ຮ່າ​ໂນ້ຍ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ປະ​ເທດ​ຊາດ ກ້າວ​ເຂົ້​າ​ສູ່​ສັງ​ກາດ​ບຸກ​ບືນ

(VOVWORLD) - ກ່ອນນີ້ 70 ປີ ຄືວັນທີ 10 ຕຸລາ ປີ1954, ນະຄອນຫລວງ ຮ່າໂນ້ຍໄດ້ຮັບການປົດປ່ອຍ. ຄຳຮຽກຮ້ອງ “ ປະຊາຊົນ ນະຄອນຫລວງ ລຸກຂຶ້ນຍາດເອົາເອກະລາດ ໄດ້້ດັງກ້ອງກັງວານໃນລະດູໃບໄມ້ຫລົ່ນປີ 1954 ນັ້ນ ຄືດັ່ງສາຍເຊື່ອມຕໍ່ລະຫວ່າງ ອະດີດຕະການ ແລະ ປະຈຸບັນ ເພື່ອໃຫ້ 70 ປີນັບແຕ່ວັນນັ້ນ ຊາວ ນະຄອນຫລວງ ຮ່າໂນ້ຍ ສາມັກຄີກັນ ສ້າງສາ ນະຄອນຫລວງ ວິລະຊົນ, ສູນກາງດ້ານການເມືອງ - ການປົກຄອງບໍລິຫານແຫ່ງຊາດ, ນຳ ຮ່າໂນ້ຍ ກາຍເປັນກຳລັງຫນູນພັດທະນາຂອງທົ່ວປະເທດ ພ້ອມກັບປະເທດຊາດກ້າວເຂົ້າສູ່ສັງກາດບຸກບືນ.



ຮ່າ​ໂນ້ຍ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ປະ​ເທດ​ຊາດ ກ້າວ​ເຂົ້​າ​ສູ່​ສັງ​ກາດ​ບຸກ​ບືນ - ảnh 1ພາບປະກອບ: VOV

ຊຸມວັນລະດູໃບໄມ້ຫລົ່ນແຫ່ງປະຫວັດສາດ

ຂົວ ລອງບຽນ ຊື່ງແມ່ນຂົວແຫ່ງຫນຶ່ງມີອາຍຸ ກວ່າ 100 ປີ ທີ່ຕິດພັນກັບຫລາຍເຫດການປະຫວັດສາດຂອງ ນະຄອນຫລວງ ຮ່າໂນ້ຍ. ຢູ່ທາງຂົວແຫ່ງນີ້, ກ່ອນນີ້ 70 ປີ  ບັນດາພົນທະຫານ ຝລັ່ງ ສຸດທ້າຍ ໄດ້ຖອນອອກຈາກນະຄອນຫລວງ ຮ່າໂນ້ຍ ເພື່ອໃຫ້ທະຫານ ຫວຽດນາມ ບຸກເຂົ້າຮັບການຄຸ້ມຄອງບໍລິຫານນະຄອນຫລວງ, ເປີດຫນ້າປະຫວັດສາດໃຫມ່ ທີ່ສະຫງ່າອົງອາດຂອງເຂດດິນແດນອະລິຍະທຳນັບພັນປີ.

 “ປີ 1954 ເມື່ອທະຫານ ບຸກເຂົ້າຮັບການຄຸ້ມຄອງ ບໍລິຫານນະຄອນຫລວງ ຮ່າໂນ້ຍ, ຄາວນັ້ນ ຂ້າພະເຈົ້າ ມີອາຍຸພຽງ 17 ປີ. ຂ້າພະເຈົ້າເຫັນປະຈັກຕາ ຂະບວນການທະຫານເຂົ້າມາປົດປ່ອຍນະຄອນຫລວງແມ່ນ ຮູ້ສຶກປິຕິຊົມຊື່ນຫລາຍ, ຂ້າພະເຈົ້າ ເອົາກອງຖ່າຍຮູບມາຖ່າຍ. ບໍ່ ພຽງແຕ່ຂ້າພະເຈົ້າ ເອງເທົ່ານັ້ນ ກ່ອນນັ້ນ ຫນຶ່ງວັນ ຊາວ ຮ່າໂນ້ຍ ໝົດທຸກຄົນກໍ່ຮູ້ສຶກປິຕິຊົມຊື່ນສີ່ສຸດ”

“ຊ່ວງເວລາ ປ່ຽນສິດຄຸ້ມຄອງນະຄອນຫລວງ, ຢູ່ ຖະຫນົນສາຍຕ່າງໆ ບັນຍາກາດມິດງຽບ, ບໍ່ມີຄົນກາຍທາງ. ເຮືອນຊານຕາມຖະຫນົນອັດປະຕູ ແຕ່ບັງເອີນຢູ່ບ່ອນທ້າຍຖະຫນົນ ກໍ່ຄື ຕອນຕົ້ນຖະຫນົນ ເຫັນວ່າ ມີທຸງຊາດປິວສະບັດ, ເວລານັ້ນ ທຸກຄອບຄົວໄດ້ເປີດປະຕູອອກໃນພາບດຽວ. ບັນຍາກາດບໍ່ອາດຫລົງລືມໄດ້. ເລື່ອງຮັບການຄຸ້ມຄອງ ນະຄອນຫລວງ ໃນຄາວນັ້ນ ທັງແມ່ນໝາກຜົນແຫ່ງວິວັດທະນາການຕໍ່ສູ້ດ້ານການເມືອງ, ການທະຫານ ແລະ ໃນທຸກຂົງເຂດ”

ວັນຮັບການຄຸ້ມຄອງບໍລິຫານ ນະຄອນຫລວງ ໄດ້ດຳເນີນໃນບັນຍາກາດສະຫງົບງຽບ, ບໍ່ມີສຽງປືນ. ຄິດວ່າ ຮູບພາບຂອງວັນນັ້ນ ແມ່ນມີລັກສະນະສັນຍາລັກໃນແງ່ມູມຫນຶ່ງຂອງ ຮ່າໂນ້ຍ - ນະຄອນແຫ່ງສັນຕິພາບ ຊື່ງເຄີຍໄດ້ເວົ້າເຖິງຊຸມປີຫລັງຈາກນັ້ນ.

70 ປີ ຫລັງຈາກນັ້ນ, ບັນຍາກາດວັນປົດປ່ອຍນະຄອນຫລວງ ໄດ້ຮັບການວາດພາບຢ່າງເໝືອນຈິງ, ມີຊີວິດຊີວາ ຜ່ານການວາງສະແດງ 3 D ທາງອອນລາຍ ດ້ວຍຫົວຂໍ້: ຄຳຮຽກຮ້ອງຊາວນະຄອນຫລວງ ຮ່າໂນ້ຍ”

“ ພາຍຫລັງ 9 ປີແຫ່ງການຕໍ່ຕ້ານຢ່າງພິລະອາດຫານຂອງປະຊາຊົນ ແລະ ກອງທັບ ຫວຽດນາມ, ສັນຕິພາບໄດ້ກັບຄືນມາຢູ່ ອິນດູຈິນ. ປະຊາຊົນ ທົ່ວປະເທດ ຫວຽດນາມ ແລະ ປະຊາຊົນ ນະຄອນຫລວງ ຮ່າໂນ້ຍ ມີຄວາມປຶຕິຊົມຊື່ນ, ຂ່ຳນັບຮັບຕ້ອນວັນ ຮ່າໂນ້ຍໄດ້ຮັບການປົດປ່ອຍ”

