(vovworld)- ການຄວບຄຸມຢ່າງແຫນ້ນແຟ້ນ, ຍົກສູງປະສິດທິຜົນການນຳໃຊ້ ແລະ ຮັບປະກັນຫນີ້ສາທາລະນະໃນຂອບເຂດກຳນົດ ແມ່ນຫນຶ່ງໃນບັນດາມາດຕະການເພື່ອຮັກສາການເງິນແຫ່ງຊາດຢ່າງປອດໄພ, ຮັກສາດ້ານເສດຖະກິດມະຫາພາກເປັນປົກກະຕິ. ຈຸດໝາຍນີ້ໄດ້, ພວມ ແລະ ຈະໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດຈາກລັດຖະບານຫວຽດນາມ, ເປັນຕົ້ນແມ່ນໃນສະພາວະ ຫນີ້ສາທາລະນະຂອງຫວຽດນາມພວມ ເພີ່ມຂຶ້ນສູງ.
ພາບປະກອບ:internet
|
ການລົງທຶນຂອງລັດ ຕ້ອງການບັນດາແຫລ່ງທຶນເພື່ອພັດທະນາ, ກໍ່ສ້າງລະບົບພື້ນຖານໂຄງລ່າງເສດຖະກິດສັງຄົມ. ໃນໄລຍະຜ່ານມາ, ຢູ່ຫວຽດນາມ ມີກວ່າ 98% ທຶນກູ້ຢືມໄດ້ນຳໃຊ້ໂດຍກົງໃຫ້ແກ່ບັນດາໂຄງການພື້ນຖານໂຄງລ່າງ, ສ່ວນຍັງເຫລືອນຳເຂົ້າງົບປະມານແຫ່ງລັດເພື່ອເບີກຈ່າຍໃຫ້ແກ່ການລົງທຶນພັດທະນາ(1,5%) ແລະ ສ່ວນຫນື່ງແມ່ນເບິີກຈ່າຍໃຫ້ແກ່ວຽກງານບໍລິຫານໃນບັນດາໂຄງການກູ້ຢືມທຶນ ODA ຕາມຄຳໝັ້ນສັນຍາ (0,4%).
ການລົງທຶນຂອງລັດປະກອບສ່ວນພັດທະນາເສດຖະກິດ, ກໍ່ສ້າງພື້ນຖານໂຄງລ່າງ
ຍ້ອນຜົນສະທ້ອນຈາກວິກິດການການເງິນ ແລະ ການຊຸດໂຊມຂອງເສດຖະກິດທົ່ວໂລກ ພ້ອມກັບບັນດາຄວາມອ່ອນດ້ອຍພາຍໃນປະເທດ, ເສດຖະກິດຫວຽດນາມ ມີລະດັບເຕີບໂຕຊັກຊ້າ, ໄລຍະ 2006-2010 ສະເລ່ຍ 7%/ປີ ແຕ່ໄລຍະ 2011-2015 ລົງເຫລືອພຽງປະມານ 5,8%/ປີ. ຕໍ່ຫນ້າສະພາບການດັ່ງກ່າວ, ສະພາແຫ່ງຊາດ ມີແຜນນະໂຍບາຍຫລຸດຜ່ອນການເກັບອາກອນ, ຫນູນຊ່ວຍໃຫ້ແກ່ວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ ແລະ ເພີ່ມການເບີກຈ່າຍໃຫ້ການຮັບປະກັນສັງຄົມ. ສະນັ້ນ ຈຳນວນເງິນເບີກຈ່າຍໃຫ້ແກ່ການລົງທຶນພັດທະນາຫລຸດລົງຢ່າງແຮງ, ຈາກ 25% ໃນຍອດລາຍຈ່າຍງົບປະມານແຫ່ງລັດ ໄລຍະ 2006-2010 ລົງເຫລືອພຽງ 18% ໃນໄລຍະ 2011-2015. ສະນັ້ນ ເພື່ອປະຕິບັດຈຸດໝາຍ, ຫນ້າທີ່ພັດທະນາເສດຖະກິດສັງຄົມທີ່ໄດ້ວາງອອກ, ຫວຽດນາມ ເປັນເຈົ້າການ ເພີ່ມການກູ້ຢືມທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານນາງ ຫງວຽນທິເຫງ໋ຍ, ສະມາຊິກສະພາແຫ່ງຊາດ(ສສຊ) ນະຄອນ ຫາຍຟ່ອງ ຖືວ່າ:
“ຂ້າພະເຈົ້າເຫັນວ່າ ບັນຫາ ຫນີ້ສາທາລະນະທີ່ແມ່ນບັນຫາທີ່ບັນດາປະເທດໃນວິວັດການປະຕິບັດການຫັນເປັນອຸດສາຫະກຳ ແລະທັນສະໄຫມລ້ວນແຕ່ປະສົບ, ນັບທັງບັນດາປະເທດພັດທະນາປະຈຸບັນ ພວມປະເຊີນຫນ້າກັບສະພາບຫນີ້ສາທາລະນະສູງ. ຢາກພັດທະນາ ພວກເຮົາຕ້ອງກູ້ຢືມທຶນຈາກຕ່າງປະເທດ, ຈຳຫນ່າຍພັນທະບັດເພື່ອເພີ່ມແຫລ່ງກຳລັງໃຫ້ແກ່ການລົງທຶນກໍ່ສ້າງພື້ນຖານໂຄງລ່າງຂົວ, ທ່າກຳປັ່ນ, ລະບົບຄົມມະນາຄົມ, ໂຮງໝໍ. ມີຫລາຍໂຄງການສຳຄັນໄດ້ເລີ່ມລົງມືກໍ່ສ້າງ, ນຳເຂົ້າໃຊ້ການ ຈາກແຫລ່ງທຶນກູ້ຢືມ ອັນໄດ້ສ້າງການປ່ຽນແປງຫລາຍຢ່າງ, ແມ່ນກຳລັງຫນູນສຳຄັນໃຫ້ແກ່ການພັດທະນາຂອງປະເທດຊາດຕໍ່ຫນ້າສະພາບ ຫນີ້ສາທາລະນະປະຈຸບັນ.”
ບໍ່ອາດປະຕິເສດໄດ້ວ່າ ປະສິດທິຜົນໂດຍຫນີ້ສາທາລະນະນຳມາໃຫ້ ແຕ່ຍ້ອນລາຍຈ່າຍງົບປະມານແຫ່ງລັດເກີນດຸນ, ການຈຳຫນ່າຍພັນທະບັດ, ການລົງທຶນເຮັດໃຫ້ ຫນີ້ສາທາລະນະ ຂອງຫວຽດນາມ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ຈາກ 51,7% GDP ໃນປີ 2010 ເພີ່ມຂຶ້ນເຖິງ 60,3% GDP ໃນທ້າຍປີ 2014 ແລະ ປະມານ 64% GDP ໃນທ້າຍປີ 2015. ນອກນັ້ນ ບັນດາໂຄງການລົງທຶນບໍ່ມີປະສິດທິຜົນ, ສະພາບການສໍ້ລາດບັງຫລວງ, ການຟຸມເຟືອຍໃນການລົງທຶນກໍ່ສ້າງຍັງເກີດຂຶ້ນ, ອັດຕາສ່ວນເກັບລາຍຮັບງົບປະມານ/GDP ຫລຸດລົງ; ການເບີກຈ່າຍເປັນປະຈຳກໍເພີ່ມຂຶ້ນຢ່າງວ່ອງໄວ. ສະພາບການນັ້ນໄດ້ຮຽກຮ້ອງ ຫນີ້ສາທາລະນະ ຕ້ອງໄດ້ຮັບການຄວບຄຸມຢ່າງແຫນ້ນແຟ້ນ, ຫລີກລ້ຽງສະພາບການເງິນແຫ່ງຊາດຂາດຄວາມປອດໄພ ແລະ ເສດຖະກິດມະຫາພາກບໍ່ປົກກະຕິ. ດຣ ເລດັງຢວານ, ຜູ້ຊ່ຽວຊານດ້ານເສດຖະກິດ ຍົກຄຳເຫັນວ່າ:
“ຂ້າພະເຈົ້າຄິດວ່າ ເສດຖະກິດຫວຽດນາມ ຄວນປະຕິບັດຫລາຍສິ່ງກວ່າອີກ ເພື່ອເຮັດແນວໃດຫລຸດຜ່ອນ ຫນີ້ສາທາລະນະ ແລະ ຫລຸດຜ່ອນບໍລິການຊຳລະ ຫນີ້ສາທາລະນະໃນໄລຍະຈະມາເຖິງ. ມາດຕະການສຳຄັນ ຕ້ອງບັນລຸໄດ້ຄວາມຄືບຫນ້າໃນການປະຕິບັດບັນດາແນວຄວາມຄິດປະຕິຮູບຂອງລັດຖະບານ. ແລະ ພິເສດ ຕ້ອງປະຕິບັດການປະຢັດໃນພື້ນຖານເສດຖະກິດທັງໝົດຢ່າງແທ້ຈິງ ເພື່ອຫລຸດຜ່ອນລາຍຈ່າຍງົບປະມານເກີນດຸ່ນ ແລະ ຫລຸດຜ່ອນອັດຕາ ຫນີ້ສາທາລະນະເພີ່ມຂຶ້ນຢ່າງວ່ອງໄວ.”
ລັດຖະບານຫວຽດນາມຕັດສິນໃຈເຮັດໃຫ້ຫນີ້ສາທາລະນະກັບຄືນສູ່ສະພາບປອດໄພ
ໃນໄລຍະຈະມາເຖິງ, ຫວຽດນາມ ກຳນົດວ່າ ຕ້ອງສືບຕໍ່ນຳໃຊ້ທຶນກູ້ຢືມທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອລົງທຶນພັດທະນາ, ກໍ່ສ້າງລະບົບພື້ນຖານໂຄງລ່າງເສດຖະກິດສັງຄົມ. ເຖິງຢ່າງໃດກໍຕາມ, ໃນວິວັດການນັ້ນ, ມີ 3 ຈຸດໝາຍ ຊື່ງຫວຽດນາມ ຕ້ອງຮັບປະກັນ ນັ້ນແມ່ນ: ຄວບຄຸມ ຫນີ້ສາທາລະນະໃນຂອບເຂດໂດຍສະພາແຫ່ງຊາດກຳນົດ, ໝາຍຄວາມວ່າຍອດຫນີ້ສາທາລະນະບໍ່ເກີນ 65% GDP. ຕ້ອງເບີກຈ່າຍໃຫ້ແກ່ການລົງທຶນໃຫ້ມີປະສິດທິຜົນ ແລະ ຕ້ອງຮັບປະກັນການຄິດໄລ່, ດຸ່ນດ່ຽງງົບປະມານໃນການຊຳລະບ້ວງຫນີ້ກູ້ຢືມ. ພ້ອມກັນນັ້ນ ສ້າງໂຄງປະກອບບ້ວງຫນີ້ຄືນໃຫມ່ ຕາມທິດປອດໄສກວ່າ. ສະນັ້ນ ລັດຖະບານຫວຽດນາມ ຈະເອົາໃຈໃສ່ເປັນພິເສດການຊີ້ນຳຍົກສູງປະສິດທິຜົນການຄຸ້ມຄອງ ແລະ ນຳໃຊ້ ຫນີ້ສາທາລະນະ. ເມື່ອເຕື້ອງເຖິງບັນຫານີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນວ່າ:
“ຫນີ້ສາທາລະນະ ພຽງແຕ່ນຳໃຊ້ໃຫ້ການລົງທຶນພັດທະນາ, ກໍ່ສ້າງບັນດາກິດຈະກຳພື້ນຖານໂຄງລ່າງເສດຖະກິດສັງຄົມທີ່ສຳຄັນ, ມີຄວາມຈຳເປັນຕາມແຜນກຳນົດ. ຕ້ອງກວດກາ, ອະນຸມັດບັນຊີລາຍຊື່ການນຳໃຊ້ທຶນກູ້ຢືມຂອງລັດຖະບານ, ທຶນກູ້ຢືມໂດຍລັດຖະບານຄ້ຳປະກັນ ແລະ ທຶນກູ້ຢືມຂອງອຳນາດການປົກຄອງທ້ອງຖິ່ນຢ່າງແຫນ້ນແຟ້ນ. ເພີ່ມທະວີການກວດກາ, ຕິດຕາມກວດກາການນຳໃຊ້ທຶນກູ້ຢືມ, ຮັບປະກັນປະສິດທິຜົນການລົງທຶນ, ຄຸນນະພາບກິດຈະກຳ ແລະ ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ. ເປັນເຈົ້າການໃນການສະກັດກັ້ນ ແລະ ປັບໄຫມບັນດາການກະທຳຫຍໍ້ທໍ້, ການສໍ້ລາດບັງຫລວງ, ຟຸມເຟືອຍຢ່າງເຂັ້ມງວດ.”
