ເຊື່ອມ​ຊຶມ​ຢ່າງ​ຖຶກ​ຕ້ອງ, ຈັດຕັ້ງປະ​ຕິ​ບັດ​ບັນ​ດາແຜນ​ນະ​ໂຍ​ບາຍ, ລັດຖະນະ​ໂຍບາຍ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ ພັກ​ກ່ຽວ​ກັບ​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໃຫ້​ເປັນ​ຢ່າງ​ດີ

(VOVWORLD) -ກອງປະຊຸມຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ XIII ພວມດຳເນີນຢູ່ ຮ່າໂນ້ຍ ເພື່ອແນໃສ່ປຶກສາຫາລື, ຕົກລົງຫຼາຍບັນຫາສຳຄັນຂອງປະເທດຊາດ, ໃນນັ້ນ ມີແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021  2025. ກ່າວຄຳເຫັນໄຂກອງປະຊຸມ ໃນວັນທີ 5 ກໍລະກົດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຍົກອອກຄຳຄິດເຫັນຈຳນວນໜຶ່ງທີ່ມີລັກສະນະເຈາະຈີ້ມສຳຄັນກ່ຽວກັບບັນຫານີ້.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊີ້ແຈ້ງວ່າ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຄອມມູນິດ ຫວຽດນາມ ໄດ້ເຫັນດີເປັນຢ່າງສູງ ວາງອອກຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ 10 ປີ 2021 – 2030 ແລະ ທິດທາງ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025. ເພື່ອເຫັນເປັນລະບອບລະບຽບການລະອຽດ ແລະ ປະຕິບັດເປົ້າໝາຍ, ໜ້າທີ່ເຊິ່ງກອງປະຊຸມໃຫຍ່ໄດ້ວາງອອກຢ່າງມີໄຊ, ໃນໄລຍະຜ່ານມາ, ກົມການເມືອງສູນກາງພັກ ໄດ້ຊີ້ນຳຄະນະຮັບຜິດຊອບວຽກງານພັກລັດຖະບານ, ບັນດາກະຊວງ, ຄະນະ, ຂະແໜງການ ແລະ ທ້ອງຖິ່ນ ຈົ່ງຄົ້ນຄວ້າ, ອັບເດດສະພາບການໂດຍດ່ວນຢ່າງເຂັ້ມງວດ, ໂດຍສະເພາະແມ່ນສະພາບການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ແຜນການການເງິນແຫ່ງຊາດ ແລະ ແຜນການການລົງທຶນສາທາລະນະໄລຍະກາງ 5 ປີ 2016 – 2020; ພ້ອມດຽວກັນນັ້ນ, ກໍໄຈ້ແຍກ, ຄາດຄະເນທ່າອ່ຽງພັດທະນາຂອງປະເທດຊາດ ຕໍ່ໜ້າສະພາບການຜັນປ່ຽນຂອງໂລກ ນັບແຕ່ຕົ້ນປີມານີ້ ເພື່ອລາຍງານຕໍ່ກົມການເມືອງປະກອບຄຳເຫັນຊີ້ນຳປະຕິບັດໃຫ້ສົມບູນແບບ, ຍື່ນສະເໜີຕໍ່ສູນກາງ ພິຈາລະນະ, ຕົກລົງທີ່ກອງປະຊຸມຄັ້ງນີ້. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ:

“ນີ້ແມ່ນບັນດາແຜນການທີ່ມີຄວາມສຳຄັນທີ່ສຸດ, ກວ້າງໃຫຍ່, ມີຄວາມໝາຍຕັດສິນສຳລັບການປະຕິບັດສຳເລັດເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງອອກຢ່າງມີໄຊ. ສະນັ້ນ, ສະເໜີໃຫ້ສູນກາງ ອີງໃສ່ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ໃບຍື່ນສະເໜີ, ບົດລາຍງານ, ເອກະສານທາບທາມຂອງຄະນະຮັບຜິດຊອບວຽກງານພັກລັດຖະບານ, ກໍຄືສະພາບການຕົວຈິງຢູ່ທ້ອງຖິ່ນ, ອົງການສຳນັກງານ, ຫົວໜ່ວຍຂອງຕົນ, ສະຫງວນເວລາຄົ້ນຄວ້າ, ປຶກສາຫາລື, ຕີລາຄາຢ່າງພາວະວິໄສ, ຮອບດ້ານກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງປະເທດເຮົາໃນປັດຈຸບັນ ແລະ ໄຈ້ແຍກ, ຄາດຄະເນທ່າອ່ຽງພັດທະນາໃນໄລຍະຈະມາເຖິງ ດ້ວຍໃຕ້ຜົນກະທົບຈາກໂລກລະບາດໂຄວິດ - 19, ການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ບັນດາທ່າອ່ຽງການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນໂລກ”.

