(vovworld) – ”ບົດລາຍງານແຫ່ງຊາດຂອງຫວຽດນາມໄດ້ສະໜອງຂໍ້ມູນໃນທຸກຂົງເຂດ ຢ່າງຄົບຖ້ວນ, ຊີ້ແຈ້ງບັນດາຜົນງານຂອງຫວຽດນາມໃນ 4 ປີຜ່າມາ” ນັ້ນແມ່ນຂໍ້ສັງເກດລວມຂອງບັນດາປະເທດເຂົ້າຮ່ວມວາລະປະຊຸມກຸ່ມເຮັດວຽກກ່ຽວກັບບົດລາຍງານແຫ່ງຊາດພາຍໃຕ້ກົນໄກທົບທວນປະຈຳໄລຍະດ້ານສິດທິມະນຸດ (UPR) ຂອງສະພາສິດທິມະນຸດ ສະຫະປະຊາຊາດ (ສປຊ), ເຊິ່ງຫາກໍ່ດຳເນີນຢູ່ເຊີແນວ (ສະວິດ). ຕາມການຕີລາຄາລວມແລ້ວ, ບົດລາຍງານແຫ່ງຊາດຂອງຫວຽດນາມສະແດງໃຫ້ເຫັນລັກສະນະເຂັ້ມງວດ, ເປີດອົກເປີດໃຈ ແລະ ການຮ່ວມມືຢ່າງຕັ້ງໜ້າຂອງຫວຽດນາມ ໃນຂົງເຂດສິດທິມະນຸດ.
ຄະນະຜູ້ແທນຫວຽດນາມເຂົ້າຮ່ວມວາລະປະຊຸມຄັ້ງທີ 18 ກ່ຽວກັບ UPR
ຢູ່ສະພາສິດທິມະນຸດ ສປຊ
(ພາບ: TTXVN)
ກ່ອນອື່ນໝົດ, ການຮັບຮອງເອົາ ບົດລາຍງານແຫ່ງຊາດ ພາຍໃຕ້ກົນໄກທົບທວນປະຈຳໄລຍະ 2 ຂອງຫວຽດນາມ ຢູ່ເຊີແນວ (ສະວິດ), ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ການຕີລາຄາສູງຂອງປະຊາຄົມໂລກ ແລະ ສະພາສິດທິມະນຸດ ສປຊ ທີ່ມີຕໍ່ຫວຽດນາມ ໃນຂົງເຂດສິດທະມະນຸດ.
ບັນດາຜົນງານດ້ານມະນຸດສະທຳທີ່ບໍ່ອາດປະຕິເສດໄດ້
ຄວາມໄວ້ເນື້ອເຊື່ອໃຈນັ້ນ ແມ່ນອີງຕາມຜົນງານດ້ານສິດທິມະນຸດຢູ່ຫວຽດນາມ; ອີງຕາມການຮັບເອົາ ແລະ ການປະຕິບັນບັນດາຄວາມເຫັນປະກອບຂອງປະຊາຄົມໂລກ ເຊິ່ງ ກົນໄກທົບທວນປະຈຳໄລຍະ 1 (ສະພາສິດທິມະນຸດ ສປຊ) ຍົກອອກມາ, ເມື່ອປີ 2009.. ນັ້ນແມ່ນການປະຕິບັດ 96/123 ຂໍ້ສະເໜີ, ເຊິ່ງ ກົນໄກທົບທວນປະຈຳໄລຍະກຳນົດຢ່າງເຂັ້ມງວດ ແລະ ຕັ້ງໜ້າ. ໃນນັ້ນຕ້ອງເວົ້າເຖິງເລື່ອງປັບປຸງລະບົດກົດໝາຍ, ສ້າງ ແລະ ປະຕິບັດບັນດານະໂຍບາຍກ່ຽວກັບສິດທິມະນຸດ; ຍູ້ແຮງການລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ, ການພັດທະນາເສດຖະກິດຢ່າງໝັ້ນຄົງ, ການຮັບປະກັນຊີວິດສັງຄົມ, ຮັບປະກັນບັນດາສິດເສລີໂດຍພື້ນຖານຂອງປະຊາຊົນກວ່າອີກ.
ຍັງມີຜົນງານທີ່ພົ້ນເດັ່ນໜຶ່ງອີກ ນັ້ນແມ່ນເລື່ອງຫວຽດນາມ ຮັບຮອງເອົາລັດຖະທຳມະນູນປີ 2013, ໃນນັ້ນຂົງເຂດສິດທິມະນຸດ ໄດ້ຮັບການກຳນົດຢ່າງຄົບຖ້ວນ ແລະ ຮອບດ້ານກວ່າໃນລັດຖະທຳມະນູນ, ສ້າງປະຖົມປັດໃຈໃຫ້ບັນດານະໂຍບາຍ ແລະ ມາດຕະການຕ່າງໆ ເພື່ອແນໃສ່ປະຕິບັດສິດທິມະນຸດໃຫ້ດີກວ່າອີກ. ເລື່ອງເພີ່ມເຕີມ ແລະ ປະກາດໃຊ້ບັນດາເອກະສານກົດໝາຍໃໝ່ທີ່ມີຄວາມສຳຄັນຄື: ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍກຳມະບານ, ກົດໝາຍວ່າດ້ວຍການຮ້ອງທຸກ, ກົດໝາຍວ່າດ້ວຍການຟ້ອງຮ້ອງ, ກົດໝາຍວ່າດ້ວຍຄົນພິການ, ກົດໝາຍວ່າດ້ວຍທະນາຍຄວາມ… ນັ້ນ, ໄດ້ຊ່ວຍປັບປຸງກອບກົດໝາຍກ່ຽວກັບສິດທິມະນຸດຢູ່ຫວຽດນາມ ກວ່າອີກ. ກ່ຽວກັບເລື່ອງຮັບປະກັນບັນດາສິດໂດຍພື້ນຖານຂອງພົນລະເມືອງ, ບັນດາດັດຊະນີກ່ຽວກັບເສດຖະກິດ, ວັດທະນະທຳ - ສັງຄົມ, ການລົບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກ ເຊິ່ງຫວຽດນາມ ດຳເນີນໃນຫຼາຍຢີຜ່ານມານັ້ນ ໄດ້ບັນລຸຜົນງານທີຕັ້ງໜ້າ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ການພັດທະນາເສດຖະກິດ, ວັດທະນະທຳ - ສັງຄົມ ທີ່ຕິດພັນກັບການເບິ່ງແຍງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນນັບມື້ນັບດີກວ່າ.
ຄວາມໄວ້ເນື້ອເຊື່ອໃຈນັ້ນ ກໍ່ໄດ້ຮັບການສະແດງອອກ ຜ່ານຂໍ້ສັງເກດຂອງປະຊາຄົມໂລກນັບແຕ່ກ່ອນມາຮອດປະຈຸບັນ. ເລື່ອງບັນດາປະເທດອາຊຽນ ຊົມເຊີຍການປະກອບສ່ວນຂອງຫວຽດນາມເຂົ້າໃນການສ້າງຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການລະຫວ່າງລັດຖະບານອາຊຽນກ່ຽວກັບສິດທິມະນຸດ ແລະ ສະເໜີຫວຽດນາມສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດຖະແຫຼງການມະນຸດສະທຳອາຊຽນ, ແລະ ເລື່ອງຫວຽດນາມ ໄດ້ຮັບເລືອກເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2014-2016 ໃນວັນທີ 13/11/2013 ດ້ວຍຈຳນວນບັດສະໜັບສະໜູນສູງສຸດ, ກໍ່ຄືເລື່ອງນັກລາຍງານພິເສດຂອງ ສປຊ ກ່ຽວກັບສິດວັດທະນະທຳ, ທ່ານນາງ Farrida Sha – heed, ປະກອບຄຳເຫັນເມື່ອມາຢ້ຽມຢາມຫວຽດນາມໃນເດືອນ 12/2013 ວ່າ: ຂ້າພະເຈົ້າມີຄວາມປະທັບໃຈພິເສດຕໍ່ຄວາມກ້າວໜ້າກ່ຽວກັບການພັດທະນາເສດຖະກິດ, ການລົບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກຢູ່ບັນດາເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ ແລະ ຕີລາຄາສູງບັນດາຜົນງານ ເຊິ່ງຫວຽດນາມ ບັນລຸໄດ້ໃນການຮັບປະກັນ, ເສີມຂະຫຍາຍສິດວັດທະນະທຳໃຫ້ປະຊາຊົນທຸກຄົນນັ້ນ, ບໍ່ແມ່ນເລື່ອງບັງເອີນ”.
ການເຈລະຈາຢ່າງກົງໄປກົງມາ
ປະຊາຄົມໂລກມີທັດສະນະຢ່າງຖືກຕ້ອງ, ກົງໄປກົງມາ, ສັດຈະວິພາກ ແລະ ເຕັມໄປດ້ວຍລັກສະນະໃຈແຍກ, ຕີລາຄາ ກ່ຽວກັບການປະຕິບັດສິດທິມະນຸດຂອງຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ຍັງມີບາງຄຳເວົ້າທີ່ຂາດເຈດຕະນາດີກ່ຽວກັບສະພາບສິດທິມະນຸດຢູ່ຫວຽດນາມ. ດ້ວຍຈຸດປະສົງ ແລະ ສາຍເຫດທີ່ຕ່າງກັນ, ເຂົາເຈົ້າໄດ້ຊອກຫາວິທີຕຳໜິຕິຕຽນຫວຽດນາມ, ຫາກບໍ່ຮັບຮູ້ບັນດາຄວາມມານະພະຍາຍາມຂອງຫວຽດນາມໃນການຊຸກຍູ້ສິດທິມະນຸດ, ສິດເສລີຂອງປະຊາຊົນ, ການກະທຳດັ່ງກ່າວແມ່ນບໍ່ຍຸຕິທຳ. ເມື່ອໃຫ້ຂໍ້ສັງເກດ, ຕີລາຄາກ່ຽວກັບສິດທິມະນຸດຢູ່ຫວຽດນາມ ຄວນມີທັດສະນະພາວະວິໄສກວ່າ, ມີຄວາມເປັນຈິງກວ່າ ອີງຕາມແຕ່ລະປະເທດ, ຫາກບໍ່ໄດ້ຈັດວາງ ແລະ ມີທັດສະນະແບບອັດຕະວິໄສ.
ເລື່ອງຮັບຮອງເອົາບົດລາຍງານແຫ່ງຊາດ ພາຍໃຕ້ກົນໄກທົບທວນປະຈຳໄລຍະ 2 ຂອງຫວຽດນາມ, ອີກເທື່ອໜຶ່ງໄດ້ພິສູດໃຫ້ເຫັນລັກສະນະໂປ່ງໃສ, ຈິດໃຈເຈລະຈາຢ່າງກົງໄປກົງມາ, ຈິງໃຈ ແລະ ເຂັ້ມງວດຂອງຫວຽດນາມ.
ທ່ານນາງ Pratibha Mehta, ຜູ້ປະສານງານປະຈຳຂອງໂຄງການພັດທະນາ ສປຊ ຢູ່ຫວຽດນາມ, ໄດ້ປະກອບຄຳເຫັນວ່າ: “ຂ້າພະເຈົ້າດີໃຈຫຼາຍ, ເພາະວ່າລັດຖະບານຫວຽດນາມ ໄດ້ນຳໃຊ້ ກົນໄກທົບທວນປະຈຳໄລຍະ ເຊິ່ງສະພາສິດທິມະນຸດ ສປຊ ໄດ້ວາງອອກຢ່າງຖືກຕ້ອງ, ໝາຍຄວາມວ່ານຳໃຊ້ກົນໄກເຈລະຈາລະຫວ່າງທຸກເປົ້າໝາຍໃນສັງຄົມ ເພື່ອປຶກສາຫາລືບັນດາບັນຫາ ແລະ ການທ້າທາຍກ່ຽວກັບສິດທິມະນຸດ“. ນັ້ນແມ່ນຄວາມເປັນຈິງ.