ຮັບມືກັບໂລກລະບາດຢ່າງມີໄຫວພິບ, ຟື້ນຟູການຜະລິດ

(VOVWORLD) -ເລື່ອງຈັດຕັ້ງການປະຕິບັດມະຕິເລກທີ 128 ຢ່າງຄົບຊຸດ, ເປັນເອກະພາບໃນທົ່ວປະເທດນັ້ນ ແມ່ນປັດໄຈສຳຄັນຍິ່ງເພື່ອໃຫ້ຫວຽດນາມ ຟື້ນຟູການຜະລິດ, ພັດທະນາເສດຖະກິດ.
ຮັບມືກັບໂລກລະບາດຢ່າງມີໄຫວພິບ, ຟື້ນຟູການຜະລິດ - ảnh 1ດົ່ງທາບ ໄດ້ສ້າງຕັ້ງຄະນະໜູນຊ່ວຍ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດຢ່າງທັນການ
(ພາບປະກອບ: congthuong.vn)

ໃນຊຸມມື້ຜ່ານມາ, ຫຼາຍກະຊວງ, ຂະແໜງການຢູ່ຫວຽດນາມ ໄດ້ຫັນປ່ຽນຈາກສະພາບ “ປິດປະຕູ” ໄປສູ່ການຮັບມືກັບສະພາບປົກະຕິໃໝ່ ພາຍຫຼັງລັດຖະບານຫວຽດນາມ ປະກາດໃຊ້ມະຕິເລກທີ 128 (ອອກວັນທີ 11 ຕຸລາ 2021), ກຳນົດໂດຍຊົ່ວຄາວ “ການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ” . ເລື່ອງຈັດຕັ້ງການປະຕິບັດມະຕິເລກທີ 128 ຢ່າງຄົບຊຸດ, ເປັນເອກະພາບໃນທົ່ວປະເທດນັ້ນ ແມ່ນປັດໄຈສຳຄັນຍິ່ງເພື່ອໃຫ້ຫວຽດນາມ ຟື້ນຟູການຜະລິດ, ພັດທະນາເສດຖະກິດ.

        ໃນການຜັນຂະຫຍາຍມະຕິເລກທີ 128, ຈິດໃຈລວມແມ່ນຄວາມເປັນເອກະພາບ, ລຸລ່ວງຈາກສູນກາງລົງຮອດທ້ອງຖິ່ນ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈັດຕັ້ງການປະຕິບັດຢ່າງມີໄຫວພິບ, ມີຫົວຄິດປະດິດສ້າງ, ເໝາະສົມກັບສະພາບການ.

ສ້າງຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ

        ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ພາຍຫຼັງສຸມໃສ່ປະຕິບັດການປ້ອງກັນ, ຕ້ານໂລກລະບາດໂຄວິດ -9 ໃນເວລາ 3 ເດືອນ, ມາຮອດປະຈຸບັນ ຫຼາຍແຂວງສາມາດຄວບຄຸມໂລກລະບາດໄດ້ໂດຍພື້ນຖານແລ້ວ. ໃນນັ້ນ, ສະເພາະແຂວງ ດົ່ງທາບ, ປະຈຸບັນມີວິສາຫະກິດກວ່າ 200 ແຫ່ງໄດ້ຄ່ອຍກັບຄືນສູ່ການຜະລິດ. ທ່ານ ຟ້າມທ້ຽນເງັ້ຍ, ປະທານຄະນະກຳມະການປະຊາຊົນແຂວງ ດົ່ງທາບ, ໃຫ້ຮູ້ວ່າ ແຂວງ ດົ່ງທາບ ໄດ້ສ້າງຕັ້ງຄະນະໜູນຊ່ວຍ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດຢ່າງທັນການ:

        “ທາງແຂວງໄດ້ສ້າງບັນດາແຜນການເພື່ອຟື້ນຟູ, ພັດທະນາເສດຖະກິດໃນຊຸມເດືອນທ້າຍປີ. ແຂວງ ດົ່ງທາບ ໄດ້ສຸມໃສ່ມຸ່ງໄປເຖິງການສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດປະຕິບັດ, ຟື້ນຟູຄືນໃໝ່ຕາມແຜນການ”.

        ຜັນຂະຫຍາຍການປະຕິບັດມະຕິເລກທີ 128, ແຂວງ ລ້າງເຊີນ ໄດ້ ແລະ ພວມສ້າງເງື່ອນໄຂສະດວກເພື່ອໃຫ້ການເຄື່ອນໄຫວແລກປ່ຽນສິນຄ້າຜ່ານຊາຍແດນດຳເນີນໄປຢ່າງປອດໄພ, ວ່ອງໄວ, ຮັບປະກັນການປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນ ຕ້ານໂລກລະບາດ, ທັງຟື້ນຟູພັດທະນາເສດຖະກິດ. ທ່ານນາງພັນໂທ ເຈິ່ນທິທຸຈາງ, ຮອງຫົວໜ້າຫ້ອງການຕຳຫຼວດຄຸ້ມຄອງບໍລິຫານກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຕຳຫຼວດແຂວງ ລ້າງເຊີນ, ໃຫ້ຮູ້ວ່າ:

        “ເລື່ອງນຳໃຊ້ຊອັບແວຄຸ້ມຄອງພົນລະເມືອງເຂດເກີດໂລກລະບາດໃນພື້ນຖານຂອງຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ ໄດ້ຊ່ວຍປະຢັດເວລາ, ລາຍຈ່າຍ, ແຫຼ່ງກຳລັງ ແລະ ພິເສດແມ່ນຫຼີກລ້ຽງການພົບປະໂດຍກົງໃນການແຈ້ງອາການສຸຂະພາບ ແລະ ຄວບຄຸມພົນລະເມືອງໄປມາລະຫວ່າງບັນດາທ້ອງຖິ່ນ; ພ້ອມກັນນັ້ນກໍ່ຊ່ວຍ ສືບຫາຜູ້ຕິດເຊື້ອໄວ ແລະ ມີຂໍ້ມູນຊັດເຈນຂອງແຕ່ລະກໍລະນີ, ກວດພົບກໍລະນີຕິດເຊື້ອຢ່າງທັນການເພື່ອດຳເນີນການແຍກຕົວ, ຮັບປະກັນການປ້ອງກັນ ຕ້ານໂລກລະບາດ”.

