(VOVWORLD) -ຫວ່າງມໍ່ໆມານີ້, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ໄດ້ປະກາດຍຸດທະສາດໃໝ່ກ່ຽວກັບພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ, ເຊິ່ງເປັນສ່ວນໜຶ່ງຂອງຄວາມມານະພະຍາຍາມ ແນໃສ່ເນັ້ນໜັກເຖິງຄວາມສຳຄັນໃນພາກພື້ນນີ້. ສານຈາກ ອາເມລິກາ ແລະ ບັນດາປະເທດໃນກຸ່ມ 4 ປະເທດ ສ່ອງແສງໃຫ້ເຫັນຄວາມຕັດສິນໃຈເດີນຕາມຄຳໝັ້ນສັນຍາສ້າງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງໃນຫຼາຍຂົງເຂດ ຈາກຄວາມໝັ້ນຄົງຕະຫຼອດຮອດເສດຖະກິດ.
ທ່ານປະທານາທິບໍດີ ອາເມລິກາ Joe Biden ຢູ່ທຳນຽບຂາວ ໃນວັນທີ 12 ກຸມພາ (ພາບ:global.chinadaily.com.cn) |
ຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ໃໝ່ຂອງ ອາເມລິກາ ໄດ້ປະກາດໃນສະພາບທີ່ ວໍຊິງຕັນ ຕັ້ງໜ້າເພີ່ມຜົນສະທ້ອນຢູ່ພາກພື້ນ, ຫຼ້າສຸດແມ່ນການຢ້ຽມຢາມ ຍີ່ປຸ່ນ, ສ.ເກົາຫຼີ, ປະເທດຈຳນວນໜຶ່ງຂຶ້ນກັບມະຫາສະໝຸດ ປາຊີຟິກ… ຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken.
ເນື້ອໃນຕົ້ນຕໍຂອງຍຸດທະສາດໃໝ່
ຍຸດທະສາດສະບັບນີ້ລວມ 12 ໜ້າ ເຊິ່ງທຳນຽບຂາວ ປະກາດໃນວັນທີ 11 ກຸມພາ ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາປະຕິບັດຍຸດທະສາດ “ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ” ຮັບຮອງເອົາການສ້າງສຳພັນທະມິດທີ່ເຂັ້ມແຂງກວ່າ, ເພີ່ມທະວີບັນດາສາຍພົວພັນຄູ່ຮ່ວມມື ທີ່ຫາກໍພົ້ນເດັ່ນ ແລະ ລົງທຶນເຂົ້າພາກພື້ນນີ້ຫຼາຍກວ່າ. ໃນຈຳນວນບັນດາການເຄື່ອນໄຫວ ເຊິ່ງຄາດວ່າ ຈະດຳເນີນໃນ 1 – 2 ປີຈະມາເຖິງ, ອຳນາດການປົກຄອງທ່ານປະທານາທິບໍດີ Joe Biden ໃຫ້ຮູ້ວ່າ ວໍຊີງຕັນ ຈະປັບປຸງກຳລັງຄວາມສາມາດໃນການແຈ້ງເຕືອນ ແລະ ນາບຂູ່ ຕໍ່ບັນດາການກະທຳເກາະຜິດທາງການທະຫານ ທີ່ແນໃສ່ ອາເມລິກາ ກໍຄືບັນດາສຳພັນທະມິດ ແລະ ຄູ່ຮ່ວມມືຂອງປະເທດນີ້ໃນພາກພື້ນ. ອາເມລິກາ ກໍຈະເພີ່ມທະວີການຮ່ວມມື ກັບບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນອື່ນໆ.
ການປະກາດເອກະສານ ໄດ້ດຳເນີນໃນຈຸດເວລາດຽວກັນ ກັບການຢ້ຽມຢາມພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແນໃສ່ເນັ້ນໜັກເຖິງບຸລິມະສິດຂອງ ອາເມລິກາ ຕໍ່ກັບພາກພື້ນ. ເນື້ອໃນຈິດໃຈ ເພື່ອມະຫາສະໝຸດ ອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ ກໍຢັ້ງຢືນຢ່າງຈະແຈ້ງໃນຖະແຫຼງການຮ່ວມ ທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມ 4 ປະເທດ ໂດຍມີການເຂົ້າຮ່ວມຂອງທ່ານນາງ Marise Payne ລັດຖະມົນຕີການຕ່າງປະເທດອົດສະຕາລີ; ທ່ານ Antony Blinken ລັດຖະມົນຕີການຕ່າງປະເທດ ອາເມລິກາ; ທ່ານ Subrahmanyam Jaishankar ລັດຖະມົນຕີການຕ່າງປະເທດ ອິນເດຍ ແລະ ທ່ານ Yoshimasa Hayashi ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ເຊິ່ງຈັດຂຶ້ນຢູ່ Melbourne (ອົດສະຕາລີ) ໃນວັນທີ 11 ກຸມພາ.
ໃນຖະແຫຼງການຮ່ວມ, ກຸ່ມ 4 ປະເທດ ໄດ້ຢັ້ງຢືນຄຳຕັດສິນໃຈເພີ່ມທະວີການເຂົ້າຮ່ວມກັບບັນດາຄູ່ຮ່ວມມືໃນພາກພື້ນຢ່າງເລິກເຊິ່ງກວ້າງຂວາງ, ລວມທັງການຮັບຮອງເອົາການຍົກລະດັບກຳລັງຄວາມສາມາດ ແລະ ໜູນຊ່ວຍດ້ານເຕັກນິກ, ຮັບປະກັນສິດເສລີການເດີນເຮືອ ແລະ ການບິນ; ຮັບມືກັບບັນດາສິ່ງທ້າທາຍ ເປັນຕົ້ນແມ່ນ ການຫາປາຢ່າງຜິດກົດໝາຍ, ພ້ອມທັງຊຸກຍູ້ຄວາມປອດໄພ ແລະ ຄວາມໝັ້ນຄົງຂອງບັນດາຊ່ອງທາງຕິດຕໍ່ພົວພັນຢູ່ທະເລ.
