ອາເມລິກາ - ສປປ.ເກົາຫຼີ ກ່ອນທີ່ດຳເນີນກອງປະຊຸມສຸດຍອດຄັ້ງທີ 2

(VOVWORLD) - ຍັງບໍ່ຮອດອີກ 3 ອາທິດ, ການພົບປະສຸດຍອດຄັ້ງທີ 2 ທີ່ໄດ້ລໍຄອຍລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ຈະໄດ້ຮັບການດຳເນີນຢູ່ ຫວຽດນາມ. 

ໃນຈຸດເວລານີ້, 2 ຝ່າຍພວມເຈລະຈາຢ່າງຮີບເຮັ່ງເພື່ອກຳນົດເນື້ອໃນການປຶກສາຫາລືທີ່ຈະຍື່ນສະເໜີຕໍ່ກອງປະຊຸມສຸດຍອດຄັ້ງນີ້. ຄວາມມານະພະຍາຍາມຂອງທັງ ອາເມລິກາ ແລະ ສປປ.ເກົາຫຼີ ແມ່ນພື້ນຖານເພື່ອຫາງສຽງສາກົນມີຄວາມຫວັງກ່ຽວກັບໜ້າປະຫວັດສາດໃໝ່ໃຫ້ແກ່ພື້ນຖານສັນຕິພາບໃນແຫຼມ ເກົາຫຼີ.

ອາເມລິກາ - ສປປ.ເກົາຫຼີ ກ່ອນທີ່ດຳເນີນກອງປະຊຸມສຸດຍອດຄັ້ງທີ 2 - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un (ພາບ: AFP/TTXVN

        ຂໍ້ມູນຂ່າວກ່ຽວກັບກອງປະຊຸມສຸດຍອດຄັ້ງທີ 2 ໄດ້ແຜ່ລາມແຕ່ດົນແລ້ວ ແຕ່ຕ້ອງລໍຖ້າຮອດວັນທີ 05 ກຸມພາ ເມື່ອສານສະຫະລັດຂອງທ່ານປະທານາທິບໍດີ Donald Trump ໄດ້ປະກາດ, ຫາງສຽງຈຶ່ງໄດ້ຮູ້ວັນເວລາ ແລະ ສະຖານທີ່ດຳເນີນເຫດການການເມືອງສຳຄັນນີ້ຢ່າງຊັດເຈນ. ຕາມແຜນການແລ້ວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ຈະດຳເນີນການພົບປະສຸດຍອດຄັ້ງທີ 2 ຢູ່ ຮ່າໂນ້ຍ ແຕ່ວັນທີ 27 – 28 ກຸມພາ, ພາຍຫລັງການພົບປະຄັ້ງທຳອິດໄດ້ດຳເນີນໃນວັນທີ 12 ມິຖຸນາ 2018 ຢູ່ ສິງກະໂປ.

ຄວາມໝາຍຂອງກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2

       ກອງປະຊຸມສຸດຍອດປະຫວັດສາດຄັ້ງທີໜຶ່ງລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ໃນເບື້ອງຕົ້ນໄດ້ນຳມາເຊິ່ງບັນດາໝາກຜົນຢ່າງຕັ້ງໜ້າ. ຖະແຫຼງການຮ່ວມໄດ້ຮັບການລົງນາມດ້ວຍຄຳໝັ້ນສັນຍາວ່າ ອາເມລິກາ ຈະສະໜອງບັນດາການຮັບປະກັນຄວາມໝັ້ນຄົງໃຫ້ແກ່ ສປປ.ເກົາຫຼີ, ໂດຍແລກກັບເລື່ອງ ພຽງຢາງ ໃຫ້ຄຳໝັ້ນສັນຍາສ້າງແຫຼມ ເກົາຫຼີ ປອດນິວເຄຼຍຢ່າງສີ້ນເຊີງ. ເຖິງຢ່າງໃດກໍ່ຕາມ, ນັບແຕ່ພາຍຫລັງກອງປະຊຸມຄັ້ງນີ້, ວິວັດການເຈລະຈາບໍ່ບັນລຸໄດ້ຄວາມກ້າວໜ້າ ຍ້ອນວ່າ 2 ຝ່າຍມີຄວາມບໍ່ລົງລອຍກັນກ່ຽວກັບວິທີອະທິບາຍທິດນິຍາມ “ປອດນິວເຄຼຍ”.

