(VOVWORLD) -ທຳນຽບຂາວຮັບຮູ້ບັນດາຜົນກະທົບທີ່ຫຍໍ້ທ້ໍ້ດັ່ງກ່າວນັ້ນຢ່າງຈະແຈ້ງແລ້ວ, ແຕ່ກໍ່ຍັງປະຕິບັດຍ້ອນມີການຄິດໄລ່ຕ່າງຫາກໃຫ້ແກ່ຕົນ.
ເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ
(ພາບ: AFP/TTXVN)
|
ເລື່ອງອຳນາດການປົກຄອງທ່ານປະທານາທິບໍດີອາເມລິກາ Donald Trump ຫວ່າງມໍ່ໆມານີ້ໄດ້ຖະແຫຼງສະໜັບສະໜູນສິດຂອງອິດສະຣາແອັນ ໃນການສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ບໍ່ພຽງແຕ່ເຮັດໃຫ້ແງ່ຫວັງມາດຕະການແກ້ໄຂ 2 ລັດຖືກຫຼຸດໜ້ອຍຖອຍລົງເທົ່ານັ້ນ, ແຕ່ຍັງແມ່ນບາດກ້າວຖອຍຫຼັງສຳລັບພື້ນຖານສັນຕິພາບອັນຍາວນານລະຫວ່າງອິດສະຣາແອັນ ແລະ ປາແລັດສະຕິນອີກດ້ວຍ. ທຳນຽບຂາວຮັບຮູ້ບັນດາຜົນກະທົບທີ່ຫຍໍ້ທ້ໍ້ດັ່ງກ່າວນັ້ນຢ່າງຈະແຈ້ງແລ້ວ, ແຕ່ກໍ່ຍັງປະຕິບັດຍ້ອນມີການຄິດໄລ່ຕ່າງຫາກໃຫ້ແກ່ຕົນ.
ແຕ່ດົນນານມາແລ້ວ, ບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ ຍາມໃດກໍ່ແມ່ນຮົ້ວກີດຂວາງທີ່ໃຫຍ່ຫຼວງໃນການພົວພັນລະຫວ່າງອິດສະຣາແອັນ ແລະ ປາແລັດສະຕິນ, ກໍ່ຄືບັນດາຄວາມມານະພະຍາຍາມຊຸກຍູ້ສັນຕິພາບ. ຕາມບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດແລ້ວ, ບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ ແມ່ນຜິດກົດໝາຍ ຍ້ອນໄດ້ລະເມີດສົນທິສັນຍາເຊີແນວ ທີ 4 ກ່ຽວກັບເລື່ອງຫ້າມບໍ່ໃຫ້ປະເທດຢຶດຄອງນຳເອົາພົນລະເມືອງຂອງຕົນໄປຢູ່ເຂດຢຶດຄອງໄດ້.
ສາຍເຫດເລິກເຊິ່ງ
ທີໜຶ່ງ, ຕ້ອງຢືນຢັນຖະແຫຼງການສະໜັບສະໜູນສິດຂອງອິດສະຣາແອັນ ໃນການກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ບໍ່ແມ່ນຂໍ້ຕົກລົງບັງເອີນຂອງອຳນາດການປົກຄອງອາເມລິກາ, ຍ້ອນກະຊວງການຕ່າງປະເທດຂອງປະເທດນີ້ ໄດ້ສົມທົບກັບກຸ່ມສັນຕິພາບທຳນຽບຂາວ, ໂດຍລູກເຂີຍຂອງທ່ານປະທານາທິບໍດີ Donald Trump ແມ່ນທ່ານ Jared Kushner ນຳໜ້າ, ເຮັດວຽກເປັນເວລາເກືອບ 1 ປີຜ່ານມາ ເພື່ອຍົກອອກຄຳຖະແຫຼງດັ່ງກ່າວ. ມີຄວາມແຕກຕ່າງກັນພຽງແຕ່ຢູ່ບ່ອນວ່າ ມັນຖືກຍົກອອກມາຖືກກັບຈຸດເວລາທີ່ເວທີການເມືອງອາເມລິກາ ພວມພິພາກສາໂທດປະທານາທິບໍດີຢ່າງຟົດເດືອດ ແລະ ທ່ານ Donald Trump ເບິ່ງຄືວ່າພວມຕົກຢູ່ໃນທ່າບໍ່ດີໃນເຫດການດັ່ງກ່າວ. ໃນສະພາບການນັ້ນ, ທຸກໆການກະທຳດ້ານການຕ່າງປະເທດໄດ້ຖືວ່າ ມີຜົນກະທົບຕໍ່ການຫັນປ່ຽນຄວາມສົນໃຈຈາກຫາງສຽງ, ຊ່ວຍຫຼຸດຜ່ອນຄວາມກົດດັນຂອງຫາງສຽງທີ່ມີຕໍ່ການພິພາກສາໂທດຕໍ່ປະທານາທິບໍດີ.
ຍິ່ງໄປກວ່ານັ້ນ, ເພື່ອໄດ້ດຳລົງຕຳແໜ່ງເປັນປະທານາທິບໍດີໃນປີ 2020 ຄືນໃໝ່, ທ່ານ D.Trump ຕ້ອງການບັດສະໜັບສະໜູນຂອງພາກສ່ວນຜູ້ມີສິດເລືອກຕັ້ງຊາວຢິວ ຫຼື ເຊື້ອຊາດຊາວຢິວ ຢູ່ອາເມລິກາ ທີ່ສຸດ. ຍັງຈື່ໄດ້ວ່າ, ເມື່ອຫາສຽງເລືອກຕັ້ງເປັນປະທານາທິບໍດີເມື່ອປີ 2016, ທ່ານ D.Trump ໄດ້ຢືນຢັນຢ່າງຈະແຈ້ງວ່າ ເມື່ອໄດ້ເປັນປະທານາທິບໍດີອາເມລິກາ, ໃນໄລຍະບັນດາຊາວອິດສະຣາແອັນ ຖືກປະພຶດຕໍ່ ຄືກັບພົນລະເມືອງລະດັບ 2, ຈະຢຸດຕິໂດຍທັນທີ. ມາຮອດປະຈຸບັນ, ກ່ອນການຫາສຽງເລືອກຕັ້ງປະທານາທິບໍດີປີ 2020, ທ່ານສືບຕໍ່ສະແດງໃຫ້ເຫັນການສະໜັບສະໜູນທີ່ສະຫງວນໃຫ້ອິດສະຣາແອັນ ໃນບັນຫາຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ.
ວົງການນັກສັງເກດການຖືວ່າ, ສາຍເຫດທີສອງທີ່ເຮັດໃຫ້ທ່ານ D.Trump ຖະແຫຼງສະໜັບສະໜູນສິດຂອງອິດສະຣາແອັນ ໃນການສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ ຢູ່ເຂດດັ່ງກ່າວ, ຍັງແມ່ນຍ້ອນນ້ຳໃຈແຫ່ງຄວາມເປັນມິດພິເສດກັບທ່ານນາຍົກລັດຖະມົນຕີອິດສະຣາແອັນ Benjamin Netanyahu, ຜູ້ທີ່ພວມປະເຊີນໜ້າກັບໄພອາດຈະເສຍທີ່ນັ່ງນາຍົກລັດຖະມົນຕີ ໃນການເລືອກຕັ້ງຜ່ານມາ, ກໍ່ຄືຖືກກ່າວຫາວ່າສໍ້ລາດບັງຫຼວງ, ສໍ້ກົງ ແລະ ສວຍໃຊ້ຄວາມໄວ້ເນື້ອເຊື່ອໃຈ.
ສາຍເຫດທີສາມແມ່ນ ທ່ານ D.Trump ໄດ້ຢັ້ງຢືນເປັນຫຼາຍຄັ້ງແລ້ວວ່າ ຈະມີຂໍ້ລິເລີ່ມສັນຕິພາບໃໝ່ໃຫ້ແກ່ຕາເວັນອອກາງ ແລະ ຖືມັນແມ່ນ “ຂໍ້ຕົກລົງສະຕະວັດ” ທີ່ມີຄວາມສຳຄັນ, ແຕ່ມາຮອດປະຈຸບັນ, ເອກະສານສະບັບດັ່ງກ່າວຍັງມີຫຼາຍຈຸດເກີດການໂຕ້ຖຽງກັນ ແລະ ມີຄວາມເປັນໄປໄດ້ຕ່ຳ. ດ້ວຍເລື່ອງສ້າງສະຖານະການໃໝ່ຢູ່ເຂດນີ້, ເຈົ້າຂອງທຳນຽບຂາວອາດຈະສືບຕໍ່ໂຈະການປະກາດເອກະສານສະບັບດັ່ງກ່າວ, ນັບທັງຫຼີກລ້ຽງໄດ້ການຕຳໜິຕິຕຽນຈາກຫາງສຽງ.
ບໍ່ຖືການຊອກຫາມາດຕະການໂດຍສັນຕິວິທີໃຫ້ແກ່ການປະທະກັນລະຫວ່າງອິດສະຣາແອັນ ແລະ ປາແລັດສະຕິນເປັນສຳຄັນ
ເຖິງວ່າສາຍເຫດແມ່ນຍ້ອນຫຍັງ, ແຕ່ບາດກ້າວເດີນຄັ້ງຫຼ້າສຸດຂອງວໍຊິງຕັນ ສືບຕໍ່ແມ່ນການກະທຳເຮັດໃຫ້ສະພາບຄວາມເຄັ່ງຕຶງກັບປາແລັດສະຕິນ ພ້ອມກັບບັນດາປະເທດໃນພາກພື້ນຖືກແກ່ຍາວຂຶ້ນຕື່ມ, ພາຍຫຼັງບັນດາການກະທຳໂດຍບັງເອີນກ່ອນໜ້ານັ້ນຄື: ຮັບຮອງເອົາ Jerusalem ແມ່ນນະຄອນຫຼວງຂອງອິດສະຣາແອັນ, ຍົກຍ້າຍສະຖານທູດອາເມລິກາ ຈາກ Tel Aviv ໄປຕັ້ງຢູ່ນະຄອນດັ່ງກ່າວ, ຮັບຮອງເອົາອະທິປະໄຕຂອງອິດສະຣາແອັນ ສຳລັບເຂດພູພຽງ Golan ທີ່ຢຶດຄອງເອົາຂອງຊີຣີ.
ກ່ອນສະໄໝທ່ານປະທານາທິບໍດີ D.Trump, ເຖິງວ່າຈະແມ່ນພັກປະຊາທິປະໄຕ ຫຼື ພັກສາທາລະນະຂຶ້ນກຳອຳນາດ, ອາເມລິກາ ກໍ່ລ້ວນແຕ່ມີບັນດາຄຳຖະແຫຼງ ແລະ ການກະທຳກໍ່ຄວາມກົດດັນບັງຄັບໃຫ້ອິດສະຣາແອັນ ຢຸດຕິການກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ. ໃນທ້າຍອາຍຸການສະໄໝທ່ານປະທານາທິບໍດີ Barak Obama, ອຳນາດການປົກຄອງອາເມລິກາ ຍັງຮ່ວມເດີນທາງພ້ອມກັບສະຫະປະຊາຊາດ ໃນເລື່ອງກ່າວປະນາມອິດສະຣາແອັນ ກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຢ່າງຜິດກົດໝາຍດັ່ງກ່າວ.
ແຕ່ມາຮອດສະໄໝທ່ານປະທານາທິບໍດີ D.Trump, ທຸກຢ່າງລ້ວນແຕ່ຖືກຕ່າວປີ້ນ. ບັນດາຄຳຕັດສິນຂອງທ່ານ D.Trump ລ້ວນແຕ່ເຮັດໃຫ້ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ ສັບສົນຂຶ້ນຕື່ມ, ແງ່ຫວັງແກ້ໄຂບັນດາຂໍ້ຕິດຂັດນັບມື້ນັບມືດມົວກວ່າ ແລະ ການພົວພັນລະຫວ່າງອິດສະຣາແອັນ - ປາແລັດສະຕິນ ນັບມື້ນັບເປັນປໍລະປັດຂຶ້ນຕື່ມ. ສະເພາະນັ້ນ, ຫາງສຽງສາກົນຖືວ່າ, ທ່ານ D.Trump ບໍ່ຖືເປັນສຳຄັນຕໍ່ເລື່ອງຊອກຫາມາດຕະການສັນຕິພາບດ້ານການເມືອງໃຫ້ແກ່ການປະທະກັນລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ, ເຮັດໃຫ້ບົດບາດຂອງອາເມລິກາ ຖືກຫຼຸດລົງໃນການແກ້ໄຂໜຶ່ງໃນບັນດາຈຸດຮ້ອນເຮັ່ງດ້ານຄວາມໝັ້ນຄົງທີ່ແກ່ຍາວທີ່ສຸດໃນໂລກນີ້.