ການແກ້ງແຍ້ງຍຸດທະສາດ ແລະ ສິ່ງທ້າທາຍສຳລັບພາກພື້ນ
ປັດຈຸບັນ, ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ລວມມີສາມພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ນັ້ນແມ່ນ ອາເມລິກາ, ຈີນ ແລະ ຍີ່ປຸ່ນ; ມີ 7 ໃນຈຳນວນ 8 ຕະຫຼາດພັດທະນາໄວທີ່ສຸດໃນໂລກ, ພົ້ນເດັ່ນແມ່ນ ອິນເດຍ, ຈີນ, ບັງກະລາເທດ, Timo Leste, ປາປົວ ນິວກີເນ ແລະ 7 ໃນຈຳນວນ 10 ກຳລັງກອງທັບ ທີ່ມີຂອບຂະໜາດໃຫຍ່ທີ່ສຸດໃນທົ່ວໂລກ ເຊິ່ງລວມມີ ອາເມລິກາ, ຈີນ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີ, ປາກິດສະຖານ ແລະ ອົດສະຕາລີ. ບໍ່ພຽງແຕ່ເທົ່ານັ້ນ, ພາກພື້ນນີ້ຍັງແມ່ນບ່ອນເກີດການແກ້ງແຍ້ງຢ່າງດຸເດືອດກ່ຽວກັບພູມີຍຸດທະສາດ, ກ່ຽວກັບແຫຼ່ງຊັບພະຍາກອນທຳມະຊາດ…, ເພາະສະນັ້ນ, ຍາມໃດກໍຊ້ອນແຝງຄວາມສ່ຽງກາຍເປັນຈຸດຮ້ອນເຮັ່ງຂອງໂລກ. ຍ້ອນວ່າເປັນທີ່ຕັ້ງພູມີຍຸດທະສາດທີ່ນັບມື້ນັບສຳຄັນຂອງພາກພື້ນ, ບັນດາປະເທດມະຫາອຳນາດໃນໂລກລ້ວນແຕ່ມີການດັດປັບຍຸດທະສາດແນໃສ່ເພີ່ມທະວີຜົນສະທ້ອນ ແລະ ປົກປ້ອງຜົນປະໂຫຍດຢູ່ທີ່ນີ້.
ການປະກາດຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມຂອງອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ແນໃສ່ເນັ້ນໜັກເຖິງຄວາມສຳຄັນຂອງພາກພື້ນນີ້ ແມ່ນເລີ່ມມາຈາກບົດບາດສຳຄັນກ່ຽວກັບພູມີເສດຖະກິດ ແລະ ພູມີການເມືອງ. ພ້ອມດຽວກັນນັ້ນ, ໄລຍະຜ່ານມາ, ມີໄພນາບຕຂູ່ຫຼາຍຢ່າງປະກົດຂຶ້ນ ເປັນຕົ້ນແມ່ນ ໂລກລະບາດໂຄວິດ - 19, ເລື່ອງລະບົບສະໜອງຖືກຕັດຕອນ, ໄພພິບັດຊ້ອນແຝງໃນດ້ານຄວາມໝັ້ນຄົງ, ການແກ້ງແຍ້ງຜົນປະໂຫຍດຍຸດທະສາດ… ກໍເຮັດໃຫ້ບົດບາດຂອງພາກພື້ນນີ້ ຕ້ອງໄດ້ຮັບຄວາມສົນໃຈກວ່າເວລາໃດໝົດ.
ໃນແງ່ມູມທີ່ຕັ້ງໜ້າ, ວົງການນັກຊ່ຽວຊານຖືວ່າ ບັນດາປະເທດມະຫາອຳນາດພວມປັບປຸງການຮ່ວມມືຫຼາຍຝ່າຍເທື່ອລະກ້າວ ສ້າງກຳລັງແຮງລວມໝູ່, ຮັບປະກັນຜົນປະໂຫຍດລວມຂອງປະຊາຄົມສາກົນກໍ່ຄືເປີດກາລະໂອກາດ ເພື່ອປັບປຸງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຢູ່ພາກພື້ນໃຫ້ໝົ້ນຄົງກວ່າ. ເຖິງຢ່າງໃດກໍຕາມ, ບັນດາການປ່ຽນແປງຍຸດທະສາດນີ້ ກໍວາງອອກສິ່ງທ້າທາຍຫຼາຍຢ່າງຕໍ່ປະເທດສ່ວນຫຼາຍໃນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ, ນັບທັງປະເທດນ້ອຍ ແລະ ພວມພັດທະນາ. ເພາະວ່າ, ເມື່ອເຂົ້າຮ່ວມການຮ່ວມມືໃນພາກພື້ນ ຕ້ອງມີຍຸດທະສາດທີ່ເໝາະສົມເພື່ອຍາດແຍ່ງໂອກາດ ແລະ ຮັບປະກັນຜົນປະໂຫຍດແຫ່ງຊາດ - ຂອງຊາດ, ບໍ່ໃຫ້ຕົກເຂົ້າການແຂ່ງຂັນຍາດຊິງຜົນປະໂຫຍດລະຫວ່າງບັນດາປະເທດມະຫາອຳນາດ.