ຄວາມຫຍຸ້ງຍາກໃໝ່ໄດ້ເກີດຂຶ້ນຢູ່ເວທີການເມືອງຂອງປະເທດຍີ່ປຸ່ນ. ໃນສະພາບເສດຖະກິດຖືກຊັກຊ້າ, ຄວາມເຄັ່ງຕຶງທີ່ກ່ຽວຂ້ອງເຖິງເຂດດິນແດນບໍ່ທັນມີສັນຍານຜ່ອນຄາຍລົງນັ້ນ, ຂໍ້ຕົກລົງຫວ່າງແລ້ວນີ້ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Noda ທີ່ຈະຍຸບເລິກສະພາແຫ່ງຊາດໄວສຸດແມ່ນໃນວັນທີ 16/11 ແລະ ການເລືອກຕັ້ງທົ່ວປະເທດອາດຈະຖືກດຳເນີນໄປໃນເດືອນ 12 ຈະມາເຖິງນີ້ໄດ້ເຮັດໃຫ້ປະເທດຍີ່ປຸ່ນຕົກເຂົ້າສູ່ສະພາບຫຍຸ້ງຍາກຂຶ້ນຕື່ມ. ຫາງສຽງຖືວ່າ, ການກະທຳນີ້ແມ່ນຄຳກ່າວເຕືອນກ່ຽວກັບການເກີດກະແສຟອງໃໝ່ໃນເວທີການເມືອງຍີ່ປຸ່ນ ແລະ ທ່ານ Yoshihiko Noda ອາດຈະຖືກປັດເຂັ່ຍອອກຈາກທີ່ນັ່ງປະຈຸບັນ.
ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Noda
(ພາບ:vietnamnet.vn)
ວັນທີ 13/11, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Noda ໄດ້ຕົກລົງຍຸບເລິກສະພາແຫ່ງຊາດໄວທີ່ສຸດແມ່ນໃນວັນທີ 16/11 ແລະ ການເລືອກຕັ້ງທົ່ວປະເທດອາດຈະຖືກດຳເນີນໃນເດືອນ 12 ຈະມາເຖິງນີ້. ບັນດາສຳນັກຂ່າວສານສຳຄັນຂອງຍີ່ປຸ່ນ ໄດ້ພ້ອມກັນໃຫ້ຂ່າວທ່ານ ນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Noda ໃຫ້ຮູ້ວ່າ: ຈະດຳເນີນການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາໄວສຸດແມ່ນໃນວັນທີ 16/12/2012 ແລະ ຊ້າສຸດແມ່ນໃນວັນທີ 20/1/2013 ແລະ ຄາດວ່າຈະດຳເນີນການເລືອກຕັ້ງໃນວັນທີ 9/12. ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Noda ໄດ້ປະຕິເສດການປຶກສາຫາລືກ່ຽວກັບຈຸດເວລາຈັດການເລືອກຕັ້ງເມື່ອເຂົ້າຮ່ວມວາລະປະຊຸມຂອງສະພາແຫ່ງຊາດ. ວົງການນັກໄຈ້ແຍກໃຫ້ຂໍ້ສັງເກດວ່າ: ດ້ວຍຂໍ້ຕົກລົງນີ້, ທ່ານ Yoshihiko Noda ຈະຕ້ອງປະເຊີນໜ້າກັບສະພາບຄວາມຫຍຸ້ງຍາກໃນເລື່ອງເຮັດໃຫ້ພັກປະຊາທິປະໄຕ (DPJ) ຍາດໄດ້ໄຊຊະນະໃນການເລືອກຕັ້ງທົ່ວປະເທດຄັ້ງຈະມາເຖິງຍ້ອນວ່າຫາງສຽງຍີ່ປຸ່ນ ພວມເສຍຫວັງຕໍ່ຜົນງານບໍ່ໄດ້ດີປານໃດຂອງພັກ DPJ ໃນ 3 ປີຜ່ານມານັບຕັ້ງແຕ່ພັກນີ້ຂຶ້ນກຳອຳນາດ, ຢຸດຕິໄລຍະເວລາຄວບຄຸມເວທີການເມືອງອັນເວລາຍາວນານຂອງພັກປະຊາທິປະໄຕເສລີ (LDP).
