ເຄົາລົບ ແລະ ປະຕິບັດບັນດາຄຳໝັ້ນສັນຍາ ແລະ UNCLOS 1982 ປະກອບສ່ວນຫລຸດຜ່ອນຄວາມສ່ຽງເຄັ່ງຕຶງ ຢູ່ທະເລຕາເວັນອອກ

VOVworld - ຫວ່າງແລ້ວນີ້, ທີ່ສຳນັກງານຂອງສະພາສູງ ຝລັ່ງ ຢູ່ນະຄອນຫຼວງ ປາຣີ ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບທະເລຕາເວັນອອກ, ໂດຍສະຖາບັນຄົ້ນຄ້ວາພູມສາດການເມືອງ (EGA) ເປັນເຈົ້າພາບຈັດຕັ້ງ. ກອງປະຊຸມສຳມະນາໄດ້ດຶງດູດການເຂົ້າຮ່ວມຂອງວົງການເຈົ້າໜ້າທີ່ຝລັ່ງ, ບັນດານັກຊ່ຽວຊານຄົ້ນຄ້ວາການພົວພັນສາກົນ, ຍຸດທະສາດດ້ານການທະຫານ, ນະໂຍບາຍປ້ອງກັນປະເທດ.

ອີກເທື່ອໜຶ່ງ, ກອງປະຊຸມສຳມະນາໄດ້ເນັ້ນໜັກຄວາມສຳຄັນຂອງເລື່ອງເຄົາລົບ ແລະ ປະຕິບັດບັນດາຄຳໝັ້ນສັນຍາຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

ເຄົາລົບ ແລະ ປະຕິບັດບັນດາຄຳໝັ້ນສັນຍາ ແລະ UNCLOS 1982 ປະກອບສ່ວນຫລຸດຜ່ອນຄວາມສ່ຽງເຄັ່ງຕຶງ ຢູ່ທະເລຕາເວັນອອກ - ảnh 1ທະຫານເຮືອ ຫວຽດນາມ
(ພາບ:baoquocte.vn)

        ຕາມຫົວໜ່ວຍຈັດຕັ້ງກອງປະຊຸມສຳມະນາແລ້ວ, ທະເລຕາເວັນອອກ ແມ່ນຂົງເຂດ ຍາມໃດກໍ່ຊ້ອນແຝງຄວາມສ່ຽງຫຼາຍຢ່າງ, ກາຍເປັນຈຸດຮ້ອນເຮັ່ງຂອງໂລກໃນປະຈຸບັນຢ່າງງ່າຍດາຍ. ຍ້ອນເຫດນັ້ນ, ບັນດາປະເທດ, ໃນນັ້ນມີ ຝລັ່ງ, ກໍ່ຄວນມີຄວາມຮັບຮູ້ຢ່າງຄົບຖ້ວນກ່ຽວກັບບົດບາດ, ຄວາມສຳຄັນຂອງຂົງເຂດ ແລະ ບັນດາຄວາມສ່ຽງ, ສິ່ງທ້າທາຍທີ່ໄດ້ວາງອອກ. ກອງປະຊຸມສຳມະນາບໍ່ມີຄວາມມັກໃຫຍ່ໄຝ່ສູງໃນການແກ້ໄຂບັນຫາ, ແຕ່ຜ່ານນັ້ນ ກໍ່ສະໜອງຂໍ້ມູນຂ່າວສານຕື່ມກ່ຽວກັບກົດໝາຍສາກົນ, ພິເສດແມ່ນ UNCLOS 1982, ປະກອບສ່ວນຫລຸດຜ່ອນຄວາມສ່ຽງເຄັ່ງຕຶງໃນທະເລຕາເວັນອອກ.

