(vovworld) - ວັນທີ 11/9/2012 ຜ່ານມາ, ສະພາຕຳ່ອາເມລິກາ ໄດ້ຮັບຮອງເອົາສິ່ງທີ່ເອີ້ນວ່າ ຮ່າງກົດໝາຍສິດທິມະນຸດ ຫວຽດນາມ 2012 H.R 1410 ແລະ ມະຕິ H. Res. 484 “ຮຽກຮ້ອງລັດຖະບານ ຫວຽດນາມ ຈົ່ງເຄົາລົບສິດທິມະນຸດ”. ບັນດາຮ່າງກົດໝາຍດັ່ງກ່າວແມ່ນອີງໃສ່ຂໍ້ມູນຂ່າວສານທີ່ຜິດເຂວ, ຂາດລັກສະນະພາວະວິໄສກ່ຽວກັບການປະຕິບັດສິດທິມະນຸດຢູ່ ຫວຽດນາມ ໄປຝືນກັບຜົນປະໂຫຍດຂອງປະຊາຊົນ ຫວຽດນາມ ແລະ ປະຊາຊົນ ອາເມລິກາ.
ມະຕິ H. Res. 484 ໂດຍສະມາຊິກສະພາແຫ່ງຊາດ Loretta Sanchez ລິເລີ່ມ ຄວາມຈິງແມ່ນການຕູ່ຫາຢ່າງບັງອາດຕໍ່ລັດຖະບານ ຫວຽດນາມ, ຫ້າມປາມສິດເສລີພາບໃນການເຊື່ອຖືສາສະຫນາ, ຄຸ້ມຂັງບັນດາຜູ້ທີ່ຖືກຖືວ່າ “ມີທັດສະນະການເມືອງທີ່ແຕກຕ່າງກັນ” ແລະ “ບັນດານັກຕໍ່ສູ້ທວງເອົາສິດເສລີພາບໃນການເຊື່ອຖືສາສະຫນາ ແລະ ຄວາມເສລີດ້ານການເມືອງ”. ໃນຂະນະນັ້ນ, ຮ່າງກົດໝາຍ H.R 1410 ໂດຍສະມາຊິກສະພາແຫ່ງຊາດ Chris Smith ລິເລີ່ມ ໄດ້ຍົກອອກຂໍ້ຈຳກັດສຳລັບລັດຖະບານ ອາເມລິກາ ໂດຍອີງໃສ່ບັນດາຂໍ້ກຳນົດກ່ຽວກັບສິດທິມະນຸດໃນການພົວພັນກັບ ຫວຽດນາມ. ຕາມນັ້ນແລ້ວ, ລັດຖະບານ ອາເມລິກາ ບໍ່ໄດ້ຊ່ວຍເຫລືອໃນບໍ່ວ່າຂົງເຂດໃດທີ່ບໍ່ມີຈຸດປະສົງມະນຸດສະທຳໃຫ້ແກ່ ຫວຽດນາມ ຖ້າຫາກປະທານາທິບໍດີ ອາເມລິກາ ບໍ່ຮັບຮູ້ໄດ້ຕໍ່ກັບສະພາແຫ່ງຊາດ ອາເມລິກາວ່າ ຫວຽດນາມ ໄດ້ມີການປັບປຸງດີພໍສົມຄວນໃນຂົງເຂດສິດທິມະນຸດ. ມະຕິດັ່ງກ່າວຍັງມີຂໍ້ມາດຕາໄຮ້ເຫດຜົນເມື່ອຮຽກຮ້ອງ “ ຫວຽດນາມ ຕ້ອງຍົກອອກບັນດາຄວາມກ້າວຫນ້າກະໂດດຂັ້ນໃນການປັບປຸງກົດໝາຍ ເພື່ອສະກັດກັ້ນ ເລື່ອງຫັນບັນດາການເຄື່ອນໄຫວປະຊາທິປະໄຕເປັນບັນຫາອາຍາ ” ແລະ ລັດຖະມົນຕີການຕ່າງປະເທດ ອາເມລິກ ຕ້ອງລາຍງານຕໍ່ສະພາຕຳ່ ອາເມລິກາ ກ່ຽວກັບວິວັດການປັບປຸງສິດທິມະນຸດ ຢູ່ ຫວຽດນາມ ເປັນປະຈຳ.
