(vovworld) - ການເຫຼື້ອມໃສ, ເຊື່ອຖືສາສະໜາຢູ່ ຫວຽດນາມ ແມ່ນໜຶ່ງໃນບາງບັນຫາເຊິ່ງຫາງສຽງຢູ່ຝ່າຍຕາເວັນຕົກ ເຄີຍມີຄວາມສົນໃຈໃນບັນດາເວທີປາໄສສາກົນ ກ່ຽວກັບການຮັບປະກັນສິດທິມະນຸດ. ຍ້ອນຂາດຂໍ້ມູນຂ່າວສານ ແລະ ຍັງຮັກສາບາງແນວຄິດຕາຍຕົວ ດັ່ງນັ້ນມີບາງຄົນຍັງບໍ່ທັນເຂົ້າໃຈໝົດ ຫຼື ເຂົ້າໃຈຜິດກ່ຽວກັບສະພາບການສາສະໜາຢູ່ ຫວຽດນາມ. ຄວາມຈິງແມ່ນ, ຫວຽດນາມ ມີນະໂຍບາຍສາສະໜາຮັບປະກັນຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເຫຼື້ອມໃສ, ເຊື່ອຖືສາສະໜາ ຂອງປະຊາຊົນ. ບົດຂຽນຂອງບັນນາທິການ ທູຮວາ ດ້ວຍຫົວຂໍ້ວ່າ “ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຄວາມເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຢູ່ ຫວຽດນາມ”.
ວັດນົມ, ໝູ່ບ້ານນົມ ຢູ່ແຂວງ ຮືງອຽນ
(ພາບ: ດຶກແອງ)
|
ເພື່ອຮັບປະກັນສິດເສລີໃນການເຫຼື້ອມໃສ ແລະ ເຊື່ອຖືສາສະໜາຂອງປະຊາຊົນ, ກ່ວາເຄິ່ງສະຕະວັດທີ່ຜ່ານມາ, ລະບົບກົດໝາຍຂອງ ຫວຽດນາມ ຍາມໃດກໍ່ໄດ້ດັດປັບເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພຶດຕິກຳຕົວຈິງກໍ່ຄືເໝາະສົມກັບສາກົນ. ສິ່ງດັ່ງກ່າວຊ່ວຍໃຫ້ຊີວິດການເປັນຢູ່, ການເຫຼື້ອມໃສ, ເຊື່ອຖືສາສະໜາຂອງ ຫວຽດນາມ ນັບມື້ນັບໄດ້ຮັບການຮັບປະກັນໃນພຶດຕິກຳຕົວຈິງ.
ນະໂຍບາຍເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ
ໃນໄລຍະກ່ວາ 50 ປີຜ່ານມາ, ໄດ້ມີເອກະສານນິຕິກຳກ່ວາ 100 ສະບັບ ທີ່ມີ ເນື້ອໃນປັບປຸງກ່ຽວກັບການເຫຼື້ອມໃສ, ເຊື່ອຖືສາສະໜາ ໄດ້ຮັບການປະກາດໃຊ້ເຊັ່ນ: ດຳລັດ, ຈົດໝາຍລັດຖະການ, ຄຳສັ່ງ… ນອກນັ້ນ, ຍັງມີເອກະສານນິຕິກຳຫຼາຍສະບັບທີ່ໄດ້ປັບປຸງມາດຕາ ກ່ຽວກັບຂົງເຂດການເຫຼື້ອມໃສ, ເຊື່ອຖືສາສະໜາຄື: ປະມວນກົດໝາຍແພ່ງ, ປະມວນກົດໝາຍອາຍາ, ກົດໝາຍວ່າດ້ວຍທີ່ດິນ… ພິເສດ, ປີ 2013, ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາລັດຖະທຳມະນູນ ປີ 2013 ດ້ວຍຫຼາຍເນື້ອໃນກ່ຽວຂ້ອງເຖິງສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ. ເປັນຄັ້ງທຳອິດ, ທີ່ລັດຖະທຳມະນູນໄດ້ກຳນົດວ່າ ບໍ່ພຽງແຕ່ພົນລະເມືອງຈຶ່ງມີສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະຫນາເທົ່ານັ້ນ ຫາກຄວາມເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາແມ່ນສິດຂອງທຸກຄົນ ແລະ ໄດ້ຮັບການປົກປ້ອງຈາກລັດ. ອາດຈະເຫັນແຈ້ງບັນຫານີ້ໃນມາດຕາ 24: “ທຸກຄົນມີສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ, ເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາ. ບັນດາສາສະໜາມີຄວາມສະເໝີພາບຕໍ່ກົດໝາຍ; ລັດເຄົາລົບ ແລະ ປົກປ້ອງສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ; ບໍ່ມີໃຜໄດ້ລະເມີດຄວາມເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ ຫຼື ສວຍໃຊ້ການເຫຼື້ອມໃສ, ເຊື່ອຖືສາສະໜາ ເພື່ອລະເມີດກົດໝາຍ”.
ຈຸດທີ່ພົ້ນເດັ່ນກ່ວານັ້ນແມ່ນໃນເດືອນ 11/2016, ເປັນຄັ້ງທຳອິດ, ທີ່ກົດໝາຍວ່າດ້ວຍການເຫຼື້ອມໃສ, ເຊື່ອຖືສາສະໜາໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດ. ນີ້ແມ່ນຂີດໝາຍສຳຄັນຢືນຢັນແນວທາງ, ແຜນນະໂຍບາຍ, ນະໂຍບາຍຢ່າງເປີດອົກເປີດໃຈຂອງ ຫວຽດນາມ ສຳລັບຄວາມຕ້ອງການໃນຊີວິດທາງດ້ານຈິດວີນຍານ, ການເຫຼື້ອມໃສ, ເຊື່ອຖືສາສາໜາຂອງປະຊາຊົນ, ຜ່ານນັ້ນ ໄດ້ສົ່ງເສີມໃຫ້ປະຊາຊົນທຸກຄົນປະກອບສ່ວນເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນເພື່ອສ້າງສາປະເທດ ຫວຽດນາມ ໃຫ້ນັບມື້ນັບພັດທະນາ.
ພວກນ້ອງນ້ອຍເຂົ້າຮ່ວມພິທີບູຊາວັນເພັງເດືອນ 7
(ພາບ: ດຶກແອງ)
|
ຈຸດເດັ່ນຫຼາຍຢ່າງກ່ຽວກັບຄວາມເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ
ກົດໝາຍວ່າດ້ວຍການເຫຼື້ອມໃສ, ເຊື່ອຖືສາສະໜາ ປີ 2016 ໄດ້ສະແດງໃຫ້ເຫັນຢ່າງຖືກຕ້ອງກ່ຽວກັບທາດແທ້ຂອງສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາແມ່ນສິດທິມະນຸດຕາມເນື້ອໃນຈິດໃຈຂອງລັດຖະທຳມະນູນ ປີ 2013. ມາດຕາ 6 ຂອງກົດໝາຍໄດ້ຊີ້ແຈ້ງວ່າ: “ທຸກຄົນມີສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ, ເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາໃດ. ຜູ້ຖືກກັກຂັງກັກຂັງພາງຕາມຂໍ້ກຳນົດຂອງກົດໝາຍ ຜູ້ພວມປະຕິບັດບັນດາມາດຕະການໃນໂຮງຮຽນດັດສາງຕ່າງໆ, ຮາກຖານສຶກສາບັງຄັບ, ຮາກຖານບຳບັດຢາເສບຕິດໂດຍບັງຄັບມີສິດໄດ້ນຳໃຊ້ປື້ມຄຳພີ, ສະແດງຄວາມເຊື່ອໝັ້ນຕໍ່ການເຫຼື້ອມໃສ, ເຊື່ອຖືສາສະໜາ. ກົດໝາຍໄດ້ເພີ່ມເຕີມພາກໜຶ່ງກ່ຽວກັບຄວາມເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາເພື່ອສ່ອງແສງໃຫ້ເຫັນຢ່າງຈະແຈ້ງກ່ວາກ່ຽວກັບຂອບເຂດການປັບປຸງຂອງກົດໝາຍ ກໍ່ຄືສະແດງໃຫ້ເຫັນນະໂຍບາຍຂອງລັດ ໃນການເຄົາລົບ ແລະ ປົກປ້ອງສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງທຸກຄົນໂດຍພື້ນຖານ. ກ່ຽວກັບເລື່ອງຈົດທະບຽນດຳເນີນຊີວິດທາງສາສະໜາ, ກົດໝາຍ ໄດ້ຖືວ່ານີ້ແມ່ນການເຄື່ອນໄຫວ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການທາງດ້ານສາສະໜາຂອງຜູ້ເຊື່ອຖືສາສະໜາ, ຫາກບໍ່ຖືວ່າແມ່ນເງື່ອນໄຂເພື່ອສ້າງຕັ້ງອົງການສາສະໜາ. ກົດໝາຍກໍ່ເພີ່ມເຕີມເນື້ອໃນເລື່ອນຊັ້ນ, ແຕ່ງຕັ້ງຜູ້ຖືສັນຊາດຕ່າງປະເທດເຄື່ອນໄຫວໃຫ້ອົງການສາສະໜາຢູ່ ຫວຽດນາມ. ຊາວຕ່າງປະເທດຢູ່ອາໄສຢ່າງຖືກຕ້ອງຕາມກົດໝາຍ ຫວຽດນາມ ກໍ່ມີສິດດຳເນີນຊີວິດທາງສາສະໜາ, ເຂົ້າຮ່ວມການເຄື່ອນໄຫວເຫຼື້ອມໃສ, ເຊື່ອຖືສາສະໜາ; ນຳໃຊ້ສະຖານທີ່ຖືກຕ້ອງຕາມກົດໝາຍເພື່ອດຳເນີນຊີວິດທາງສາສະໜາລວມສູນ; ເຊື້ອເຊີນບັນດາຜູ້ມີຍົດຖາບັນດາສັກ, ນັກບວດມາປະຕິບັດບັນດາພິທີທາງສາສະໜາ, ສອນສາສະໜາ; ເຂົົ້າບວດຢູ່ບັນດາຮາກຖານສາສະໜາ, ເຂົ້າຮຽນຢູ່ຮາກຖານບຳລຸງສ້າງສາສະໜາ ຫຼື ຊຸດບຳລຸງກ່ຽວກັບສາສະໜາຂອງອົງການສາສະໜາຢູ່ ຫວຽດນາມ; ນຳເອົາບັນດາສື່ສິ່ງພິມກ່ຽວກັບສາສະໜາ, ອຸປະກອນສາສະໜາ ເພື່ອຮັບໃຊ້ຄວາມຕ້ອງການໃນການດຳເນີນຊີວິດທາງສາສະໜາຕາມຂໍ້ກຳນົດຂອງກົດໝາຍ ຫວຽດນາມ.”
ກົດໝາຍວ່າດ້ວຍການເຫຼື້ອມໃສ, ເຊື່ອຖືສາສະໜາປີ 2016 ໄດ້ສະແດງໃຫ້ເຫັນທັດສະນະຢ່າງແທດຈິງ, ການກະທຳຢ່າງລະອຽດຂອງລັດ ຫວຽດນາມ ໃນຂົງເຂດສາສະໜາ. ກົດໝາຍໄດ້ຮັບຖືວ່າໄດ້ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງຜູ້ມີຍົດຖະບັນດາສັກອົງການສາສະໜາ, ສ້າງເງື່ອນໄຂຕອບສະໜອງຄວາມຕ້ອງການຂອງປະຊາຊົນໃນການດຳເນີນຊີວິດທາງດ້ານຈິດວີນຍານ, ສົ່ງເສີມການຜັນຂະຫຍາຍບັນດາຄຸນຄ່າຂອງການເຫຼື້ອມໃສ, ເຊື່ອຖືສາສະໜາໃນຊີວິດສັງຄົມ. ກົດໝາຍໄດ້ຮັບການກຳເນີດແມ່ນການສະແດງໃຫ້ເຫັນວ່າ ຫວຽດນາມ ນັບມື້ນັບປະຕິບັດລັດຖະທຳມະນູນ, ກົດໝາຍວ່າດ້ວຍການເຫຼື້ອມໃສ, ເຊື່ອຖືສາສະໜາ ໃນວິວັດແຫ່ງການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນໄດ້ດີກ່ວາ, ມີປະສິດທິຜົນກ່ວາ. ສ້າງລະບົບກົດໝາຍເພື່ອຕອບສະໜອງຄວາມຕ້ອງການດ້ານຈິດວີນຍານຂອງປະຊາຊົນ ແມ່ນວິທີທີ່ ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມຜັນຂະຫຍາຍເພື່ອໃຫ້ຄວາມເສລີໃນການເຫຼື້ອມໃສເຊື່ອຖືສາສະໜາຢູ່ ຫວຽດນາມ ນັບມື້ນັບໄດ້ຮັບການຮັບປະກັນ.