ອາ​ເມ​ລິ​ກາ​ ຫັນ​ແຜນ​ການ​ຖອນ​ທະ​ຫານ​ອອກ​ຈາກ ອາບ​ກາ​ນິດ​ສະ​ຖານ ປະ​ກົດ​ຜົນ​ເປັນ​ຈິງ

(VOVWORLD) -ວັນທີ 25 ເມສາ, ທ່ານພົນຕີ Austin Scott Miller, ຜູ້ບັນຊາການບັນດາກຳລັງສາກົນ ໂດຍ ອາມເລິກາ ນຳໜ້າ ຢູ່ ອາບການິດສະຖານ ຖະແຫຼງວ່າ: ອາເມລິກາ ແລະ ອົງການ ນາໂຕ ເລີ່ມຖອນທະຫານອອກຈາກ ອາບການິດສະຖານ ແລ້ວ. ຄຳຖະແຫຼງດັ່ງກ່າວຖືກຖືວ່າ ແມ່ນບາດກ້າວຫັນຄຳໝັ້ນສັນຍາຖອນທະຫານອອກຈາກສະໜາມຮົບ ອາຊີໃຕ້ ໃຫ້ປະກົດຜົນເປັນຈິງ ຊື່ງທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຍົກອອກມາກ່ອນນັ້ນ.
 
ອາ​ເມ​ລິ​ກາ​ ຫັນ​ແຜນ​ການ​ຖອນ​ທະ​ຫານ​ອອກ​ຈາກ ອາບ​ກາ​ນິດ​ສະ​ຖານ ປະ​ກົດ​ຜົນ​ເປັນ​ຈິງ - ảnh 1

(ພາບປະກອບ: TTXVN)

    ຕາມຄຳຖະແຫຼງຂອງຜູ້ບັນຊາການບັນດາກຳລັງສາກົນໂດຍ ອາເມລິກາ ນຳໜ້າຢູ່ ອາບການດສະຖານ ແລ້ວ, ສຳພັນທະມິດສາກົນ ໄດ້ເລີ່ມຖອນທະຫານໃນຖານທີ່ໝັ້ນຫຼາຍແຫ່ງຢູ່ ອາບການິດສະຖານ ແລະ ພາຍຫຼັງໄດ້ສີ້ນສຸດການຖອນທະຫານ, ຖານທີ່ໝັ້ນ ທັງໝົດຈະຖືກມອບສົ່ງໃຫ້ກຳລັງປະກອບອາວຸດຂອງ ອາບການິດສະຖານ. ຖະແຫຼງການໄດ້ຍົກອອກມາພາຍຫຼັງພຽງ 2, 3 ວັນທີ່ທ່ານເລຂາທິການໃຫ່ຍ ນາໂຕ Jens Stoltenberg ໄດ້ເປີດເຜີຍແຜນການຂອງກຸ່ມການທະຫານນີ້ ກ່ຽວກັບເລື່ອງຈະເລີ່ມຖອນທະຫານອອກຈາກ ອາບການິດສະຖານ ນັບແຕ່ວັນທີ 1 ພຶດສະພາເປັນຕົ້ນໄປ ແລະ ວິວັດການນີ້ຈະສີ້ນສຸດລົງໃນເວລາ 2, 3 ເດືອນ.

ຢຸດຕິການຕໍ່ສູ້ທີ່ຖືກເສຍຫາຍຫຼາຍຢ່າງຢູ່ສະໜົມຮົບ ອາຊີໃຕ້

  ອາເມລິກາ ໄດ້ປຸກລະດົມການສູ້ຮົບ ແນໃສ່ ອາບການິດສະຖານ ເມື່ອປີ 2001, ພາຍຫຼັງເຫດການກໍ່ການຮ້າຍ ແນໃສ່ສູນການຄ້າ ນີວຢອກ ເມື່ອວັນທີ 11 ກັນຍາຂອງປີດຽວກັນ. ພາຍຫຼັງເວລາ 20 ປີ, ຜ່ານ 3 ສະໄໝປະທານາທິບໍດີ, ອາເມລິກາ ໄດ້ໃຊ້ຈ່າຍຈຳນວນເງິນກ່ວາ 2000 ຕື້ USD ເຂົ້າສະໜາມຮົບ ອາຊີໃຕ້ນີ້ ແລະ ໄດ້ເຮັດໃຫ້ທະຫານອາເມລິກາ 2355 ຄົນເສຍຊີວິດ ພ້ອມກັບນັບພັນຄົນຖືກບາດເຈັບ. ແຕ່ເຖິງແນວນັ້ນກໍ່ຕາມ, ເປົ້າໝາຍທີ່ຢາກຫັນ ອາບການິດສະຖານ ເປັນພື້ນຖານປະຊາທິປະໄຕ, ສະຖຽນລະພາບກໍ່ຍັງບໍ່ທັນສຳເລັດເທື່ອ.

   ຕາມວົງການນັກສັງເກດການແລ້ວ, ສະພາບຕົວຈິງໃນຫຼາຍປີກ່ອນ, ກອງທັບ ອາເມລິກາ ໄດ້ປະລະເປົ້າໝາຍຢາກໄຊຊະນະດ້ານການທະຫານຢູ່ ອາບການິດສະຖານ ແລ້ວ. ປີ 2011, ອາເມລິກາ ຍັງຮັກສານັກຮົບພຽງ 3500 ຄົນ ໃນຈຳນວນ 100.000 ຄົນຢູ່ສະໜາມຮົບແຫ່ງນີ້ເທົ່ານັ້ນ.

   ຄວາມຕັດສິນຖອນທະຫານອອກຈາກ ອາບການີສະຖານ ຈະສີ້ນສຸດສົງຄາມທີ່ແກ່ຍາວທີ່ສຸດໃນປະຫວັດສາດຂອງ ອາເມລິກາ ໂດຍນອນໃນຂໍ້ຕົກລົງສັນຕິພາບ ຊື່ງອຳນາດການປົກຄອງຂອງປະທານາທິບໍດີ  Donald Trump ເຊັນກັບ ຕາລີບານ ກ່ອນນັ້ນ. ຕາມຄຳໝັ້ນສັນຍາໃນເບື້ອງຕົ້ນ, ອາເມລິກາ ຈະຖອນກຳລັງທີ່ຍັງເຫຼືອທັງໝົດ (ປະມານ 2500-3500 ຄົນ) ອອກຈາກ ອາບການິດສະຖານ ກ່ອນວັນທີ 1 ພຶດສະພາປີ 2021. ແຕ່ວ່າ, ອຳນາດການປົກຄອງປະທານາທິບໍດີ Joe Biden ໄດ້ເວົ້າຫຼາຍເທື່ອວ່າ ຍາກທີ່ຈະສາມາດປະຕິບັດສຳເລັດໄດ້ຕາມການກຳນົດນີ້.

ຄວາມສ່ຽງ ແລະ  ສິ່ງທ້າທາຍ

   ໃນຄຳຖະແຫຼງເມື່ອວັນທີ 25 ເມສາ, ທ່ານພົນຕີ Austin Scott Miller ໄດ້ຢືນຢັນວ່າ, ກຳລັງທະຫານອາເມລິກາ ຈະຖອນທະຫານ ແລະ ມອບສົ່ງຖານທີ່ໝັ້ນໃຫ້ແກ່ທະຫານ ອາບການິດສະຖານ ດ້ວຍຄວາມເປັນລະບຽບຮຽບຮ້ອຍ. ກຳລັງທະຫານ ອາເມລິກາ ແລະ ສຳພັນທະມິດມີຄວາມສາມາດ ແລະ ມີວິທີເພື່ອປົກປ້ອງຕົນເອງຢ່າງພຽງພໍ ໃນວິວັດການຖອນທະຫານ, ພ້ອມທັງຈະສືບຕໍ່ໜູນຊ່ວຍກຳລັງທະຫານຂອງລັດຖະບານ ອາບການີສະຖານ. ພິເສດ, ຜູ້ບັນຊາການບັນດາກຳລັງສາກົນ ໂດຍອາເມລິກາ ນຳໜ້າຢູ່ ອາບການິດສະຖານ ເນັ້ນໜັກວ່າ: ໄດ້ກ່າວເຕືອນ ຕາລີບານ ກ່ຽວກັບບັນດາຜົນຮ້າຍທີ່ແສນສາຫັດ ຖ້າຫາກວ່າກຳລັງທະຫານກະບົດ ກັບຄືນມາດ້ວຍການໃຊ້ຄວາມຮຸນແຮງ.

