(vovworld)- ໃນວິວັດການປຶກສາຫາລື, ຮັບເອົາຄຳເຫັນຂອງປະຊາຊົນທີ່ປະກອບໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ມີບັນຫາຫນຶ່ງທີ່ໄດ້ຮັບຄວາມສົນໃຈຈາກຫາງສຽງນັ້ນແມ່ນ ບົດບາດຕິດຕາມກວດກາຂອງປະຊາຊົນສຳລັບລະບົບອົງການທີ່ມີສິດອຳນາດແຫ່ງລັດເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາອົງການນີ້. ໃນລາຍການສະຖານະການການເມືອງພາກນີ້, ພວກເຮົາຂໍແນະນຳບົດທີ່ພາດຫົວເລື່ອງວ່າ: ເພີ່ມທະວີບົດບາດຕິດຕາມກວດກາຂອງປະຊາຊົນ. ມີຫລາຍຄຳເຫັນຢືນຢັນວ່າ: ຍາມໃດກົນໄກກວດກາ, ຕິດຕາມກວດກາສິດອຳນາດແຫ່ງລັດ ກໍຮັກສາທີ່ຕັ້ງສຳຄັນພິເສດໃນການຈັດຕັ້ງ ແລະ ປະຕິບັດສິດອຳນາດຂອງລັດ. ເລື່ອງສ້າງກົນໄກກວດກາຢ່າງເໝາະສົມ, ຄົບຖ້ວນ ແລະ ມີຜົນສັກສິດຈະຮັບປະກັນໃຫ້ການເຄື່ອນໄຫວສິດອຳນາດແຫ່ງລັດມີປະສິດທິຜົນ. ທ່ານ ເລືອງຮຸ່ງຕຽນ, ຮອງປະທານຄະນະກຳມະການແນວໂຮມປະເທດຊາດແຂວງ ນາມດີ້ງ ໃຫ້ຮູ້ວ່າ:
“ຄວນສ້າງພາກສະເພາະທີ່ກຳນົດກ່ຽວກັບລະບົບການເມືອງ, ກຳນົດພາລະບົດບາດບັນດາອົງການ ແລະ ຫລັກການເຄື່ອນໄຫວຂອງລະບົບ. ພວກເຮົາສ້າງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ສິດອຳນາດທັງໝົດແມ່ນຂຶ້ນກັບປະຊາຊົນ. ແນວໂຮມປະເທດຊາດແມ່ນຕາງຫນ້າໃຫ້ປະຊາຊົນໃນການຕິດຕາມກວດກາແຕ່ບໍ່ມີລັກສະນະສິດອຳນາດ ແມ່ນບໍ່ຖືກຕ້ອງກັບເນື້ອໃນຈິດໃຈ. ສະນັ້ນ ຂ້າພະເຈົ້າຖືວ່າ, ສິ່ງນີ້ແມ່ນມີສ່ວນກ່ຽວຂ້ອງເຖິງບັນຫາຕາງຫນ້າ. ແລະ ບັນຫາຕາງຫນ້າກໍຕ້ອງແບ່ງເປັນຂັ້ນ. ສະນັ້ນ ໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ການຕິດຕາມກວດກາຂອງປະຊາຊົນຕ້ອງແມ່ນການຕິດຕາມກວດກາສູງສຸດ. ປະຊາຊົນສາມາດຊັກຖາມໂດຍກົງປະທານປະເທດ, ນາຍົກລັດຖະມົນຕີ.”
ປະຊາຊົນມີສິດປະກອບຄຳເຫັນໃນການພົບປະ
ລະຫວ່າງສະມາຊິກສະພາແຫ່ງຊາດກັບຜູ້ມີສິດເລືອກຕັ້ງ
ພາບ:baomoi.com
|
ບົນພື້ນຖານລັດ, ພັກກອມມູນິດຫວຽດນາມຕະຫລອດຮອດແນວໂຮມປະເທດຊາດຫວຽດນາມ, ອົງການການເມືອງ, ສັງຄົມ ດ້ວຍພາລະບົດບາດ, ສິດອຳນາດ, ການພົວພັນດ້ານການເມືອງ, ສັງຄົມ, ນິຕິກຳຂອງຕົນ ລ້ວນແຕ່ນອນໃນເນື້ອແທ້ຂອງປະຊາຊົນ, ຮັບໃຊ້ປະຊາຊົນ; ວຽກງານທັງໝົດລ້ວນແຕ່ເພື່ອປະຕິບັດສິດອຳນາດແຫ່ງລັດທັງໝົດແມ່ນຂຶ້ນກັບປະຊາຊົນ, ສະນັ້ນ ຕາມທ່ານ ຟ້າມງອກຮູຍ(Pham Ngoc Huy), ປະທານຄະນະກຳມະການແນວໂຮມປະເທດຊາດແຂວງ ຮືງອຽນ ແລ້ວ, ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຄວນກຳນົດຢ່າງຈະແຈ້ງຂອບເຂດຕິດຕາມກວດກາ.