ເຊື່ອມ​ຊຶມ​ຢ່າງ​ຖຶກ​ຕ້ອງ, ຈັດຕັ້ງປະ​ຕິ​ບັດ​ບັນ​ດາແຜນ​ນະ​ໂຍ​ບາຍ, ລັດຖະນະ​ໂຍບາຍ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ ພັກ​ກ່ຽວ​ກັບ​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໃຫ້​ເປັນ​ຢ່າງ​ດີ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ 
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຮຽກຮ້ອງໃຫ້ສູນກາງ ຈົ່ງເອົາໃຈໃສ່ເຖິງການໄຈ້ແຍກ, ຕີລາຄາບັນດາສະພາບການໃຫ້ເລິກເຊິ່ງ ແລະ ຈະແຈ້ງຕື່ມອີກຄື: ໃນໄລຍະ 6 ເດືອນຜ່ານມາ, ທົ່ວປະເທດຍັງສືບຕໍ່ມານະພະຍາຍາມ, ຕ້ານໂລກລະບາດຢ່າງຂ້ຽວຂາດ. ເສດຖະກິດ - ສັງຄົມຂອງປະເທດຊາດ ສືບຕໍ່ພັດທະນາ, ບັນລຸໄດ້ຫຼາຍໝາກຜົນຕັ້ງໜ້າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020 ແຕ່ຍັງຕ່ຳກວ່າເມື່ອທຽບໃສ່ເປົ້າໝາຍທີ່ໄດ້ວາງອອກ. ການຜະລິດດຳເນີນທຸລະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ໂດຍສະເພາະແມ່ນຜູ້ທີ່ພວມຢູ່ໃນເຂດເກີດໂລກລະບາດ ແລະ ບັນດາຂະແໜງການ, ຂົງເຂດທີ່ຖືກຜົນກະທົບໂດຍກົງຈາກໂລກລະບາດ ແມ່ນຍັງປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ. ເສດຖະກິດໂລກມີສັນຍານຟື້ນຟູ ແລະ ເຕີບໂຕຄືນໃໝ່ ແຕ່ຍັງບໍ່ທັນມີຄວາມໝັ້ນຄົງ; ການຄ້າ ແລະ ການລົງທຶນສາກົນມີທ່າອ່ຽງຫຼຸດລົງ; ໜີ້ສິນສາທາລະນະທົ່ວໂລກ ເພີ່ມຂຶ້ນແຮງ, ຕະຫຼາດການເງິນ - ເງິນຕາສາກົນ ຊ້ອມແຝງມີຄວາມສ່ຽງຫຼາຍຢ່າງ ແລະ ຍັງມີຄວາມສ່ຽງຕົກເຂົ້າສູ່ວິກິດການ. ໂລກລະບາດໂຄວິດ - 19 ສືບຕໍ່ມີການຜັນແປຢ່າງສັບສົນ, ຍາກທີ່ຈະຄວບຄຸມໄດ້ , ເຊິ່ງໄດ້ສົ່ງຜົນກະທົບທີ່ບໍ່ດີ ແລະ ແກ່ຍາວໃຫ້ແກ່ເສດຖະກິດໂລກ ກໍຄືພາກພື້ນ ໃນນັ້ນ ມີຫວຽດນາມ; ເຮັດໃຫ້ປ່ຽແປງນຄວາມເປັນລະບຽບຮຽບຮ້ອຍ, ໂຄງປະກອບເສດຖະກິດ ແລະ ແບບວິທີການຄຸ້ມຄອງບໍລິຫານ ກໍຄືການຈັດຕັ້ງເຄື່ອນໄຫວເສດຖະກິດ, ຊີວິດສັງຄົມທົ່ວໂລກຢ່າງເລິກເຊິ່ງ, ເຮັດໃຫ້ຫຼາຍປະເທດຕ້ອງປ່ຽນແປງການກຳນົດທິດ, ຍຸດທະສາດພັດທະນາເສດຖະກິດຕາມທິດຍົກສູງກຳລັງພາຍໃນ, ເອົາໃຈໃສ່ເຖິງການພັດທະນາຕະຫຼາດພາຍໃນ, ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ…. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຈາກນັ້ນ ຄວນປະກອບຄຳເຫັນໃສ່ບັນດາບັນຫາໃຫຍ່ທີ່ໄດ້ຍົກອອກໃນໃບຍື່ນສະເໜີ ແລະ ບົດລາຍງານຕ່າງໆຂອງ ຄະນະພັກລັດຖະບານ, ໂດຍສະເພາະແມ່ນບັນດາບັນຫາສຳຄັນ ກ່ຽວກັບທັດສະນະ, ແນວຄິດຊີ້ນຳທີ່ຍັງມີຄຳເຫັນທີ່ແຕກຕ່າງກັນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ:

