ອົງການນັກຂ່າວໄຮ້ພົມແດນຫາກໍ່ປະກາດ “ດັດຊະນີສິດເສລີດ້ານການສື່ສານປີ 2013“ ຊື່ງໃນນັ້ນມີບັນດາຖ້ອຍທຳນອງຜິດເຂວກ່ຽວກັບສະພາບເສລີດ້ານການສື່ສານຢູ່ຫວຽດນາມ. ອີກເທື່ອໜຶ່ງ, ອົງການນີ້ພັດມີບັນດາການກະທຳຕູ່ຫາ ແລະ ເສກສັນປັ້ນແຕ່ງກ່ຽວກັບສິດເສລີດ້ານສື່ສານຢູ່ຫວຽດນາມ.
(ພາບປະກອບ:rfa.org)
ບົດລາຍງານ “ດັດຊະນີສິດເສລີດ້ານສື່ສານປີ 2013““ ທີ່ຖືກປະກາດເມື່ອວັນທີ 30/1/2013 ຂອງອົງການນັກຂ່າວໄຮ້ພົມແດນ (Reporters sans frontiers-RSF) ໄດ້ຖືວ່າ: ສິດເສລີດ້ານສື່ສານຢູ່ຫວຽດນາມ ແມ່ນ “ບໍ່ມີສັນຍານໄດ້ຮັບການປັບປຸງ“, ປະຊາຊົນ “ບໍ່ມີສິດເສລີໃນການສຳພັດກັບຂໍ້ມູນຂ່າວສານ“. ພ້ອມກັບການປະກາດບົດລາຍງານ, RSF ໄດ້ສວຍໃຊ້ບາງອົງການສື່ມວນຊົນທີ່ບໍ່ມີເຈດຕະນາດີກັບຫວຽດນາມ ຈັດການສຳພາດເພື່ອເຮັດໃຫ້ບົດລາຍງານດັ່ງກ່າວເລິກເຊິ່ງຂຶ້ນຕື່ມ. ພົ້ນເດັ່ນແມ່ນທ່ານ Benjamin Ismail ຜູ້ອຳນວຍການຮັບຜິດຊອບພາກພື້ນອາຊີ-ປາຊີຟິກຂອງ RSF ໃນການຕອບສຳພາດຜ່ານທາງສະຖານີວິທະຍຸກະຈາຍສຽງແຫ່ງສະຫະລັດອາເມລິກາ (VOA) ພາກພາສາຫວຽດນາມ ເມື່ອວັນທີ 30/1/2013 ໄດ້ເວົ້າວ່າ: ສະພາບເສລີດ້ານສື່ສານຢູ່ຫວຽດນາມ ພວມຊົ່ວຮ້າຍລົງ ແລະ ໄດ້ຍົກຕົວຢ່າງກ່ຽວກັບ blogger 12 ຄົນ, ນັກເຄື່ອນໄຫວສາສະໜາຄຼິດ ແລະ ຂ່າວປະເສີດ 14 ທ່ານຖືກນຳຂຶ້ນສານພິພາກສາໃນປີ 2012 ເພື່ອຕູ່ຫາລັດຫວຽດນາມ ໄດ້ “ເພີ່ມທະວີການປາບປາມສິດເສລີດ້ານສື່ສານ, ສິດເສລີໃນການປາກເວົ້າ“.
ບັນຫາແມ່ນຢູ່ບ່ອນວ່າ RSF ແລະ ທ່ານ Benjamin Ismail ຜູ້ອຳນວຍການຮັບຜິດຊອບພາກພື້ນອາຊີ-ປາຊີຟິກຂອງ RSF ໄດ້ຕັ້ງໃຈປະລະເນື້ອໃນບັນດາບົດກ່າວໂທດດ້ວຍບັນດາຂໍ້ມູນຫຼັກຖານຢ່າງລະອຽດ, ຄົບຖ້ວນ ແລະ ຊັດເຈນກ່ຽວກັບການກະທຳລະເມີດກົດໝາຍຫວຽດນາມ ຂອງບັນດາເປົ້າໝາຍຊື່ງເຂົາເຈົ້າໄດ້ເຕື້ອງເຖິງ. ວິທີເຊິ່ງ RSF ເຄີຍປະຕິບັດນັບແຕ່ດົນນານມາແລ້ວເພື່ອມີ “ບົດລາຍງານ“ “ບົດຍື່ນສະເໜີ“ ນັ້ນໄດ້ສະແດງໃຫ້ເຫັນວ່າເຂົາເຈົ້າໄດ້ເມີນເສີຍຕໍ່ບັນດາຂໍ້ມູນ ແລະ ຕົວເລກທາງການກ່ຽວກັບສິດເສລີດ້ານສື່ສານຢູ່ຫວຽດນາມ. RSF ບໍ່ໄດ້ຈັດຕັ້ງການຄົ້ນຄ້ວາ, ສຳຫຼວດຕົວຈິງຢູ່ຫວຽດນາມ, ພຽງແຕ່ຍົກອອກຕາຕະລາງສຳຫຼວດລວມມີ 80 ຄຳຖາມ, ທີ່ເກັບກຳຂ່າວແຕ່ຝ່າຍດຽວ, ຊ້ຳບໍ່ໜແມ່ນຂ່າວທີ່ເສັກສັນປັ້ນແຕ່ງຈາກເວັບໄຊ, blog ຈຳນວນໜຶ່ງຂອງບັນດາອິດທິກຳລັງທີ່ເປັນປໍລະປັກ, ທີ່ຕ້ານທຳລາຍຫວຽດນາມ, ແລ້ວສຳພາດບຸກຄົນຈຳນວນໜຶ່ງທີ່ບໍ່ມີເຈດຕະນາດີກັບຫວຽດນາມ, ຈາກນັ້ນໄດ້ຍົກອອກອັນທີ່ເອີ້ນວ່າ “ບົດລາຍການປະຈຳປີ“.
ສື່ສິ່ງພິມຂາຍຢູ່ຫວຽດນາມ
(ພາບ:radioaustralia.net.au)
ນີ້ບໍ່ແມ່ນຄັ້ງທຳອິດທີ່ RSF ໄດ້ອອກສຽງເສກສັນປັ້ນແຕ່ງສະພາບເສລີດ້ານສື່ສານຢູ່ຫວຽດນາມ ແລະ ຄວາມຈິງແລ້ວ, RSF ເຄື່ອນໄຫວບໍ່ແມ່ນເພື່ອສິດຜົນປະໂຫຍດຂອງບັນດານັກຂ່າວ. RSF ເຄີຍຖືກກ່າວປະນາມວ່າໄດ້ຮັບເງິນນັບແສນໂດລາສະຫະລັດຈາກບັນດາອົງການ
ປໍລະປັກພັດຖິ່ນຊາວເຊື້ອຊາດກູຍບາ ແລະ ບັນດາອົງການປະຕິການຜົດຖິ່ນເຊື້ອຊາດກູຍບາ ແລະ ບາງອົງການຝ່າຍຄ້ານຢູ່ເວເນຊູເອລາ ເພື່ອດຳເນີນບັນດາບັ້ນໂຄສະນາຕ້ານລັດກູຍບາ ແລະ ລັດຖະບານຂອງປະທານາທິບໍດີ Hugo Chavez ໃນວິກິດການດ້ານການເມືອງຢູ່ເວເນຊູເອລາ ເມື່ອເດືອນ 4/2002. RSF ຍັງຮັບເງິນຈາກບັນດາອົງການຈັດຕັ້ງ, ສ່ວນບຸກຄົນເພື່ອເຂົ້າຮ່ວມບັນດາການເຄື່ອນໄຫວໂຄ່ນລົ້ມປະທານາທິບໍດີຮາຍຕີ J.B.Aristide ໃນວິກິດການດ້ານການເມືອງຢູ່ປະເທດນີ້ເມື່ອປີ 2004. ວັດຈະນານຸກົມ Wikipedia ກໍ່ໃຫ້ຮູ້ວ່າ: “ຕາມການສືບສວນຂອງນັກຂ່າວສອງຄົນສັງກັດວິທະຍຸ ແລະ ໂທລະພາບແຫ່ງລັດ WDR-ເຢຍລະມັນ, ອົງການນັກຂ່າວໄຮ້ພົມແດນໄດ້ຮັບການສະໜັບສະໜູນຫຼາຍຢ່າງຈາກເສດຖີເງິນຕື້ຊາວອາເມລິກາ Geogre Soros ຜູ້ທີ່ເຄີຍສະໜັບສະໜູນກຳມະບານ Solidarnos’c’ ຈຳນວນເງິນນັບລ້ານໂດລາສະຫະລັດ, ຈາກກອງທຶນແຫ່ງຊາດໜູນຊ່ວຍປະຊາທິປະໄຕ (National Endowment for Democracy), ຊື່ງແມ່ນອົງການທີ່ມີ 90% ງົບປະມານແມ່ນມາຈາກງົບປະມານແຫ່ງສະຫະລັດອາເມລິກາ ແລະ ຂຶ້ນກັບກະຊວງການຕ່າງປະເທດອາເມລິກາ“.