ທ່ານ Luong Thanh Nghi ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
ຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງອາເມລິກາ ຮັບຮອງເອົາ ຮ່າງກົດໝາຍສິດທິມະນຸດ ຫວຽດນາມ 2012 H.R 1410 ແລະ ມະຕິ H. Res. 484
ພາບ: internet
|
ກ່ອນອື່ນໝົດ ຕ້ອງຢືນຢັນວ່າ ບັນດາຮ່າງກົດໝາຍກ່ຽວກັບສິດທິມະນຸດນີ້ໄປຝືນກັບຫລັກການເຄົາລົບສິດຊົນຊາດຕັດສິນດ້ວຍຕົນເອງໃນການພົວພັນສາກົນໃນຍຸກປະຈຸບັນ, ສິ່ງທີ່ກົດບັດ ສປຊ ໄດ້ລະບຸໄວ້. ສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເຮືອນ, ການເມືອງ ຂອງ ສປຊ ໄດ້ກຳນົດຢ່າງຈະແຈ້ງວ່າ: “ບັນດາຊົນຊາດມີສິດຕັດສິນລະບອບການເມືອງຂອງຕົນຢ່າງເສລີ”. ເລື່ອງສ້າງ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍຄືແນວໃດແມ່ນສິດຂອງແຕ່ລະປະເທດ, ຊົນຊາດ ຫາກບໍ່ ມີປະເທດໃດ, ກຳລັງການເມືອງໃດມີສິດຈັດວາງ. ຄວາມຈິງແລ້ວ, ປະຊາຊົນ ຫວຽດນາມ ໄດ້ ແລະ ພວມໄດ້ຊົມໃຊ້ສິດປະຊາທິປະໄຕ, ສິດເສລີໃນການປາກເວົ້າ, ສິດເສລີສື່ມວນຊົນ, ສິດເສລີພາບໃນການເຊື່ອຖືສາສະຫນາ, ການປະຊຸມ ຊື່ງໄດ້ລະບຸໄວ້ໃນລັດຖະທຳມະນູນ ແລະ ກົດໝາຍຂອງລັດຫວຽດນາມ . ປະຊາຊົນ ຫວຽດນາມ ມີຄວາມເສລີພາບເຂົ້າຮ່ວມທຸກດ້ານໃນຊີວິດດ້ານການເມືອງ, ສັງຄົມຂອງປະເທດຊາດ, ໄດ້ປະກອບຄຳຄິດຄຳເຫັນຕໍ່ກັບພັກ ແລະ ລັດ ຫວຽດນາມ ກ່ຽວກັບບັນຫາສຳຄັນກ່ຽວຂ້ອງເຖິງແຜນພັດທະນາຂອງປະເທດຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ນັບທັງເລື່ອງກໍ່ສ້າງ ແລະ ປັບປຸງພັກ, ບັນດາຍຸດທະສາດສ້າງສາ ແລະ ພັດທະນາປະເທດຊາດ. ຢູ່ນອກກອງປະຊຸມປະຕິບັດສົນທິສັນຍາສາກົນກ່ຽວກັບສິດທິມະນຸດ ຢູ່ ຫວຽດນາມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ Pham Quang Vinh ໄດ້ຢືນຢັນວ່າ:
“ ຍາມໃດພັກ ແລະ ລັດ ຫວຽດນາມ ກໍຖືມະນຸດເປັນສຳຄັນ ປະຊາຊົນທັງອມ່ນກຳລັງຫນູນ ທັງແມ່ນຈຸດໝາຍຂອງຂະບວນການພັດທະນາ ຊື່ງເລື່ອງຮັບປະກັນສິດທິມະນຸດ, ຮັບປະກັນການເສີມຂະຫຍາຍປະຊາທິປະໄຕຂອງປະຊາຊົນແມ່ນທາດແທ້ຂອງລະບອບພວກເຮົາ. ເລື່ອງຮັບປະກັນສິດທິມະນຸດ, ກ່ອນອື່ນໝົດແມ່ນເປີດກວ້າງບັນດາກົນໄກເພື່ອເສີມຂະຫຍາຍປະຊາທິປະໄຕ, ສ້າງລະບົບກົດໝາຍ, ພັດທະນາເສດຖະກິດສັງຄົມ, ວັດທະນະທຳ, ວິທະຍາສາດເຕັກນິກ, ສ້າງເງື່ອນໄຂຕົວຈິງໃຫ້ແກ່ປະຊາຊົນ ຫວຽດນາມ ພັດທະນາ ແລະ ພ້ອມກັນນັ້ນ ແກ້ໄຂຂໍ້ຄົງຄ້າງ. ນັ້ນແມ່ນພື້ນຖານ ແມ່ນຄວາມຈິງເພື່ອໃຫ້ປະຊາຄົມໂລກເຂົ້າໃຈແຈ້ງກ່ຽວກັບຄວາມຕັດສິນໃຈ ແລະ ຄວາມຈິງຂອງລັດ ຫວຽດນາມ ໃນບັນຫາຮັບປະກັນສິດທິມະນຸດ. ບັນດາຖ້ອຍທຳນອງທີ່ຜິດພາດກໍຖືກຄວາມຈິງປະຕິເສດ.”
