ອັງກິດ - ອາເມລິກາ ເຊັນຖະແຫຼງການມະຫາສະໝຸດອັດລັງຕິກ: ກາລະໂອກາດປັບປຸງສານພົວພັນພິເສດ

(VOVWORLD) - ຖະແຫຼງການບໍ່ພຽງແຕ່ກຳນົດສະພາບການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດໃນໄລຍະຈະມາເຖິງເທົ່ານັ້ນ ຫາກຍັງເປັນການພິສູດໃຫ້ເຫັນການພົວພັນລະຫວ່າງ ອັງກິດ - ອາເມລິກາ ພວມໄດ້ຮັບການປົວແປງໃຫ້ດີຂຶ້ນ
ອັງກິດ - ອາເມລິກາ ເຊັນຖະແຫຼງການມະຫາສະໝຸດອັດລັງຕິກ: ກາລະໂອກາດປັບປຸງສານພົວພັນພິເສດ - ảnh 1ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ແລະ ທ່ານປະທານາທິບໍດີ Joe Biden
(ພາບ: The Guardian)

        ການໄປປະຕິບັດງານເປັນຄັ້ງທຳອິດຢູ່ ອາເມລິກາ ຂອງທ່ານ Rishi Sunak ໃນຖານະຕຳແໜ່ງນາຍົກລັດຖະມົນຕີ ອັງກິດ ໃນວັນທີ 07-08 ມິຖຸນາ ຜ່ານມາ ໄດ້ຮັບໝາກຜົນທີ່ໜ້າຊື່ນຊົມ ເມື່ອ 2 ຝ່າຍໄດ້ເຊັນຖະແຫຼງການມະຫາສະໝຸດອັດລັງຕິກ. ຖະແຫຼງການບໍ່ພຽງແຕ່ກຳນົດສະພາບການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດໃນໄລຍະຈະມາເຖິງເທົ່ານັ້ນ ຫາກຍັງເປັນການພິສູດໃຫ້ເຫັນການພົວພັນລະຫວ່າງ ອັງກິດ - ອາເມລິກາ ພວມໄດ້ຮັບການປົວແປງໃຫ້ດີຂຶ້ນ ພາຍຫຼັງໄລຍະຍາວຖືກຜົນສະທ້ອນຈາກນະໂຍບາຍການຕ່າງປະເທດພາຍໃຕ້ສະໄໝຂອງທ່ານປະທານາທິບໍດີ Donald Trump ແລະ ວິວັດການ ອັງກິດ ຖອນຕົວອອກຈາກສະຫະພາບ ເອີລົບ (ອີຢູ).

        ປະຈຸບັນ, ອາເມລິກາ ພວມແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ອັງກິດ (ກວມເອົາ 16,3% ຍອດມູນຄ່າການແລກປ່ຽນການຄ້າຕ່າງປະເທດ). ກົງກັນຂ້າມ, ອັງກິດ ແມ່ນຄູ່ຄ້າໃຫຍ່ອັນດັບທີ 7 ຂອງ ອາເມລິກາ. ຍອດວົງເງິນການຄ້າສິນຄ້າ ແລະ ການບໍລິການລະຫວ່າງ ອັງກິດ ແລະ ອາເມລິກາ ໃນປີ 2022 ບັນລຸປະມານ 350 ຕື້ USD.

ບັນດາຂໍ້ຕົກລົງດ້ານເສດຖະກິດຂະໜາດນ້ອຍ

        ດ້ວຍຖະແຫຼງການມະຫາສະໝຸດອັດລັງຕິກ, ອັງກິດ ແລະ ອາເມລິກາ ໄດ້ເຫັນດີຊຸກຍູ້ການພົວພັນດ້ານການຄ້າໃນບັນດາຂົງເຂດຫຼັກແຫຼ່ງ, ຄື: ປັນຍາປະດິດ (AI), ໂທລະຄົມມະນາຄົມ 5G ແລະ 6G, ເຕັກໂນໂລຊີຊີວະ… ດ້ວຍຄຳໝັ້ນສັນຍາຫຼຸດຜ່ອນບັນດາຮົ້ວກີດຂວາງການອາລັກຂາ, ຮັດແໜ້ນການພົວພັນດ້ານປ້ອງກັນຊາດ ແລະ ການຮ່ວມມືໃນການປົກປ້ອງແຫຼ່ງຂໍ້ມູນ. ນອກຈາກນັ້ນ, ຖະແຫຼງການມະຫາສະໝຸດອັດລັງຕິກ ກໍ່ເຕື້ອງເຖິງເລື່ອງຫຼຸດຜ່ອນຜົນກະທົບຂອງກົດໝາຍວ່າດ້ວຍການຫຼຸດຜ່ອນໄພເງິນເຟີ້ ເຊິ່ງທ່ານປະທານາທິບໍດີ Joe Biden ເຊັນປະກາດໃຊ້ໃນເດືອນ ສິງຫາ ປີ 2022. ຜ່ານຂໍ້ຕົກລົງກ່ຽວກັບແຮ່ທາດທີ່ສຳຄັນ, ອາເມລິກາ ອະນຸຍາດໃຫ້ບັນດາໂຮງງານຜະລິດລົດໂອໂຕໄຟຟ້າຂອງ ອັງກິດ ນຳໃຊ້ຖ່ານໂດຍ ອັງກິດ ຜະລິດ ຫຼື ຜະລິດຕະພັນມີຕົ້ນກຳເນີດຈາກບັນດາປະເທດເຊິ່ງ ອາເມລິກາ ມີຂໍ້ຕົກລົງກັນກ່ຽວກັບແຮ່ທາດທີ່ສຳຄັນ, ຊ່ວຍລະບົບສະໜອງລົດໄຟຟ້າຂອງ ອັງກິດ ໄດ້ຮັບຜົນປະໂຫຍດ. ພ້ອມກັນນັ້ນ, ທ່ານປະທານາທິບໍດີ Joe Biden ກໍ່ໃຫ້ຄຳໝັ້ນສັນຍາ ຮຽກຮ້ອງໃຫ້ສະພາສູງ ອາເມລິກາ ອະນຸມັດຜ່ານເລື່ອງ ອັງກິດ ແມ່ນ “ແຫຼ່ງສະໜອງພາຍໃນ” ຕາມກົດໝາຍວ່າດ້ານການຊື້ຂາຍດ້ານປ້ອງກັນຊາດຂອງ ອາເມລິກາ, ຊ່ວຍຊຸກຍູ້ການຮ່ວມມືດ້ານເຕັກນິກການທະຫານລະຫວ່າງ 2 ປະເທດຢ່າງໄວ ແລະ ບັນລຸປະສິດທິຜົນກວ່າ.

        ຕາມນັກໄຈ້ແຍກແລ້ວ, ຖະແຫຼງການມະຫາສະໝຸດອັດລັງຕິກ ກໍ່ຄ້າຍຄືກັບຂໍ້ຕົກລົງເສດຖະກິດຂະໜາດນ້ອຍຫຼາຍສະບັບ. ເຖິງຢ່າງໃດກໍ່ຕາມ, ລັກສະນະເປັນສັນຍາລັກນີ້ມີຄວາມສຳຄັນຍິ່ງ. ທ່ານນາຍົກລັດຖະມົນຕີ ອັງກິດ Sunak ໄດ້ຍ້ອງຍໍຖະແຫຼງການນີ້ວ່າເປັນ “ການພົວພັນຄູ່ຮ່ວມມືເສດຖະກິດໃໝ່ ໃຫ້ແກ່ຍຸກສະໄໝໃໝ່, ເປັນຮູບແບບໜຶ່ງທີ່ບໍ່ເຄີຍມີມາກ່ອນ”. ພ້ອມກັນນັ້ນ, ທ່ານກໍ່ຢືນຢັນວ່າ ຂໍ້ຕົກລົງດັ່ງກ່າວຈະນຳມາເຊິ່ງຜົນປະໂຫຍດໃຫ້ບັນດາບໍລິສັດຂອງ ອັງກິດ, ຕອບສະໜອງບັນດາກາລະໂອກາດ ແລະ ສິ່ງທ້າທາຍລະອຽດ ເຊິ່ງປະເທດນີ້ຕ້ອງປະເຊີນໜ້າໃນປະຈຸບັນ ແລະ ໃນອະນາຄົດ.

ກາລະໂອກາດປັບປຸງສາຍພົວພັນແບບພິເສດ

        ຖະແຫຼງການມະຫາສະໝຸດອັດລັງຕິກ ໄດ້ຮັບການສັງເກດວ່າແມ່ນຂໍ້ຕົກລົງເປັນບາດລ້ຽວ, ນຳ ອັງກິດ ເຂົ້າສູ່ວົງຈອນເສດຖະກິດຂອງ ອາເມລິກາ ແລະ ສ້າງຂີດໝາຍຟື້ນຟູການພົວພັນ 2 ຝ່າຍຄືນໃໝ່. ຖະແຫຼງການໄດ້ຍົກອອກມາພາຍຫຼັງ ອັງກິດ ປະລະຄວາມຫວັງກ່ຽວກັບຂໍ້ຕົກລົງດ້ານການຄ້າເສລີຮອບດ້ານກັບ ອາເມລິກາ. ຕາມບັນດາເຈົ້າໜ້າທີ່ ອັງກິດ ແລ້ວ, ວິທີສຳຜັດໃໝ່ນີ້ແນໃສ່ສ້າງປະຕິກິລິຍາຕໍ່ບັນດາສິ່ງທ້າທາຍທົ່ວໂລກໃຫ້ເປັນຢ່າງດີກວ່າເກົ່າ.

