(VOVWORLD) -
ວັນທີ 9 ພຶດສະພາປີ 1945, ພາຍຫຼັງພຽງ 2,3 ວັນໃນຂະນະທີ່ທະຫານສຳພັນທະມິດຕີເອົາຊະນະກຳລັງຟາດຊິດອີຕາລີ, ຟາດຊິດເຢຍລະມັນ ກໍ່ໄດ້ປະກາດຍອມຈຳນົນກຳລັງທະຫານສຳພັນທະມິດ. ເຫດການນີ້ເປັນຂີດໝາຍແຫ່ງການຊຸດໂຊມຂອງລັດທິຟາດຊິດຢູ່ເອີລົບຢ່າງສີ້ນເຊີງ, ພາໄປເຖິງເລື່ອງຟາດຊິດຍີ່ປຸ່ນ ປະກາດຍອມຈຳນົນເມື່ອວັນທີ 2 ກັນຍາປີ 1945, ສິ້ນສຸດສົງຄາມໂລກຄັ້ງທີ 2 ຢ່າງເປັນທາງການ ດ້ວຍໄຊຊະນະແມ່ນເປັນຂອງກຳລັງທະຫານສຳພັນທະມິດ. ຝ່າຍຟາດຊິດຖືກປະລາໄຊ, ນັບສິບປະເທດໄດ້ຮັບການປົດປ່ອຍ ແລະ ປະຊາຊົນນັບຮ້ອຍລ້ານຄົນໄດ້ຮັບການກອບກູ້ເອົາຊີວິດ. ດ້ວຍໄຊຊະນະພິເສດດັ່ງກ່າວ, ວັນທີ 9 ພຶດສະພາຂອງແຕ່ລະປີ ໄດ້ຮັບການເຊີດຊູວ່າແມ່ນ “ວັນໄຊຊະນະ” ຢູ່ຫຼາຍປະເທດໃນໂລກ.
ທະຫານແດງລັດເຊຍ ກັບໄຊຊະນະຢູ່ Berlin (ພາບ: TTXVN)
|
ກ່ວາ 7 ທົດສະວັດໄດ້ຜ່ານພົ້ນໄປແລ້ວ, ແຕ່ມາຮອດປະຈຸບັນ, ໄຊຊະນະຂອງກຳລັງທະຫານສຳພັນທະມິດ ແລະ ບັນດາກຳລັງຮັກຫອມສັນຕິພາບ, ກ້າວໜ້າໃນທົ່ວໂລກ ຕໍ່ລັດທິຟາດຊິດປີ 1945 ຍັງຄົງແມ່ນບົດຮຽນແຫ່ງປະຫວັດສາດທີ່ມີຄ່າ ແລະ ມີລັກສະນະສະຖານະການ, ຊື່ງໄດ້ຕັກເຕືອນໃຫ້ມວນມະນຸດກ່ຽວກັບພາລະກຳປົກປັກຮັກສາສັນຕິພາບໂລກ.
ບົດຮຽນປະຫວັດສາດຈາກສົງຄາມໂລກຄັ້ງທີ 2
ສົງຄາມໂລກຄັ້ງທີ 2 ໄດ້ເລີ່ມມາຈາກບັນດາຂໍ້ຂັດແຍ້ງທີ່ບໍ່ສາມາດແກ້ໄຂໄດ້ຂອງບັນດາປະເທດຈັກກະພັດ. ບັນດາປະເທດຈັກກະພັດທີ່ຫາກໍ່ພົ້ນເດັ່ນຂຶ້ນຄືເຢຍລະມັນ, ຍີ່ປຸ່ນ, ອີຕາລີ ໄດ້ສ້າງຕັ້ງສຳພັນທະມິດຝ່າຍຟາດຊິດ, ສ້າງກອງທັບແຕ່ລະປະເທດເປັນ “ເຄື່ອງຈັກຮຸກຮານ” ເພື່ອປຸກລະດົມສົງຄາມ ແບ່ງແຍກໂລກຄືນໃໝ່.
ເພື່ອຕ້ານຄືນກອງທັບຟາດຊິດ, ກຸ່ມທະຫານສຳພັນທະມິດໄດ້ສ້າງຕັ້ງຂຶ້ນດ້ວຍເສົາຄ້ຳແມ່ນ 3 ປະເທດມະຫາອຳນາດຄື: ໂຊວຽດ, ອາເມລິກາ ແລະ ອັງກິດ. ພາຍຫຼັງສົງຄາມໂລກຄັ້ງທີ 2, ປີ 1946, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍພາລະກຳໃຫ່ຍທີ່ສຸດ ແມ່ນປົກປັກຮັກສາສັນຕິພາບໂລກ.
ບັນດາການຜັນແປປະຫວັດສາດກ່ອນນີ້ 7 ທົດສະວັດໄດ້ຊີ້ໃຫ້ເຫັນວ່າ, ເຖິງວ່າມີຄວາມແຕກຕ່າງກັນ, ຊ້ຳບໍ່ໜຳແມ່ນມີຄວາມຄັດຄ້ານກັນກ່ຽວກັບລະບົບແນວຄິດ, ລະບອບການເມືອງກໍ່ຄືຜົນປະໂຫຍດກໍ່ຕາມ ແຕ່ບັນດາປະເທດມະຫາອຳນາດ ຍັງຄົງສາມາດຮ່ວມສຳພັນກັນເພື່ອຕ້ານຄືນລັດທິຟາດຊິດ, ສັດຕູໂຕດຽວກັນຂອງມວນມະນຸດ ເພື່ອແນໃສ່ຟື້ນຟູ ແລະ ຮັກສາສັນຕິພາບໂລກ.
ຮັກສາສັນຕິພາບໂລກ: ພາລະກຳຂອງທຸກຍຸກສະໄໝ
ທີ່ເວທີປາໄສ “ໂລກອາໄລຫາບັນດາຜູ້ປະສົບເຄາະຮ້າຍ ໂດຍໂທດກຳດັບສູນເຊື້ອຊາດຜິວພັນກໍ່ຂຶ້ນ” ຊື່ງຈັດຂຶ້ນຢູ່ Jerusalem (Israel ພວມຄວບຄຸມ) ເມື່ອຕົ້ນປີນີ້, ທ່ານປະທານາທິບໍດີລັດເຊຍ V. Putin ໄດ້ສະເໜີຂໍ້ລິເລີ່ມຈັດການພົບປະລະຫວ່າງປະມຸກລັດ 5 ປະເທດປະຈຳການ ສະພາຄວາມໝັ້ນຄົງ ສປຊ ເພື່ອພ້ອມກັນມານະພະຍາຍາມຮັບມືກັບໄພນາບຂູ່ສັນຕິພາບ ແລະ ຄວາມໝັ້ນຄົງໃນທົ່ວໂລກ.
ສິ້ງທີ່ໜ້າເວົ້າເຖິງ ນັ້ນແມ່ນ, ຕໍ່ກັບຂໍ້ສະເໜີຂອງທ່ານປະທານາທິບໍດີລັດເຊຍ ບໍ່ດົນປານໃດ, ທ່ານ António Guterres ເລຂາທິການໃຫ່ຍ ສປຊ ໄດ້ກ່າວເຕືອນວ່າ ໂລກພວມ ປະເຊີນໜ້າກັບໄພນາບຂູ່ທົ່ວໂລກຢ່າງໜ້ອຍສຸດແມ່ນ 4 ຢ່າງຄື: ການປີນຂັ້ນໄດລະດັບແກ່ງແຍ້ງຍຸດທະສາດສູງກ່ວາໝູ່ນັບແຕ່ກ່ອນມາຮອດປະຈຸບັນ, ໄພເກີດການຊ່ວງເສັງອາວຸດນິວເຄຼຍ; ວິກິດການກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ; ສະພາບການຂາດຄວາມໄວ້ເນື້ອເຊື່ອໃຈ ສຳລັບບັນດາລະບອບການເມືອງສາກົນ; ບັນຫາການນຳໃຊ້ບັນດາເຕັກໂນໂລຊີໃໝ່ ໃນບັນດາການເຄື່ອນໄຫວອາດສະຍາກຳ. ໃນນັ້ນ, ວົງການນັກໄຈ້ແຍກຕີລາຄາວ່າ: ໄພນາບຂູ່ທີ່ໜຶ່ງຄື: “ການປີນຂັ້ນໄດລະດັບແກ່ງແຍ້ງຍຸດທະສາດສູງກ່ວາໝູ່ນັບແຕ່ກ່ອນມາຮອດປະຈຸບັນ, ໄພເກີດການຊ່ວງເສັງອາວຸດນິວເຄຼຍ” ແມ່ນໜ້າວິຕົກກັງວົນເປັນພິເສດ. ນັບແຕ່ທ້າຍຊຸມປີ 1990, 5 ປະເທດປະຈຳການຂອງສະພາຄວາມໝັ້ນຄົງ ສປຊຄື: ອາເມລິກາ, ລັດເຊຍ, ອັງກິດ, ຝະລັ່ງ ແລະ ຈີນ ບໍ່ແມ່ນເຈົ້າກຳໜຶ່ງດຽວທີ່ເປັນກຳມະສິດອາວຸດນິວເຄຼຍ ອີກແລ້ວ ນັບແຕ່ພາຍຫຼັງສົງຄາມໂລກຄັ້ງທີ 2. ນອກຈາກນັ້ນ, ປີ 2002, ອາເມລິກາ ໄດ້ຖອນອອກຈາກສົນທິສັນຍາປ້ອງກັນລູກສອນໄຟ ທີ່ໄດ້ເຊັນກັບໂຊວຽດ (ລັດເຊຍ) ພຽງລຳພັງຝ່າຍດຽວ, ຊຸກຍູ້ການຜັນຂະຫຍາຍລະບົບສະກັດກັ້ນລູກສອນໄຟຢູ່ເອີລົບ ແລະ ອາຊີຕາເວັນອອກ. ຮອດປີ 2019, ອາເມລິກາ ໄດ້ຖອນອອກຈາກສົນທິສັນຍາບັນດາກຳລັງນິວເຄຼຍໄລຍະກາງ (INF) ທີ່ໄດ້ເຊັນກັບໂຊວຽດ (ລັດເຊຍ) ເມື່ອປີ 1987 ພ້ອມກັນນັ້ນໄດ້ປະຕິເສດການເຈລະຈາກັບລັດເຊຍ ກ່ຽວກັບການຕໍ່ກຳນົດເວລາສົນທິສັນຍາຈຳກັດຈຳນວນອາວຸດນິວເຄຼຍຍຸດທະສາດໄລຍະ III (START-III) ຊື່ງຈະໝົດກຳນົດເວລາໃນປີ 2021.
ຍ້ອນເຫດນັ້ນ, ວົງການນັກໄຈ້ແຍກຖືກວ່າ, ກອງປະຊຸມສຸດຍອດພິເສດສາກົນ ຕ້ອງໄດ້ຈັດຂຶ້ນເພື່ອປຶກສາຫາລື ແລະ ຊອກຫາມາດຕະການສະກັດກັ້ນການຊ່ວງເສັງກຳລັງປະກອບອາວຸດນິວເຄຼຍ ຊື່ງແມ່ນໄພນາບຂູ່ສັນຕິພາບໂລກ ຊ້ຳບໍ່ໜຳແມ່ນຮ້າຍແຮງກ່ວາລັດທິຟາດຊິດໃນເມື່ອກ່ອນອີກ. ບົດຮຽນປະຫວັດສາດໃນການຕ້ານລັດທິຟາດຊິດ, ບັນດາປະເທດ, ພິເສດແມ່ນບັນດາປະເທດມະຫາອຳນາດ ຕ້ອງປະລະບັນດາຄວາມບໍ່ລົງລອຍກັນ, ຂໍ້ຂັດແຍ້ງກັນ ເພື່ອພ້ອມກັນມານະພະຍາຍາມ ແລະ ມີການກະທຳ ເພື່ອໂລກແຫ່ງສັນຕິພາບ ແລະ ມີຄວາມປອດໄພ.