ນອກນັ້ນ ຕ້ອງຄຸ້ມຄອງຢ່າງແຫນ້ນແຟ້ນບັນດາບ້ວງເງິນກູ້ຢືມໃຫມ່, ກວດກາບັນດາບ້ວງຫນີ້ອື່ນ ຄື ບ້ວງຫນີ້ເພື່ອລົງທຶນກໍ່ສ້າງພື້ນຖານ, ບ້ວງຫນີ້ປະກັນສັງຄົມ, ຮັບປະກັນຄວາມປອດໄພການເງິນແຫ່ງຊາດ ແລະ ເສດຖະກິດມະຫາພາກເປັນປົກກະຕິ.
ຄຽງຄູ່ກັບບັນດມາດຕະການດັ່ງກ່າວ, ລັດຖະບານຫວຽດນາມ ຈະກວດກາຄືນບັນດານະໂຍບາຍຮັບປະກັນຊີວິດສັງຄົມ, ບັນດາໂຄງການຈຸດໝາຍແຫ່ງຊາດ ເພື່ອຫລຸດຜ່ອນ, ປະສານສົມທົບບັນດານະໂຍບາຍ, ສ້າງວິວັດທະນາການ, ຂອບຂະຫນາດໃຫ້ເໝາະສົມກັບແຕ່ລະໝວດນະໂຍບາຍເພື່ອປະຕິບັດໃນໄລຍະ 2016-2020. ສຳລັບການເບີກຈ່າຍການລົງທຶນພັດທະນາ, ຈະຈັດແບ່ງຢ່າງມີຈຸດສຸມ, ນຳໃຊ້ຢ່າງມີປະສິດທິຜົນ, ບຸລິມະສິດການລົງທຶນພື້ນຖານໂຄງລ່າງຈຸດສຸມຂອງປະເທດຊາດ.
ກ່ຽວກັບເນື້ອແທ້, ຫນີ້ສາທາລະນະ ແມ່ນຫນຶ່ງໃນບັນດາແຫລ່ງທຶນທີ່ຈຳເປັນເພື່ອພັດທະນາເສດຖະກິດ. ໃນສະພາບການປະຈຸບັນຢູ່ ຫວຽດນາມ, ການແກ້ໄຂບັນຫາ ຫນີ້ສາທາລະນະ ແມ່ນບັນຫາຫຍຸ້ງຍາກ ແຕ່ດ້ວຍຄວາມມານະພະຍາຍາມ, ຄວາມຕັດສິນໃຈ, ການກຳນົດທິດຢ່າງຈະແຈ້ງຂອງລັດຖະບານ, ຫວຽດນາມ ຈະບັນລຸຈຸດໝາຍຫລຸດຜ່ອນ ຫນີ້ສາທາລະນະເທື່ອລະກ້າວ, ປະກອບສ່ວນຮັບປະກັນດ້ານການເງິນແຫ່ງຊາດ ແລະ ເສດຖະກິດມະຫາພາກເປັນປົກກະຕິ.