(VOVWORLD) -ພາຍຫຼັງທີ່ໄດ້ປັບປຸງມາເປັນຫຼາຍຄັ້ງ, ມາຮອດປະຈຸບັນ, ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ໄດ້ກຳນົດຢ່າງຈະແຈ້ງກ່ຽວກັບນະໂຍບາຍຮັບປະກັນທີ່ດິນໃຫ້ແກ່ການດຳເນີນຊີວິດຂອງຊຸມຊົນ ແລະ ນະໂຍບາຍຈັດສັນທີ່ດິນ ແລະ ໃຫ້ເຊົ່າທີ່ຢູ່ອາໄສ ແລະ ດິນທຳການຜະລິດ ໃຫ້ແກ່ປະຊາຊົນຊົນເຜົ່າສ່ວນຫນ້ອຍ ທີ່ຂຶ້ນກັບຈຳນວນຄອບຄົວທຸກຍາກຢູ່ເຂດປະສົບກັບຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມ. ບັນດາສະມາຊິກສະພາແຫ່ງຊາດ ຖືວ່າ: ການປັບປຸງນີ້ຈະແກ້ໄຂສະພາບຂາດເຂີນດິນທີ່ຢູ່ອາໄສ ແລະ ດິນທຳການຜະລິດ, ກ້າວໄປເຖິງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ປະກອບສ່ວນຮັບປະກັນການພັດທະນາແບບຍືນຍົງຢູ່ເຂດຊົນເຜົ່າສ່ວນໜ້ອຍ.
ທີ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 15 ທີ່ຜ່ານມາ, ເມື່ອຊັກຖາມທ່ານ ເຫົ່າອາເລັ່ງ, ຫົວຫນ້າກຳມາທິການຊົນເຜົ່າ, ບັນດາສະມາຊິກສະພາແຫ່ງຊາດໄດ້ຊີ້ແຈ້ງສະພາບການຂາດແຄນທີ່ດິນຢູ່ອາໄສ ແລະ ເນື້ອທີ່ດິນທຳການຜະລິດຂອງປະຊາຊົນບັນດາເຜົ່າສ່ວນຫນ້ອຍແມ່ນບັນຫາທີ່ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງເຖິງຖອງ. ຕາມການສະຖິຕິ, ຮອດ ປີ 2019, ມີຈຳນວນ 24.000 ກວ່າຄອບຄົວຊາວເຜົ່າສ່ວນໜ້ອຍມີຄວາມຕ້ອງການທີ່ດິນຢູ່ອາໄສ ແລະ 43.000 ກວ່າຄອບຄົວມີຄວາມຕ້ອງການທີ່ດິນທຳການຜະລິດ.
ແກ້ໄຂຂໍ້ຄົງຄ້າງກ່ຽວກັບທີ່ດິນຢູ່ອາໄສ, ທີ່ດິນທຳການຜະລິດໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍ
ມະຕິກອງປະຊຸມຄັ້ງທີ 18 ຂອງກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ 13 ກ່ຽວກັບການ “ສືບຕໍ່ປ່ຽນແປງໃຫມ່, ປັບປຸງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນ, ຍົກສູງຜົນສັກສິດ ແລະ ປະສິດທິຜົນຂອງການຄຸ້ມຄອງ ແລະ ນຳໃຊ້ທີ່ດິນ, ສ້າງກຳລັງຫນູນເພື່ອນຳ ຫວຽດນາມ ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ”, ໄດ້ວາງອອກເປົ້າໝາຍແກ້ໄຂບັນຫາທີ່ຍັງຄົງຄ້າງ ຂໍ້ຕິດຄັດທີ່ກ່ຽວຂ້ອງເຖິງທີ່ດິນຢູ່ອາໄສ ແລະ ທີ່ດິນທຳການຜະລິດຂອງຊາວເຜົ່າສ່ວນໜ້ອຍເວົ້າລວມ.
