(vovworld) - ກອງປະຊຸມຂັ້ນສູງຮັກສາຄວາມປອດໄພດ້ານນິວຄະເລຍຄັ້ງທີ 2 ເຊິ່ງຈັດຂຶ້ນຢູ່ ສເກົາຫຼີ ໄດ້ກ້າວເຂົ້າສູ່ມື້ສຸດທ້າຍ, ດ້ວຍວາລະປະຊຸມຄົບຄະນະ, ປຶກສາຫາລືບັນດາມາດຕະການຮັກສາວັດຖຸອຸປະກອນ ແລະຮາກຖານນິວຄະເລບ, ສະກັດກັ້ນໄພເກີດວິກິດການນິວຄະເລຍ. ເຖິງວ່າຈຸດປະສົງຂອງບັນດາການນຳໂລກແມ່ນຈະແຈ້ງແລ້ວກໍ່ຕາມ, ແຕ່ເບິ່ງຄືວ່າ, ນີ້ແມ່ນໜ້າບໍ່ງ່າຍດາຍປານໃດ, ເພາະວ່າການຮັກສາຄວາມປອດໄພດ້ານນິວຄະເລຍຂອງໂລກແມ່ນບັນຫາຍາກທີ່ຈະຄວບຄຸມ ແລະຄາດຄະເນລ່ວງໜ້າໄດ້.
ທ່ານ Obama ສັງເກດສະພາບການເກົາຫຼີຈາກເຂດປອດການທະຫານ (ພາບ: AP)
ກອງປະຊຸມຂັ້ນສູງຮັກສາຄວາມປອດໄພດ້ານນິວຄະເລຍຄັ້ງນີ້ມີຂອບຂະໜາດໃຫຍ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ດ້ວຍການເຂົ້າຮ່ວມຂອງ ປະມຸກລັດ 53 ທ່ານ, ຫຼາຍກວ່າ 10 ທ່ານ ເມື່ອທຽບໃສ່ກອງປະຊຸມຄັ້ງທຳອິດ ເຊິ່ງຈັດຂຶ້ນຢູ່ ວໍຊິງຕັນ ແຫ່ງອາເມລິກາ ເມື່ອປີ 2010. ຕາມການສັງເກດຂອງຜູ້ຊ່ຽວຊານຈຳນວນໜຶ່ງແລ້ວ, ກອງປະຊຸມອາດຈະສະແດງໃຫ້ເຫັນເຈດຈຳນົງຂອງປະຊາຄົມໂລກໃນການປ້ອງກັນ, ຕ້ານການເຄື່ອນໄຫວກໍ່ການຮ້າຍດ້ານນິວຄະເລຍ, ສະໜັບສະໜູນການເຄື່ອນໄຫວຂອງບັນດາອົງການຈັດຕັ້ງສາກົນຄື: ສະຫະປະຊາຊາດ, ອົງການພະລັງງານປາລະມະນູສາກົນ (IAEA) ໃນຄວາມມານະພະຍາຍາມສະກັດກັ້ນການຜະລິດບັນດາວັດຖຸ, ອຸປະກອນນິວຄະເລຍ ທີ່ສາມາດນຳໃຊ້ເຂົ້າໃນການຜະລິດອາວຸດນິວຄະເລຍ. ຫຼືສາມາດຖອດຖອນບົດຮຽນຈາກເຫດການທີ່ເກີດຂຶ້ນຢູ່ໂຮງງານນິວຄະເລຍ Fukushima (ແຫ່ງປະເທດຍີ່ປຸ່ນ) ເພື່ອແນໃສ່ວາງມາດຕະການຕ່າງໆໃນການປົກປັກຮັກສາບັນດາຮາກຖານນິວຄະເລຍພົນລະເຮືອນ ແລະ ສະກັດກັ້ນບັນດາເຫດການກໍ່ການຮ້າຍທີ່ມີລັກສະນະກຳມັນຕະພາບລັງສີ. ນອກນັ້ນແມ່ນແຈ້ງຜົນງານໃໝ່ສຸດໃນການຫຼຸດຜ່ອນວັດຖຸດິບນິວຄະເລຍ ແລະ ຄຳໝັ້ນສັນຍາໃໝ່ຂອງບັນດາປະເທດເຂົ້າຮ່ວມ. ທີ່ວາລະອັດກອງປະຊຸມ, ວົງການສື່ມວນຊົນຂອງປະເທດເຈົ້າພາບກໍ່ໃຫ້ຮູ້ວ່າ, ກອງປະຊຸມຈະອອກແຈ້ງການ ເຊີອູນ ໂດຍຢັ້ງຢືນຄືນໃໝ່ບັນດາຄຳໝັ້ນສັນຍາສາກົນກ່ຽວກັບເລື່ອງຫຼຸດຜ່ອນ ການເສີມທາດ Uraniumໃນລະດັບສູງກວ່າ, ພ້ອມທັງຈັດຕັ້ງກອງປະຊຸມ ປຶກສາຫາລື ກ່ຽວກັບຄວາມປອດໄພດ້ານນິວຄະເລຍຄັ້ງຕ່າງໆ. ເຖິງວ່າກອງປະຊຸມຂັ້ນສູງຮັກສາຄວາມປອດໄພດ້ານນິວຄະເລຍຄັ້ງນີ້ບໍ່ວາງອອກບັນດາຄາດໝາຍກະໂດດຂັ້ນກໍ່ຕາມ, ແຕ່ເບິ່ງຄືວ່າການຜັນຂະຫຍາຍບັນດາຂໍ້ສະຫຼຸບທີ່ກອງປະຊຸມນີ້ຈະບໍ່ແມ່ນເລື່ອງງ່າຍດາຍ