        ພາຍຫລັງກອງປະຊຸມສຸດຍອດປະຫວັດສາດຄັ້ງທີ 1 ມາເປັນເວລາ 8 ເດືອນ, ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ມີໜ້າທີ່ກໍ່ຕັ້ງບັນດາບາດກ້າວລະອຽດ ແລະ ອາດຈະພິສູດໄດ້ກ່ຽວກັບການປອດນິວເຄຼຍ. ວັນທີ 31 ມັງກອນ, ລັດຖະບານ ອາເມລິກາ ໄດ້ປະກາດລະອຽດບັນດາຄວາມມຸ່ງຫວັງຂອງປະເທດນີ້, ໃນນັ້ນ ຮຽກຮ້ອງໃຫ້ມີ “ເອກະສານເປັນລາຍອັກສອນລາຍລະອຽດທັງໝົດ” ສາງອາວຸດຂອງ ສປປ.ເກົາຫຼີ ແລະ ຂັ້ນຕອນມາດຕະການແກ້ໄຂນິວເຄຼຍ. ໂດຍແລກກັບເລື່ອງ, ອາເມລິກາ ພ້ອມແລ້ວທີ່ຈະເຊັນຖະແຫຼງການສິ້ນສຸດສົງຄາມ ເກົາຫຼີ, ສ້າງຕັ້ງບັນດາການພົວພັນທາງການທູດຄືນໃໝ່ ແລະ ຊຸກຍູ້ການພັດທະນາເສດຖະກິດ ສປປ.ເກົາຫຼີ.

        ໃນຂະນະນັ້ນ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໃຫ້ຂໍ້ສັງເກດວ່າ ການພົບປະຈະກາຍເປັນບາດລ້ຽວຫຼັກແຫຼ່ງສຳລັບວິວັດທະນາການສັນຕິພາບ ແລະ ສ້າງແຫຼມ ເກົາຫຼີ ປອດນິວເຄຼຍຢ່າງສີ້ນເຊີງ. ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Takeshi Iwaya ພັດໃຫ້ຮູ້ວ່າ: ຍີ່ປຸ່ນ ຫວັງວ່າ ຈະມີບັນດາໝາກຜົນລະອຽດກ່ວາ ເມື່ອທຽບໃສ່ການພົບປະສຸດຍອດຄັ້ງທຳອິດ ແນໃສ່ມຸ່ງໄປເຖິງການປອດນິວເຄຼຍ. ຈີນ ກໍ່ໄດ້ສະໜັບສະໜູນການພົບປະຄັ້ງທີ 2 ລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ໃຫ້ມີການດຳເນີນປະຕິບັດທີ່ສະດວກ, ພ້ອມທັງບັນລຸໄດ້ບັນດາໝາກຜົນຕັ້ງໜ້າ.

        ຕາມວົງການນັກສັງເກດການແລ້ວ, ຕາຕະລາງການເຄື່ອນໄຫວເປັນເວລາ 2 ວັນ (ຫລາຍກ່ວາ 1 ວັນເມື່ອທຽບໃສ່ກອງປະຊຸມຢູ່ ສິງກະໂປ) ເຮັດໃຫ້ເຂົາເຈົ້າມີການຄາດເດົາວ່າ ກອງປະຊຸມຄັ້ງນີ້ ອາດຈະອອກຖະແຫຼງການຢຸດຕິສົງຄາມ ເກົາຫຼີ ຢ່າງເປັນທາງການ.

