ຂໍ້ກຳນົດກ່ຽວກັບວຽກງານການຕ່າງປະເທດໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ສະແດງໃຫ້ເຫັນຈິນຕະນາການປ່ຽນໃໝ່, ຫັນບັນດາທັດສະນະ, ນະໂຍຍບາຍກ່ຽວກັບການຕ່າງປະເທດເປັນຂໍ້ກຳນົດກົດລະບຽບຢ່າງທັນການ ໃນໂຄງການການເມືອງສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ (ສະບັບເພີ່ມເຕີມ, ຂະຫຍາຍປີ 2011) ແລະ ໃນບັນດາເອກະສານອື່ນໆຂອງພັກກອມມູນິດຫວຽດນາມ. ບັນດາຂໍ້ກຳນົດນີ້ຈະປະກອບສ່ວນຍົກສູງອິດທິພົນຊື່ສຽງຂອງຫວຽດນາມ ບົນເວທີສາກົນ, ປະກອບສ່ວນເຂົ້າໃນການຕໍ່ສູ້ຂອງປະຊາຊົນໂລກເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າໃນສັງຄົມ.
(ພາບປະກອບ:tgvn.com.vn)
ໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ວຽກງານການຕ່າງປະເທດໄດ້ລະບຸໄວ້ໃນມາດຕາທີ 12, ສືບທອດບັນດາຫຼັກການພື້ນຖານກ່ຽວກັບການເຄື່ອນໄຫວການຕ່າງປະເທດຂອງພັກ ແລະ ລັດຫວຽດນາມ ຊື່ງໄດ້ລະບຸໃນລັດຖະທຳມະນູນສະບັບປະກາດໃຊ້ໃນປະຈຸບັນ. ນັ້ນແມ່ນສັນຕິພາບ, ມິດຕະພາບ, ຮ່ວມມືກັບທຸກໆປະເທດ, ບໍ່ຈຳແນກລະບອບການເມືອງ ແລະ ສັງຄົມ, ບົນພື້ນຖານເຄົາລົບນັບຖືເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຖ້າວ່າໃນຮ່າງລັດຖະທຳມະນູນສະບັບປະກາດໃຊ້ໃນປະຈຸບັນພຽງໄດ້ຍົກອອກບັນຫາທີ່ວ່າ: “ຫວຽດນາມ ປະຕິບັດນະໂຍບາຍສັນຕິພາບ, ມິດຕະພາບ“, ສ່ວນໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ຍົກຂຶ້ນເປັນ “ແນວທາງການຕ່າງປະເທດ“. ນີ້ແມ່ນການຢັ້ງຢືນໃນລະດັບສູງກ່ວາ, ບໍ່ພຽງແຕ່ແມ່ນນະໂຍບາຍເທົ່ານັ້ນ, ພ້ອມທັງສະແດງໃຫ້ເຫັນວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະປະຕິບັດແນວທາງການຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍຢ່າງເຂັ້ມງວດ. ໃນຮ່າງລັດຖະທຳມະນູນໄດ້ເນັ້ນໜັກເປັນຄັ້ງທຳອິດວ່າ: “ຫວຽດນາມ ແມ່ນເພື່ອນມິດ, ຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມໂລກ“. ຕີລາຄາກ່ຽວກັບບັນດາຂໍ້ກຳນົດນີ້, ທ່ານນາງຫງວຽນເຟືອງງາ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເວົ້າວ່າ:
“ໃນຮ່າງລັດຖະທຳມະນູນໄດ້ສືບທອດບັນດາຫຼັກການ ແລະ ມູນເຊື້ອການຕ່າງປະເທດໂດຍພື້ນຖານຂອງຫວຽດນາມ ນັບແຕ່ວັນປະກາດເອກະລາດ ແລະ ໃນຕະຫຼອດວິວັດທະນາການພັດທະນາຜ່ານມາ. ມັນກໍ່ມີຄວາມສອດຄ່ອງກັບການພັດທະນາຂອງປະເທດຊາດໃນສະພາບການໃໝ່ໃນພາກພື້ນ ແລະ ໃນໂລກ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນມາດຕາທີ 12 ຂອງຮ່າງລັດຖະທຳມະນູນກ່ຽວກັບແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ເປັນເພື່ອນມິດ, ຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບຂອງປະຊາຄົມໂລກ“