ແຕ່ຄວາມຈິງແລ້ວ, ເພື່ອຍົກອອກຂໍ້ຕົກລົງນີ້, ການນຳຍີ່ປຸ່ນ ຜູ້ນີ້ ໄດ້ຢືນຢູ່ຕໍ່ໜ້າການເລືອກເຟັ້ນຕ່າງໆ. ຕາມວົງການນັກສັງເກດການແລ້ວ, ເລື່ອງທ່ານ Yoshihiko Noda ປະກາດຍຸບເລິກສະພາຕ່ຳນັ້ນເພື່ອແນໃສ່ຫລີກເວັ້ນເລື່ອງລັດຖະບານປະຈຸບັນຕ້ອງປະເຊີນໜ້າກັບການປ່ອນບັດບໍ່ໄວ້ວາງໃຈຕາມຂໍ້ສະເໜີຂອງຝ່າຍຄ້ານ. ທ່ານນາຍົກລັດຖະມົນຕີຜູ້ນີ້ມີຄວາມວິຕົກກັງວົນວ່າ ຖ້າບໍ່ສາມາດຜ່ານການປ່ອນບັດໄດ້, ລັດຖະບານປະຈຸບັນຂອງທ່ານຈະຕ້ອງລາອອກຈາກຕຳແໜ່ງ. ກ່ອນໜ້ານັ້ນ, ໃນການຕອບຄຳຊັກຖາມທີ່ສະພາສູງ (ໂດຍຝ່າຍຄ້ານຄວບຄຸມ), ທ່ານ Yoshihiko Noda ໄດ້ເວົ້າວ່າ: ຄະນະລັດຖະບານລາອອກຈາກຕຳແໜ່ງກໍ່ມີຄວາມໝາຍດຽວກັນກັບເລື່ອງທ່ານ “ປະລະຄວາມຮັບຜິດຊອບຂອງນາຍົກລັດຖະມົນຕີຜູ້ໜຶ່ງ“. ທ່ານສະເໜີໃຫ້ບັນດາທ່ານສະມາຊິກສະພາສູງຈົ່ງຮ່ວມມືຮັບຮອງເອົາບັນດາຮ່າງກົດໝາຍສຳຄັນໃນວາລະປະຊຸມວິສາມັນຂອງສະພາແຫ່ງຊາດໃນປະຈຸບັນຊື່ງຄາດວ່າຈະອັດລົງໃນວັນທີ 30/11 ຈະມາເຖິງ. ທ່ານ Yoshihiko Noda ກໍ່ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງປະຕິບັດບັນດາມາດຕະການກະຕຸກຊຸກຍູ້ເສດຖະກິດໃນສະພາບເສດຖະກິດຍີ່ປຸ່ນ ພວມມີສັນຍານຫລຸດຜ່ອນລົງ ຍ້ອນສະກຸນເງິນເຢັນເພີ່ມລາຄາ ໃນຂະນະທີ່ເສດຖະກິດໂລກພວມຢຸດສະງັກ ຍ້ອນຜົນສະທ້ອນຂອງວິກິດການໜີ້ສາທາລະນະຢູ່ເອີລົບ.
ສະພາບເສດຖະກິດຍີ່ປຸ່ນຫຍຸ້ງຍາກ
(ພາບ:viet.rfi.fr)
ເຖິງຢ່າງໃດກໍ່ຕາມ, ພາຍຫຼັງຂໍ້ຕົກລົງດັ່ງກ່າວ, ທ່ານນາຍົກລັດຖະມົນຕີ Yoshihiko Noda ຕ້ອງປະເຊີນໜ້າກັບບັນດາຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ. ຍ້ອນວ່າປະຈຸບັນ, ສະມາຊິກລັດຖະສະພາ DPJ ຍັງຄົງຄັດຄ້ານເລື່ອງຈັດຕັ້ງການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາ, ພ້ອມກັນນັ້ນ, ອັດຕາສ່ວນການສະໜັບສະໜູນລັດຖະບານຍີ່ປຸ່ນ ໄດ້ຫລຸດລົງຕ່ຳກ່ວາລະດັບ 20%, ສ່ວນໜຶ່ງແມ່ນຍ້ອນຂໍ້ສະເໜີເພີ່ມພາສີອາກອນຂອງທ່ານ Yoshihiko Noda.
ເປັນທີ່ຈະແຈ້ງແລ້ວວ່າ, ທ່ານ Yoshihiko Noda ມີໄພອາດຈະບໍ່ບັນລຸໄດ້ຈຳນວນບັດໄວ້ວາງໃຈໃນການເລືອກຕັ້ງທົ່ວປະເທດ. ນີ້ບໍ່ແມ່ນຄັ້ງທຳອິດທີ່ເວທີການເມືອງຍີ່ປຸ່ນ ເກີດຄວາມສັບສົນ. ໃນຕົວຈິງແລ້ວ, ໃນຮອບເວລາ 5 ປີຜ່ານມາ, ບັນດາບັນຫາກ່ຽວຂ້ອງເຖິງພາສີອາກອນຫລືເພີ່ມງົບປະມານເພີ່ມເຕີມເພື່ອສ້າງສາປະເທດຄືນໃໝ່ໄດ້ ແລະ ພວມກາຍເປັນສາຍເຫດທີ່ພາໃຫ້ບັນດາທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຕ້ອງປະລະສິດອຳນາດໂດຍໄວ. ໃນເດືອນ 8/2011, ທ່ານອະດີດ ນາຍົກລັດຖະມົນຕີຍີ່ປຸ່ນ Naoto Kan ໄດ້ຍົກກອອກຄຳໝັ້ນໝາຍລາອອກຈາກຕຳແໜ່ງເພື່ອເປີດຊ່ອງທາງໃຫ້ແກ່ເລື່ອງສະພາແຫ່ງຊາດໃຫ້ສັດຕະ ຍາບັນຮ່າງກົດໝາຍສຳຄັນ 3 ສະບັບຊື່ງທ່ານໄດ້ສະໜັບສະໜູນ. ຖ້າຫາກວ່າທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຄົນປະຈຸບັນ Yoshihiko Noda ບໍ່ມີຄວາມສາມາດຢ່າງພຽງພໍເພື່ອຜ່ານຜ່າໄລຍະຫຍຸ້ງຍາກນີ້, ເວທີການເມືອງຍີ່ປຸ່ນ ອາດຈະຕ້ອນຮັບທ່ານນາຍົກລັດຖະມົນຕີຜູ້ທີ 7 ໃນຮອບເວລາ 5 ປີ. ຖ້າເປັນຄືແນວນັ້ນ, ຫາງສຽງມີຄວາມວິຕົກກັງວົນກ່ຽວກັບທີ່ຕັ້ງ ແລະ ຜົນສະທ້ອນຂອງປະເທດຍີ່ປຸ່ນ ທີ່ມີຕໍ່ຂົງເຂດເສດຖະກິດ-ການເມືອງໂລກ. ຍ້ອນມີບັນດາຄວາມສັບສົນກ່ຽວກັບຕຳແໜ່ງການນຳຂັ້ນສູງນີ້ເປັນປະຈຳ ໄດ້ເຮັດໃຫ້ຜົນສະທ້ອນຂອງຍີ່ປຸ່ນ ທີ່ມີຕໍ່ເວທີສາກົນຖືກຫລຸດລົງ, ພິເສດແມ່ນໃນຂົງເຂດເສດຖະກິດ.