ໃນສະພາວະທີ່ຫວຽດນາມເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນໃນປີ 2016 ນັ້ນ, ບັນຫາສະມັດທະພາບການອອກແຮງງານໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກລັດຖະບານ ແລະ ທົ່ວສັງຄົມຍ້ອນການສົ່ງຜົນກະທົບທີ່ສຳຄັນເຖິງຄວາມສາມາດແກ່ງແຍ້ງລະດັບຊາດ ແລະ ລະດັບຄອງຊີບຂອງປະຊາຊົນ. ເພື່ອປົວແປງສະມັດທະພາບການອອກແຮງງານ, ຫວຽດນາມໄດ້ສຸມໃສ່ລົງທຶນທາງດ້ານທຶນຮອນ, ວິທະຍາສາດ, ເຕັກໂນໂລຢີ ແລະ ມະນຸດ.
ຫວຽດນາມສຸມໃສ່ລົງທຶນເພື່ອປົວແປງສະມັດທະພາບການອອກແຮງງານ
|
ນັບແຕ່ປີ 2000 ມາຮອດປະຈຸບັນ, ສະມັດທະພາບການອອກແຮງງານຢູ່ຫວຽດນາມໄດ້ຮັບການປົວແປງຫຼາຍພໍສົມຄວນ, ເພີ່ມຂຶ້ນກວ່າ 3%/ປີ, ແຂງແຮງທີ່ສຸດແມ່ນຢູ່ໃນຂົງເຂດອຸດສາຫະກຳ ແລະ ການກໍ່ສ້າງ. ລະດັບຄວາມຜິດໂຕນກັນທາງດ້ານສະມັດທະພາບການອອກແຮງງານຂອງຫວຽດນາມເມືອ່ທຽບໃສ່ບັນດາປະເທດໃນພາກພື້ນອາຊຽນພວມຖືກຮັດແຄບເທື່ອລະກ້າວ. ແຕ່ລະດັບຄວາມຜິດໂຕນກັນທາງດ້ານສະມັດທະພາບການອອກແຮງງານຂອງຫວຽດນາມເມືອ່ທຽບໃສ່ບັນດາປະເທດພັດທະນາແມ່ນຍັງຫຼາຍຢູ່.
ການລົງທຶນເຂົ້າໃນຂົງເຂດ ວິທະຍາສາດ, ເຕັກໂນໂລຢີແມ່ນສຳຄັນ
ທ່ານຫງວຽນແອງຕ້ວນ, ຫົວໜ້າສະຖາບັນສະມັດທະພາບຫວຽດນາມ ໃຫ້ຮູ້ວ່າ : ເພື່ອຍົກສູງ ສະມັດທະພາບການອອກແຮງງານ, ຫຼາຍປະເທດໃນໂລກສຸມໃສ່ຍົກສູງ ສະມັດທະພາບສັງລວມເຊັ່ນ: ເພີ່ມທະວີດ້ານທຶນຮອນ, ລົງທຶນດ້ານພາຫະນະອຸປະກອນທີ່ທັນສະໄໝ. ຫວຽດນາມແມ່ນປະເທດພວມພັດທະນາ, ດັ່ງນັ້ນ ໃນໄລຍະນີ້, ການເພີ່ມທະວີແຫຼ່ງທຶນແມ່ນມີບົດບາດສຳຄັນໃນການເຕີບໂຕເສດຖະກິດ. ແຕ່ເຖິງຢ່າງໃດກໍດີ, ເພື່ອພັດທະນາເສດຖະກິດແບບຍືນຍົງ ແລະ ຮັບປະກັນໃຫ້ທ່ວງທັນກັບບັນດາປະເທດພັດທະນານັ້ນ, ຫວຽດນາມຄວນສຸມໃສ່ຫຼາຍກວ່າອີກເຂົ້າໃນການຊຸກຍູ້ການເພີ່ມ ສະມັດທະພາບໂດຍຜ່ານການພັດທະນາວິທະຍາສາດ, ເຕັກໂນໂລຢີ: ເຕັກນິກ, ຄຸນນະພາບການອອກແຮງງານ ແລະ ປະສິດທິຜົນການຈັດແບ່ງບັນດາແຫຼ່ງກຳລັງໃນພື້ນຖານເສດຖະກິດ. ທ່ານຫງວຽນແອງຕ້ວນ ຍັງຖືວ່າ ການລົງທຶນທາງດ້ານວິທະຍາສາດ, ເຕັກໂນໂລຢີແມ່ນຂໍ້ກຸນແຈ, ເປັນອັດຕາສ່ວນກົງກັບໝາກຜົນສະມັດທະພາບການອອກແຮງງານແຫ່ງຊາດ. ທ່ານຫງວຽນແອງຕ້ວນ ໃຫ້ຮູ້ວ່າ :
