ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມຊຸດທີ 14, ລັດຖະບານຫວຽດນາມຫາກໍຍື່ນສະເໜີຕໍ່ສະພາແຫ່ງຊາດບັນດາຮ່າງກົດໝາຍທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງວິສາຫະກິດ. ໃນນັ້ນ, ເປັນໜ້າສົນໃຈແມ່ນຮ່າງກົດໝາຍວ່າດ້ວຍການຫນູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ; ຮ່າງກົດໝາຍປັບປຸງເພີ່ມເຕີມເອກະສານຊ້ອນທ້າຍຂອງກົດໝາຍວ່າດ້ວຍການລົງທຶນ 4 ສະບັບກ່ຽວກັບບັນຊີລາຍຊື່ຂະແໜງ, ອາຊີບລົງທຶນ ດຳເນີນທຸລະກິດທີ່ມີເງື່ອນໄຂ. ນີ້ແມ່ນຮ່າງກົດໝາຍ 2 ສະບັບທີ່ມີຜົນກະທົບຢ່າງຮອບດ້ານພໍສົມຄວນສຳລັບປະຊາຄົມວິສາຫະກິດ ແລະ ບັນດາຂົງເຂດດຳເນີນທຸລະກິດ.
ບັນດາ ສ.ສ.ຊ ກົດປຸ່ມຮັບຮອງເອົາມະຄິກ່ຽວກັບຮ່າງງັບປະມານ |
ວິສາຫະກິດຂະໜາດກາງ ແລະ ນ້ອຍກວມເອົາ 97% ຍອດຈຳນວນວິສາຫະກິດຫວຽດນາມ, ມີທີ່ຕັ້ງສຳຄັນພິເສດໃນພື້ນຖານເສດຖະກິດ. ເຖິງວ່າວຽກງານໜູນຊ່ວຍກຸ່ມວິສາຫະກິດນີ້ ໄດ້ເລີ່ມຜັນຂະຫຍາຍແຕ່ປີ 2001 ກໍຕາມ, ແຕ່ປະສິດທິຜົນຍັງບໍ່ທັນຈະແຈ້ງເທື່ອ. ສິ່ງທີ່ບັນດາວິສາຫະກິດຕ້ອງການ, ນັ້ນແມ່ນບັນດາຂໍ້ກຳນົດລະອຽດກ່ຽວກັບພື້ນທີີ່ທຳການຜະລິດ, ແຜນການຊື້ປະກອບວັດຖຸເຄື່ອງຂອງ, ສະໜອງການບໍລິການສາທາລະນະ… ແຕ່ມີຫຼາຍນະໂຍບາຍໃໝ່ພຽງແຕ່ຢຸດຢູ່ໃນບັນດາຂໍ້ກຳນົດລວມໆ, ຍັງບໍ່ທັນມີບັນດາຂໍ້ກຳນົດຫນູນຊ່ວຍຈະແຈ້ງ. ນີ້ແມ່ນເຫດຜົນທີ່ມີພຽງ 30% ຈຳນວນວິສາຫະກິດຂະໜາດກາງ ແລະ ນ້ອຍໄດ້ຮັບການຫນູນຊ່ວຍຈາກໂຄງການໜູນຊ່ວຍຕ່າງໆ. ຈຳນວນທີ່ຍັງເຫຼືອ ແມ່ນເກືອບຄືວ່າ ບໍ່ຮູ້ຈັກ ແລະ ບໍ່ໄດ້ຊົມໃຊ້ຈາກນະໂຍບາຍນີ້.
ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດໄດ້ຮັບບຸລິມະສິດໃນລະດັບສູງສຸດ
ສະພາບຕົວຈິງດັ່ງກ່າວໄດ້ເຮັດໃຫ້ກຸ່ມວິສາຫະກິດຂະໜາດກາງ ແລະ ນ້ອຍຄອງຄອຍຕໍ່ຮ່າງກົດໝາຍສະບັບໜຶ່ງວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ. ຕາມທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ດັ້ງຮິວດົງ ແລ້ວ, ຮ່າງກົດໝາຍສະບັບໜຶ່ງວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍແມ່ນກອບກົດໝາຍສູງສຸດ ແລະ ມີລັກສະນະຕໍ່ເນື່ອງ, ສະເໝີຕົ້ນສະເໝີປາຍ, ຮອບດ້ານທີ່ສະຫງວນໃຫ້ແກ່ ວິສາຫະກິດຂະໜາດກາງ ແລະ ນ້ອຍ. ຮ່າງກົດໝາຍສະບັບນີ້ ຈະຊ່ວຍພັດທະນາວິສາຫະກິດ, ເພີ່ມທະວີທາງດ້ານຈຳນວນ ແລະ ຍົກສູງຄຸນນະພາບການເຄື່ອນໄຫວຂອງຂົງເຂດວິສາຫະກິດນີ້, ຜ່ານການສ້າງບັນດານະໂຍບາຍ, ໂຄງການໜູນຊ່ວຍຢ່າງຄົບຊຸດບົນພື້ນຖານການໜູນຊ່ວຍມີການເລືອກເຟັ້ນ, ສອດຄ່ອງກັບເປົ້າໝາຍ ແລະ ການກຳນົດທິດພັດທະນາເສດດຖະກິດຂອງປະເທດຊາດ, ທ່າໄດ້ປຽບຂອງແຕ່ລະທ້ອງຖິ່ນ ແລະ ແຫຼ່ງກຳລັງຂອງປະເທດຊາດ. ພິເສດ, ຮ່າງກົດໝາຍສະບັບນີ້ຈະກຳນົດແຈ້ງຄວາມຮັບຜິດຊອບ ແລະ ບົດບາດຂອງລັດຖະບານ, ອົງການສຳນັງການຂັ້ນສູນກາງ ແລະ ທ້ອງຖິ່ນ, ບັນດາອົງການຈັດຕັ້ງສົງຄົມ ແລະ ພາກເອກະຊົນໃນການຫນູນຊ່ວຍ ວິສາຫະກິດຂະໜາດກາງ ແລະ ນ້ອຍ, ປັບປຸງລະບົບຜັນຂະຫຍາຍນະໂຍບາຍໜູນຊ່ວຍ ວິສາຫະກິດຂະໜາດກາງ ແລະ ນ້ອຍຈາກສູນກາງລົງຮອດທ້ອງຖິ່ນ. ທ່ານ ເລກວນ, ສ.ສ.ຊ ນະຄອນຮ່າໂນ້ຍ ໄດ້ຕີລາຄາວ່າ :
“ຮ່າງກົດໝາຍສະບັບນີ້ໄດ້ຮັບການຮຽບຮຽງລະອຽດພໍສົມຄວນ ແລະ ເກືອບຄືວ່າໄດ້ເຕື້ອງເຖິງຄວາມຕ້ອງການເກືອບທັງໝົດຊຶ່ງວິສາຫະກິດຂະໜາດກາງ ແລະ ນ້ອຍຕ້ອງການໜູນຊ່ວຍ. ຍົກຕົວຢ່າງຄື : ບັນດາຂໍ້ກຳນົດທີ່ໃໝ່ອຽມຄືການໜູນຊ່ວຍທາງດ້ານເຕັກນິກ ແລະ ການເງິນ ”