ກຳນົດບັນດາສິ່ງທ້າທາຍຢູ່ທະເລຕາເວັນອອກ

        ດ້ວຍຫົວຂໍ້ວ່າ “ທະເລຕາເວັນອອກ: ເຂດມີຄວາມຂັດແຍ້ງຫຼາຍຢ່າງ”, ກອງປະຊຸມສຳມະນາໄດ້ເຕື້ອງເຖິງ 4 ແງ່ມູມ ລະອຽດຄື: ອິນເດຍ - ປາຊີຟິກ ພາຍໃຕ້ແສງສະຫວ່າງຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982; ທະເລຕາເວັນອອກ - ຈຸດສຸມຂອງບັນຫາດ້ານຄວາມໝັ້ນຄົງ; ພາກພື້ນ ອິນເດຍ - ປາຊີຟິກ: ການປ່ຽນແປງຂອງດິນຟ້າອາກາດ ກໍ່ແມ່ນປັດໄຈວິກິດການ; ເວທີການເມືອງພາກພື້ນຫຼາຍຮູບຫຼາຍແບບ ແລະ ບົດບາດຂອງ ຝລັ່ງ. ບັນດາຄຳເຫັນທີ່ກອງປະຊຸມສຳມະນາໄດ້ນຳມາເຊິ່ງຂໍ້ມູນຂ່າວອັບເດດ, ພາວະວິໄສ, ກ່າວເຕືອນຫາງສຽງສາກົນກ່ຽວກັບບັນດາການຜັນແປຫຍໍ້ທໍ້ ອາດຈະກໍ່ໃຫ້ເກີດຂຶ້ນຢູ່ທະເລຕາເວັນອອກ. ພ້ອມກັນນັ້ນ, ບັນດາການປະກອບຄວາມເຫັນກໍ່ເນັ້ນໜັກຄວາມສຳຄັນຂອງເລື່ອງຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມເສລີໃນການເດີນທະເລ ຢູ່ເຂດທະເລຕາເວັນອອກ, ຄວາມຈຳເປັນຕ້ອງເຄົາລົບ ແລະ ປະຕິບັດ UNCLOS 1982, ຄຳໝັ້ນສັນຍາຂອງບັນດາປະເທດໃນພາກພື້ນ ຄື: ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ປີ 2002.

        ບັນດາຄຳເຫັນກໍ່ຮຽກຮ້ອງໃຫ້ ຝລັ່ງ, ສະຫະພາບ ເອີລົບ (EU) ແລະ ໂລກເສີມຂະຫຍາຍບົດບາດຕໍ່ເລື່ອງແກ້ໄຂຄວາມບໍ່ລົງລອຍກັນ, ການຂັດແຍ້ງກັນຢູ່ພາກພື້ນ ບົນພື້ນຖານກົດໝາຍສາກົນ, ເຄົາລົບ UNCLOS 1982 ແລະ ເປີດກ້ວາງບັນດາຂອບເຂດການຮ່ວມມືໃນທຸກຂົງເຂດຕໍ່ພາກພື້ນ.

ເຄົາລົບ ແລະ ປະຕິບັດບັນດາຄຳໝັ້ນສັນຍາ ແລະ UNCLOS 1982 ປະກອບສ່ວນຫລຸດຜ່ອນຄວາມສ່ຽງເຄັ່ງຕຶງ ຢູ່ທະເລຕາເວັນອອກ - ảnh 2ບັນດານັກຊ່ຽວຊານ, ນັກການເມືອງເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກ ທີ່ສຳນັກງານສະພາສູງ ຝລັ່ງ
( ພາບ: TTXVN)

UNCLOS 1982 - ພື້ນຖານນິຕິກຳ ສຳຄັນເພື່ອຮັກສາຄວາມສະຖຽນລະພາບຢູ່ທະເລຕາເວນອອກ

        ການກຳເນີດຂຶ້ນຂອງ UNCLOS 1982 ໄດ້ປະຖົມປັດໄຈສ້າງຕັ້ງຄວາມເປັນລະບຽບຮຽບຮ້ອຍສາກົນໃໝ່ຢູ່ທະເລຕາເວັນອອກ, ຍ້ອນສົນທິສັນຍາສະບັບນີ້ໄດ້ກຳນົດແຈ້ງ, ລະອຽດກ່ຽວກັບບັນດາຫຼັກການລວມ ແລະ ບັນດາເນື້ອໃນລະອຽດ ເພື່ອແກ້ໄຂບັນດາການຂັດແຍ້ງກັນບົນທະເລ.