“ ຖ້າຫາກພວກເຮົາມີຫຼາຍຂະແໜງອາຊີບໃຫ້ ສະມັດທະພາບຕ່ຳ, ນຳໃຊ້ແຮງງານຫຼາຍ, ມູນຄ່າຜະລິດຕະພັນຕ່ຳນັ້ນ, ແນ່ນອນວ່າ ສະມັດທະພາບການອອກແຮງງານຂອງທົ່ວສັງຄົມຈະຕ່ຳ. ເພາະສະນັ້ນ, ຕ້ອງສຸມໃສ່ລົງທຶນທາງດ້ານພາຫະນະທີ່ສາມາດໃຫ້ສະມັດທະພາບສູງ ແລະ ຕ້ອງຍົກສູງລະດັບການຄຸ້ມຄອງ, ຊຸກຍູ້ການເຄຶ່ອນໄຫວປັບປຸງໃນວິສາຫະກິດເພື່ອມີບັນດາການເຄື່ອນໄຫວທີ່ເຮັດແນວໃດເພື່ອໃຫ້ວິສາຫະກິດມີຄວາມເອກອ້າງທະນົງໃຈວ່າ ຕົນເອງແມ່ນວິສາຫະກິດທີ່ເຄື່ອນໄຫວດີ. ຈາກນັ້ນ ສະມັດທະພາບຂອງຫວຽດນາມຈະເພີ່ມຂຶ້ນ ”
ຈຳເປັນຕ້ອງສ້າງໂຄງປະກອບຂະແໜງອາຊີບຄືນໃໝ່
ທາງດ້ານທິດສະດີ, ຢາກເພີ່ມ ສະມັດທະພາບການອອກແຮງງານນັ້ນ, ແມ່ນຕ້ອງ ຕ້ອງສ້າງໂຄງປະກອບຂະແໜງອາຊີບຄືນໃໝ່ ແລະ ເລັ່ງໃສ່ບັນດາຂະແໜງອາຊີບທີ່ໃຫ້ມູນຄ່າເພີ່ມສູງ. ປະຈຸບັນ, ຫວຽດນາມຍັງຄົງສຸມໃສ່ຕົ້ນຕໍເຂົ້າໃນຂົງເຂດອຸດສາຫະກຳຜະລິດ, ອຸດສາຫະກຳຂຸດຄົ້ນແຮ່ທາດ ແລະ ກໍ່ສ້າງພື້ນຖານໂດຍລົງທຶນທາງດ້ານພາຫະນະບໍ່ຫຼາຍ. ຂະແໜງກະສີກຳ, ຕົ້ນຕໍແມ່ນການອອກແຮງານດ້ວຍມື ແລະ ຂະຫຍາຍການຜະລິດແບບຄອບຄົວ. ຂະແໜງການບໍລິການກໍໃຫ້ມູນຄ່າເພີ່ມຕ່ຳ. ໜຶ່ງໃນບັນດາວິທີການແກ້ໄຂປົວແປງ ສະມັດທະພາບການອອກແຮງງານຂອງທົ່ວສັງຄົມແມ່ນການຫັນປ່ຽນໂຄງປະກອບແຮງງານຈາກຂະແໜງທີ່ໃຫ້ ສະມັດທະພາບຕ່ຳໄປສູ່ຂະແໜງທີ່ໃຫ້ ສະມັດທະພາບສູງ, ພ້ອມກັນນັ້ນ ກໍເອົາໃຈໃສ່ເຖິງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ການນຳໃຊ້ວິທະຍາສາດ, ເຕັກໂນໂລຢີ, ເປີດກ້ວາງຕະຫຼາດ, ຊຸກຍູ້ການສົ່ງອອກສິນຄ້າທີ່ໃຫ້ມູນຄ່າເພີ່ມສູງ. ທ່ານຫງວຽນມິນຟອງ, ຜູ້ຊ່ຽວຊານທາງດ້ານເສດຖະກິດໃຫ້ຮູ້ວ່າ :