ເພື່ອໃຫ້ມະຕິເຂົ້າສູ່ຊີວິດຢ່າງແທ້ຈິງ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາ, ຫົວໜ້າຄະນະຈັດຕັ້ງສູນກາງ ທ່ານນາງ ເຈືອງທິມາຍ ສະເຫນີໃຫ້ບັນດາກະຊວງ, ຄະນະ, ຂະແຫນງການ, ອົງການຈັດຕັ້ງມະຫາຊົນ ເອົາໃຈໃສ່ເຖິງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງ ປະຊາຊົນ, ເອົາໃຈໃສ່ເປັນພິເສດເຖິງບັນຫາທີ່ດິນຢູ່ອາໄສ ແລະ ທີ່ດິນທຳການຜະລິດຂອງຊົນເຜົ່າສ່ວນໜ້ອຍ.
ພາຍຫຼັງປຶກສາຫາລືຢູ່ສະພາແຫ່ງຊາດມາເປັນ 2 ຄັ້ງ ແລະ ຮັບເອົາຄຳເຫັນຈາກປະຊາຊົນ, ມາຮອດປະຈຸບັນ ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ໄດ້ກຳນົດຢ່າງຈະແຈ້ງກ່ຽວກັບນະໂຍບາຍຮັບປະກັນທີ່ດິນດຳເນີນຊີວິດຂອງຊຸມຊົນໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍ ແລະ ນະໂຍບາຍຈັດສັນທີ່ດິນ, ໃຫ້ເຊົ່າທີ່ດິນຢູ່ອາໄສ ແລະ ທີ່ດິນທຳການຜະລິດໃຫ້ແກ່ຊາວຊົນເຜົ່າສ່ວນໜ້ອຍຢູ່ເຂດເສດຖະກິດ - ສັງຄົມທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ທ່ານ ເລມິງເງິນ ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ:
“ທີຫນຶ່ງ, ແມ່ນຫ້າມບັນດາອົງກອນ, ອົງການຂອງລັດທີ່ມີສິດຈັດສັນທີ່ດິນເພື່ອຮັບໃຊ້ໃຫ້ແກ່ວຽກງານນະໂຍບາຍຂອງຊົນເຜົ່າສ່ວນໜ້ອຍທີ່ບໍ່ຖືກຕ້ອງກັບເປົ້າໝາຍ. ທີສອງ, ຫ້າມບໍ່ໃຫ້ຜູ້ທີ່ໄດ້ຮັບການຈັດສັນທີ່ດິນໃຫ້ເຊົ່າຕໍ່ ຫຼື ສືບຕໍ່ໂອນກຳມະສິດທີ່ດິນ. ທີສາມ, ຫ້າມບໍ່ໃຫ້ເປົ້າໝາຍທີ່ບໍ່ແມ່ນຊົນເຜົ່າສ່ວນໜ້ອຍ, ບໍ່ແມ່ນຜູ້ທີ່ມີສິດໄດ້ຮັບການໂອນກຳມະສິດທີ່ດິນສຳລັບແຜນຈັດສັນທີ່ດິນຂອງຊາວຊົນເຜົ່າ ແຕ່ພັດໄດ້ຮັບການໂອນກຳມະສິດ”.
ເໝາະສົມກັບເງື່ອນໄຂ, ຮີດຄອງປະເພນີ, ສີສັນວັດທະນະທຳຂອງຊາວຊົນເຜົ່າ
ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຍັງໄດ້ປັບປຸງບັນດາຂໍ້ກຳນົດກ່ຽວກັບກໍລະນີປະຕິບັດສິດນຳໃຊ້ທີ່ດິນໂດຍມີເງື່ອນໄຂ... ຮ່າງກົດໝາຍວ່າດ້ວຍທີ່ດິນ ກໍ່ໄດ້ປັບປຸງຕາມທິດມີນະໂຍບາຍກ່ຽວກັບທີ່ດິນຢູ່ອາໄສ, ທີ່ດິນທຳການຜະລິດຂອງຊາວຊົນເຜົ່າສ່ວນຫນ້ອຍເໝາະສົມກັບເງື່ອນໄຂ, ຮີດຄອງປະເພນີ, ສີສັນວັດທະນະທຳ ແລະ ສະພາບຕົວຈິງຂອງແຕ່ລະເຂດ.