        ໂດຍຜ່ານ UNCLOS 1982, ຫຼາຍກົນໄກສະເພາະກ່ຽວກັບການແກ້ໄຂການຂັດແຍ້ງກັນບົນທະເລກໍ່ໄດ້ຮັບການສ້າງຂຶ້ນ, ຄື: ຄະນະກຳມະການໄກ່ເກ່ຍ, ກຳມະການ, ພິເສດແມ່ນສານສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ (ITLOS). ບົນພື້ນຖານ UNCLOS 1982, ເປັນຄັ້ງທຳອິດ, ກົນໄກແກ້ໄຂການຂັດແຍ້ງແບບບັງຄັບຜ່ານການໄກ່ເກ່ຍ ແລະ ກຳມະການໄດ້ຮັບຮອງເອົາ ແລະ ນຳໃຊ້ໃນສະພາບຕົວຈິງ. ບັນດາກົນໄກນີ້ໄດ້ປະກອບສ່ວນຮັກສາການປະຕິບັດບັນດາຂໍ້ກຳນົດຂອງ UNCLOS 1982 ໃນທະເລເຂດຕ່າງໆ, ພ້ອມທັງສ້າງພື້ນຖານເພື່ອໃຫ້ບັນດາປະເທດແກ້ໄຂບັນດາການຂັດແຍ້ງກັນບົນທະເລໂດຍສັນຕິວິທີ.

        UNCLOS 1982 ໄດ້ກາຍເປັນກົດໝາຍປະເພນີສາກົນ ແລະ ສິ່ງດັ່ງກ່າວກໍ່ຊ່ວຍໃຫ້ບັນດາປະເທດຍັງບໍ່ທັນໄດ້ອະນຸມັດຜ່ານ UNCLOS 1982 ອາດສາມາດ ນຳໃຊ້ເພື່ອເປັນບ່ອນອີງເພື່ອສ້າງ ແລະ ປະຕິບັດບັນດານະໂຍບາຍກ່ຽວກັບທະເລຂອງປະເທດຊາດ ກໍ່ຄືການແກ້ໄຂບັນດາການຂັດແຍ້ງ, ຄວາມບໍ່ລົງລອຍກັນ.

        ອາດຈະຢັ້ງຢືນໄດ້ວ່າ, ມາຮອດປະຈຸບັນ, UNCLOS 1982 ແມ່ນກອບນິຕິກຳໜຶ່ງດຽວ ໃຫ້ແກ່ທຸກໆການເຄື່ອນໄຫວບົນທະເລຂອງບັນດາປະເທດໃນໂລກ. ດັ່ງນັ້ນ, ສົນທິສັນຍາເຄີຍໄດ້້ເປັນບ່ອນອີງ ແລະ ນຳໃຊ້ເພື່ອແກ້ໄຂບັນດາການຂັດແຍ້ງທີ່ກ່ຽວຂ້ອງເຖິງທະເລໃນໂລກ, ໃນນັ້ນມີພາກພື້ ອາຊີ - ປາຊີຟິກ, ເຊິ່ງເປັນພາກພື້ນ ມີຫຼາຍຈຸດຮ້ອນເຮັ່ງ ກ່ຽວກັບການຂັດແຍ້ງກັນບົນທະເລ ຄືທະເລຕາເວັນອອກ ຫຼື ທະເລຮວາຕຸງ.

        ໂດຍຖືກຕ້ອງກັບຫົວຂໍ້ຂອງກອງປະຊຸມສຳມະນາ “ທະເລຕາເວັນອອກ: ເຂດມີຄວາມຂັດແຍ້ງຫຼາຍຢ່າງ”, ທະເລຕາເວັນອອກ ນັບມື້ນັບຢັ້ງຢືນວ່າ: ບໍ່ພຽງແຕ່ແມ່ນຊາຍຄາລວມຂອງບັນດາປະເທດໃນພາກພື້ນເທົ່ານັ້ນ ຫາກຍັງແມ່ນຄວາມສົນໃຈລວມຂອງບັນດາປະເທດໃນໂລກ. ອີກເທື່ອໜຶ່ງ, ກອງປະຊຸມສຳມະນາເຮັດແຈ້ງ ແລະ ຢັ້ງຢືນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຢູ່ທະເລຕາເວັນອອກ ຮຽກຮ້ອງໃຫ້ມີຄວາມເອົາໃຈໃສ່ລວມຂອງປະຊາຄົມສາກົນ, ບໍ່ພຽງແຕ່ບັນດາປະເທດໃນພາກພື້ນເທົ່ານັ້ນ, ໃນນັ້ນ ເຄົາລົບ ແລະ ປະຕິບັດ UNCLOS 1982 ແມ່ນເງື່ອນໄຂຕັດສິນຊີ້ຂາດອີກດ້ວຍ./.

 

ຕອບກັບ

ຂ່າວ/ບົດ​ອື່ນ