“ເພື່ອຢືນຢັນການຕິດຕາມກວດກາຂອງປະຊາຊົນສຳລັບພັກໃນ ຂໍ້ 2 ຄວນປັບປຸງທີ່ວ່າ: ຕ້ອງຮັບການຕິດຕາມກວດກາຂອງປະຊາຊົນ ຕາມລັດຖະທຳມະນູນ ແລະ ກົດໝາຍ. ຖ້າພວກເຮົາເວົ້າຕິດຕາມກວດກາລ້າໆເທົ່ານັ້ນ ແມ່ນຍາກທີ່ປະຕິບັດໄດ້. ພວກເຮົາສະເຫນີວ່າ ພາຍຫລັງປັບປຸງລັດຖະທຳມະນູນປີ 1992 ແລ້ວຕ້ອງມີກົດໝາຍວ່າດ້ວຍການຕິດຕາມກວດກາເພື່ອຕິດຕາມກວດກາພັກ, ອຳນາດການປົກຄອງ.”
ມີຫລາຍຄຳເຫັນຫລາຍຖືວ່າ ສຳລັບກົນໄກກວດກາສິດອຳນາດ, ຮ່າງ ລັດຖະທຳມະນູນປີ 1992 ສະບັບປັບປຸງບໍ່ທັນກຳນົດຢ່າງຈະແຈ້ງເພື່ອຫັນການປະຕິບັດສິດນີ້ຄື: ເນື້ອໃນ, ຮູບການ, ຂອບເຂດກວດກາ, ຕິດຕາມກວດກາໃຫ້ປະກົດຜົນເປັນຈິງ . ເລື່ອງກຳນົດຮູບການປະຊາທິປະໄຕໂດຍກົງຂອງປະຊາຊົນຜ່ານສິດພົ້ນຕຳແຫນ່ງຂອງຜູ້ມີສິດເລືອກຕັ້ງ, ລົງຄະແນນສຽງໃນການລົງປະຊາມະຕິ, ສິດຕັດສິນກ່ຽວກັບລັດຖະທຳມະນູນບໍ່ມີລັກສະນະເປັນໄປສູງ. ນັບທັງການລົງປະຊາມະຕິກ່ຽວກັບລັດຖະທຳມະນູນຕ້ອງແມ່ນສະພາແຫ່ງຊາດຕັດສິນ. ສິ່ງດັ່ງກ່າວບໍ່ທັນສະແດງໃຫ້ເຫັນຫລັກການສິດອຳນາດແມ່ນຂຶ້ນກັບປະຊາຊົນຢ່າງຄົບຖ້ວນ. ສະນັ້ນ ຕ້ອງເພີ່ມເຕີມວ່າບັນດາບັນຫາສຳຄັນຂອງປະເທດຕ້ອງໄດ້ຮັບການລົງປະຊາມະຕິ. ພ້ອມກັນນັ້ນ ຕ້ອງເປີດກວ້າງ ແລະ ສ້າງຂໍ້ກຳນົດນີ້ໃຫ້ສົມບູນແບບ ຕາມທິດປະຊາຊົນໄດ້ເຂົ້າຮ່ວມປະກອບຄຳເຫັນໂດຍກົງກ່ຽວຕໍ່ບັນຫາສຳຄັນຂອງປະເທດຊາດ. ເມື່ອປະກອບຄຳເຫັນໃສ່ເນື້ອໃນນີ້, ທ່ານ ວີວັນຫວູ, ປະທານຄະນະກຳມະການແນວໂຮມປະເທດຊາດແຂວງ ດົ່ງນາຍ ໃຫ້ຮູ້ວ່າ:
“ໂດຍເລີ່ມມາຈາກບົດບາດຕິດຕາມກວດກາສິດອຳນາດແຫ່ງລັດຈາກພາຍນອກຕ້ອງຄົບຊຸດກັບການຕິດຕາມກວດກາສິດອຳນາດແຫ່ງລັດຢູ່ພາຍໃນ ສະນັ້ນ ຄວນກຳນົດຢ່າງຈະແຈ້ງວ່າ ລັດຕ້ອງໄດ້ຮັບການຕິດຕາມກວດກາຂອງປະຊາຊົນ ແລະ ການໄຈ້ແຍກຕີລາຄາສັງຄົມຂອງແນວໂຮມປະເທດຊາດຫວຽດນາມ ເພື່ອສະແດງໃຫ້ເຫັນວ່າ ບົດບາດທີ່ຕັ້ງ ຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາ ສັງຄົມຂອງແນວໂຮມປະເທດຊາດ ແມ່ນສົມດຸນກັບບົດບາດທີ່ຕັ້ງຕິດຕາມກວດກາຂອງພັກ, ລັດໃນການວາງແຜນກຳນົດກົນໄກນະໂຍບາຍ.”
ກອງປະຊຸມສຳມະນາປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992
ພາບ:internet
|
ລັດຖະທຳມະນູນ ແມ່ນກົດໝາຍຕົ້ນສະບັບ ໂດຍກຳນົດເຈດຈຳນົງຂອງປະຊາຊົນຢ່າງຄົບຖ້ວນ ແລະ ສູງສຸດ. ການພັດທະນາ ແລະ ປັບປຸງລັດຖະທຳມະນູນກ່ຽວກັບກົນໄກກວດກາ, ຕິດຕາມກວດກາສິດອຳນາດແຫ່ງລັດ ເພື່ອໃຫ້ອຳນາດແຫ່ງລັດທັງໝົດແມ່ນຂຶ້ນກັບປະຊາຊົນ ນັ້ນແມ່ນເງື່ອນໄຂສຳຄັນຮັບປະກັນຄວາມສະຖຽນລະພາບ ຂອງສັງຄົມ ແລະ ການພັດທະນາແບບຍືນຍົງຂອງປະເທດຊາດ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການປະຕິບັດດ້ວຍຕົນເອງຂອງວິວັດການສ້າງ ແລະ ປະຕິບັດລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ.