(vovworld)-ໂຄງການພັດທະນາເສດຖະກິດສັງຄົມບັນດາຕາແສງປະສົບກັບຄວາມຫຍຸ້ງຍາກເປັນພິເສດຢູ່ເຂດຊົນເຜົ່າສ່ວນຫນ້ອຍແລະ ເຂດພູດອຍ(ຫລືເອີ້ນວ່າ:ໂຄງການ 135) ໄລຍະ3 ຫາກໍ່ໄດ້ຮັບການເຊັນອະນຸມັດຈາກນາຍົກລັດຖະມົນຕີ. ຈຸດໝາຍຂອງໂຄງການໃນໄລຍະນີ້ແມ່ນຊ່ວຍປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ, ແກ້ໄຂບັນຫາສຳຄັນເມື່ອຜັນຂະຫຍາຍນະໂຍບາຍຫລຸດຜ່ອນຄວາມທຸກຍາກຢູ່ຕາແສງ, ບ້ານ.
ຜົນງານທີ່ເປັນຫນ້າຊື່ນຊົມນັ້ນແມ່ນພາຍຫລັງ 16 ປີແຫ່ງການປະຕິບັດໂຄງການ 135, ຫວຽດນາມ ຖືກຈັດເຂົ້າບັນຊີລາຍຊື່ບັນດາປະເທດປະຕິບັດນະໂຍບາຍຫລຸດຜ່ອນຄວາມທຸກຍາກ ແລະ ພັດທະນາເສດຖະກິດສຳເລັດຜົນກວ່າໝູ່ຢູ່ໃນໂລກ. ໃນ 2 ທົດສະວັດຜ່ານມາ, ໂຄງການ 135 ໄດ້ປະກອບສ່ວນປ່ຽນແປງ ໂສມຫນ້າໃຫມ່ຢູ່ເຂດພູດອຍ, ເຂດຊົນເຜົ່າທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ; ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງເທື່ອລະກ້າວ, ອັດຕາຄອບຄົວອຶດຫິວທຸກຍາກຫລຸດຜ່ອນຢ່າງວ່ອງໄວ, ສະເລ່ຍບັນລຸ 3,6%/ປີ. ເຖິງວ່າ ລັດຖະບານ ແລະ ປະຊາຊົນພ້ອມກັນປະຕິບັດ ແຕ່ຊ່ອງຫວ່າພັດທະນາລະຫວ່າງເຂດຊົນເຜົ່າ ແລະ ເຂດພູດອຍກັບບັນດາເຂດອື່ນໃນທົ່ວປະເທດຍັງຫລຸດລື່ນກັນຫລາຍ. ຕາມການສຳຫລວດຄັ້ງຜ່ານມາຂອງຄະນະກຳມະການຊົນເຜົ່າຂຶ້ນກັບລັດຖະບານ ໃຫ້ເຫັນວ່າ ຍັງມີ 149 ຕາແສງ ໃນຍອດຈຳນວນ 9000 ຕາແສງບໍ່ທັນມີຄົມມະນາຄົມເພື່ອໃຫ້ລົດໂອໂຕແລ່ນໄປເຖິງເຂດໃຈກາງຕາແສງ, 67,2% ບໍ່ທັນມີໄຟຟ້ານຳໃຊ້, 32,2% ຈຳນວນຄອບຄົວບໍ່ທັນມີນ້ຳສະອາດໃຊ້. ໃນຂະນະນັ້ນ, ຍັງມີພະນັກງານຕາແສງ, ບ້ານ ກວ່າ 218.000 ຄົນຕ້ອງໄດ້ຮັບການຝຶກອົບຮົມເພື່ອຍົກສູງລະດັບຄວາມຮູ້; 120.000 ຄອບຄົວທຸກຍາກຢູ່ບັນດາຕາແສງທີ່ຕິດກັບຊາຍແດນບໍ່ທັນຜະລິດສະບຽງອາຫານກຸ້ມຕົນເອງໄດ້. ສະນັ້ນ ບັນຫາທີ່ວາງອອກໃຫ້ແກ່ໄລຍະ 3 ຂອງໂຄງການ 135 ນັ້ນແມ່ນຕ້ອງຊ່ວຍປະຊາຊົນຫລຸດຜ່ອນຄວາມທຸກຍາກແບບຍືນຍົງ. ທ່ານຮ່ວາງວັນດວານ, ຮອງຫົວຫນ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ລ້າງເຊີນໃຫ້ຮູ້ວ່າ:
“ສ່ວນຫນູນຊ່ວຍການຜະລິດໃນໄລຍະ 3 ຂອງໂຄງການແມ່ນມີຄວາມໝາຍທີ່ສຸດໃນການຫນູນຊ່ວຍໃຫ້ແກ່ປະຊາຊົນຊົນເຜົ່າສ່ວນຫນ້ອຍບຸກບືນຂຶ້ນຫລຸດພົ້ນອອກຈາກຄວາມທຸກຍາກ ເພາະວ່າ ປະຈຸບັນ, ບັນດາຄອບຄົວທຸກຍາກບໍ່ມີຄວາມສາມາດເພື່ອຊື້ແນວພັນໃຫມ່, ໝູນໃຊ້ຄວາມກ້າວຫນ້າຂອງວິທະຍາສາດເພື່ອເພີ່ມລາຍຮັບ, ສະນັ້ນ ການຫນູນຊ່ວຍຈາກລັດແມ່ນຈຳເປັນທີ່ສຸດ.”