ຮ່າງກົດໝາຍຍັງມີນະໂຍບາຍສ້າງເງື່ອນໄຂສະດວກໃຫ້ຊາວເຜົ່າສ່ວນໜ້ອຍທຳການຜະລິດກະສິກຳຢູ່ຊົນນະບົດໂດຍກົງ ໄດ້ມີທີ່ດິນເພື່ອທຳການຜະລິດກະສິກຳ. ໂດຍປະກອບຄຳເຫັນເພື່ອປັບປຸງຮ່າງກົດໝາຍໃຫ້ສົມບູນແບບ, ທ່ານນາງ ມາທິຖູຍ, ສະມາຊິກສະພາແຫ່ງຊາດແຂວງ ຕວຽນກວາງ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍທີ່ດິນ ໂດຍໄດ້ເພີ່ມເປົ້າໝາຍທີ່ໄດ້ຮັບ ປະກັນທີ່ດິນດຳເນີນຊີວິດຢູ່ຂອງບັນດາຄອບຄົວ “ໃກ້ຂັ້ນຄອບຄົວທຸກຍາກ” ຢູ່ເຂດຊົນເຜົ່າສ່ວນຫນ້ອຍ.
“ພວກຂ້າພະເຈົ້າຢາກຈະເພີ່ມເປົ້າໝາຍເຊິ່ງແມ່ນຄອບຄົວທຸກຍາກ ແລະ ຄອບຄົວໃກ້ທຸກຍາກ. ຍ້ອນວ່າບັນດາຄອບຄົວທີ່ໃກ້ ທຸກຍາກແມ່ນມີຈຳນວນຫຼາຍ, ມີຄວາມຫຍຸ້ງຍາກກໍບໍ່ຕ່າງກັນຫລາຍ. ເນື້ອໃນທີ 2 ແມ່ນກຳນົດບັນດາເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ບ່ອນທີ່ມີຫຼາຍຊົນເຜົ່າສ່ວນໜ້ອຍແມ່ນຄອບຄົວທຸກຍາກ. ພວກຂ້າພະເຈົ້າຍັງຢາກສ້າງຂໍ້ກຳນົດຄືນໃໝ່ເພື່ອບໍ່ໃຫ້ລະເລີຍຕໍ່ການໜູນຊ່ວຍຄອບຄົວທຸກຍາກ ແລະ ໃກ້ ທຸກຍາກຢູ່ເຂດຊົນເຜົ່າສ່ວນໜ້ອຍ”.
ຕາມບັນດາສະມາຊິກສະພາແຫ່ງຊາດແລ້ວ, ການກຳນົດຢ່າງຈະແຈ້ງໃນນະໂຍບາຍຮັບປະກັນທີ່ດິນໃຫ້ແກ່ການດຳເນີນຊີວິດຂອງຊຸມຊົນ ແລະ ນະໂຍບາຍຈັດສັນທີ່ດິນ, ໃຫ້ເຊົ່າທີ່ດິນຢູ່ອາໄສ ແລະ ທີ່ດິນທຳການຜະລິດໃຫ້ແກ່ຊາວຊົນເຜົ່າສ່ວນໜ້ອຍຢູ່ບັນດາຄອບຄົວທຸກຍາກຢູ່ເຂດປະສົບກັບຄວາມຫຍຸ້ງຍາກດ້ານເສດຖະກິດ - ສັງຄົມຄືດັ່ງທີ່ໄດ້ກຳນົດໃນຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ສະບັບນີ້ ຈະແກ້ໄຂບັນຫາຂາດແຄນທີ່ດິນຢູ່ອາໄສ ແລະ ທີ່ດິນທຳການຜະລິດຂອງຊາວເຜົ່າສ່ວນໜ້ອຍ. ເມື່ອກົດໝາຍມີຜົນສັກສິດ, ນີ້ຈະແມ່ນປະຖົມປັດໄຈເພື່ອຮັບປະກັນຊີວິດການເປັນຢູ່ຂອງຊາວຊົນເຜົ່າສ່ວນໜ້ອຍ, ກ້າວໄປເຖິງການຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງຢູ່ບັນດາເຂດຊົນເຜົ່າສ່ວນຫນ້ອຍຂອງຫວຽດນາມ./.