“ ໃນຂົງເຂດອຸດສາຫະກຳ, ພວກເຮົາໄດ້ມີການກຳນົດທິດທີ່ຖືກຕ້ອງ, ນັ້ນແມ່ນການໜູນຊ່ວຍແກ່ການພັດທະນາອຸດສາຫະກຳຫນູນຊ່ວຍຢ່າງແຂງແຮງ, ພິເສດແມ່ນບັນດາຂະແໜງການທີ່ສາມາດເຂົ້າຮ່ວມລະບົບການສະໜອງທົ່ວໂລກ. ຫວຽດນາມກໍຕ້ອງພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານໃຫ້ແຂງແຮງ. ພ້ອມກັນນັ້ນ, ຂະແໜງເຕັກໂນໂລຢີປຸງແຕ່ງ ແລະ ເຕັກໂນໂລຢີແມ່ນຍຳ ກໍຈຳເປັນທີ່ສຸດ. ຂະແໜງກະສີກຳຄວນເລັ່ງໃສ່ການກະສີກຳໃຊ້ເຕັກໂນໂລຢີສູງ, ກະສີກຳຊີວະພາບ. ສ່ວນການບໍລິການ ກໍຄວນເລັ່ງໃສ່ຂະແໜງທະນາຄານ, ການເງິນ, ໂທລະຄົມ… ”
ການກໍ່ສ້າງແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງ
ໜຶ່ງໃນບັນດາປັດໄຈປະກອບສ່ວນເພີ່ມ ສະມັດທະພາບການອອກແຮງງານແມ່ນຄົນງານ. ດ້ວຍຈຳນວນແຮງງານຄ້າຍຄືກັນ, ຖ້າຫາກມີເງື່ອນໄຂປະກອບພາຫະນະຮັບໃຊ້ການຜະລິດທີ່ດີກວ່ານັ້ນ, ຄົນງານຈະສາມາດຜະລິດອອກວັດຖຸເຄື່ອງຂອງໄດ້ຫຼາຍກວ່າ, ຊ່ວຍໃຫ້ເພີ່ມ ສະມັດທະພາບການອອກແຮງງານ. ທ່ານ ເຢືອງດຶກເລີນ ຫົວໜ້າກົມໃຫຍ່ການຊ່າງ ສັງກັດກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມໃຫ້ຮູ້ວ່າ :
“ ແຮງງານເຂົ້າຮ່ວມໃນວິວັດການຜະລິດ, ດຳເນີນທຸລະກິດ ການບໍລິການ ແລະ ສົ່ງຜົນກະທົບເຖິງສະມັດທະພາບການອອກແຮງງານໂດຍກົງ. ພວກຂ້າພະເຈົ້າຖືວ່າ ຖ້າຫາກວ່າ ການສ້າງວິຊາຊີບໄດ້ຮັບການເອົາໃຈໃສ່ ແລະ ລົງທຶນຢ່າງຖືກຕ້ອງນັ້ນ ກໍເປັນການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການຍົກສູງ ສະມັດທະພາບການອອກແຮງງານ”
ພ້ອມກັບການປະຕິບັດບັນດາວິທີການແກ້ໄຂຢ່າງຄົບຊຸດ, ມີປະສິດທິຜົນ, ພິເສດແມ່ນການສ້າງລະບອບເສດຖະກິດຕະຫຼາດໃຫ້ສົມບູນແບບ, ຫວຽດນາມກໍເລັ່ງໃສ່ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ເພີ່ມທະວີການປ່ຽນແປງໃໝ່ທາງດ້ານ ວິທະຍາສາດ, ເຕັກໂນໂລຢີ, ສ້າງກຳລັງໜູນເພື່ອຍົກສູງ ສະມັດທະພາບການອອກແຮງງານ, ກຳລັງແກ່ງແຍ້ງ, ພັດທະນາຢ່າງວ່ອງໄວ ແລະຍືນຍົງ, ຮັດແຄບຄວາມແຕກໂຕນກັນໃນການພັດທະນາກັບບັນດາປະເທດໃນພາກພື້ນ.