ບັນດາການຫນູນຊ່ວຍຂອງກົດໝາຍສະບັບນີ້ບໍ່ກໍ່ໃຫ້ເກີດການຈຳແນກປະພຶດ ,ຄວາມຂາດສະເໝີພາບລະຫວ່າງບັນດາວິສາຫະກິດຂະໜາດກາງແລະ ນ້ອຍ. ໃນ ຮ່າງກົດໝາຍສະບັບນີ້ ມີການຈັດແບ່ງບັນດາກຸ່ມວິສາຫະກິດຢູ່ໃນບັນດາລະດັບການໜູນຊ່ວຍທີ່ແຕກຕ່າງກັນ, ບໍ່ສ້າງໃຫ້ມີການເກື້ອກູນໃຫ້ແກ່ບັນດາວິສາຫະກິດທີ່ຂາດຄວາມສາມາດ, ບໍ່ສາມາດພັດທະນາ ແລະ ມີໄພຈະຖືກລົ້ມລະລາຍ. ສິ່ງນີ້ຈະຊ່ວຍບັນດາວິສາຫະກິດທີ່ມີຄວາມສາມາດບົ່ມຊ້ອນໄດ້ຮັບການໜູນຊ່ວຍເປັນຢ່າງດີທີ່ສຸດເພື່ອພັດທະນາ. ແຕ່ຍັງມີ ສ.ສ.ຊ ບາງທ່ານສະເໜີຮັດແຄບເປົ້າໝາຍປັບປຸງຂອງກົດໝາຍ. ທ່ານ ວູ້ຕ້ຽນໂລກ ສ.ສ.ຊ ແຂວງ ທ້າຍບີງ ສະເໜີວ່າ :
“ ຂ້າພະເຈົ້າສະເໜີກົດໝາຍພຽງໜູນຊ່ວຍໃຫ້ແກ່ວິສາຫະກິດພາກເອກະຊົນພາຍໃນປະເທດຂະໜາດກາງ ແລະ ນ້ອຍ ເພາະການໜູນຊ່ວຍໃຫ້ແກ່ເປົ້າໝາຍນີ້ ບໍ່ລະເມີດບັນດາຫຼັກການຂອງ WTO ກໍຄືບັນດາສັນຍາການຄ້າເສລີອື່ນໆ. ທີ 2 ແມ່ນໃນເງື່ອນໄຂແຫຼງ່ກຳລັງໜູນຊ່ວຍ ວິສາຫະກິດຂະໜາດກາງ ແລະ ນ້ອຍຖືກຈຳກັດທີ່ສຸດ. ພວກເຮົາຄວນໃຫ້ບຸລິມະສິດພຽງແຕ່ວິສາຫະກິດຢູ່ພາຍໃນປະເທດເທົ່ານັ້ນ”
ລົບລ້າງສິ່ງກີດຂວາງໃນການເຄື່ອນໄຫວລົງທຶນດຳເນີນທຸລະກິດ
ຖ້າຫາກວ່າ ຮ່າງກົດໝາຍສະບັບໜຶ່ງວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍສົ່ງຜົນກະທົບໂດຍກົງເຖິງວິສາຫະກິດກວ່າ 500 ແຫ່ງນັ້ນ, ຮ່າງກົດໝາຍປັບປຸງເພີ່ມເຕີມເອກະສານຊ້ອນທ້າຍຂອງກົດໝາຍວ່າດ້ວຍການລົງທຶນ 4 ສະບັບກ່ຽວກັບບັນຊີລາຍຊື່ຂະແໜງ, ອາຊີບລົງທຶນ ດຳເນີນທຸລະກິດທີ່ມີເງື່ອນໄຂ ກໍສົ່ງຜົນກະທົບເຖິງວິສາຫະກິດເປັນຈຳນວນຫຼວງຫຼາຍ ຂະນະທີ່ກົດໝາຍໃນປະຈຸບັນ ກຳນົດເຖິງ 267 ຂະແໜງ, ອາຊີບດຳເນີນທຸລະກິດທີ່ມີເງື່ອນໄຂຂຶ້ນກັບບັນດາຂົງເຂດການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຍຸດຕິທຳ, ແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ຄົມມະນາຄົມຂົນສົ່ງ; ຖະແຫຼງຂ່າວ ສື່ສານ; ການສຶກສາ ແລະ ບຳລຸງສ້າງ; ກະສີກຳ ແລະ ພັດທະນາຊົນນະບົດ; ສາທາລະນະສຸກ, ຊັບພະຍາກອນ ແລະ ສິ່ງແວດລ້ອມ, ທະນາຄານ. ແຕ່ຜ່ານພຶດຕິກຳຕົວຈິງ, ກະຊວງແຜນການ ແລະ ການລົງທຶນໄດ້ສະເໜີສະພາແຫ່ງຊາດ ພິຈາລະນາຫຼຸດຜ່ອນ 41 ຂະແໜງ, ອາຊີບ. ທ່ານ ຫງວຽນຈີຢຸງ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນຫວຽດນາມໃຫ້ຮູ້ວ່າ : (ເທບ)
