ໄດ້ມີ 50 ຄົນຖືກເສຍຊີວິດ ແລະ 53 ຄົນຮັບບາດເຈັບ ເມື່ອມືປືນຜູ້ໜຶ່ງຍິງປືນໃສ່ຮ້ານບັນເທິງຄືກໂຄມໜາແໜ້ນທີ່ສະຫງວນໃຫ້ໃຫ້ຄົນກະເທີຍຢູ່ Orlando, ອາເມລິກາ. ຕາມກົມຕຳຫຼວດສືບສວນສະຫະລັດອາເມລິກາ (FBI) ແລ້ວ, ຜູ້ກໍ່ເຫດການດັ່ງກ່າວຊື່ວ່າ Omar Saddiqui Mateen, ອາຍຸ 29 ປີ, ກຳເນີດ, ເຕີບໃຫຍ່ຢູ່ນິວຢອກ ຖືກ FBI ສືບສວນເປັນ 2 ຄັ້ງແລ້ວ, ຄັ້ງທຳອິດເມື່ອປີ 2013 ແລະ ຄັ້ງທີ 2 ເມື່ອປີ 2014.
ສ່ອງຫວ່າງໃນການໃນການຄອບຄຸມປືນ
ນີ້ບໍ່ແມ່ນຄັ້ງທຳອິດທີ່ອາເມລິກາ ເຫັນປະຈັກຕາເຫດຍິງປືນທີ່ນອງເລືອດ. ເຫດຍິງປືນຢູ່ໂຮງຮຽນປະຖົມ Sandy Hook, ລັດ Connecticut ເມື່ອເດືອນ 12/2012 ໄດ້ເຮັດໃຫ້ 26 ຄົນເສຍຊີວິດ, ໃນນັ້ນມີເດັກນ້ອຍ 20 ຄົນ. ເຫດຍິງປືນຢູ່ໂປດແຫ່ງໜຶ່ງ ທີ່ນະຄອນ Charleston, ລັດ South Carolina ເມື່ອເດືອນ 06/2015 ໄດ້ເຮັດໃຫ້ຊາວຜິວດຳ 9 ຄົນເສຍຊີວິດ. ເຫດຍິງປືນຢູ່ມະຫາວິທະຍາໄລປະຊາຄົມ Umpqua ຢູ່ລັດ Oregon ເມື່ອເດືອນ 10/2015 ໄດ້ເຮັດໃຫ້ 10 ຄົນເສຍຊີວິດ ແລະ ຫຼັງຈາກນັ້ນບໍ່ຮອດ 2 ເດືອນ, ໄດ້ເກີດເຫດຍິງປືນອື່ນທີ່ຮ້າຍແຮງຢູ່ San Bernardino, ລັດ California, ເຮັດໃຫ້ 14 ຄົນເສຍຊີວິດ ແລະ 17 ຄົນຖືກຮັບບາດເຈັບ. ຕາມຕົວເລກສະຖິຕິໃນ 2 – 3 ປີມໍ່ໆມານີ້ແລ້ວ, ຄິດສະເລ່ຍແຕ່ລະມື້ ມີຊາວອາເມລິກາ 90 ຄົນ ແລະ ແຕ່ລະປີມີປະມານ 32.000 ກວ່າຄົນຖືກເສຍຊີວິດຍ້ອນການໃຊ້ຄວາມຮຸນແຮງດ້ວຍປືນ. ບັນດາເຫດຍິງປືນຂອງອາເມລິກາ ໄດ້ກວມເຖິງ 1/3 ຈຳນວນເຫດຍິງປືນຢູ່ໃນໂລກ. ອາເມລິກາ ກໍ່ແມ່ນປະເທດນຳໃຊ້ປືນຫຼາຍທີ່ສຸດໃນໂລກ, ຄາດວ່າມີປະມານ 270 ລ້ານ ຫາ 310 ລ້ານກະບອກພວມຖືກນຳໃຊ້. ຫຼືເວົ້າແນວອື່ນ ຄິດສະເລ່ຍຕໍ່ຫົວຄົນ, ຊາວອາເມລິກາ ຜູ້ໃດກໍ່ມີປືນ.
