ເພີ່ມທະວີຄວາມມານະພະຍາຍາມໜູນຊ່ວຍຕວກກີ ແລະ ຊີຣີ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ

(VOVWORLD) -

ພ້ອມກັບຄວາມມານະພະຍາຍາມຂອງບັນດາກຳລັງຢູ່ກັບທີ່ແລ້ວ, ໃນຊຸມວັນຜ່ານມາ, ປະຊາຄົມສາກົນໄດ້ສືບຕໍ່ເພີ່ມທະວີການໜູນຊ່ວຍຕວກກີ ແລະ ຊີຣີ ດຳເນີນວຽກງານກູ້ໄພກູ້ຊີບ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຢ່າງໜັກໜ່ວງຈາກເຫດແຜ່ນດິນໄຫວເກີດຂຶ້ນໃນວັນທີ 6 ກຸມພາ. ການຮ່ວມແຮງຮ່ວມໃຈຂອງປະຊາຄົມສາກົນ, ໃນນັ້ນມີ ຫວຽດນາມ, ບໍ່ພຽງແຕ່ຊ່ວຍກູ້ເອົາຊີວິດໃຫ້ບັນດາຜູ້ປະສົບເຄາະຮ້າຍເທົ່ານັ້ນ, ຫາກຍັງໄດ້ຊ່ວຍຮັບປະກັນຊີວິດການເປັນຢູ່ປົກກະຕິໃຫ້ແກ່ປະຊາຊົນຜູ້ຖືກຜົນສະທ້ອນຈາກໄພພິບັດແຜ່ນດິນໄຫວນັບລ້ານໆຄົນອີກດ້ວຍ.


        ເຫດແຜ່ນດິນໄຫວມີຄວາມແຮງ 7,8 ຣິດເຕີ, ມີຈຸດສູນກາງແມ່ນຢູ່ທາງພາກໃຕ້ປະເທດຕວກກີ ເກີດຂຶ້ນໃນວັນທີ 6 ກຸມພາ ໄດ້ທຳລາຍນະຄອນໃຫຍ່ຫຼາຍແຫ່ງຂອງປະເທດນີ້ ແລະ ປະເທດບ້ານໃກ້ເຮືອນຄຽງ ຊີຣີ, ເຮັດໃຫ້ປະຊາຊົນນັບໝື່ນໆຄົນຖືກເສຍຊີວິດ ແລະ ນັບໝື່ນໆຄົນອື່ນໄດ້ຮັບບາດເຈັບ ແລະ ຍູ້ໃຫ້ປະຊາຊົນຢູ່ບັນດາເຂດນີ້ຖືກຕົກເຂົ້າສູ່ສະພາບບໍ່ມີເຮືອນຢູ່ ໃນທ່າມກາງດິນຟ້າອາກາດໜາວຈັດຂອງລະດູໜາວ.

ເພີ່ມທະວີຄວາມມານະພະຍາຍາມໜູນຊ່ວຍຕວກກີ ແລະ ຊີຣີ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ - ảnh 1ກຳລັງກູ້ໄພກູ້ຊີບ ຢູ່ສະຖານທີ່ເກີດເຫດຢູ່ Antakya,ແຂວງ Hatay, ປະເທດຕວກກີ ໃນວັນທີ 9 ກຸມພາ 2023
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)

        ເຫດແຜ່ນດິນໄຫວກໍ່ຄວາມເສຍຫາຍຢ່າງໜັກໜ່ວງ

        ຕາມຂໍ້ມູນອັບເດດຈາກບາງອົງການສາກົນແລ້ວ, ຮອດເວລາ 4 ໂມງເຊົ້າຂອງວັນທີ 10 ກຸມພາ, ເຫດແຜ່ນດິນໄຫວທີ່ມີຄວາມແຮງທີ່ສຸດຢູ່ ຕວກກີ ໃນໜຶ່ງສະຕະວັດທີ່ຜ່ານມາໄດ້ເຮັດໃຫ້ກ່ວາ 21.000 ຄົນດຳລົງຊີວິດຢູ່ ຕວກກີ ແລະ ຊີີຣີ ຖືກເສຍຊີວິດ. ໃນນັ້ນ, ຈຳນວນຜູ້ເສຍຊີວິດຢູ່ ຕວກກີ ຂຶ້ນເຖິງເກືອບ 18.000 ຄົນ, ພ້ອມກັບຜູ້ຖືກຮັບບາດເຈັບນັບໝື່ນໆຄົນ.

        ໜ້າເປັນຫ່ວງກັງວົນກ່ວານັ້ນອີກແມ່ນຍັງມີຜູ້ປະສົບເຄາະຮ້າຍນັບພັນຄົນພວມຖືຕິດຄ້າງ ຫຼື ຖືກຖົມຢູ່ກອງຊາກຕຶກພັງທະລາຍຍ້ອນເຫດແຜ່ນດິນໄຫວກໍ່ຂຶ້ນ. ໃນຂະນະນັ້ນ, ອາກາດໜາວຈັດຂອງລະດູໜາວຢູ່ບັນດາເຂດດັ່ງກ່າວ ໄດ້ເຮັດໃຫ້ວຽກງານກູ້ໄພກູ້ຊີບປະສົບກັບສິ່ງກີດຂວາງ, ພ້ອມທັງນາບຂູ່ເຖິງຊີວິດຂອງຫຼາຍຄົນຖືກບາດເຈັບທີ່ພວມຕິດຄ້າງໃນ ຊາກຕຶກພັງທະລາຍ. ຍ້ອນແນວນັ້ນ, ຕົວເລກຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບຍັງຈະສືບຕໍ່ເພີ່ມຂຶ້ນໃນໄລຍະຈະມາເຖິງ .

        ບໍ່ພຽງແຕ່ເທົ່ານັ້ນ, ຜູ້ປະສົບເຄາະຮ້າຍນັບລ້ານຄົນອື່ນຈາກເຫດແຜ່ນດິນໄຫວພວມປະເຊີນໜ້າກັບສະພາບດຳລົງຊີວິດທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ: ບໍ່ມີບ່ອນຢູ່ອົບອຸ່ນໃນທ່າມກາງອາກາດໜາວຈັດ ແລະ ຂາດແຄນສະບຽງອາຫານ, ຢຸກຢາຢ່າງໜັກໜ່ວງ. ວົງການເຈົ້າໜ້າທີ່ ຕວກກີ ໃຫ້ຮູ້ວ່າ: ຕຶກອາຄານປະມານ 6.500 ຫຼັງຢູ່ປະເທດນີ້ຖືກພັງທະລາຍ, ປະຊາຊົນ 13,5 ລ້ານຄົນດຳລົງຊີວິດໃນເຂດດິນແດນ Adana ທາງທິດຕາເວັນຕົກ ຕະຫຼອດຮອດ Diyarbakir ທາງທິດຕາເວັນອອກມີລວງຍາວທັງໝົດ 450 ກມ ຖືກຜົນສະທ້ອນ. Ankara ໄດ້ຖະແຫຼງສະພາບສຸກເສີນທີ່ແກ່ຍາວເປັນເວລາ 3 ເດືອນ ສຳລັບ 10 ແຂວງ ເພື່ອຍູ້ໄວຄວາມມານະພະຍາຍາມຮັບມື.

        ໃນວັນທີ 9 ກຸມພາ, ອົງການຈັດອັນດັບສາກົນ Fitch ຖືວ່າ: ເຫດແຜ່ນດິນໄຫວທີ່ທຳລາຍຕວກກີ ແລະ ຊີຣີ ອາດຈະກໍ່ຄວາມເສຍຫາຍດ້ານເສດຖະກິດກ່ວາ 4 ຕື້ USD. ໃນຂະນະນັ້ນ, ບາງແຫຼ່ງຂ່າວໄດ້ໃຫ້ຂໍ້ສັງເກດວ່າ ສອງປະເທດຕາເວັນອອກກາງ ນີ້ຕ້ອງເສຍເວລາອີກຫຼາຍປີ, ຊ້ຳບໍ່ໜຳແມ່ນຫຼາຍປີຈຶ່ງສາມາດຟື້ນຟູໄດ້.

        ເພີ່ມທະວີຄວາມມານະພະຍາຍາມກູ້ໄພກູ້ຊີບ ແລະ ການໜູນຊ່ວຍຈາກສາກົນ

        ພາຍຫຼັງເກີດເຫດແຜ່ນດິນໄຫວ, ເພື່ອຕອບສະໜອງຕາມຄຳຮຽກຮ້ອງຂອງຕວກກີ ແລະ ຊີຣີ, ບັນດາປະເທດ ແລະ ອົງການສາກົນ, ເຊິ່ງນຳໜ້າແມ່ນ ສປຊ, ໄດ້ເພີ່ມທະວີຢ່າງຕໍ່ເນື່ອງ ແລະ ຍູ້ແຮງຄວາມມານະພະຍາຍາມກູ້ໄພກູ້ຊີບ, ໜູນຊ່ວຍມະນຸດສະທຳ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຢູ່ສອງປະເທດນີ້.

        ວັນທີ 9 ກຸມພາ, ຂະບວນລົດກູ້ໄພກູ້ຊີບທຳອິດຂອງ ສປຊ ໄດ້ມີໜ້າຢູ່ເຂດຕາເວັນຕົກພາກເໜືອ ຊີຣີ. ຂະບວນລົດມີລົດບັນທຸກ 6 ຄັນ ຈາກຕວກກີ ໄປຍັງຊີຣີ. ກ່ອນໜ້ານັ້ນ, ບັນດາເຮືອບິນຂົນສົ່ງເຄື່ອງອຸປະຖຳຈາກ ສະຫະລັດ ອາຣັບ ເອມີເລດ (UAE), ລັດເຊຍ, ອີຣານ ແລະ ຫຼາຍປະເທດອື່ນໄດ້ໄປຮອດສະໜາມບິນ ໂດຍລັດຖະບານ ຊີຣີ ຄວບຄຸມຢູ່ Damascus, Aleppo ແລະ Latakia.

        ໃນຂະນະນັ້ນ, ທະນາຄານໂລກ (WB) ປະກາດວ່າ ພວມປະຕິບັດບັນດາບາດກ້າວທີ່ຈຳເປັນເພື່ອສະໜອງໃຫ້ຕວກກີ ບ້ວງເງິນໜູນຊ່ວຍ ແລະ ຟື້ນຟູດ້ານການເງິນມີມູນຄ່າ 1,78 ຕື້ USD.  ແຈ້ງການໃຫ້ຮູ້ວ່າ: ບ້ວງເງິນໜູນຊ່ວຍມີມູນຄ່າ 780 ລ້ານ USD ຈະໄດ້ສົ່ງເຖິງ Ankara ໃນທັນທີ, ໃນຂະນະທີ່ບັນດາບ້ວງເງິນກູ້ຢືມອື່ນໃນບ້ວງເງິນໜູນຊ່ວຍນີ້ຈະໄດ້ສົ່ງເຖິງ 2 ໂຄງການກູ້ຢືມຂອງ WB ຢູ່ ຕວກກີ. ນອກຈາກນັ້ນ, ໂຄສົກຂອງ WB ໃຫ້ຮູ້ວ່າ: ຍັງມືບ້ວງເງິນໜູນຊ່ວຍອື່ນມີມູນຄ່າ 1 ຕື້ USD ເພື່ອຊ່ວຍຕວກກີ ຟື້ນຟູ ແລະ ສ້າງສາປະເທດຄືນໃໝ່ກໍ່ພວມໄດ້ກະກຽມ.

        ແລະ ກໍ່ໃນວັນທີ 9 ກຸມພາ, ອົງການພັດທະນາສາກົນ ອາເມລິກາ (USAID) ໄດ້ແຈ້ງວ່າ ຈະສະໜອງບ້ວງເງິນໜູນຊ່ວຍຮີບດ່ວນມີມູນຄ່າ 85 ລ້ານ USD ໃຫ້ຕວກກີ ແລະ ຊີຣີ. ຈາກ ເອີລົບ, ລັດຖະບານ ເຢຍລະມັນ ປະກາດຈະສະໜອງຈຳນວນເງິນມະນຸດສະທຳຕື່ມອີກ 26 ລ້ານ ເອີໂລ (28 ລ້ານ USD) ໃຫ້ແກ່ຊີຣີ ເພື່ອຕອບສະໜອງຄວາມຕ້ອງການນັບມື້ນັບເພີ່ມຂຶ້ນຂອງປະຊາຊົນພາຍຫຼັງເກີດເຫດແຜ່ນດິນໄຫວ. ກ່ອນໜ້ານັ້ນ, ເຢຍລະມັນ ແລະ ຫຼາຍປະເທດ ເອີລົບ ກໍ່ປະກາດກ່ຽວກັບບັນດາບ້ວງເງິນໜູນຊ່ວຍຮີບດ່ວນໃຫ້ແກ່ ຕວກກີ ແລະ ຊີຣີ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ.

        ໄປຄຽງຄູ່ກັບວຽກງານໜູນຊ່ວຍມະນຸດສະທຳນັ້ນ, ຫຼາຍປະເທດສືບຕໍ່ສົ່ງກອງກູ້ໄພກູ້ຊີບໄປຍັງ ຕວກກີ ແລະ ຊີຣີ ເພື່ອເຂົ້າຮ່ວມວຽກງານກູ້ໄພກູ້ຊີບ. ຈາກນະຄອນຫຼວງ ຮ່າໂນ້ຍ, ຫວຽດນາມ, ວັນທີ 9 ກຸມພາ, ກະຊວງຕຳຫຼວດ ຫວຽດນາມ ໄດ້ສົ່ງຄະນະພະນັກງານ, ນັກຮົບລວມມີ 24 ຄົນໄປຍັງ ຕວກກີ ເຂົ້າຮ່ວມວຽກງານກູ້ໄພກູ້ຊີບ ຊ່ວຍຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວ.

        ຕາມບັນດານັກຊ່ຽວຊານສາກົນແລ້ວ, ໄພພິບັດທຳມະຊາດດ້ວຍຂອບຂະໜາດໃຫຍ່ນີ້, ການຮ່ວມແຮງຮ່ວມໃຈມານະພະຍາຍາມຂອງປະຊາຄົມສາກົນສຳລັບ ຕວກກີ  ແລະ ຊີຣີ ແມ່ນຈຳເປັນທີ່ສຸດ. ເລື່ອງບັນດາປະເທດໃນໂລກຜ່ານຜ່າຄວາມແຕກໂຕນກັນ ເພື່ອຮ່ວມແຮງຮ່ວມໃຈກູ້ໄພກູ້ຊີບຢູ່ ຕວກກີ ແລະ ຊີຣີ ບໍ່ພຽງແຕ່ນຳມາເຊິ່ງຄວາມຫວັງກູ້ເອົາຊີວິດຂອງຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຫຼາຍຄົນເທົ່ານັ້ນ, ຫາກຍັງຊ່ວຍຮັບປະກັນອະນາຄົດເປັນປົກກະຕິໃຫ້ປະຊາຊົນນັບລ້ານຄົນທີ່ພວມໄດ້ຮັບຜົນສະທ້ອນຈາກເຫດການດັ່ງກ່າວອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