        ສ່ວນທາງກະຊວງຄົມມະນາຄົມຂົນສົ່ງຫວຽດນາມ, ການນຳກະຊວງໃຫ້ຮູ້ວ່າ ຈະປະກາດໃຊ້ບັນດາຂໍ້ກຳນົດຕື່ມອີກ ເພື່ອສ້າງຄວາມສະດວກໃຫ້ແກ່ການຈໍລະຈອນ. ທ່ານຮອງລັດຖະມົນຕີ ເລດິ່ງທໍ້, ຢືນຢັນວ່າ:

        “ຂະແໜງຄົມມະນາຄົມຂົນສົ່ງມີ 2 ຂົງເຂດຕົ້ນຕໍແມ່ນ: ຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ. ການຂົນສົ່ງສິນຄ້າຍັງຮັກສາການປ້ອງກັນ ຕ້ານໂລກລະບາດ. ເມື່ອຜັນຂະຫຍາຍມະຕິເລກທີ 128, ພວກຂ້າພະເຈົ້າໄດ້ສຳຫຼວດ, ປະກາດຂໍ້ກຳນົດໃໝ່ເພື່ອເໝາະສົມກັບເປົ້າໝາຍຄວາມຮຽກຮ້ອງ, ພິເສດແມ່ນຂໍ້ກຳນົດໃໝ່ຂອງກະຊວງສາທາລະນະສຸກ. ພວກຂ້າພະເຈົ້າໄດ້ປະກາດໃຊ້ບັນດາຂໍ້ກຳນົດທົດລອງກ່ຽວກັບການຂົນສົ່ງທາງບົກ, ທາງທະເລ ແລະ ການບິນໃນທັນທີ. ພວກຂ້າພະເຈົ້າໄດ້ກຳນົດແຈ້ງວ່າ: ເປີດປະຕູການຂົນສົ່ງທີ່ມີແຜນການ, ບາດກ້າວທີ່ເໝາະສົມ. ນີ້ແມ່ນສິ່ງທີ່ມີໄຫວພິບ”.

ຮັບມືກັບໂລກລະບາດຢ່າງມີໄຫວພິບ, ຟື້ນຟູການຜະລິດ - ảnh 2ມະຕິໄດ້ສ້າງເງື່ອນໄຂສະດວກໃຫ້ການເຄື່ອນໄຫວຜະລິດດຳເນີນທຸລະກິດ
(ພາບປະກອບ: baobinhduong.vn)

ຕ້ອງຮັບປະກັນວຽກງານປ້ອງກັນ, ຕ້ານໂລກລະບາດ

        ແຂວງ ແຄງຮ່ວາ ກໍ່ຫັນໄປສູ່ສະພາບຮັບມືຢ່າງມີໄຫວພິບ ຕາມຈິດໃຈມະຕິເລກທີ 128 ຂອງລັດຖະບານ. ທ່ານ ດິງວັນທ້ຽວ, ປະທານຄະນະກຳມະການປະຊາຊົນແຂວງ ແຄງຮ່ວາ, ໃຫ້ຮູ້ວ່າ:

        “ແຄງຮ່ວາ ໄດ້ ແລະ ພວມຜັນຂະຫຍາຍຢ່າງຖືກຕ້ອງຕາມເນື້ອໃນຈິດໃຈມະຕິເລກທີ 128. ພວກຂ້າພະເຈົ້າຕັດສິນໃຈປະຕິບັດ 6 ເປົ້າໝາຍທີ່ໄດ້ວາງອອກ. ໃນບໍລິເວນແຂວງ, ການດຳລົງຊີວິດຂອງປະຊາຊົນ, ການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງວິສາຫະກິດໄດ້ຟົດຟື້ນຂຶ້ນຄືນໃໝ່ພາຍຫຼັງການແຍກຫ່າງສັງຄົມ. ທາງແຂວງຕັດສິນໃຈທັງຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ, ທັງປະຕິບັດເປົ້າໝາຍຟື້ນຟູ ແລະ ພັດທະນາເສດຖະກິດ”.

        ມະຕິເລກທີ 128 ຂອງລັດຖະບານແມ່ນລັດຖະນະໂຍບາຍຢ່າງທັນການໃນຈຸດເວລາປະຕິບັດການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນປະຈຸບັນຢູ່ຫວຽດນາມ. ການຜັນຂະຫຍາຍການປະຕິບັດມະຕິດັ່່ງກ່າວຢ່າງມີປະສິດທິຜົນໃນສະພາບຕົວຈິງເປັນການສະແດງໃຫ້ເຫັນຄວາມມີໄຫວພິບ, ເປັນເຈົ້າການຂອງແຕ່ລະທ້ອງຖິ່ນ, ກະຊວງ, ສ້າງການຫັນປ່ຽນໃຫ້ແກ່ການຜະລິດດຳເນີນທຸລະກິດ, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