ກ່ຽວກັບເຫດຍິງປືນລ້າສຸດໃນວັນທີ 12/06 ຜ່ານມາ, ກົມສືບສວນສະຫະລັດອາເມລິກາ (FBI) ໃຫ້ຮູ້ວ່າ, ນັບແຕ່ປີ 2013, Omar Saddiqui Mateen ໄດ້ວິຈານກັບບັນດາເພື່ອນຮ່ວມງານທີ່ວ່າ ຕົນເອງສະໜັບສະໜູນບັນດາກຸ່ມກໍ່ການຮ້າຍ. ຫຼັງຈາກນັ້ນ 1 ປີ, FBI ສືບຕໍ່ສືບສວນຜູ້ນີ້ ຍ້ອນສົງໄສວ່າມີສ່ວນກ່ຽວຂ້ອງເຖິງຊາວອາເມລິກາ ຄົນໜຶ່ງ ເດີນທາງໄປຊີຣີ ເພື່ອເຂົ້າຮ່ວມກຸ່ມຫົວຮຸ້ນແຮງ. ແຕ່ວ່າ, ໃນຈຸດເວລານັ້ນ, FBI ພັດສະຫຼຸບວ່າ “Mateen ບໍ່ແມ່ນໄພນາບຂູ່”. ແລະກ່ອນທີ່ເກີດເຫດຍິງປືນ 2 – 3 ວັນ, Mateen ໄດ້ຊື້ປືນຢ່າງນ້ອຍສຸດ 2 ກະບອກ. ບໍ່ພຽງແຕ່ເທົ່ານັ້ນ, ຕາມ FBI ແລ້ວ, ພາຍຫຼັງເຫດເຂັ່ນຂ້າເກີດຂຶ້ນ, ເຂົາເຈົ້າຈຶ່ງເຫັນວ່າ, ຢ່າງໜ້ອຍສຸດມີມືປືນ 8 ຄົນເປັນໂລກຈິດແຕ່ຍັງຊື້ປືນໄດ້ຢູ່.
ຄ່າຂອງຄວາມເສລີ
ໃນສະພາບຕົວຈິ່ງ, ບໍ່ແມ່ນວ່າຮອດຈຸດເວລານີ້, ທ່ານປະທານາທິບໍດີ Barack Obama ຫຼື ບໍ່ວ່າປະທານາທິບໍດີອາເມລິກາ ທ່ານໃດ ກ່ອນນັ້ນຈຶ່ງເຫັນໄດ້ຄວາມອັນຕະລາຍຂອງການຄວບຄຸມປືນ. ທ່ານປະທານາທິບໍດີ Barack Obama ໄດ້ເວົ້າດ້ວຍຄວາມຕື້ນຕັ້ນໃຈຫຼາຍຄັ້ງວ່າ “ພວກເຮົາບໍ່ຄວນຖືກບັນດາເຫດເຂັ່ນຂ້ານີ້ແມ່ນຄ່າແຫ່ງຄວາມເສລີ”. ທ່ານ Barack Obama ກໍໄດ້ກະຕຸກຊຸກຍູ້ການປະຕິບັດ “ບັນດາມາດຕະການຄວບຄຸມປືນ” ເປັນຫຼາຍຄັ້ງແລ້ວ. ແຕ່ວ່າ, ດ້ວຍອາຍຸການ 2 ຄັ້ງແກ່ຍາວເປັນເວລາ 8 ປີ, ຄວາມເສຍຫວັງຂອງທ່ານ Barack Obama ນັບມື້ນັບຫຼາຍຂຶ້ນ. ບັນຫາສະໜັບສະໜູນ ຫຼື ຄັດຄ້ານການຄວບຄຸມປືນໃນສະພາແຫ່ງຊາດ ມີການແບ່ງແຍກຢ່າງຈະແຈ້ງ, ເຮັດໃຫ້ບັນດາຄວາມມານະພະຍາຍາມຂອງອຳນາດການປົກຄອງຂອງປະທານາທິບໍດີ Barack Obama, ບໍ່ສາມາດສ້າງ, ກົດໝາຍວ່າດ້ວຍການຄວບຄຸມອາວຸດທີ່ອັນຕະລາຍນີ້ໄດ້.