(ພາບ:baohatinh.vn)
ເຖິງວ່າໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງມີບັນດາການເພີ່ມເຕີມສຳຄັນເພື່ອໃຫ້ແນວທາງການຕ່າງປະເທດໄດ້ຮັບການສ້າງ ສຳເລັດກ່ວາອີກ. ມີບາງຄຳເຫັນຖືວ່າ: ໃນຮ່າງລັດຖະທຳມະນູນຕ້ອງເພີ່ມເຕີມຂໍ້ກຳນົດ ຫວຽດນາມ “ຕັ້ງໜ້າ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບໂລກ“. ສິ່ງດັ່ງກ່າວມີພື້ນຖານ ຂະນະທີ່ຂົງເຂດຮ່ວມມືລະຫວ່າງຫວຽດນາມ ແລະ ໂລກນັບມື້ນັບອຸດົມສົມບູນ, ບໍ່ພຽງແຕ່ແມ່ນການຮ່ວມມືດ້ານເສດຖະກິດ-ການຄ້າເທົ່ານັ້ນ ຫາກທັງດ້ານວັດທະນະທຳ, ສັງຄົມ, ການທະຫານ, ການປ້ອງກັນຄວາມສະຫງົບ…. ແລະ ບໍ່ພຽງແຕ່ຮ່ວມມືໃນແຕ່ລະຂົງເຂດເທົ່ານັ້ນ ຫາກນັບທັງບັນຫາມີລັກສະນະທົ່ວໂລກອີກດ້ວຍ. ນອກຈາກນັ້ນແລ້ວ, ກໍ່ຕ້ອງກຳນົດເລື່ອງຫວຽດນາມ ປະຕິບັດບັນດາຄຳໝັ້ນສັນຍາສາກົນຊື່ງຫວຽດນາມ ແມ່ນສະມາຊິກ ເພື່ອເຮັດໃຫ້ຈະແຈ້ງຕື່ມອີກກ່ຽວກັບເນື້ອໃນຫວຽດນາມ ແມ່ນສະມາຊິກມີຄວາມຮັບຜິດຊອບໃນປະຊາຄົມໂລກ. ທ່ານນາງຫງວຽນເຟືອງງາ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ສະເໜີວ່າ:
“ທ່າອ່ຽງລວມຂອງປະເທດຕ່າງໆໃນປະຈຸບັນແມ່ນຍົກສູງບົດບາດຂອງກົດໝາຍສາກົນ ເພື່ອປັບປຸງບັນດາການພົວພັນສາກົນ. ລັດຖະທຳມະນູນຂອງຫຼາຍປະເທດກໍ່ສະແດງໃຫ້ເຫັນຄຳໝັ້ນສັນຍາເຄົາລົບນັບຖືກົດໝາຍສາກົນ ຄືດັ່ງຖະແຫຼງການດ້ານການຕ່າງປະເທດສັນຕິພາບ, ຮ່ວມມືຂອງປະເທດຕ່າງໆກັບໂລກ. ຄວນເພີ່ມເຕີມໃນຮ່າງລັດຖະທຳມະນູນສະບັບປັບປຸງກ່ຽວກັບການກຳນົດ ລັດ ສສ ຫວຽດນາມ ປະຕິບັດບັນດາຄຳໝັ້ນສັນຍາສາກົນ ຊື່ງຫວຽດນາມ ແມ່ນສະມາຊິກ“
ບັນດາຂໍ້ກຳນົດກ່ຽວກັບການຕ່າງປະເທດໃນບັນດາພາກຂອງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງລ້ວນແຕ່ສຸມໃສ່ຍົກອອກບັນຫາສຳຄັນໃນຈິນຕະນາການໃຫ່ມຂອງພັກ ແລະ ລັດຫວຽດນາມ ກ່ຽວກັບແນວທາງການຕ່າງປະເທດໃນວິວັດທະນາການປ່ຽນໃໝ່, ພັດທະນາປະເທດຊາດ. ບັນດາຂໍ້ກຳນົດນນີ້ຈະປະກອບສ່ວນຍົກສູງອິດທິພົນຊື່ສຽງຂອງຫວຽດນາມ ບົນເວທີສາກົນ, ປະກອບສ່ວນເຂົ້າການການຕໍ່ສູ້ຂອງປະຊາຊົນໂລກເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ.