Vladimir Ilyich Lenin
|
ປະຈຸບັນ, ຢູ່ຫວຽດນາມພວມດຳເນີນບັນດາການເຄື່ອນໄຫວສະຫຼຸບ 30 ປີແຫ່ງການປະຕິບັດ ກິດຈະການ ປ່ຽນແປງໃໝ່. ຫວນຄືນໄລຍະທາງແຫ່ງ ປະຫວັດສາດດ້ວຍບັນດາຜົນງານທີ່ສຳຄັນ, ບັນດານັກທິດສະດີຢູ່ຫວຽດນາມຖືວ່າ ຫວຽດນາມບໍ່ອາດປ່ຽນແປງໃໝ່ຢ່າງສຳເລັດຜົນຖ້າຫາກ ບໍ່ໝູນໃຊ້ ນະໂຍບາຍເສດຖະກິດໃໝ່ຂອງ ເລນິນຢ່າງມີຫົວຄິດປະດິດສ້າງ.
ໂດຍຫວນຄືນວິວັດທະນາການປ່ຽນແປງໃໝ່, ຊາວຫວຽດນາມທັງຫຼາຍບໍ່ອາດຫຼົງລືມໄລຍະໜຶ່ງທີ່ຍາວນານຊຶ່ງຖືກເອີ້ນວ່າ “ ໄລຍະເກື້ອກູນ”. ຕະຫຼອດຊຸມປີ 1970 ມາຮອດປີ 1986, ກຳມະສິດເອກະຊົນຖືກສູນຫາຍໄປ ແລະ ຖືກທົດແທນດ້ວຍກຳມະສິດແຫ່ງລັດ ແລະ ກຳມະສິດລວມໝູ່. ຜົນພາຍຫຼັງທີ່ຕ້ອງເປັນໄປ ແມ່ນການຜະລິດກະສີກຳຖືກອຶດອາດຊັກຊ້າ, ສະພາບຂາດແຄນສະບຽງອາຫານເກີດຂຶ້ນຢ່າງຕໍ່ເນື່ອງ. ບັນດາໂຮງຈັກໂຮງງານຖືກຕົກຢູ່ໃນສະພາບຫຼຸບທຶນ. ການຈໍລະຈອນ, ແຈຍຢາຍສິນຄ້າຖືກຢຸດສະງັກ, ຕະຫຼາດຂາດຄວາມສະຫງົບໝັ້ນທ່ຽງ. ເງິນເຟີ້ບັນລຸລະດັບສູງ ແລະ ແກ່ຍາວດ້ວຍດັດຊະນີເພີ່ມລາຄາຂາຍຍ່ອຍທັງປີ 1986 ແມ່ນ 774,7%. ຊີວິດການເປັນຢູ່ປະຊາຊົນທຸກຊັ້ນວັນນະປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ປະກົດການຫຍໍ້ທໍ້ໃນສັງຄົມແຜ່ລາມອອກສູ່ວົງກ້ວາງ.
ຄວາມຮັບຮູ້ກ່ຽວກັບນະໂຍບາຍເສດຖະກິດໃໝ່ຂອງ ເລນິນ
ດ້ວຍຈິດໃຈ “ ໄປຕົງສູ່ຄວາມຈິງ”, ກອງປະຊຸມໃຫຍ່ຄັ້ງທີ 6 ຂອງພັກກອມມູນິດຫວຽດນາມເມື່ອເດືອນ 12 /1986 ໄດ້ມີການຕົກລົງຢ່າງຖືກຕ້ອງກ່ຽວກັບໄລຍະຂ້າມຜ່ານກ້າວຂຶ້ນສູ່ສັງຄົມນິຍົມ. ພັກໄດ້ຮັບຮູ້ກ່ຽວກັບການໝູນໃຊ້ ແລະ ພັດທະນາບັນດາແນວຄິດທິດສະດີຂອງເລນິນກ່ຽວກັບນະໂຍບາຍເສດຖະກິດໃໝ່, ກ່ອນອື່ນໝົດ ແມ່ນຍອມຮັບຮູ້ກ່ຽວກັບການຄົງຕົວໂດຍພາວະວິໃສຂອງພື້ນຖານເສດຖະກິດສິນຄ້າຫຼາຍພາກສ່ວນ. ປີ 1979, ຫວຽດນາມໄດ້ເຊີນບັນດາສະມາຊິກສະພາມະຫາບັນດິດ, ສາດສະດາຈານດອກເຕີຂະແໜງເສດຖະກິດແຖວໜ້າຂອງສະຫະພາບໂຊຫວຽດ (ສະຫະພັນລັດເຊຍປະຈຸບັນ) ມາຖ່າຍທອດກ່ຽວກັບນະໂຍບາຍເສດຖະກິດໃໝ່ໃຫ້ແກ່ບັນດາພະນັກ ງານຊັ້ນກາງ, ຊັ້ນສູງ. ມາຮອດທ້າຍເດືອນ 12/1982, ພາຍໃຕ້ການຊີ້ນຳຂອງທ່ານປະທານສະພາແຫ່ງຊາດ ເຈືອງຈິງ , ກຸ່ມນັກຄົ້ນຄ້ວາກ່ຽວກັບນະໂຍບາຍເສດຖະກິດໃໝ່ຂອງຫວຽດນາມໄດ້ຮັບການສ້າງຕັ້ງຂຶ້ນ. ນັກຊ່ຽວຊານເສດຖະກິດ ວໍ້ດ້າຍເຫຼືອກ ຊຶ່ງແມ່ນໜຶ່ງໃນບັນດາສະມາຊິກສັງກັດກຸ່ມນັກຄົ້ນຄ້ວາກ່ຽວກັບນະໂຍບາຍເສດຖະກິດໃໝ່ ໄລຍະນັ້ນ ເລົ່າຄືນສູ່ຟັງວ່າ :
“ ໄລຍະທຳອິດຂອງກິດຈະການປ່ຽນແປງໃໝ່, ເມື່ອຫັນຈາກພື້ນຖານເສດຖະກິດແບບວາງແຜນໄປສູ່ການພົວພັນສິນຄ້າ-ເງິນຕານັ້ນ, ນະໂຍບາຍເສດຖະກິດໃໝ່ແມ່ນສຳຄັນທີ່ສຸດ ດ້ວຍ 2 ແນວຄິດຕົ້ນຕໍ. ທີ 1 ແມ່ນການພັດທະນາການພົວພັນສິນຄ້າ, ເງິນຕາ. ທີ 2 ແມ່ນນຳໃຊ້ລັດທິທຶນນິຍົມແຫ່ງລັດເພື່ອພັດທະນາເສດຖະກິດ. ໃນໄລຍະປະຫວັດສາດນັ້ນ, ຖ້າຫາກພວກເຮົານຳໃຊ້ 2 ທັດສະນະເສດຖະກິດສິນຄ້າເພື່ອປະຕິເສດພື້ນຖານເສດຖະກິດແບບວາງແຜນນັ້ນ, ຖ້າຫາກບໍ່ແມ່ນຂອງ ເລນິນ, ທັດສະນະນັ້ນ ແນ່ນອນວ່າ ຈະບໍ່ໄດ້ຮັບຄວາມຍິນຍອມເຫັນດີ ”
ສາດສະດາຈານດອກເຕີ ເຈີນຫງອກຮຽນ ອະດີດຮອງຜູ້ອຳນວຍການສະຖາບັນການເມືອງ - ການປົກຄອງແຫ່ງຊາດໂຮ່ຈິມິນ ຊຶ່ງແມ່ນຜູ້ໄດ້ສະຫງວນເວລາຢ່າງຫຼວງຫຼາຍເພື່ອຄົ້ນຄ້ວາ ນະໂຍບາຍເສດຖະກິດໃໝ່ຂອງ ເລນິນ ພັດຖືວ່າ:
“ ຈາກປະເທດຫຼ້າຫຼັງເພື່ອກ້າວຂຶ້ນເຊັ່ນນັ້ນ, ນະໂຍບາຍເສດຖະກິດໃໝ່ແມ່ນທິດກ້າວເດີນ ແລະ ບໍ່ມີເສັ້ນທາງໃດນອກເໜືອຈາກເສັ້ນທາງນີ້. ນັ້ນແມ່ນການຫັນໄປສູ່ເສດຖະກິດຕະຫຼາດ, ແຕ່ສິ່ງທີ່ຫຍຸ້ງຍາກກ່ວາໝູ່ ນັ້ນແມ່ນຕ້ອງໄປທັນ ແລະ ທັດທຽມລະດັບຄວາມກ້າວໜ້າໃນໂລກ. ພາຍຫຼັງຄວາມຫຍຸ້ງຍາກໃນເບື້ອງຕົ້ນ, ກໍມີບາງປະເທດອື່ນຄື ຈີນ, ຫວຽດນາມ, ແລະ ບັນດາປະເທດເອີລົບຕາເວັນອອກ ຫັນໄປສູ່ ເສດຖະກິດຕະຫຼາດ. ບັນຫາແມ່ນຢູ່ບ່ອນວ່າ ຕ້ອງໝູນໃຊ້ເສັ້ນທາງນີ້ຄືແນວໃດ ແມ່ນສິ່ງທ້າທາຍໜັກກ່ວາໝູ່ສຳລັບບັນດາພັກກຳອຳນາດ ”