        ເຖິງຢ່າງໃດກໍ່ຕາມ, ກໍ່ມີຄຳຕຳໜິຕິຕຽນຢ່າງດຸເດືອດຈາກບັນດາພັກຝ່າຍຄ້ານຂອງ ອັງກິດ ກ່ຽວກັບ “ຖະແຫຼງການມະຫາສະໝຸດອັດລັງຕິກ” ແມ່ນບໍ່ມີນ້ຳໜັກດ້ານເສດຖະກິດ, ການເມືອງ, ບໍ່ສົມກັບລະດັບການພົວພັນຮ່ວມສຳພັນທະມິດທີ່ເປັນມູນເຊື້ອພິເສດລະຫວ່າງ ອັງກິດ ແລະ ອາເມລິກາ. ແຕ່ໃນຈຸດເວລາທີ່ທຸກນະໂຍບາຍຂອງອຳນາດການປົກຄອງ ອາເມລິກາ ໃນປະຈຸບັນລ້ວນແຕ່ໄດ້ສ້າງຂຶ້ນບົນພື້ນຖານຖືຜົນປະໂຫຍດຂອງ ອາເມລິກາ ຢູ່ເໜືອກວ່າສິ່ງໃດໝົດ, ເລື່ອງ ອັງກິດ ໄດ້ຮັບມອບບັນດາສິດພິເສດໃດໜຶ່ງໃນການພົວພັນດ້ານເສດຖະກິດກັບ ອາເມລິກາ ກໍ່ອາດເບິ່ງຄືວ່າແມ່ນສິ່ງທີ່ບໍ່ແມ່ນງ່າຍດາຍທີ່ຈະມີໄດ້; ຊີ້ໃຫ້ເຫັນເລື່ອງ ອາເມລິກາ ຍັງຖືການພົວພັນກັບ ອັງກິດ ເປັນສຳຄັນເມື່ອທຽບໃສ່ກັບປະເທດພັນທະມິດອື່ນຂອງ ອາເມລິກາ.

        ໝາກຜົນການຢ້ຽມຢາມ ອາເມລິກາ ກໍ່ຢືນຢັນຖະແຫຼງການຂອງທ່ານນາຍົກລັດຖະມົນຕີ ອັງກິດ R.Sunak ທີ່ວ່າ: ການພົວພັນລະຫວ່າງ ອັງກິດ - ອາເມລິກາ ແມ່ນການພົວພັນສຳພັນທະມິດທີ່ບໍ່ອາດຂາດໄດ້ ເມື່ອ 2 ປະເທດພ້ອມກັນແບ່ງປັນຄວາມໄວ້ເນື້ອເຊື່ອໃຈ, ເດີນຕາມຈຸດປະສົງດຽວກັນ ແລະ ການກະທຳທີ່ມີແນວຄວາມຄິດດຽວກັນ. ການນຳ ອັງກິດ ເຊື່ອໝັ້ນວ່າ ດ້ວຍວິທີສົມທົບບັນດາແຫຼ່ງກຳລັງດ້ານເສດຖະກິດທີ່ກວ້າງໃຫຍ່ ແລະ ແບ່ງປັນວິຊາສະເພາະ, 2 ປະເທດຈະພັດທະນາເສດຖະກິດ, ສ້າງວຽກເຮັດງານທຳ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນໃນໄລຍະຍາວ.

        ການພົວພັນສຳພັນທະມິດລະຫວ່າງ ອັງກິດ - ອາເມລິກາ ເຄີຍຜ່ານຜ່າຄວາມທົດສອບໃນສະໄໝຂອງທ່ານປະທານາທິບໍດີ Donand Trump ແລະ ວິວັດການອັງກິດ ຖອນຕົວອອກຈາກ ອີຢູ. ແຕ່ມາຮອດປະຈຸບັນ, ດ້ວຍໝາກຜົນຂອງການຢ້ຽມຢາມ ອາເມລິກາ ຂອງທ່ານນາຍົກລັດຖະມົນຕີ ອັງກິດ R.Sunak, ວໍຊິງຕັນ ແລະ ລອນດອນ ໄດ້ພິສູດໃຫ້ເຫັນວ່າ ການພົວພັນລະຫວ່າງ 2 ປະເທດຍັງເຂັ້ມແຂງຢູ່, ຈະມີບາດກ້າວພັດທະນາໃໝ່ໃນໂລກທີ່ນັບມື້ນັບມີການຜັນແປຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