   ກ່ອນໜ້ານັ້ນ, ກອງທັບອາເມເລິກາ ໄດ້ຕົກລົງຈະແກ່ຍາວເວລາມີໜ້າຂອງກຸ່ມສູ້ຮົບກຳປັ່ນເດີນບິນ Dwight Eisenhower ຢູ່ຕາເວັນອອກກາງ ແລະ ສົ່ງເຮືອບິນຍຸດທະສາດ B-52 ໄປຍັງພາກພື້ນນີ້ຕື່ມອີກ ເພື່ອຊ່ວຍໜູນການຖອນທະຫານອອກຈາກ ອາບການີສະຖານ.

  ຕາມວົງການນັກສັງເກດການແລ້ວ, ບັນດາການກະທຳດັ່ງກ່າວສະແດງໃຫ້ເຫັນວ່າ ກອງທັບອາເມລິກາ ໄດ້ຮັບຮູ້ບັນດາຄວາມສ່ຽງ ແລະ ສິ່ງທ້າທາຍໃນວິວັດການຖອນທະຫານ ຢ່າງຈະແຈ້ງ ກໍ່ຄືສຳລັບຄວາມສະຖຽນລະພາບໃນອະນາຄົດຢູ່ ອາບການິດສະຖານ. ໃນຂະນະນັ້ນ, ນັກຊ່ຽວຊານດ້ານຄວາມໝັ້ນຄົງຫຼາຍທ່ານກໍ່ຍັງກ່າວເຕືອນວ່າ ຕາລີບານ ອາດຈະບໍ່ໃຫ້ກຳລັງທະຫານອາເມລິກາ ແລະ ທະຫານປະສົມ ຖອນຕົວອອກຈາກ ອາບການີສະຖານ ຢ່າງສະຫງົບ, ຍ້ອນວ່າ, ຕົວຈິງແລ້ວ, ໃນໄລຍະຜ່ານມາ ກໍ່ໄດ້ເກີດການປະທະກັນຢ່າງຕໍ່ເນື່ອງ ລະຫວ່າງ ຕາລີບານ ແລະ ກຳລັງທະຫານລັດຖະບານ ອາບການິດສະຖານ. ພິເສດ, ໃນແຈ້ງການເມື່ອວັນທີ 26 ມີນາຜ່ານມາ, ຕາລີບານ ປະກາດວ່າ ຈະບຸກໂຈມຕີກຳລັງທະຫານ ອາເມລິກາ ທີ່ຍັງມີໜ້າຢູ່ ອາບການີສະຖານ, ຖ້າຫາກວ່າ ອາເມລິກາ ບໍ່ປະຕິບັດຄຳໝັ້ນສັນຍາຖອນທະຫານກ່ອນວັນທີ 1 ພຶດສະພາປີ 2021 ຕາມຂໍ້ຕົກລົງທີ່ໄດ້ເຊັນເມື່ອເດືອນກຸມພາປີ 2020 ໂດຍພາຍໃຕ້ສະໄໝຂອງປະທານາທິບໍດີ Donald Trump. ຍ້ອນເຫດນັ້ນ, ບໍ່ມີຫຍັງຮັບປະກັນໄດ້ວ່າ ເລື່ອງຖອນທະຫານຂອງ ອາເມລິກາ ອອກຈາກ ອາບການິດສະຖານ ຈະດຳເນີນໄປດ້ວຍດີ ແລະ ເປົ້າໝາຍສີ້ນສຸດການສູ້ຮົບທີ່ແກ່ຍາວທີ່ສຸດໃນປະຫວັດສາດຂອງ ອາເມລິກາ ຈະປະກົດຜົນເປັນຈິງໄດ້ຫຼືບໍ່.

           

ຕອບກັບ

ຂ່າວ/ບົດ​ອື່ນ