ໝູນໃຊ້ຢ່າງມີຫົວຄິດປະດິດສ້າງເພື່ອພັດທະນາ
ສຸມກຳລັງແຮງພັດທະນາກະສິກຳ, ຖືກະສິກຳແມ່ນຂົງເຂດແຖວໜ້າ, ພັດທະນາພື້ນຖານເສດຖະກິດ ຫຼາຍພາກສ່ວນຢ່າງແຮງ, ປະຕິບັດຕາມກົນໄກຕະຫຼາດ, ຕາມກຳນົດທິດສັງຄົມນິຍົມ; ຮັບຮູ້ການຄົງຕົວພາວະວິໄສບັນດາພາກສ່ວນເສດຖະກິດດ້ວຍການປະສົມປະສານບັນດາຮູບການກຳມະສິດ, ເອົາໃຈໃສ່ຕໍ່ຜົນປະໂຫຍດທີ່ແທດຈິງຂອງຜູ້ອອກແຮງງານ…..ນັ້ນແມ່ນການໝູນໃຊ້ຂອງພັກກອມມູນິດ ຫວຽດນາມບົນພື້ນຖານນະໂຍບາຍເສດຖະກິດໃໝ່ຂອງ Lenin. ບໍ່ພຽງແຕ່ເທົ່ານັ້ນ, ແນວຄິດຂອງນະໂຍບາຍເສດຖະກິດໃໝ່ຍັງໄດ້ຮັບການພັດທະນາ, ເປີດກວ້າງຢູ່ລະດັບສູງໃໝ່ຈາກພັກກອມມູນິດ ຫວຽດນາມ. ນັກຊ່ຽວຊານເສດຖະກິດ ຫວໍ້ດ້າຍເລືອກ ຖືວ່າ:
“ປະຈຸບັນ, ພວກເຮົາໄດ້ກ້າວໄປໄກກວ່າເນື້ອໃນທັງໝົດຂອງນະໂຍບາຍເສດຖະກິດໃໝ່. ຮອດສົກປີ 1989 – 1990, ພວກເຮົາໄດ້ຍອມຮັບວ່າ ບໍ່ແມ່ນເສດຖະກິດສິນຄ້າ, ຫາກນັ້ນແມ່ນເສດຖະກິດການຕະຫຼາດ, ຍົກຂຶ້ນສູ່ ລະດັບສູງກວ່າ. ທີສອງແມ່ນ, ພວກເຮົາໄດ້ເປີດປະຕູ, ເຊື່ອມໂຍງເຂົ້າກັບສາກົນ. ສ່ວນທັດສະນະຂອງເລນິນ ພຽງແຕ່ແມ່ນເລື່ອງນຳໃຊ້ລັດທິທຶນນິຍົມໃນການສຳປະທານ….ແຕ່ນະໂຍບາຍເສດຖະກິດໃໝ່ກໍແມ່ນສິ່ງເພື່ອລົບລ້າງກົນໄກຄຳສັ່ງ, ອາດຍາສິດ, ເກື້ອກູນ, ເປີດຊອງທາງໃຫ້ແກ່ບັນດາທັດສະນະໃໝ່. ມັນແມ່ນສິ່ງທີ່ບັນດານັກກອມມູນິດອາດຈະຮັບຮູ້ໄດ້ຢູ່ໃນໄລຍະເບື້ອງຕົ້ນຂອງກິດຈະການປ່ຽນແປງໃໝ່”.
ກິດຈະການປ່ຽນແປງໃໝ່ຢູ່ ຫວຽດນາມ ໄດ້ຜ່ານໄລຍະທາງທີ່ຍາວໄກຄືເກືອບ 30ປີ. ເພື່ອບັນລຸໄດ້ບັນດາໝາກຜົນທີ່ິຍິ່ງໃຫຍ່ຄືປະຈຸບັນນີ້, ບັນດານັກທິດສະດີຢູ່ຫວຽດນາມລ້ວນແຕ່ເຫັນດີເປັນເອກະສັນກັນຖືວ່ານະໂຍບາຍເສດຖະກິດໃໝ່ຂອງເລນິນມີຄວາມໝາຍອັນສຳຄັນຍິ່ງສຳລັບຫວຽດນາມໃນໄລຍະເບື້ອງຕົ້ນຂອງກິດຈະການປ່ຽນແປງໃໝ່ໂດຍຫັນຈາກອັນເກົ່າໄປສູ່ອັນໃໝ່ດ້ວຍຄວາມຫຍູ້ງຍາກຫຼາຍຢ່າງ.