ຕ້ອງຢັງຢືນຢ່າງຈະແຈ້ງວ່າ: ຍາມໃດລັດຫວຽດນາມ ກໍ່ເຄົາລົບນັບຖື, ຮັບປະກັນສິດເສລີດ້ານສື່ສານ, ສິດເສລີໃນການປາກເວົ້າຂອງພົນລະເມືອງທຸກຄົນ. ກໍ່ເຊັ່ນດຽວກັນກັບປະເທດອື່ນໆ, ເພື່ອຮັກສາກົດລະບຽບ ແລະ ຮັບປະກັນສະຖຽນລະພາບເພື່ອພັດທະນາ. ລັດຫວຽດນາມ ບໍ່ອະນຸຍາດໃຫ້ສວຍໃຊ້ບັນດາສິດດັ່ງກ່າວເພື່ອໂຄສະນາ, ກະຕຸກຊຸກຍູ້ໂຄ່ນລົ້ມອຳນາດການປົກຄອງ, ທຳລາຍກຸ່ມກ້ອນສາມັກຄີແຫ່ງຊາດ. ຄວາມຈິງແລ້ວ, ບັນດາ “ນັກຂ່າວຫວຽດນາມ“ ຊື່ງ RSF ໄດ້ອອກສຽງ “ປົກປ້ອງ“ ນັ້ນແມ່ນບັນດາ blogger ທີ່ໄດ້ລະເມີດນະໂຍບາຍ, ກົດໝາຍຫວຽດນາມ. ຄວາມຈິງແລ້ວ, ຍາມໃດ, ພັກ, ລັດຫວຽດນາມ ກໍ່ຮັບຟັງ ແລະ ເຄົາລົບຄຳເຫັນປະກອບຂອງປະຊາຊົນທຸກຊັນວັນນະເຂົ້າໃນການສ້າງ, ປະຕິບັດນະໂຍບາຍ, ກົດໝາຍ, ຜ່ານຮູບການໄຈ້ແຍກຕີລາຄາບັນຫາສັງຄົມຜ່ານລະບົບສື່ມວນຊົນ. ສະນັ້ນ, ສື່ມວນຊົນຫວຽດນາມ ແມ່ນຊ່ອງຂໍ້ມູນຂ່າວສານ, ໄຈ້ແຍກຕີລາຄາບັນຫາສັງຄົມຢ່າງກ້ວາງຂວາງ, ເປີດເຜີຍ, ປະຊາທິປະໄຕ, ວ່ອງໄວ, ມີປະສິດທິຜົນ ແລະ ຄວາມຈິງດັ່ງກ່າວແມ່ນພະຍານຫຼັກຖານສະແດງໃຫ້ເຫັນທາດແທ້ຂອງເຫດການທີ່ RSF ຖືວ່າຕົນເອງມີສິດພິຈາລະນາກ່ຽວກັບສິດເສລີດ້ານສື່ສານຢູ່ຫວຽດນາມ.