ເພີ່ມທະວີວຽກງານການຕ່າງປະເທດດ້ານປ້ອງກັນຊາຍແດນໃນສະພາບການໃໝ່

(VOVWORLD) -ລາຍການພົບປະແລກປ່ຽນ “ເຂດຊາຍແດນເຕັມໄປດ້ວຍນ້ຳໃຈມິດຕະພາບ” ຄັ້ງທີ 3 ຫາກໍ່ສິ້ນສຸດລົງຢູ່ຮ່າໂນ້ຍ, ໂດຍມີການເຂົ້າຮ່ວມຂອງ 3 ປະເທດທີ່ມີເສັ້ນຊາຍແດນຮ່ວມກັບຫວຽດນາມ ລວມມີຈີນ, ລາວ ແລະ ກຳປູເຈຍ, ພ້ອມກັນນັ້ນກໍ່ແມ່ນການເຂົ້າຮ່ວມເປັນຄັ້ງທຳອິດຂອງບັນດາຜູ້ແທນທີ່ມາຈາກມຽນມາ  ແລະ ໄທ. ລາຍການໄດ້ສ້າງຄວາມປະທັບໃຈອັນດີງາມ, ສ້າງປະຖົມປັດໄຈເພື່ອສ້າງ ແລະ ເພີ່ມພູມຄູນສ້າງສາຍພົວພັນອັນດີງາມລະຫວ່າງບັນດາປະເທດ, ເພື່ອສັນຕິພາບ, ສະຖຽນລະພາບຂອງເຂດຊາຍແດນ.
ເພີ່ມທະວີວຽກງານການຕ່າງປະເທດດ້ານປ້ອງກັນຊາຍແດນໃນສະພາບການໃໝ່ - ảnh 1 (ລາຍການພົບປະແລກປ່ຽນ “ເຂດຊາຍແດນເຕັມໄປດ້ວຍນ້ຳໃຈມິດຕະພາບ” ຄັ້ງທີ 3)

ການຕ່າງປະເທດດ້ານປ້ອງກັນຊາຍແດນ, ໃນນັ້ນວຽກງານຕ່າງປະເທດ, ການພົບປະແລກປ່ຽນຢູ່ເຂດຊາຍແດນ ແມ່ນໜຶ່ງໃນບັນດາວຽກງານສຳຄັນໃນການເຄື່ອນໄຫວການຕ່າງປະເທດຂອງຫວຽດນາມ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ຢ່າງໝັ້ນຄົງເພື່ອພັດທະນາປະເທດຊາດ.

ຢືນຢັນແນວທາງການຕ່າງປະເທດຂອງຫວຽດນາມ

        ໂດຍໄດ້ຮັບການຈັດຕັ້ງ 2 ປີເທື່ອ 1, ລາຍການພົບປະ “ເຂດຊາຍແດນເຕັມໄປດ້ວຍນ້ຳໃຈມິດຕະພາບ” ຄັ້ງທີ 3 ປີ 2018 ອີກຄັ້ງໜຶ່ງໄດ້ຢືນຢັນທັດສະນະຂອງພັກ, ລັດຫວຽດນາມ ວ່າ ຍາມໃດກໍ່ປາດຖະໜາຢາກສ້າງການພົວພັນມິດຕະພາບ, ການຮ່ວມມືກັບບັນດາປະເທດເຂດອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ, ເພື່ອອຳນາດອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນ ແລະ ການດຳລົງຊີວິດແຫ່ງສັນຕິສຸກຂອງປະຊາຊົນແຕ່ລະປະເທດ. ພົນຈັດຕະວາ ຟຸງກວັກຕວນ, ຮອງຜູ້ຮັບຜິດຊອບດ້ານການເມືອງທະຫານປ້ອງກັນຊາຍແດນຫວຽດນາມ ຢືນຢັນວ່າ.

        “ລາຍການແມ່ນເພື່ອແນໃສ່ເພີ່ມທະວີວຽກງານການຕ່າງປະເທດດ້ານປ້ອງກັນຊາຍແດນ, ຕອບສະໜອງໜ້າທີ່ໃນສະພາບການໃໝ່. ບັນຫາທີ 2 ແມ່ນສ່ອງແສງບັນດາການເຄື່ອນໄຫວສົມທົບກັນລະຫວ່າງກຳລັງປ້ອງກັນຊາຍແດນຫວຽດນາມ ກັບບັນດາກຳລັງປົກປັກຮັກສາເຂດຊາຍແດນ, ດ່ານຊາຍແດນຢູ່ບັນດາປະເທດບ້ານໃກ້ເຮືອນຄຽງ, ພ້ອມກັນຮັກສາການປະຕິບັດບັນດາຂໍ້ກຳນົດ, ກົດລະບຽບຄຸ້ມຄອງຊາຍແດນ, ຄຸ້ມຄອງດ່ານຊາຍແດນ, ຫຼັກໝາຍຊາຍແດນຢ່າງເຂັ້ມງວດ ແລະ ໃນການຕໍ່ສູ້ກັບບັນດາອາດຊະຍາກຳ, ປ້ອງກັນ ຕ້ານໄພພິບັດທຳມະຊາດ… ພ້ອມທັງສ່ອງແສງໃຫ້ເຫັນປະສິດທິຜົນຂອງບັນດາຮູບແບບແຮກສ່ຽວປ້ອມປ້ອງກັນຊາຍແດນມິດຕະພາບ, ປະຕູດ່ານຊາຍແດນມີຄວາມປະສົມກົມກຽວ, ເຂດຊາຍແດນສັນຕິພາບ, ມຸ່ງໄປເຖິງເປົ້າໝາຍສ້າງນ້ຳໃຈສາມັກຄີມິດຕະພາບ, ຮ່ວມມືເພື່ອຄວາມຜາສຸກຂອງປະຊາຊົນຢູ່ເຂດຊາຍແດນ.”

        ໃນສະພາບຕົວຈິງແລ້ວ, ຜ່ານການຈັດຕັ້ງເປັນ 2 ຄັ້ງນັບແຕ່ປີ 2014, ບັນດາກົມກອງທະຫານປ້ອງກັນຊາຍແດນຫວຽດນາມ ໄດ້ດຳເນີນການໂອ້ລົມສົນທະນາ, ພົບປະ, ລາດຕາເວນຮ່ວມກັບກຳລັງປ້ອງກັນຊາຍແດນ 3 ປະເທດຄື: ຈີນ, ລາວ, ກຳປູເຈຍ ນັບພັນຄັ້ງ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ພ້ອມກັນຮັກສາການປະຕິບັດບັນດາສົນທິສັນຍາ, ສັນຍາ, ຂໍ້ກຳນົດກົດລະບຽບກ່ຽວກັບຊາຍແດນ ແລະ ດ່ານຊາຍແດນຢ່າງເຂັ້ມງວດ.

        ພິເສດແມ່ນຮູບແບບຈັດຕັ້ງການແຮກສ່ຽວລະຫວ່າງບັນດາປ້ອມປ້ອງກັນຊາຍແດນຂອງຫວຽດນາມ ກັບບັນດາປ້ອມປ້ອງກັນຊາຍແດນ, ປ້ອມກວດກາຂອງກຳລັງປົກປັກຮັກສາເຂດຊາຍແດນ 3 ປະເທດ ເພື່ອແລກປ່ຽນເອົາບົດຮຽນວິຊາສະເພາະ, ໜູນຊ່ວຍເຄື່ອງວັດຖຸອຸປະກອນວຽກງານ, ໜູນຊ່ວຍດ້ານວັດຖຸເພື່ອຍົກສູງຊີວິດການເປັນຢູ່ ໄດ້ນຳມາເຊິ່ງປະສິດທິຜົນຢ່າງຕັ້ງໜ້າ. ມາຮອດປະຈຸບັນ, ມີຄູ່ປ້ອມປ້ອງກັນຊາຍແດນ, ປ້ອມກວດກາຢູ່ເຂດຊາຍແດນຫຼາຍແຫ່ງໄດ້ຈັດຕັ້ງພິທີການແຮກສ່ຽວ, ຊ່ວຍເຫຼືອເຊິ່ງກັນແລະກັນໃນການຜະລິດ, ພັດທະນາເສດຖະກິດ ແລະ ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ.