ການຟື້ນຟູ ແລະ ກໍ່ສ້າງ ນະຄອນຫລວງ ຮ່າໂນ້ຍ

ໃນບົດຂຽນທີ່ລົງພິມໃນຫນັງສືພິມ ເຍີນເຢີນ (ປະຊາຊົນ) ສະບັບເລກທີ 236, ແຕ່ວັນທີ 9 ຮອດວັນທີ 10 ຕຸລາ ປີ1954, ປະທານ ໂຮ່ຈິມີນ ໄດ້ຂຽນວ່າ: “ທົ່ວປະເທດມຸ່ງຫນ້າມາຫາ ນະຄອນຫລວງຂອງພວກເຮົາ. ໂລກ ສົນໃຈເຖິງນະຄອນຫລວງຂອງພວກເຮົາ. ພວກເຮົາໝົດທຸກຄົນ ຕ້ອງອອກແຮງປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງ, ເຮັດແນວໃດໃຫ້ນະຄອນຫລວງຂອງເຮົາ ສະຫງົບສຸກ, ສົດໃສ, ເຂັ້ມແຂງທັງດ້ານວັດຖຸ ແລະ ຈິດໃຈ”

ໂດຍປະຕິບັດຕາມຄຳຮຽກຮ້ອງຂອງປະທານ ໂຮ່ຈີມິນ, ປະຊາຊົນ ນະຄອນຫລວງ ຮ່າໂນ້ຍ ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອນຳນະຄອນຫລວງ ໃຫ້ພັດທະນາເທື່ອລະກ້າວ. ພ້ອມກັບປະຊາຊົນໃນທົ່ວພາກເຫນືອ, ຮ່າໂນ້ຍ ໄດ້ປະຕິບັດບັນດາຫນ້າທີ່ການປະຕິວັດ: ຟຶ້ນຟູເສດຖະກິດ (1954 - 1957), ປັບປຸງສັງຄົມນິຍົມ (1958 - 1960);   ປະຕິບັດແຜນການ 5 ປີຄັ້ງທີ 1 (1960 – 1965), ສຸມຈິດສຸມໃຈນັບທັງກຳລັງເຫື່ອແຮງ ແລະ ຊັບສິນໃຫ້ແກ່ພາກໃຕ້ຕໍ່ຕ້ານເພື່ອທ້ອນໂຮມປະເທດຊາດເປັນເອກະພາບ.

ນັບແຕ່ປີ 1986  ມາຮອດປະຈຸບັນ, ຮ່າໂນ້ຍ ແມ່ນນຳຫນ້າພ້ອມກັບປະເທດຊາດ ດຳເນີນພາລະກິດແຫ່ງການປ່ຽນແປງໃຫມ່ ໂດຍພັກກອມມູນິດ ຫວຽດນາມ ລິເລີ່ມ ແລະ ນຳພາ. ເສດຖະກິດ ຂອງ ຮ່າໂນ້ຍ ບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ຢັ້ງຢືນຄວາມໝັ້ນຄົງເຂັ້ມແຂງ, ຂອບຂະຫນາດ ແລະ ທີ່ຕັ້ງບົດບາດນຳຫນ້າທີ່ນັບມື້ນັບໝັ້ນແກ່ນ. ທ່ານນາງ ຫງວຽນທິຕວຽນ, ຮອງເລຂາຜູ້ປະຈຳການຄະນະພັກ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ ເສດຖະກິດຂອງ ນະຄອນຫລວງ ແມ່ນຮັກສາການເຕີບໂຕດີ. ແຕ່ປີ 2021 ຮອດປີ 2023 ລ້ວນແຕ່ເພີ່ມຂຶ້ນສູງກວ່າລະດັບສະເລ່ຍຂອງທົ່ວປະເທດ. ສະເພາະປີ 2023 ນະຄອນ ສ່ວນໃຫຍ່ແມ່ນປະຕິບັດສຳເລັດເປົ້າໝາຍສັງລວມ ແລະ ປະຕິບັດສຳເລັດ, ລື່ນກາຍລະດັບບັນດາຄາດໝາຍທີ່ໄດ້ວາງອອກ, ໃນນັ້ນ ມີ 3 ຄາດໝາຍລື່ນກາຍແຜນການ”

ໂດຍແມ່ນສູນການເມືອງ, ຮ່າໂນ້ຍ ແມ່ນສະຖານທີ່ຕັ້ງຫລາຍອົງການສູນກາງຂອງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ບັນດາອົງການການເມືອງ - ສັງຄົມ, ອົງການທູຕານຸທູດ, ອົງການຈັດຕັ້ງສາກົນ.. ແມ່ນບ່ອນ ພັກ, ລັດ ຫວຽດນາມ ປະກາດໃຊ້ບັນດາລັດຖະນະໂຍບາຍຍຸດທະສາດເພື່ອປົກປັກຮັກສາຜົນງານຂອງການປະຕິວັດກໍ່ຄືຍຸດທະສາດພັດທະນາປະເທດຊາດ. ທ່ານ ບຸ່ຍຮ່ວາຍເຊີນ, ກຳມະການຜູ້ປະຈຳການ ກຳມາທິການວັດທະນະທຳ, ການສຶກສາຂອງ ສະພາແຫ່ງຊາດ ຕີລາຄາວ່າ:

“ມີຫລາຍເຫດການ, ບໍ່ພຽງແຕ່ແມ່ນເຄື່ອງໝາຍຂອງ ຮ່າໂນ້ຍເທົ່ານັ້ນ ຫາກຍັງຕິດພັນກັບ ຫວຽດນາມ ແລະ ໂລກອີກດ້ວຍ ເປັນການສະແດງໃຫ້ເຫັນ ສິ່ງທີ່ພວກເຮົາເຮັດໄດ້ໃນ 70 ປີຜ່ານມາ ພິເສດ ໃນໄລຍະມໍ່ໆມານີ້ ໄດ້ເຮັດໃຫ້ ຮ່າໂນ້ຍ ສົມກັບນະຄອນຫລວງຂອງປະເທດ ຫວຽດນາມ ຢ່າງແທ້ຈິງ, ຊື່ງຢູ່ບ່ອນນັ້ນ ມີບັນດາສັນຍາລັກ, ຄຸນຄ່າຄວາມເອກອ້າງທະນົງໃຈ. ຮ່າໂນ້ຍ ມີຄວາມມານະພະຍາຍາມຫລາຍຢ່າງ ເພື່ອຢັ້ງຢືນກຳລັງແຮງຂອງນະຄອນຫລວງຂອງປະເທດຊາດ”

ເປັນຫນ້າສົນໃຈ ກ່ອນນີ້ 25 ປີ (ຄືປີ 1999), ຮ່າໂນ້ຍ ແມ່ນນະຄອນຫນຶ່ງດຽວຢູ່ ອາຊີ - ປາຊີຟິກ ໂດຍໄດ້ຮັບນາມມະຍົດຈາກ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ວ່າ ແມ່ນ “ນະຄອນເພື່ອສັນຕິພາບ”

20 ປີຫຼັງຈາກນັ້ນຄືປີ 2019, UNESO ຮັບຮູ້ນາມມະຍົດ ຮ່າໂນ້ຍ - ນະຄອນຫຼວງທຳອິດຂອງພາກພື້ນ ອາຊີຕາເວັນອອສ່ຽງໃຕ້ ເຂົ້າຮ່ວມເຄືອຂ່າຍ “ນະຄອນປະດິດຄິດສ້າງ” ທົ່ວໂລກ, ຄືເປັນການຢັ້ງຢືນເຄື່ອງໝາຍໃໝ່ໃຫ້ແກ່ ຮ່າໂນ້ຍ ບົນເວທີສາກົນ. ປະມຸກລັດຫຼາຍປະເທດ ມີຄວາມອຸ່ນອ່ຽນໃຈເມື່ອໄປຍ່າງເລາະພ້ອມກັບປະຊາຊົນບົນຖະໜົນຫົນທາງ ຮ່າໂນ້ຍ ເມື່ອມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ຮ່າໂນ້ຍ ກໍ່ແມ່ນຈຸດນັດພົບຂອງບັນດາການໂອ້ລົມສົນທະນາກ່ຽວກັບສັນຕິພາບ ເຊິ່ງໃນນັ້ນ ມີການພົບປະສຸດຍອດ ອາເມລິກາ - ສປປ.ເກົາຫຼີ (ປີ 2019) ແມ່ນຕົວຢ່າງທີ່ພົ້ນເດັ່ນ.

ຮ່າໂນ້ຍ, ນະຄອນຫຼວງຂອງ ຫວຽດນາມ ໄດ້ມີບາດກ້າວພັດທະນາແບບພິເສດກ່ຽວກັບເສດຖະກິດ, ການຕ່າງປະເທດ. ຮ່າໂນ້ຍ ໄດ້ກາຍເປັນສະຖານທີ່ນັດພົບຂອງເພື່ອນມິດສາກົນ. ບັນດາຈຸດວັດທະນະທຳທີ່ເປັນເອກະລັກຂອງ ຮ່າໂນ້ຍ ໄດ້ສ້າງການລົງພຶດຕິກຳຕົວຈິງທີ່ພິເສດໃນໃຈຂອງຜູູ້ຄົນທີ່ມາຢາມ ຮ່າໂນ້ຍ.

70 ປີກ່ອນ, ຕາມຄຳຮຽກຮ້ອງຂອງປະທານໂຮ່ຈີມິນ ແລະ ລັດຖະບານ, ກອງທັບ ແລະ ປະຊາຊົນ ຮ່າໂນ້ຍ ມີຄວາມສາມັກຄີກັນ, ເປີດຈິດໜຶ່ງໃຈດຽວປົດປ່ອຍນະຄອນຫຼວງ. 70 ປີຫຼັງຈາກນັ້ນຜ່ານມາ, ອຳນາດການປົກຄອງ, ປະຊາຊົນ ຮ່າໂນ້ຍ ສືບຕໍ່ຮ່ວມແຮງຮ່ວມໃຈເພື່ອໃຫ້ນະຄອນຫຼວງແຫ່ງວິລະຊົນຮັກສາໄດ້ບົດບາດ ແມ່ນສູນກາງເສດຖະກິດ, ການເມືອງ, ວັດທະນະທຳຂອງປະເທດຊາດ. ສິ່ງນີ້ກໍ່ຫັນການປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ ໃນ 70 ປີກ່ອນໃຫ້ປະກົດຜົນເປັນຈິງ ນັ້ນແມ່ນ: ຂ້າພະເຈົ້າຂໍອວຍພອນໃຫ້ພໍ່ແມ່ປະຊາຊົນ ຮ່າໂນ້ຍ ໝົດທຸກຄົນ ສາມັກຄີກັນ, ສູ້ຊົນຍາດໄດ້ໄຊຊະນະ.

ບຸກບືນພ້ອມກັບປະເທດຊາດ

ພາຍຫຼັງວັນປົດປ່ອຍມາເປັນເວລາ 70 ປີ, ນະຄອນຫຼວງ ຮ່າໂນ້ຍ ໄດ້ມີການປ່ຽນແປງໂສມໜ້າໃໝ່ໃນທຸກຂົງເຂດ, ກາຍເປັນສູນກາງການເມືອງ, ວັດທະນະທຳ, ການສຶກສາໃຫຍ່ທີ່ສຸດຂອງທົ່ວປະເທດ. ໃນວິວັດການໃໝ່, ຮ່າໂນ້ຍ ໄດ້ກຳນົດວິໄສທັດຍຸດທະສາດ, ແບກຫາບບົດບາດນຳພາສຳລັບເຂດທົ່ງພຽງແມ່ນ້ຳແດງ ແລະ ທົ່ວປະເທດ. ຮ່າໂນ້ຍ ຕັດສິນໃຈຜັນຂະຫຍາຍປະຕິບັດມະຕິຂອງພັກ, ຂອງກົມການເມືອງກ່ຽວກັບ “ທິດທາງ, ໜ້າທີ່ພັດທະນາ ນະຄອນຫຼວງ ຮ່າໂນ້ຍ ຮອດປີ 2030, ວິໄສທັດຮອດປີ 2045” ຢ່າງມີໄຊ.

ໂດຍອີງຕາມຄວາມສາມາດບົ່ມຊ້ອນ, ທ່າແຮງຂອງ ຮ່າໂນ້ຍ, ພັກ, ລັດ ໄດ້ວາງອອກຄວາມໄວ້ເນື້ອເຊື່ອໃຈຢ່າງໝັ້ນແກ່ນຕໍ່ອະນາຄົດພັດທະນາຂອງນະຄອນຫຼວງ, ໄດ້ປະກາດໃຊ້ຫຼາຍນະໂຍບາຍເພື່ອໃຫ້ ຮ່າໂນ້ຍ ມີບາດກ້າວບຸກທະລຸ. ເດືອນພຶດສະພາ 2022, ກົມການເມືອງ ໄດ້ປະກາດໃຊ້ມະຕິເລກທີ 15 ກ່ຽວກັບ “ທິດທາງ, ໜ້າທີ່ພັດທະນານະຄອນຫຼວງ ຮ່າໂນ້ຍ ຮອດປີ 2030, ວິໄສທັດຮອດປີ 2045”. ເດືອນພຶດສະພາ ປີ 2024, ປະກາດໃຊ້ບົດສະຫຼຸບເລກທີ 80 ກ່ຽວກັບການວາງແຜນຜັງນະຄອນຫຼວງ ຮ່າໂນ້ຍ ໄລຍະແຕ່ປີ 2021 – 2030, ວິໄສທັດຮອດປີ 2050 ແລະ ແຜນຮ່າງປັບປຸງການວາງແຜນຜັງລວມ ນະຄອນຫຼວງ ຮ່າໂນ້ຍ ຮອດປີ 2045, ວິໄສທັດຮອດປີ 2065.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພາຍຫຼັງໄດ້ຮັບໜ້າທີ່ດຳລົງຕຳແໜ່ງສູງສຸດຂອງພັກ (ເດືອນສິງຫາ 2024) ໄດ້ເລືອກເອົາ ຮ່າໂນ້ຍ ແມ່ນທ້ອງຖິ່ນທຳອິດເພື່ອເຮັດວຽກໃນທັນທີ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກຳນົດທິດວ່າ:

ຮ່າໂນ້ຍ ຕ້ອງພັດທະນາວ່ອງໄວ, ຍືນຍົງ, ມີການປະສົມປະສານຢ່າງກົມກຽມລະຫວ່າງເສດຖະກິດກັບວັດທະນະທຳ, ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມຜາສຸກຂອງປະຊາຊົນ, ດ້ວຍທິດການພັດທະນາຂອງນະຄອນຫຼວງໂດຍອີງຕາມ 5 ເສົາຄ້ຳ: ວັດທະນະທຳ ແລະ ມະນຸດ, 3 ການຫັນເປັນ (ຫັນເປັນສີຂຽວ, ຫັນເປັນດີຈີຕອນ, ເສດຖະກິດໝູນວຽນ), ພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝ, ມີລັກສະນະເຊື່ອມຕໍ່ສູງ, ເສດຖະກິດດີຈີຕອນ, ຕົວເມືອງອັດສະລິຍະ, ວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ.

ໂດຍຮັບຮູ້ຢ່າງຈະແຈ້ງເຖິງຄວາມຮັບຜິດຊອບທີ່ໄດ້ມອບໝາຍ, ທາງນະຄອນ ໄດ້ສຸມໃສ່ປັບປຸງກົນໄກ, ນະໂຍບາຍພັດທະນານະຄອນຫຼວງໃຫ້ສຳເລັດ, ສືບຕໍ່ປະຕິບັດບັນດາວິທິການບຸກທະລຸສ້າງກຳລັງໜູນການພັດທະນາເສດຖະກິດ - ສັງຄົມ, ຈັດຕັ້ງຜັນຂະຫຍາຍການວາງແຜນຜັງນະຄອນຫຼວງ ຮ່າໂນ້ຍ, ປັບປຸງການວາງແຜນຜັງສັງລວມໃນການກໍ່ສ້າງນະຄອນຫຼວງ. ພ້ອມກັນນັ້ນ, ຮ່າໂນ້ຍ ກໍ່ຊຸກຍູ້ການພັດທະນາໂຄງລ່າງເຕັກນິກຕົວເມືອງ, ໂຄງລ່າງດີຈີຕອນຕາມທິດມຸ່ງໄປເຖິງຕົວເມືອງອັດສະລິຍະ, ປະຕິບັດສຳເລັດບັນດາກິດຈະກຳໂຄງລ່າງຄົມມະນາຄົມທີ່ສຳຄັນຄື: ລະບົບເສັ້ນທາງລົດໄຟຕົວເມືອງ; ບັນດາເສັ້ນທາງຫຼວງອ້ອມຕົວເມືອງ, ບັນດາຂົວຂ້າມແມ່ນ້ຳ… ທ່ານຮອງເລຂາຄະນະພັກນະຄອນ ຫງວຽນວັນຟອງ ໃຫ້ຮູ້ວ່າ:

ຮ່າໂນ້ຍ ພວມກໍ່ສ້າງລະບົບບັນດາລະບອບລະບຽບການນະໂຍບາຍ, ເປັນຕົ້ນແມ່ນບັນດາປັດໄຈເພື່ອອາດສາມາດດຶງດູດບັນດາແຫຼ່ງກຳລັງໃນວົງກວ້າງ, ໄປຄຽງຄູ່ກັບແຫຼ່ງກຳລັງຈາກງົບປະມານ. ຮ່າໂນ້ຍ ກໍ່ພວມຄົ້ນຄ້ວາລະບົບນະໂຍບາຍກ່ຽວກັບການກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມເຊື່ອມຕໍ່ບັນດາສູນໃຫຍ່ກ່ຽວກັບກິລາ, ການຈັດຕັ້ງເຫດການວັດທະນະທຳ ຫຼື ໜູນຊ່ວຍງານວາງສະແດງສາກົນ… ຂ້າພະເຈົ້າຫວັງວ່າ ບັນດານະໂຍບາຍນີ້ ຈະສ້າງການກະຕຸກຊຸກຍູ້ຢ່າງໃຫຍ່ຫຼວງໃຫ້ແກ່ການພັດທະນາຂອງນະຄອນຫຼວງ.

ບັນດາຜົນສຳເລັດເຊິ່ງ ຮ່າໂນ້ຍ ບັນລຸໄດ້ພາຍຫຼັງ 70 ປີແຫ່ງວັນປົດປ່ອຍ ໄດ້ກາຍເປັນສັນຍາລັກຢ່າງແທ້ຈິງໃຫ້ແກ່ການບຸກບືນຂອງປະເທດຊາດ, ຂອງຊາດຫວຽດນາມ. ປັດຈຸບັນ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງສືບຕໍ່ສາມັກຄີກັນ, ຮ່ວມແຮງຮ່ວມໃຈ ພ້ອມກັບທົ່ວປະເທດມຸ່ງໄປເຖິງສັງກາດໃໝ່, ສັງກາດບຸກບືນຕົວຂອງຊາດ ຄືເນື້ອໃນຈິດໃຈກອງປະຊຸມໃຫຍ່ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII (ເດືອນກັນຍາ 2024) ທີ່ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