“ ການຫຼຸດຜ່ອນບາງຂະແໜງ, ອາຊີບດຳເນີນທຸລະກິດທີ່ມີເງື່ອນໄຂ ແລະ ເງື່ອນໄຂລົງທຶນ, ດຳເນີນວິສາຫະກິດ ແມ່ນບໍ່ຈຳເປັນ, ຂາດຄວາມສາມາດເປັນໄປ ແມ່ນເພື່ອແນໃສ່ລົບລ້າງສິ່ງກີດຂວາງເຂົ້າຮ່ວມຕະຫຼາດ, ຫຼຸດຜ່ອນຄ່າໃຊ້ຈ່າຍໃນການດຳເນີນທຸລະກິດໃຫ້ແກ່ວິສາຫະກິດ, ຮັບປະກັນການປະຕິບັດສິດເສລີໃນການດຳເນີນທຸລະກິດຂອງປະຊາຊົນ, ວິສາຫະກິດໃນບັນດາຂະແໜງ, ອາຊີບທີ່ກົດໝາຍສະບັບນີ້ບໍ່ເກືອດຫ້າມ ”
ທ່ານ ເຈີນຕ້ວນແອງ ສ.ສ.ຊ ນະຄອນໂຮ່ຈິມິນ ຖືວ່າ :
“ ຂ້າພະເຈົ້າເຫັນດີວ່າ ພວກເຮົາຄວນພິຈາລະນາປັບປຸງ ແລະ ຮັດແຄບບັນດາຂະແໜງ, ອາຊີບດຳເນີນທຸລະກິດທີ່ມີເງື່ອນໄຂເພື່ອສ້າງສະພາບແວດລ້ອມລົງທຶນທີ່ດີກ່ວາມຫ້ແກ່ບັນດານັກລົງທຶນ ແລະ ວິສາຫະກິດ. ສຳລັບບັນດາຂະແໜງ, ອາຊີບທີ່ສົ່ງຜົນສະທ້ອນເຖິງການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ສຸຂະພາບຂອງປະຊາຊົນ, ສິ່ງແວດລ້ອມ ແມ່ນຄວນມີເງື່ອນໄຂ. ພວກເຮົາຕ້ອງກວດກາລະອຽດກ່ຽວກັບບັນຊີລາຍຊື່ຂະແໜງ, ອາຊີບນີ້ ເພາະມັນສົ່ງຜົນກະທົບຢ່າງໃຫຍ່ຫຼວງເຖິງການຜະລິດ, ດຳເນີນທຸລະກິດ, ຕ້ອງມີການປະຕິຮູບທີ່ດີກ່ວາເພື່ອຫຼີກລ້ຽງການເສຍເວລາຂອງວິສາຫະກິດ”
ເລື່ອງລັດຖະບານຫວຽດນາມຍື່ນສະເໜີຕໍ່ສະພາແຫ່ງຊາດ ຮ່າງກົດໝາຍສະບັບໜຶ່ງວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ; ຮ່າງກົດໝາຍປັບປຸງເພີ່ມເຕີມເອກະສານຊ້ອນທ້າຍຂອງກົດໝາຍວ່າດ້ວຍການລົງທຶນ 4 ສະບັບກ່ຽວກັບບັນຊີລາຍຊື່ຂະແໜງ, ອາຊີບລົງທຶນ ດຳເນີນທຸລະກິດທີ່ມີເງື່ອນໄຂ ແມ່ນສືບຕໍ່ຫັນແຜນນະໂຍບາຍນີ້ເປັນລະອຽດ ພ້ອມທັງສ້າງກຳລັງໜູນໃຫ້ແກ່ວິສາຫະກິດພັດທະນາ, ຈາກນັ້ນ ກໍສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານເສດຖະກິດຕື່ມອີກ.