ຕອບສະໜອງຄວາມຕ້ອງການໜ້າທີ່ໃນສະພາບການໃໝ່

       ລຳແມ່ນ້ຳຂອງແຫ່ງເທບນິຍາຍ, ແມ່ນແມ່ນ້ຳໄຫຼຜ່ານ 6 ປະເທດລຽບຕາມລຸ່ມແມ່ນ້ຳຜ່ານລຸ້ນຕ່າງໆ. ແມ່ນເຂດທີ່ອຸດົມສົມບູນ, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ພວມບືນຕົວຂຶ້ນເພື່ອພັດທະນາໃຫ້ກາຍເປັນແຫ່ງເຊື່ອມຕໍ່ບັນດາພື້ນຖານເສດຖະກິດໃຫຍ່ຂອງອາຊີ ແລະ ໂລກ. ເພື່ອໃຫ້ມີສິ່ງດັ່ງກ່າວ, ຕ້ອງການມີຄວາມມານະພະຍາຍາມຂອງທຸກໆປະເທດໃນວິວັດທະການເຊື່ອນໂຍງ ຫັນປ່ຽນຮູບແບບເຕີບໂຕ ແລະ ຊອກຫາມາດຕະການແກ້ໄຂໃຫ້ແກ່ບັນດາສິ່ງທ້າທາຍລວມ, ໃນນັ້ນ, ມີບັນຫາຊາຍແດນ. ພ້ອມກັບການຫັນປ່ຽນຕົວເອງ, ເຊື່ອມໂຍງຢ່າງແຮງຂອງພາກພື້ນບັນດາປະເທດເຂດອະນຸພາກພື້ນນັ້ນ, ຫວຽດນາມ ພວມສືບຕໍ່ມານະພະຍາຍາມຊຸກຍູ້ການປະຕິບັດບັນດາຂໍ້ສະເໜີລວມຂອງເຂດອະນຸພາກພື້ນແມ່ນ້ຳຂອງເປີດກວ້າງຄື: ໃຫ້ບຸລິມະສິດໃນການລົງທຶນເຊື່ອມຕໍ່ພື້ນຖານໂຄງລ່າງທາງຄົມມະນາຄົມ, ເສດຖະກິດປະຕູດ່ານຊາຍແດນ ແລະ ບັນດາຮູບແບບຮ່ວມມືເສດຖະກິດຂ້າມຊາຍແດນ ເພື່ອແນໃສ່ຂຸດຄົ້ນຢ່າງເໝາະສົມ ແລະ ມີວິທະຍາສາດແຫຼ່ງຊັບພະຍາກອນຂອງປະເທດຊາດ, ຍົກສູງລະດັບຊັບພະຍາກອນມະນຸດເພື່ອຕອບສະໜອງການຫັນປ່ຽນຢ່າງວ່ອງໄວທາງດ້ານເສດຖະກິດຂອງພາກພື້ນ ແລະ ໂລກ. ພົນຕີ ຮ່ວາງຊວນຈຽນ, ກຳມະການຄະນະພັກການທະຫານສູນກາງ, ຜູ້ບັນຊາການທະຫານຊາຍແດນຫວຽດນາມ ຢືນຢັນວ່າ.

        “ຢູ່ທ່າກ່ຳປັ່ນ 155 ແຫ່ງ ແລະ ເຂດເສດຖະກິດ, ເຂດຜະລິດນັບສິບແຫ່ງ, ພວກຂ້າພະເຈົ້າໄດ້ດຳເນີນການປະຕິຮູບ, ຫັນລະບຽບການບໍລິຫານເປັນງ່າຍດາຍ, ນຳໃຊ້ບັນດາມາດຕະການຫັນບັນດາລະບຽບການເປັນງ່າຍດາຍໃຫ້ແກ່ປະຊາຊົນ, ບັນດາຍານພາຫະນະເຂົ້າອອກຢູ່ບັນດາເຂດຊາຍແດນ, ດ່ານຊາຍແດນໃຫ້ມີຄວາມສະດວກ, ຕັ້ງໜ້າເຂົ້າຮ່ວມໂຄງການປະຕູດຽວແຫ່ງຊາດ ແລະ ປະຕູດຽວອາຊຽນ ເພື່ອຜັນຂະຫຍາຍໃຫ້ຖືກຕາມຈິດໃຈຖະແຫຼງການຮ່ວມສຸດຍອດ GMS ຄັ້ງທີ 6 ເຊິ່ງໄດ້ຮັບການຈັດຕັ້ງໃນທ້າຍເດືອນມີນາ ຜ່ານມາ”.

        ສັງກະລາດແຫ່ງການພັດທະນາແບບຍືນຍົງຂອງເຂດອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ ແມ່ນຄວາມປາດຖະໜາຂອງທຸກປະເທດໃນພາກພື້ນ ແລະ ຄວາມສະຫງົບສຸກຢູ່ເຂດຊາຍແດນແມ່ນມີຄວາມສຳຄັນພິເສດ. ຍ້ອນວ່າ, ມີການຮ່ວມມືຈະມີຄວາມເຂົ້າໃຈເຊິ່ງກັນແລະກັນກວ່າ, ມີການແບ່ງປັນ ແລະ ມີຄວາມໄວ້ເຊື້ອເຊື່ອໃຈເຊິ່ງກັນແລະກັນກວ່າ… ເລື່ອງທະຫານ, ຕຳຫຼວດ, ກຳລັງປ້ອງກັນຊາຍແດນ, ພົນລະເມືອງຢູ່ 2 ຝາກຊາຍແດນແຮກສ່ຽງນຳກັນແມ່ນປັດໄຈສຳຄັນທີ່ສຸດເພື່ອປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະ ພ້ອມກັນພັດທະນາ. ການພົບປະແລກປ່ຽນແມ່ນກາລະໂອກາດທີ່ດີເພື່ອໃຫ້ບັນດາປະເທດເພີ່ມທະວີວຽກງານການຕ່າງປະເທດດ້ານປ້ອງກັນຊາຍແດນ, ຕອບສະໜອງຄວາມຮຽກຮ້ອງໃນສະພາບການໃໝ່; ປະກອບສ່ວນສ້າງນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມື, ສະຖຽນລະພາບ ແລະ ພັດທະນາ.

ຕອບກັບ

ຫວີນ ສ້ອຍຕາມ

ສະຖຽນລະພາບ

ຂ່າວ/ບົດ​ອື່ນ