ຫາງສຽງຍັງຄົງຈື່ຈຳວ່າ, ທີ່ກອງປະຊຸມຂັ້ນສູງຮັກສາຄວາມປອດໄພດ້ານນິວຄະເລຍຄັ້ງທຳອິດເມື່ອປີ 2010, ປະທານາທິບໍດີອາເມລິກາ Barak Obama ໄດ້ກຳນົດຈຸດໝາຍຮັບປະກັນຄວບຄຸມບັນດາວັດຖຸອຸປະກອນນິວຄະເລຍໃນປີ 2014 ແລ້ວກໍ່ຕາມ. ແຕ່ຫຼັງຈາກນັ້ນ 2 ປີ, ມາຮອດປະຈຸບັນ, ໂລກຍັງຄົງສືບຕໍ່ຊອກຫາວິທີການແກ້ໄຂບັນຫາຮັບປະກັນຄວາມປອດໄພດ້ານນິວຄະເລຍຢູ່. ປະຈຸບັນ, ຈຳນວນປະເທດນຳໃຊ້ພະລັງງານນິວຄະເລຍນັບມື້ນັບເພີ່ມຂຶ້ນ, ນອກນັ້ນແມ່ນການເຕີບໃຫຍ່ເຂັ້ມແຂງຂອງບັນດາອົງການກໍ່ກາຍຮ້າຍ, ເຊິ່ງແມ່ນກຳລັງທີ່ຍາມໃດກໍ່ຊອກຫາກາລະໂອກາດຍາດເອົາວັດຖຸອຸປະກອນນີ້ ເພື່ອຂົ່ມຂູ່ເຖິງສັນຕິພາບໂລກ. ສິ່ງທີ່ກໍ່ຄວາມວິຕົກກັງວົນກວ່ານັ້ນແມ່ນ, ປະຈຸບັນ, ວັດຖຸອຸປະກອນນິວຄະເລຍຂອງໂລກ ແລະ ເຕັກນິກຜະລິດອາວຸດລ້າງຜານ ຈາກວັດຖຸອຸປະກອນນີ້ພວມແຜ່ຂະຫຍາຍອອກຢ່າງກວ້າງຂວາງ. ຕາມບົດລາຍງານຫວ່າງແລ້ວນີ້ຂອງອົງການ (IAEA) ແລ້ວ, ໄລ່ມາຮອດປີ 2011, ທົ່ວໂລກມີທາດ Uranium ທີ່ໄດ້ຮັບການເສີມດ້ວຍລະດັບສູງແມ່ນ 1.600 ໂຕນ ແລະມີທາດ Plutonium ເພື່ອຜະລິດຫົວນິວຄະເລຍ 500 ໂຕນ . ພິເສດ Uranium ທີ່ນຳໃຊ້ໃຫ້ພົນລະເຮືອນແມ່ນບໍ່ໄດ້ຮັບການຄຸ້ມຄອງຢ່າງແໜ້ນແຟ້ນ.
ກອງປະຊຸມຂັ້ນສູງຮັກສາຄວາມປອດໄພດ້ານນິວຄະເລຍຄັ້ງທີ 2 ເຊິ່ງຈັດຂຶ້ນຢູ່ ສເກົາຫຼີ, ຖືກຖືວ່າແມ່ນການສືບຕໍ່ກອງປະຊຸມສຸດຍອດຫຼຸດຜ່ອນອາວຸດນິວຄະເລຍ ແລະ ບໍ່ເຜີຍແຜ່ອາວຸດນິວຄະເລຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດປີ 2009 ແລະ ກອງປະຊຸມຂັ້ນສູງຮັກສາຄວາມປອດໄພດ້ານນິວຄະເລຍຄັ້ງທຳອິດເຊິ່ງຈັດຂຶ້ນຢູ່ວໍຊິງຕັນເມື່ອປີ 2010. ເລື່ອງບັນດາການນຳໂລກໂຮມປະຊຸມນຳກັນເຖິງ 3 ເທື່ອໃນ 2, 3 ປີ ມານີ້ ເພື່ອຊອກຫາມາດຕະການແກ້ໄຂບັນຫານິວຄະເລຍນີ້ ໄດ້ເປັນການສະແດງໃຫ້ເຫັນຄວາມສຳຄັນຂອງເລື່ອງຮັກສາຄວາມປອດໄພ ດ້ານນິວຄະເລຍເພື່ອສັນຕິພາບຂອງມວນມະນຸດ. ດ້ວຍບັນດາຖະແຫຼງການເຊິ່ງຄາດວ່າຈະຍົກອອກທີ່ວາລະອັດກອງປະຊຸມຄັ້ງນີ້, ຫາງສຽງຫວັງວ່າ ປະເທດຕ່າງໆຈະປະຕິບັດການຮັກສາຄວາມປອດໄພດ້ານນິວຄະເລຍຢ່າງຕັ້ງໜ້າ, ແລະມີເຈດຕະນາດີກວ່າ, ເຖິງວ່າການປະຕິບັດຄຳໝັ້ນສັນຍານີ້ຈະບໍ່ແມ່ນເລື່ອງທີ່ງ່າຍດາຍ.