(VOVWORLD) - ຕອນເຊົ້າວັນທີ 6 ກັນຍາ, ກອງປະຊຸມສຸດຍອດ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື (ອາຊຽນ +), ໄດ້ດຳເນີນຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ, ດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດ ອາຊຽນ ກັບບັນດາຄູ່ຮ່ວມມື. ໃນວິວັດການພັດທະນາຂອງ ອາຊຽນ, ບໍ່ອາດການສະໜັບສະໜູນ ແລະ ໃຫ້ບັນດາຄຳໝັ້ນສັນຍາໜູນຊ່ວຍຂອງບັນດາຄູ່ຮ່ວມມືໄດ້. ໃນສະພາບການໃໝ່ທີ່ປະສົບກັບສິ່ງທ້າທາຍຫຼາຍຢ່າງ, ອາຊຽນ ຍາມໃດກໍ່ເສີມຂະຫຍາຍບົດບາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງກຸ່ມ ທີ່ໄດ້ຮັບການທົດສອບໃນໄລຍະເກືອບ 60 ປີຜ່ານມາ, ສືບຕໍ່ຮັກສາບົດບາດເປັນໃຈກາງໃນການກຳນົດທິດຊຸກຍູ້ຄວາມມານະພະຍາຍາມໃນການ ສົນທະນາ ແລະ ການຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ.
ການນຳບັນດາປະເທດ ສະມາຊິກ ອາຊຽນ (ພາບ: TTXVN) |
ກອງປະຊຸມສຸດຍອດລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືແມ່ນຂອບເຂດການຮ່ວມມືສອງຝ່າຍ ຂອງ ອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກ, ແມ່ນຂອບເຂດການຮ່ວມມືນອກກຸ່ມທີ່ໄດ້ສ້າງຕັ້ງໄວກ່ວາໝູ່ຂອງ ອາຊຽນ. ບັນດາກົນໄກຮ່ວມມື ອາຊຽນ + ໄດ້ຮັບຖືວ່າແມ່ນກົນໄກຮ່ວມມືທີ່ນຳມາເຊິ່ງໝາກຜົນທີ່ແທດຈິງທີ່ສຸດສຳລັບ ອາຊຽນ, ກໍ່ຄືບັນດາຄູ່ຮ່ວມມື.
ກົນໄກ ອາຊຽນ+, ຫົວຄິດປະດິດສ້າງຂອງ ອາຊຽນ
ແຕ່ດົນນານມາແລ້ວ, ໂດຍຮັບຮູ້ໄດ້ຄວາມສຳຄັນທີ່ບໍ່ອາດຂາດ ບັນດາປະເທດໃຫຍ່, ບັນດາປະເທດຄູ່ຮ່ວມມືທັງຢູ່ພາຍໃນ ແລະ ນອກພາກພື້ນ, ອາຊຽນ ໄດ້ມານະພະຍາຍາມຫຼາຍຢ່າງເພື່ອຄວບຄຸມການພົວພັນກັບບັນດາປະເທດໃຫຍ່ ແລະ ບັນດາຄູ່ຮ່ວມມືໃນຫຼາຍຮູບແບບທີ່ແຕກຕ່າງກັນ, ພ້ອມທັງຊອກຫາວິທີການນຳການພົວພັນກັບບັນດາຄູ່ຮ່ວມມືໃຫຍ່ໄປຕາມທິດທີ່ມີຜົນປະໂຫຍດໃຫ້ແກ່ ອາຊຽນ. ເພື່ອບັນລຸໄດ້ເປົ້າໝາຍນີ້, ອາຊຽນ ໄດ້ປະດິດຄິດສ້າງກົນໄກຄູ່ຮ່ວມມື (ອາຊຽນ+) ເພື່ອເພີ່ມທະວີການພົວພັນກັບບັນດາປະເທດໃຫຍ່, ບັນດາຄູ່ຮ່ວມມືທັງຢູ່ພາຍໃນ ແລະ ນອກພາກພື້ນ, ອີງຕາມຄວາມສາມາດ, ສະພາບການຂອງແຕ່ລະຄູ່ຮ່ວມມືກໍ່ຄືຄວາມຕ້ອງການຂອງ ອາຊຽນ.
ທາງດ້ານທາດແທ້, ກົນໄກຄູ່ຮ່ວມມືແມ່ນວິທີການແກ້ໄຂການພົວພັນກັບບັນດາປະເທດໃຫຍ່, ຄູ່ຮ່ວມມືຜ່ານການໂອ້ລົມສົນທະນາ, ຮ່ວມມືຢູ່ລະດັບທີ່ແຕກຕ່າງກັນເພື່ອແນໃສ່ເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງຜົນປະໂຫຍດ, ແທນທີ່ການນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ. ນີ້ແມ່ນຂີດໝາຍສະເພາະຂອງ ອາຊຽນ ເຊິ່ງບໍ່ມີອົງການໃດໃນໂລກມີ.
ປັດຈຸບັນ, ອາຊຽນ ຍັງຮັກສາການພົວພັນກັບ 11 ຄູ່ຮ່ວມເຈລະຈາທາງການ (ອາຊຽນ +11) ລວມມີ: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕາລີ, ນິວຊີແລນ, ລັດເຊຍ, ອາເມລິກາ, ການາດາ, ສະຫະພາບເອີລົບ ແລະ ອັງກິດ. ໃນນັ້ນມີບັນດາຄູ່ຮ່ວມມືໄດ້ຮັບການສ້າງຕັ້ງແຕ່ດົນນານ, ນັບແຕ່ຊຸມປີ 1970. ຜ່ານກົນໄກນີ້, ບັນດາປະເທດ ອາຊຽນ ບໍ່ພຽງແຕ່ມີການ ສົນທະນາຢ່າງມີຄວາມສະເໝີພາບ, ເທົ່າກັນກັບ ບັນດາປະເທດ ໃຫຍ່ເທົ່ານັ້ນ, ຫາກຍັງຍາດແຍ່ງໄດ້ແຫຼ່ງກຳລັງຫຼາຍຢ່າງໃຫ້ແກ່ການພັດທະນາ, ໃນບັນດາຂົງເຂດເກືອບທັງໝົດ ຄື: ການຄ້າ, ການລົງທຶນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຢີ, ການສຶກສາ, ການສົ່ງເສີມດ້ານເຕັກນິກ…
ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 (ພາບ: TTXVN) |
ນອກຈາກນັ້ນ, ອາຊຽນ ຍັງມີກົນໄກ ໂອ້ລົມສົນທະນາ ແລະ ຮ່ວມມືລະຫວ່າງ ອາຊຽນ ກັບ 3 ປະເທດແມ່ນ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ (ອາຊຽນ+3), ທີ່ໄດ້ສ້າງຕັ້ງຂຶ້ນໃນປີ 1997 ເພື່ອແນໃສ່ໜູນຊ່ວຍ ອາຊຽນ ປະຕິຮູບດ້ານການເງິນ, ທະນາຄານ ແລະ ຟື້ນຟູເສດຖະກິດພາຍຫຼັງວິກິດການດ້ານການເງິນໃນປີ 1997. ຫຼືກົນໄກ ລະດັບສູງ ອາຊີຕາເວັນອອກ (EAS), ເວທີປາໄສຄວາມໝັ້ນຄົງພາກພື້ນ (ARF), ການຮ່ວມມືປ້ອງກັນຊາດ ອາຊຽນ ເປີດກ້ວາງ… ເພື່ອແນໃສ່ເຕົ້າໂຮມບັນດາປະເທດໃຫຍ່ທັງຢູ່ພາຍໃນ ແລະ ນອກພາກພື້ນ ພ້ອມກັນປຶກສາຫາລື, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ຮັກສາບົດບາດເປັນໃຈກາງຂອງ ອາຊຽນ ໃນບັນດາບັນຫາສາກົນໃຫ້ໝັ້ນຄົງ
ວິວັດທະນາການແຫ່ງການພັດທະນາຕົວຈິງຂອງ ອາຊຽນ ໃນໄລຍະຫຼາຍທົດສະວັດທີ່ຜ່ານມາ, ທັງເພີ່ມທະວີການ ສົນທະນາ, ຮ່ວມມື, ທັງຊອກຫາວິທີການສ້າງຂອບເຂດທີ່ເໝາະສົມເພື່ອພ້ອມກັນສະແດງທັດສະນະ, ຫຼັກໝັ້ນ, ເຮັດໃຫ້ອາຊຽນ ສວມບົດບາດນັບມື້ນັບສຳຄັນໃນການແກ້ໄຂການປະທະກັນ, ແກ້ໄຂບັນດາບັນຫາຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໂລກ. ມາຮອດປັດຈຸບັນ, ມີ 86 ປະເທດນອກຈາກ ອາຊຽນ ໄດ້ຈັດສົ່ງ ເອກອັກຄະລັດຖະທູດ ໄປປະຈຳການຢູ່ ອາຊຽນ, ພິເສດແມ່ນບັນດາປະເທດໃຫຍ່ ລ້ວນແຕ່ມີຄວາມປາດຖະໜາຢາກ ອາຊຽນ ເສີມຂະຫຍາຍບົດບາດເປັນໃຈກາງຢູ່ບັນດາກົນໄກຮ່ວມມືໃນພາກພື້ນ.
ຢູ່ກອງປະຊຸມສຸດຍອດ ອາຊຽນ 43 ທີ່ພວມດຳເນີນຢູ່ນະຄອນຫຼວງ ຈາກາຕາ ຂອງ ອິນໂດເນເຊຍ, ຕໍ່ໜ້າບັນດາການຜັນປ່ຽນທີ່ເລິກເຊິ່ງຂອງສະພາບການໂລກ ແລະ ພາກພື້ນ, ບັນດາການນຳ ອາຊຽນ ອີກຄັ້ງໜຶ່ງໄດ້ຢັ້ງຢືນວ່າ ຄວາມສາມັດຄີ ແມ່ນຄຸນຄ່າຍຸດທະສາດ ເພື່ອໃຫ້ ອາຊຽນ ສືບຕໍ່ຜ່ານຜ່າສິ່ງທ້າທາຍ, ມີຄວາມໝັ້ນຄົງ ຕໍ່ໜ້າບັນດາການແກ້ງແຍ້ງທາງດ້ານຍຸດທະສາດ ແລະ ພູມສາດການເມືອງ, ຢັ້ງຢືນບົດບາດເປັນໃຈກາງໃນໂຄງປະກອບພາກພື້ນ.
ໂດຍຕໍ່ໜ້າການແກ້ງແຍງທີ່ຮ້າຍແຮງລະຫວ່າງບັນດາປະເທດໃຫຍ່, ເພື່ອໃຫ້ ອາຊຽນຮັກສາໄດ້ບົດບາດໃຈກາງ, ອາຊຽນຕ້ອງເສີມຂະຫຍາຍໄດ້ກຳລັງຂອງຕົນ, ປັບປຸງຄວາມສາມັກຄີພາຍໃນກຸ່ມ ເພື່ອຢັ້ງຢືນໄດ້ຄຸນຄ່າຍຸດທະສາດຂອງ ຕົນ. ບັນດາປະເທດ ອາຊຽນ ຕ້ອງຍົກສູງຈິດໃຈເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຄົາລົບກົດໝາຍ ແລະ ຢຶດໝັ້ນກັບບັນດາຫຼັກການພື້ນຖານ ແລະ ມາດຖານໃນການປະພຶດຂອງ ອາຊຽນ. ອາຊຽນ ສືບຕໍ່ຮັກສາຄວາມດຸນດ່ຽງດ້ານຍຸດທະສາດ ກັບບັນດາປະເທດ ໃຫຍ່. ອາຊຽນ ກາຍເປັນຂົວເຊື່ອມຕໍ່ທີ່ມີຄວາມໄວ້ເນື້ອເຊື່ອໃຈ ຢ່າງແທ້ຈິງ ດ້ວຍຄວາມສາມາດປັບຄວາມດຸ່ນດ່ຽງລະຫວ່າງບັນດາການພົວພັນ ແລະ ຜົນປະໂຫຍດ, ຢຶດໝັ້ນກັບເປົ້າໝາຍສ້າງໂຄງປະກອບພາກພື້ນເປີດກວ້າງ, ໂປ່ງໄສ, ກວມລວມ ແລະ ສຳຄັນທີ່ສຸດແມ່ນເຫັນດີເປັນເອກະພາບຕໍ່ການຮັກສາຫຼັກໝັ້ນ, ຫຼັກການຂອງຕົນໃນບັນດາບັນຫາທີ່ກ່ຽວຂ້ອງສະພາບ ຄວາມໝັ້ນຄົງ - ການພັດທະນາຂອງພາກພື້ນ.