ຕັ້ງໜ້າກະກຽມ

       ດ້ວຍຄວາມສຳຄັນຂອງກອງປະຊຸມສຸດຍອດຄັ້ງທີ 2 ນີ້, ໃນໄລຍະຜ່ານມາ, ທັງ ອາເມລິກາ ແລະ ສປປ.ເກົາຫຼີ ໄດ້ດຳເນີນບັນດາຄວາມມານະພະຍາຍາມດ້ານການທູດຢ່າງຮີບເຮັ່ງ ເພື່ອສາມາດເຫັນດີເປັນເອກະພາບຕໍ່ເນື້ອໃນການປຶກສາຫາລື. 2 ຝ່າຍໄດ້ດຳເນີນສ້າງຕັ້ງກຸ່ມພິເສດກ່ຽວກັບກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2. ບັນດາກອງປະຊຸມຂັ້ນນັກວິຊາການໄດ້ດຳເນີນຢ່າງລຽນຕິດຢູ່ທັງ ພຽງຢາງ ແລະ ບັນດາສະຖານທີ່ອື່ນໆ ເພື່ອແກ້ໄຂຄວາມແຕກຕ່າງກັນ. ໃນອາທິດນີ້, ການເຈລະຈາຍັງຄົງສືບຕໍ່ດຳເນີນໄປ. ທັງ 2 ຝ່າຍໄດ້ຍົກອອກມາບັນດາຄວາມຮຽກຮ້ອງຕ້ອງການ, ຄວາມມານະພະຍາຍາມ ເພື່ອບັນລຸໄດ້ “ຂໍ້ຕົກລົງໃຫຍ່” ຢູ່ກອງປະຊຸມຈະມາເຖິງ. “ບັນຫາຫຍຸ້ງຍາກ” ໃຫຍ່ສຸດໃນການເຈລະຈາຄັ້ງນີ້ ນັ້ນແມ່ນເຮັດແຈ້ງບັນດາບາດກ້າວປອດນິວເຄຼຍຂອງ ສປປ.ເກົາຫຼີ ແລະ ບັນດາບາດກ້າວເໝາະສົມຂອງ ອາເມລິກາ, ໃນນັ້ນ ພົ້ນເດັ່ນແມ່ນເລື່ອງຫລຸດຜ່ອນບັນດາມາດຕະການລົງໂທດລົງ, ສິ່ງທີ່ ພຽງຢາງ ມີຄວາມຮຽກຮ້ອງຢ່າງຕໍ່ເນື່ອງໃນໄລຍະຜ່ານມາ. ບັນດາພາຫະນະສື່ມວນຊົນແຫ່ງລັດ ສປປ.ເກົາຫຼີ ໃນຊຸມວັນນີ້ ລ້ວນແຕ່ຮຽກຮ້ອງ ອາເມລິກາ ມີ “ການກະທຳແທດຈິງທີ່ເໝາະສົມ” ເພື່ອຕອບຄືນບັນດາບາດກ້າວປອດນິວເຄຼຍຂອງ ພຽງຢາງ.

        ໃນຂະນະນັ້ນ, ຄາດວ່າວັນທີ 17 ກຸມພາ, ອາເມລິກາ ແລະ ສ.ເກົາຫຼີ ຈະດຳເນີນການພົບປະຂັ້ນສູງຄັ້ງທີ 2 ລະຫວ່າງການນຳຮັບຜິດຊອບບັນຫາ ອາເມລິກາ ແລະ ສປປ.ເກົາຫຼີ ຂອງ 2 ປະເທດ ເພື່ອຍົກອອກແຜນຮ່າງກ່ຽວກັບບັນດາບັນຫາຈະໄດ້ເຫັນດີເປັນເອກະພາບນຳກັນຢູ່ກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2, ໃນນັ້ນ ບັນຫາຕົ້ນຕໍແມ່ນຫຼັກໝັ້ນຂອງ ອາເມລິກາ ກ່ຽວຂ້ອງເຖິງເລື່ອງສ້າງແຫຼມເກົາຫຼີ ປອດນິວເຄຼຍ.

        ການພົບພັນລະຫວ່າງ ວໍຊິງຕັນ ແລະ ພຽງຢາງ ໄດ້ມີບັນດາການຫັນປ່ຽນຢ່າງຕັ້ງໜ້ານັບແຕ່ໄລຍະກະກຽມໃຫ້ກອງປະຊຸມສຸດຍອດຄັ້ງທີ 1 ຈົນຮອດຈຸດເວລານີ້. ປັດຈຸບັນ, ຫາງສຽງມີຄວາມຫວັງຕໍ່ກອງປະຊຸມສຸດຍອດຄັ້ງທີ 2 ຈະມາເຖິງຢູ່ ຫວຽດນາມ ວ່າ ວໍຊິງຕັນ ແລະ  ພຽງຢາງ ຈະບັນລຸໄດ້ບັນດາຂໍ້ຕົກລົງສຳຄັນ ຊ່ວຍໃຫ້ການພົວພັນລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ສືບຕໍ່ພັດທະນາ, ສ້າງບາດລ້ຽວໃນການສ້າງກົນໄກສັນຕິພາບຕະຫລອດການໃນແຫຼມ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