ຕາມທ່ານ ດີງກົງແນນ, ປະທານຄະນະກຳມະການປະຊາຊົນຕາແສງ ຈ່ຽງຊ້າຍ, ເມືອງບັກອຽນ, ແຂວງ ເຊີນລາ ແລ້ວ, ບັນຫາທີ່ທ້ອງຖິ່ນຢູ່ເຂດພູດອຍສ່ວນຫລາຍມີຊາວຊົນເຜົ່າສ່ວນຫນ້ອຍດຳລົງຊີວິດເປັນຈຳນວນຫລວງຫລາຍພວມປະເຊີນຫນ້ານັ້ນແມ່ນພື້ນຖານໂຄງລ່າງຄົມມະນາຄົມບໍ່ດີ. ທ່ານ ດີງກົງແນນ ຖືວ່າ:
“ເສັ້ນທາງຄົມມະນາຄົມຢູ່ໃນບໍລິເວນແມ່ນຫຍຸ້ງຍາກຫລາຍ. ສະນັ້ນ ຕ້ອງສ້າງທາງໃຫ້ພໍ່ແມ່ປະຊາຊົນໄປມາ ແລະ ຂົນສົ່ງຜະລິດຕະພັນກະເສດໄປຈຳຫນ່າຍ. ປະຈຸບັນ ພວກຂ້າພະເຈົ້າພວມສຸມໃສ່ລົງທຶນກໍ່ສ້າງເສັ້ນທາງຄົມມະນາຄົມເພື່ອຊ່ວຍພໍ່ແມ່ປະຊາຊົນຈຳຫນ່າຍຜະລິດຕະພັນກະເສດ.”
ການກໍ່ສ້າງເສັ້ນທາງຄົມມະນາຄົມຢູ່ເຂດຊົນນະບົດຈາກໂຄງການ 135
ພາບປະກອບ: internet
ດຣ ດັ້ງກີມເຊີນ, ຫົວຫນ້າສະຖາບັນນະໂຍບາຍ ແລະ ຍຸດທະສາດພັດທະນາກະສິກຳ, ສັງກັດກະຊວງກະສິກຳ ແລະ ພັດທະນາຊົນນະບົດໃຫ້ຮູ້ວ່າ: ໄລຍະ 3 ຂອງໂຄງການ 135 ແມ່ນໃຫ້ບຸລິມະສິດລົງທຶນຫນູນຊ່ວຍພື້ນຖານໂຄງລ່າງ ແລະ ພັດທະນາການຜະລິດ ສ້າງບາດກ້າວບຸກທະລຸໃນການລະດົມແຫລ່ງກຳລັງລົງທຶນ, ປະກອບສ່ວນລົບລ້າງຄວາມອຶດຫິວທຸກຍາກໃຫ້ແກ່ປະຊາຊົນຢູ່ບັນດາຕາແສງປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ຕາແສງຢູ່ເຂດຊາຍແດນ, ຕາແສງຢູ່ເຂດປອດໄພ, ໝູ່ບ້ານປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ແຕ່ລະປີ, ລະດັບເງິນລົງທຶນສະຫງວນໃຫ້ແກ່ແຕ່ລະຕາແສງແມ່ນ 1 ຕື້ດົ່ງ, ຫລັງຈາກນັ້ນ ນັບແຕ່ປີ 2015 ເປັນຕົ້ນມາ ຈະອີງໃສ່ສະພາບເສດຖະກິດສັງຄົມໃນຕົວຈິງຈະຍົກຈຳນວນເງິນລົງທຶນຂຶ້ນເຖິງປະມານ 2,5 ຕື້ດົ່ງໃຫ້ແກ່ຕາແສງທຸກຍາກ. ເພື່ອບັນລຸລະດັບການລົງທຶນດັ່ງກ່າວ, ບັນຫາວາງອອກຕ້ອງຫັນບັນດາແຫລ່ງກຳລັງລົງທຶນດັ່ງກ່າວໃຫ້ປະກົດຜົນເປັນຈິງ. ບົດບາດຂອງລັດພຽງແຕ່ແມ່ນຊຸກຍູ້ການດຶງດູດແຫລ່ງກຳລັງລົງທຶນຂອງທົ່ວສັງຄົມເຂົ້າໃນຂົງເຂດກະສິກຳ ຊາວກະສິກອນ ແລະ ຊົນນະບົດ ຢູ່ບັນດາຕາແສງເຂດພູດອຍ, ເຂດຮ່າງໄກສອກຫລີກ. ດຣ ດັ້ງກີມເຊີນ ໄຈ້ແຍກວ່າ:
“ເພື່ອດຶງດູດການລົງທຶນເຂົ້າເຂດຊົນນະບົດ ຕ້ອງຄົ້ນຄ້ວາບັນດາພື້ນຖານໂຄງລ່າງຊື່ງບັນດາວິສາຫະກິດຢາກລົງທຶນ. ເມື່ອກຳນົດໄດ້ບັນຊີລາຍຊື່ບຸລິມະສິດ ຕ້ອງລົງທຶນຢ່າງເດັດຂາດ. ຢາກປະຕິບັດຈຸດໝາຍດັ່ງກ່າວ ລັດຄວນສຸມໃສ່ລົງທຶນເຂົ້າຂົງເຂດກະສິກຳ, ຊາວກະສິກອນ ແລະ ຊົນນະບົດ.”
ທ່ານ ຢ່າງແຊວຜື ລັດຖະມົນຕີ, ຫົວຫນ້າຄະນະກຳມະການຊົນເຜົ່າໃຫ້ຮູ້ວ່າ: ໄລຍະ 3 ຂອງໂຄງການ 135 ຈະມີຈຸດໃຫມ່ຫລາຍຢ່າງເພື່ອໃຫ້ໂຄງການຜັນຂະຫຍາຍຢ່າງມີປະສິດທິຜົນກວ່າ. ຫນຶ່ງໃນບັນດາຈຸດໃຫມ່ນັ້ນແມ່ນໄລຍະເວລາປະຕິບັດບັນດານະໂຍບາຍໃນໂຄງການຕ້ອງຍາວກວ່າ, ປະມານ 5-10 ປີ, ເພື່ອໃຫ້ບັນດາທ້ອງຖິ່ນມີເວລາຜັນຂະຫຍາຍ, ນຳໃຊ້, ຕີລາຄາກ່ຽວກັບວິວັດທະນາການປະຕິບັດ. ທ່ານ ລັດຖະມົນຕີ ຢ່າງແຊວຜື ຢືນຢັນວ່າ:
“ຈຸດໃຫມ່ຂອງໂຄງການແມ່ນສືບທອດເນື້ອໃນຂອງໄລຍະ 2 ຊື່ງຄາດໝາຍໄດ້ວາງອອກແຕ່ບໍ່ທັນປະຕິບັດສຳເລັດ ຕ້ອງສືບຕໍ່ແກ້ໄຂ. ເນື້ອໃນໃຫມ່ອີກອັນຫນຶ່ງ ນັ້ນແມ່ນການບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ. ຢາກມີຄຸນນະພາບດີ, ຜັນຂະຫຍາຍນະໂຍບາຍເປັນຢ່າງດີແມ່ນອີງໃສ່ຖັນແຖວພະນັກງານຄຸ້ມຄອງ ”
ຄາດໝາຍຫລຸດຜ່ອນຄອບຄົວທຸກຍາກລົງເຫລືອພຽງ 5% ໃນປີ 2015 ຂອງຫວຽດນາມແມ່ນສິ່ງທ້າທາຍໃຫຍ່, ຮຽກຮ້ອງຕ້ອງມີການປ່ຽນແປງໂດຍພື້ນຖານນັບທັງກົນໄກນະໂຍບາຍ ແລະ ແຫລ່ງກຳລັງລົງທຶນ. ພ້ອມກັບບັນດາໝາກຜົນທີ່ບັນລຸໄດ້, ບັນດາຄວາມມານະພະຍາຍາມໃນການປະຕິບັດໄລຍະ 3 ຂອງໂຄງການ 135 ຈະສືບຕໍ່ປະກອບສ່ວນພັດທະນາເສດຖະກິດສັງຄົມຢູ່ບັນດາຕາແສງປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ເຂດຊົນເຜົ່າສ່ວນຫນ້ອຍ, ປະກອບສ່ວນເຂົ້າໃນກິດຈະການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກຢູ່ຫວຽດນາມຢ່າງແທດຈິງ.