ທາງດ້ານການເຫຼື້ອມໄສ, ຊາວຫວຽດນາມທຸກໆຄົນລ້ວນແຕ່ມີສິດເສລີພາບໃນການເຊື່ອຖືສາສະໜາຫຼືບໍ່ເຊື່ອຖືສາສະໜາ. ບັນດາຜູ້ເຊື່ອຖືສາສະໜາໄດ້ຮັບການສ້າງເງື່ອນໄຂສະດວກ, ນັບທັງກອບກົດໝາຍກໍຄືໃນຕົວຈິງ ເພື່ອດຳເນີນບັນດາພິທີກຳຕາມປະເພນີຂອງເຂົາເຈົ້າ. ທຸກໆອົງການສາສະໜາທີ່ໄດ້ຮັບການຮັບຮູ້ຈາກກົດໝາຍຫວຽດນາມ ລ້ວນແຕ່ມີສິດເສລີພາບໃນການເຄື່ອນໄຫວສາສະໜາຕາມລະບຽບກົດໝາຍ. ຄວາມຈິງເຫຼົ່ານັ້ນໄດ້ຖືກຊາວອາເມລິກາ ແລະ ຊາວຕ່າງປະເທດຫຼາຍຄົນເຄີຍມາຫວຽດນາມເຫັນປະຈັກຕາ, ແລະ ຫວຽດນາມເຄີຍຢືນຢັນ ແລະ ປະກາດໃນບົດລາຍງານສຳຫຼວດກວດກາປະຈຳໄລຍະກ່ຽວກັບສິດທິມະນຸດຢູ່ທີ່ສະພາສິດທິມະນຸດ ສ.ປ.ຊ ໃນຊຸມປີມໍ່ມານີ້. ແລະ ກໍຄວນຢັ້ງຢືນວ່າ ຢູ່ຫວຽດນາມບໍ່ມີອັນທີ່ເອີ້ນວ່າ ນັກໂທດສາສະໜາ ຫຼືນັກໂທດການເມືອງ. ບັນດາບຸກຄົນທີ່ບັນດາຮ່າງກົດໝາຍວ່າດ້ວຍສິດທິມະນຸດຊຶ່ງສະພາຕ່ຳອາເມລິກາຮັບຮອງເອົາເມື່ອມໍ່ມານີ້ ໄດ້ເອີ້ນວ່າ “ ບັນດານັກເຄື່ອນໄຫວຕໍ່ສູ້ເພື່ອສິດທິມະນຸດ ແລະ ປະຊາທິປະໄຕ ” ເປັນໜ້າຫົວເລາະເຢາະເຢີ້ຍທີ່ ບຸກຄົນເຫຼົ່ານັ້ນ ແມ່ນບັນດາຜູ້ທີ່ໄດ້ລະເມີດກົດໝາຍຫວຽດນາມ. ບັນດາມາດຕະການທີ່ລັດຫວຽດນາມໄດ້ດຳເນີນຕໍ່ເປົ້າໝາຍເຫຼົ່ານີ້ໃນໄລຍະທີ່ຜ່ານມາ ແມ່ນເພື່ອຮັກສາສະຖຽນລະພາບທາງດ້ານການເມືອງ - ສັງຄົມເພື່ອຮັບປະກັນການພັດທະນາ. ຕາມກົດໝາຍຂອງທຸກໆປະເທດໃນໂລກ, ບັນດາການກະທຳລະເມີດກົດໝາຍ, ນາບຂູ່ຕໍ່ຜົນປະໂຫຍດອັນເປັນພື້ນຖານຂອງປະເທດຊາດແມ່ນລ້ວນແຕ່ຖືກລົງໂທດຕາມລະບຽບກົດໝາຍ.