“ເຊື່ອມຊຶມຢ່າງຖືກຕ້ອງ, ຈັດຕັ້ງປະຕິບັດບັນດາແຜນນະໂຍບາຍ, ລັດຖະນະໂຍບາຍຊີ້ຂາດຂອງກອງປະຊຸມໃຫຍ່ຄັ້ງທີ XIII ກ່ຽວກັບການສ້າງລະບອບລະບຽບການພັດທະນາໃຫ້ສົມບູນແບບ, ຄົບຊຸດ, ກ່ອນອື່ນໝົດແມ່ນລະບອບລະບຽບການພັດທະນາເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ; ພັດທະນາຢ່າງວ່ອງໄວ ແລະ ຍືນຍົງນັບທັງທາງດ້ານເສດຖະກິດ, ສັງຄົມ ແລະ ສະພາບແວດລ້ອມ; ປັບປຸງ, ເພີ່ມທະວີການສ້າງເສດຖະກິດມະຫາພາກເປັນປົກກະຕິ; ຍົກສູງກຳລັງພາຍໃນ, ສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ; ການເຕີບໂຕເສດຖະກິດຕິດພັນກັບການພັດທະນາສັງຄົມ, ສ້າງ, ເສີມຂະຫຍາຍຄຸນຄ່າວັດທະນະທຳ ແລະ ກຳລັງແຮງຂອງຊາ ຫວຽດນາມ; ປະຕິບັດຄວາມກ້າວໜ້າ ແລະ ຍຸຕິທຳໃນສັງຄົມ, ຮັບປະກັນລັກສະນະດີເລີດຂອງລະບອບສັງຄົມນິຍົມຢູ່ ຫວຽດນາມ; ປ່ຽນແປງໃໝ່ວິທີການຊີ້ນຳ, ນຳພາບໍລິຫານຢ່າງແຮງ; ຍູ້ແຮງການຈັດແບ່ງຂັ້ນ, ຈັດແບ່ງສິດອຳນາດຕິດພັນກັບການກຳນົດໜ້າທີ່ຄວາມຮັບຜິດຊອບຢ່າງຈະແຈ້ງ ແລະ ເພີ່ມທະວີປະສິດທິພາບ, ປະສິດທິຜົນໃນການສົມທົບ, ຕິດຕາມກວດກາການປະຕິບັດ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ສິ່ງທີ່ຄ້າງຄາໃວິວັດການພັດທະນາ…”

ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ເນື້ອໃນລາຍການກອງປະຊຸມສູນກາງພັກ ຄັ້ງນີ້ ລວມມີຫຼາຍບັນຫາພື້ນຖານ ແລະ ສຳຄັນ, ຊຶ່ງກ່ຽວຂ້ອງເຖິງວຽກງານຊີ້ນຳ, ນຳພາຢ່າງມີໄຊຕໍ່ການຈັດຕັ້ງປະຕິບັດເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ; ການກໍ່ສ້າງພັກ ແລະ ລະບົບການເມືອງປອດໃສ, ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ, ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ໃນອາຍຸການຊຸດທີ XIII, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ, ໜ້າທີ່ປະຕິວັດໃນໄລຍະໃໝ່. ດັ່ງນັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະເໜີໃຫ້ສູນກາງ ຈົ່ງສະຫງວນເວລາສຸມໃສ່ການຄົ້ນຄວ້າ, ປຶກສາຫາລື, ປະກອບຄຳຄິດເຫັນ ເພື່ອສືບຕໍ່ສ້າງໃຫ້ສຳເລັດ ແລະ ພິຈາລະຈາ, ຕົກລົງບັນດາບັນຫາເຫຼົ່ານັ້ນ ໃນຕອນທ້າຍຂອງກອງປະຊຸມ./.

ຕອບກັບ

ຂ່າວ/ບົດ​ອື່ນ