຕິບັດໜ້າທີ່ຢ່າງມີໄຊ ດ້ວຍຈິດໃຈ: ປ່ຽນແປງໃໝ່, ປະດິດຄິດສ້າງ, ເຕີບໂຕເສດຖະກິດຢ່າງໄວ ແລະ ຍືນຍົງກວ່າ.
(ພາບປະກອບ: TTXVN)
|
ໝາກຜົນກ່ຽວກັບສະພາບການເສດຖະກິດ, ສັງຄົມປີ 2018 ດ້ວຍການເຕີບໂຕ GDP ໃນ 9 ເດືອນຕົ້ນປີ 2018 ບັນລຸ 6,98% ໄດ້ມີການປະກອບສ່ວນບໍ່ໜ້ອຍຂອງເລື່ອງປະຕິບັດສຳເລັດວຽກງານລົງທຶນສາທາລະນະຂອງຫວຽດນາມ. ພ້ອມກັບກົດໝາຍວ່າດ້ວຍການລົງທຶນສາທາລະນະ ເຊິ່ງມີຜົນສັກສິດນັບແຕ່ວັນທີ 01 ມັງກອນ 2015, ລັດຖະບານຫວຽດນາມ ໄດ້ເພີ່ມທະວີການຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃນການຜັນຂະຫຍາຍການຈັດແບ່ງ, ມອບ ແລະ ປະຕິບັດແຜນການລົງທຶນສາທາລະນະໄລຍະກາງຕາມບັນດາແຫຼ່ງທຶນເປັນຢ່າງດີ… ຜັນຂະຫຍາຍການປະຕິບັດກົດໝາຍວ່າດ້ວຍການລົງທຶນສາທາລະນະ, ສະພາແຫ່ງຊາດໄດ້ປະກາດໃຊ້ມະຕິກ່ຽວກັບແຜນການລົງທຶນສາທາລະນະໄລຍະກາງ ໄລຍະ 2016 – 2020 (ມະຕິເລກທີ 26), ສ້າງພື້ນຖານດ້ານນິຕິກຳຢ່າງຄົບຊຸດ, ສຳຄັນໃນການຄຸ້ມຄອງການລົງທຶນສາທາລະນະ. ເປັນຄັ້ງທຳອິດມີການປ່ຽນແປງໃໝ່ມີລັກສະນະບຸກທະລຸໃນການປ່ຽນແປງໃໝ່ໂດຍພື້ນຖານວິທີການຄຸ້ມຄອງ, ຂາດດຸນ, ຈັດແບ່ງແຫຼ່ງກຳລັງດ້ານການເງິນແຫ່ງຊາດ ທີ່ສະຫງວນໃຫ້ແກ່ການລົງທຶນພັດທະນາ, ຫັນຈາກກົນໄກຄຸ້ມຄອງຕາມແຜນການລົງທຶນແຕ່ລະປີ ໄປສູ່ແຜນການໄລຍະກາງ ຕິດພັນກັບແຜນການແຕ່ລະປີ.
ບັນດາໝາກຜົນທີ່ປະເອີບໃຈໃນການສ້າງໂຄງປະກອບການລົງທຶນສາທາລະນະຄືນໃໝ່
ຜ່ານໄລຍະ 3 ປີແຫ່ງການຜັນຂະຫຍາຍໜ້າທີ່ສ້າງໂຄງປະກອບການລົງທຶນສາທາລະນະຄືນໃໝ່, ຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ໜ້າຮັບຮູ້. ສ້າງໂຄງປະກອບທຶນລົງທຶນສາທາລະນະ ຫັນປ່ຽນຕາມທິດເໝາະສົມກັບບັນດາການກຳນົດທິດລົງທຶນໃນໄລຍະ 2016 – 2020. ພ້ອມກັນນັ້ນ, ປະສິດທິຜົນການລົງທຶນຂອງທົ່ວພື້ນຖານເສດຖະກິດໃນເບື້ອງຕົ້ນໄດ້ເພີ່ມຂຶ້ນ, ເລື່ອງນຳໃຊ້ເງິນລົງທຶນສັງຄົມເວົ້າລວມ ແລະ ເງິນລົງທຶນສາທາລະນະເວົ້າສະເພາະ ໄດ້ຮັບການປັບປຸງ ແລະ ອັດຕາສ້າງສຳເລັດບັນດາໂຄງການເພື່ອນຳເຂົ້າໃຊ້ການໄດ້ເພີ່ມຂຶ້ນ. ຄາດໝາຍສ້າງໂຄງປະກອບຄືນໃໝ່ ແລະ ຍົກສູງປະສິດທິຜົນການນຳໃຊ້້ເງິນລົງທຶນສາທາລະນະ ບັນລຸໄດ້ໝາກຜົນເບື້ອງຕົ້ນແມ່ນຕັ້ງໜ້າຢູ່, ອັດຕາລົງທຶນສາທາລະນະໄດ້ຫຼຸດລົງລະດັບ 34,5% ຍອດເງິນລົງທຶນຂອງທົ່ວສັງຄົມ. ທ່ານ ຟ້າມເຕິດທັງ, ສະມາຊິກສະພາແຫ່ງຊາດແຂວງ ວິ້ງລອງ, ຖືວ່າ: ການປ່ອຍເງິນລົງທຶນໄດ້ຮັບການປັບປຸງເທື່ອລະກ້າວ ຍ້ອນບັນດາຄວາມມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກຂອງລັດຖະບານ, ລະດັບປ່ອຍເງິນລົງທຶນສາທາລະນະມີການປັບປຸງຢ່າງຈະແຈ້ງຜ່ານບັນດາເດືອນ, ໄຕມາດ.
“ຂ້າພະເຈົ້າຕີລາຄາສູງຄວາມມານະພະຍາຍາມຂອງລັດຖະບານໃນໄລຍະຜ່ານມາ. ຜ່ານ 3 ປີແຫ່ງການປະຕິບັດແຜນການລົງທຶນສາທາລະນະໄລຍະກາງ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ຜັນຂະຫຍາຍບັນດາໜ້າທີ່, ຄາດໝາຍມະຕິເລກທີ 26 ຂອງສະພາແຫ່ງຊາດຢ່າງຮີບເຮັ່ງ, ເຂັ້ມງວດ ແລະ ບັນລຸໄດ້ຜົນງານຫຼາຍຢ່າງທີ່ປະເອີບໃຈ, ຕັ້ງໜ້າ, ໜ້າຮັບຮູ້. ຄາດໝາຍສ້າງໂຄງປະກອບຄືນໃໝ່ ແລະ ຍົກສູງປະສິດທິຜົນແຫຼ່ງເງິນລົງທຶນພາກລັດ ບັນລຸໄດ້ໝາກຜົນຕັ້ງໜ້າໃນເບື້ອງຕົ້ນ. ເລື່ອງສ້າງຄວາມດູນດຽງສັງລວມແຫຼ່ງກຳລັງລົງທຶນພາກລັດໃນອາຍຸການໄດ້ສຸມໃສ່ໃຫ້ບັນດາໂຄງການຈຸດໝາຍແຫ່ງຊາດ, ເພີ່ມທະວີການລົງທຶນໃຫ້ບັນດາຂົງເຂດຄື: ສາທາລະນະສຸກ, ການສຶກສາບຳລຸງສ້າງ, ວັດທະນະທຳ”.
ຜ່ານໄລຍະ 3 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍການລົງທຶນສາທາລະນະ ແລະ ມະຕິຂອງສະພາແຫ່ງຊາດ, ດ້ວຍເລື່ອງຕັ້ງໜ້າເປັນເຈົ້າການຂອງສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ການຕິດຕາມກວດກາຢ່າງແໜ້ນແຟ້ນຂອງສະພາແຫ່ງຊາດ, ກົດລະບຽບວິໄລໃນການຄຸ້ມຄອງການລົງທຶນສາທາລະນະ ໄດ້ຮັບການເພີ່ມທະວີ, ຄວາມດູນດຽງດ້ານການເງິນມະຫາພາກໄດ້ຮັບການຮັກສາໄວ. ເຖິງຢ່າງໃດກໍ່ຕາມ, ຄວາມສາມາດສ້າງຄວາມດູນດຽງງົບປະມານແຫ່ງລັດ ເພື່ອຈັດແບ່ງທຶນປະຕິບັດໃນແຕ່ລະປີຍັງປະສົບກັບຄວາມຫຍຸ້ງຍາກ, ອັດຕາລາຍຈ່າຍໃຫ້ແກ່ການລົງທຶນຍັງຕ່ຳຢູ່, ຈຳນວນທຶນສ້າງຄວາມດູນດຽງໃຫ້ແກ່ບັນດາໂຄງການຈຸດໝາຍແຫ່ງຊາດບັນລຸໄດ້ພຽງ 53% ຄວາມຕ້ອງການ. ທ່ານນາງ ຫວູທິລິວມາຍ, ສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ, ຖືວ່າ: ເພື່ອປະຕິບັດວຽກງານສ້າງໂຄງປະກອບການລົງທຶນສາທາລະນະຄືນໃໝ່, ຄວນຫຼີກລ້ຽງສະພາບລົງທຶນບໍ່ມີຈຸດສຸມ, ປະລະໂຄງການ.
“ຄວນຕັດສິນໃຈປ່ຽນແປງການຈັດແບ່ງແຫຼ່ງກຳລັງ, ຕາມນັ້ນແລ້ວ ຄວນເຄົາລົບແຜນການໃຫ້ບຸລິມະສິດເຊິ່ງໄດ້ກຳນົດທີ່ບັນດາຂໍ້ກຳນົດຂອງກົດໝາຍ. ເລື່ອງສະເໜີໂຄງການ ຄວນມີການສົມທົບກັນ, ຮ່ວມສຳພັນຢ່າງແໜ້ນແຟ້ນລະຫວ່າງບັນດາທ້ອງຖິ່ນໃນເຂດດຽວກັນເພື່ອຜົນປະໂຫຍດລວມ ເພື່ອແກ້ໄຂສະພາບມີຫຼາຍໂຄງການນ້ອຍແຕກຕ່າງກັນ ແຕ່ຂາດໂຄງການມີຂອບຂະໜາດໃຫຍ່ມີລັກສະນະແຜ່ຂະຫຍາຍອອກສູ່ເຂດພາກ. ເອົາໃຈໃສ່ເຖິງວຽກງານວາງແຜນຜັງ, ຖ້າການວາງແຜນຜັງອ່ອນດ້ອຍຈະເກີດໃຫ້ມີບັນດາໂຄງການບໍ່ມີຈຸດສຸມ, ມີປະສິດທິຜົນຕ່ຳ. ປະຕິບັດຫຼັກການຂອງລັດຢ່າງເຂັ້ມງວດ, ພຽງແຕ່ລົງທຶນເຂົ້າບັນດາຂະແໜງ, ຂົງເຂດເຊິ່ງບັນດາພາກສ່ວນເສດຖະກິດອື່ນບໍ່ສາມາດລົງທຶນ”.
ນອກນັ້ນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ພວມປະສົບກັບຄວາມຫຍຸ້ງຍາກໃນການສ້າງສຳເລັດລະບຽບການ ແລະ ຄັດເລືອກບັນດາໂຄງການທີ່ເໝາະສົມເພື່ອນຳເຂົ້າແຜນການລົງທຶນໄລຍະກາງ. ທ່ານ ຫງວຽນແທງຮຽນ, ສະມາຊິກສະພາແຫ່ງຊາດແຂວງ ເງະອານ, ຖືວ່າ.
“ເລື່ອງມອບແຜນການທຶນຍັງຊັກຊ້າຢູ່, ຍັງບໍ່ທັນຮັບປະກັນລັກສະນະສະຖຽນລະພາບ ກໍຜົນສະທ້ອນເຖິງລະດັບຄວາມຄືບໜ້າຂອງກິດຈະກຳ ແລະ ປະສິດທິຜົນແຫຼ່ງເງິນລົງທຶນ; ອັດຕາປ່ອຍທຶນຍັງຕ່ຳຢູ່, ໂດຍສະເພາະແມ່ນແຫຼ່ງພັນທະບັດລັດຖະບານ; ລະດັບຄວາມຄືບໜ້າຂອງບັນດາໂຄງການຈຸດໝາຍແຫ່ງຊາດຍັງບໍ່ທັນບັນລຸໄດ້ຄວາມຮຽກຮ້ອງຕ້ອງການ. ຂ້າພະເຈົ້າສະເໜີໃຫ້ລັດຖະບານ ຄວນມີມາດຕະການແກ້ໄຂຢ່າງແຮງກວ່າ, ຕັດສິນໃຈປະຕິບັດແຮງກວ່າ, ບົນພື້ນຖານເຮັດແຈ້ງໜ້າທີ່ຮັບຜິດຊອບຂອງອົງການຈັດຕັ້ງ, ສ່ວນບຸກຄົນທີ່ກ່ຽວຂ້ອງເຖິງແຕ່ລະຂອດ, ວິວັດການໃນການລົງທຶນສາທາລະນະ, ຕິດພັນກັບຕົວເລກຕີລາຄາ, ປະສິດທິຜົນຂອງແຕ່ລະກິດຈະກຳ, ໂຄງການ”.
ໃນໄລຍະຈະມາເຖິງ, ສະພາແຫ່ງຊາດ, ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ຜັນຂະຫຍາຍການຈັດແບ່ງທຶນທີ່ໄດ້ໃຫ້ບຸລິມະສິດແກ່ບັນດາເຂດ, ທ້ອງຖິ່ນທີ່ປະສົບກັບຄວາມຫຍຸງຍາກຢ່າງແຮງກວ່າ. ພິເສດແມ່ນສ້າງບັນດາບັນຊີລາຍຊື່ຢ່າງຊັດເຈັນ, ນຳໃຊ້ບັນດາແຫຼ່ງເງິນລົງທຶນອຸປະຖຳພັດທະນາຢ່າງເປັນທາງການ (ODA) ໃຫ້ບັນລຸປະສິດທິຜົນກວ່າ.