ເປັນໜ້າເສຍດາຍວ່າ ໃນໂລກໜຶ່ງ ຂະນະທີ່ການເຄົາລົບອະທິປະໄຕ ເອກະລາດ ແລະ ບໍ່ແຊງແຊງເຂົ້າໃນວຽກງານພາຍໃນຂອງກັນ ໄດ້ກາຍເປັນບັນດາຫຼັກການໂດຍພື້ນຖານນັ້ນ, ສະພາຕ່ຳອາເມລິກາພັດຮັບຮອງເອົາ ບັນດາຮ່າງກົດໝາຍວ່າດ້ວຍສິດທິມະນຸດຫວຽດນາມດ້ວຍບັນດາເນື້ອໃນຂາດພາວະ ວີິໄສ, ຂາດຄວາມຍຸຕິທຳ ແລະ ສ່ອງແສງບໍ່ຮອບດ້ານ. ຍິ່ງໄປກ່ວານັ້ນ, ເລື່ອງບັນດາຮ່າງກົດໝາຍນີ້ ໄດ້ຜູກຮັດບັນຫາ ສິດທິມະນຸດຂອງຫວຽດນາມກັບບັນດາບ້ວງຊ່ວຍເຫຼືອມະນຸດສະທຳໃຫ້ແກ່ຫວຽດນາມ ກໍເປັນທີ່ຈະແຈ້ງວ່າ ແມ່ນບັນດາວຽກງານທີ່ຜິດພາດ, ໄປຝືນກັບຜົນຜະໂຫຍດຂອງປະຊາຊົນຫວຽດນາມ ແລະ ອາເມລິກາທີ່ພວມມານະພະຍາຍາມຮຳບາດແຜສົງຄາມ. ທ່ານສະມາຊິກສະພາຕ່ຳ Eni Faleomavaega ສັງກັດກຳມາທິການການຕ່າງປະເທດສະພາຕ່ຳອາເມລິກາ ຢືນຢັນວ່າ : (ເທບ)
“ ຂ້າພະເຈົ້າບໍ່ເຫັນດີກັບວິທີການສັງເກດຕີລາຄາກ່ຽວກັບບັນຫາ ສິດທິມະນຸດຂອງສະມາຊິກສະພາແຫ່ງຊາດອາເມລິກາບາງທ່ານ, ຊຶ່ງແມ່ນບັນດາຜູ້ມີແນວຄິດຈັດວາງມາດຖານທີ່ເຂົາເຈົ້າຖືວ່າ ເປັນມາດຕະຖານໃນບັນຫານີ້. ແຕ່ລະປະເທດລ້ວນແຕ່ມີຄຸນຄ່າ ແລະ ຫຼັກການສະເພາະໃນການປະຕິບັດ ສິດທິມະນຸດ. ຂ້າພະເຈົ້າຖືວ່າ ລັດຖະບານຫວຽດນາມໄດ້ປະຕິບັດທຸກສິ່ງທີ່ດີທີ່ສຸດ. ຍາມໃດຂ້າພະເຈົ້າກໍຄັດຄ້ານເລື່ອງບັນດາ ສະມາຊິກສະພາແຫ່ງຊາດອາເມລິກາ ຕຳໜິຕິຕຽນສະພາບການ ສິດທິມະນຸດຢູ່ຫວຽດນາມ. ຂ້າພະເຈົ້າຖືວ່າ ສະພາບຕົວຈິງກ່ຽວກັບ ສິດທິມະນຸດຢູ່ຫວຽດນາມຍັງບໍ່ທັນໄດ້ຮັບການສ່ອງແສງຢ່າງຊັດເຈນເທື່ອ ”
ການພົວພັນຫວຽດນາມ - ອາເມລິກາໄດ້ມີຄວາມຄືບໜ້າດີໃນໄລຍະທີ່ຜ່ານມາ. 2 ປະເທດໄດ້ພ້ອມກັນແລກປ່ຽນບັນດາບັນຫາທີ່ຕ່າງຝ່າຍມີຄວາມສົນໃຈເປັນປະຈຳ, ໃນນັ້ນມີບັນຫາ ສິດທິມະນຸດ, ບົນຈິດໃຈກົງໄປກົງມາ, ສ້າງສັນ ແລະ ເຄົາລົບນັບຖືຊຶ່ງກັນ ແລະ ກັນ. ແນ່ນອນວ່າ ນີ້ແມ່ນວິທີທີ່ດີທີ່ສຸດເພື່ອແກ້ໄຂໃນປະຈຸບັນກໍຄືໃນອະນາຄົດ, ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ, ຮັດແຄບຄວາມແຕກໂຕນກັນ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ສືບຕໍ່ພັດທະນາເພື່ອຜົນປະໂຫຍດຂອງ 2 ປະເທດ ./.