ຕາມບັນດານັກໄຈ້ແຍກແລ້ວ, ເລື່ອງຫ້າມນຳໃຊ້ອາວຸດຢູ່ອາເມລິກາ ຍາກທີ່ຈະປະຕິບັດໄດ້ໃນຈຸດເວລານີ້ ແລະ ໃນອະນາຄົດອັນໃກ້ໆນີ້. ເຫດຜົນໃຫຍ່ສຸດນັ້ນແມ່ນ ຍາກທີ່ຈະປ່ຽນແປງຄວາມຊິນເຄີຍໃນການກຳມະສິດປືນຂອງຊາວອາເມລິກາ ແຕ່ລະຄົນໄດ້. ນັບແຕ່ສ້າງຕັ້ງປະເທດຊາດ, ເປີດກວ້າງຜືນແຜ່ນດິນໄປສູ່ທິດຕາເວັນຕົກ ຫຼື ເພີ່ມທະວີຜົນສະທ້ອນອອກສູ່ໂລກ, ຍາມໃດປືນກໍ່ຕິດກັບຊາວອາເມລິກາ. ຫຼາຍຄົນເມື່ອມີວຽກ “ຕ້ອງໄດ້ຮັບການແກ້ໄຂ”. ຍ້ອນເຂົາເຈົ້າຖືນີ້ແມ່ນໜຶ່ງໃນບັນດາສິດເສລີໂດຍພື້ນຖານຂອງຕົນ. ນອກນັ້ນ, ບັນດາກຸ່ມບໍລິສັດຜະລິດອາວຸດ ກໍຫາກຳໄລໄດ້ຫຼາຍຈາກການຂາຍອາວຸດແລພ ບັນດາອິດທິກຳລັງນັ້ນໄດ້ມີຜົນສະທ້ອນຢ່າງໃຫຍ່ຫຼວງເຖິງການສະໜັບສະໜູນສະມາຊິກສະພາແຫ່ງຊາດດັ່ງນັ້ນຈຶ່ງ, ກີດຂວາງເລື່ອງສະພາແຫ່ງຊາດຮັບຮອງເອົາບັນດາກົດໝາຍທີ່ຈຳກັດການນຳໃຊ້ປືນ.
ເປັນທີ່ຈະແຈ້ງແລ້ວວ່າ, ສິດນຳໃຊ້ປືນຂອງປະຊາຊົນຕາມກົດໝາຍອາເມລິກາ ໄດ້ສົ່ງຜົນສະທ້ອນບໍ່ດີ. ເຫດຍິງປືນທີ່ຮ້າຍແຮງໃນວັນທີ 12/06 ຜ່ານມາ ໄດ້ເປັນການເຕືອນໄພກ່ຽວກັບບັນດາຊ່ອງຫວ່າງໃນການຄວບຄຸມປືນຢູ່ອາເມລິກາ. ຄວາມເຈັບປວດ, ເສຍດາຍແນ່ນອນວ່າ ຈະບໍ່ສາມາດແກ້ໄຂບັນຫາໄດ້ ຫາກສິ່ງສຳຄັນແມ່ນປະເທດອາເມລິກາ ຕ້ອງຜ່ານຜ່າເຫດການບໍ່ດີນີ້ເພື່ອຊອກຫາເຫດຜົນ, ຍົກອອກມາດຕະການແກ້ໄຂ. ຮ່າງກົດໝາຍຄວບຄຸມປືນອາດຈະໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດອາເມລິກາ ໃນໄລຍະຈະມາເຖິງຫຼືບໍ່ນັ້ນ ແມ່ນສິ່ງທີ່ຫາງສຽງພວມລໍຄອຍ, ເພື່ອແນໃສ່ສະກັດກັ້ນບັນດາເຫດການທີ່ຄ້າຍຄືກັນບໍ່ປະໃຫ້ເກີດຂຶ້ນໃນອະນາຄົດ.