ເສດຖະກິດ ດີຈີຕອນ - ກຳລັງຫນູນເຕີບໂຕຂອງເສດຖະກິດນະຄອນໂຮ່ຈີມິນ

(VOVWORLD) -ນະຄອນ ໂຮ່ຈີມິນ ແມ່ນທ້ອງຖິ່ນນຳຫນ້າໃນທົ່ວປະເທດປະຕິບັດການພັດທະນາເສດຖະກິດ ດິຈິຕອນ. ນະຄອນ ວາງຄາດໝາຍຮອດປີ 2025, ເສດຖະກິດ ດິຈິຕອນ ຈະກວມເອົາອັດຕາ 25% ໃນ GRDP ແລະ ຮອດປີ 2030 ແມ່ນ 40%. ເພື່ອບັນລຸຄາດໝາຍນັ້ນໃຫ້ໄດ້, ນະຄອນ ໄດ້ ແລະ ພວມສ້າງຫລາຍນະໂຍບາຍຊຸກຍູ້ການພັດທະນາເສດຖະກິດ ດິຈິຕອນ.

ເສດຖະກິດ ດີຈີຕອນ - ກຳລັງຫນູນເຕີບໂຕຂອງເສດຖະກິດນະຄອນໂຮ່ຈີມິນ - ảnh 1ທ່ານນາງ ດັ້ງທິໝີເຈົາ, ຮອງຜູ້ອຳນວຍການໃຫຍ່ ສູນປ່ຽນແປງໃຫມ່ປະດິດຄິດສ້າງ Viet Locus.ພາບ: Vinh Quang

ບໍລິສັດ ຢາອານ ຈຳກັດ ຢູ່ ເມືອງ ບີ່ງເຕີນ, ແມ່ນບໍລິສັດຜະລິດກະແຈ ເອເລັກໂຕນິກ ກັນຂະໂມຍ ແລະ ອຸປະກອນ  GPS ຕິດຕາມລົດ. ຍ້ອນມີການຫັນເປັນ ດິຈິຕອນ ຢູ່ຂອດຜະລິດ ແລະ ບັນຊີ ຈຶ່ງເຮັດໃຫ້ວິສາຫະກິດນີ້ຫລຸດຜ່ອນລາຍຈ່າຍໄດ້ຫລາຍພໍສົມຄວນ ພ້ອມທັງເຮັດໃຫ້ ປະສິດທິຜົນການຜະລິດດຳເນີນທຸລະກິດເພີ່ມຂຶ້ນ ແຕ່ 25 – 30% ເມື່ອທຽບໃສ່ໄລຍະກ່ອນນີ້. ວິສາຫະກິດແຫ່ງນີ້ ພວມສືບຕໍ່ຫັນເປັນດິຈິຕອນຢູ່ ຂອດຂາຍເຄື່ອງ online . ທ່ານນາງ ຟ້າມທູຍອານ, ຜູ້ອຳນວຍການບໍລິສັດ ຢາອານ ຈຳກັດ ແບ່ງປັນ: ໃນວິວັດການຫັນເປັນດິຈິຕອນ ບໍລິສັດຕ້ອງການການຫນູນຊ່ວຍ, ໃຫ້ຄຳປຶກສາກ່ຽວກັບມາດຕະການດ້ານເຕັກໂນໂລຊີໃຫ້ເໝາະສົມ.

 “ຍຸກປະຈຸບັນ ຖ້າພວກເຮົາບໍ່ມີການຫັນເປັນ ດິຈິຕອນ ພວກເຮົາຈະບໍ່ໄປທັດທຽມກັບຕະຫລາດໄດ້. ສຳລັບບໍລິສັດເຕັກໂນໂລຊີ ຄືພວກຂ້າພະເຈົ້າ, ເລື່ອງຫັນເປັນດິຈິຕອນ ແມ່ນມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ. ພວກຂ້າພະເຈົ້າຕ້ອງການຫົວຫນ່ວຍໃຫ້ຄຳປຶກສາເໝາະສົມກັບຄວາມສາມາດ, ກຳລັງແຮງພາຍໃນ ເພື່ອຊອກຫາມາດຕະການຫັນເປັນດິຈິຕອນເໝາະສົມກັບດ້ານການເງິນ, ຊັບພະຍາກອນມະນຸດ.”

ການຫັນເປັນ ດິຈິຕອນ ແມ່ນຄວາມຕ້ອງການຂອງວິສາຫະກິດຫລາຍແຫ່ງຢູ່ ນະຄອນ ໂຮ່ຈິມິນ ແຕ່ເຂົາເຈົ້າບໍ່ຮູ້ວ່າຈະເລີ່ມຕົ້ນຄືແນວໃດ. ຕໍ່ຫນ້າຄວາມຫຍຸ້ງຍາກຂອງວິສາຫະກິດ, ນະຄອນ ໄດ້ສ້າງຕັ້ງ ສູນຫນູນຊ່ວຍ ແລະ ໃຫ້ຄຳປຶກສາການຫັນເປັນ ດິຈິຕອນ. ຄຽງຄູ່ກັນນັ້ນ ມີຫລາຍບໍລິສັດສະຫນອງບໍລິການຫັນເປັນ ດິຈິຕອນກໍ່ມີຫລາຍມາດຕະການ, ເຄື່ອງມືໃຫ້ແກ່ແຕ່ລະຂະແຫນງ, ວິຊາສະເພາະ, ການບໍລິການຂອງແຕ່ລະວິສາຫະກິດ.

ເສດຖະກິດ ດີຈີຕອນ - ກຳລັງຫນູນເຕີບໂຕຂອງເສດຖະກິດນະຄອນໂຮ່ຈີມິນ - ảnh 2ພາບປະກອບ: bao quoc te

ນະຄອນ ໂຮ່ຈີມິນ ແມ່ນສະຖານທີ່ມີອັດຕາພົນລະເມືອງນຳໃຊ້ smartphone ຫລາຍກວ່າໝູ່ໃນທົ່ວປະເທດ. ເຖິງຢ່າງໃດກໍຕາມ ເລື່ອງຫັນເປັນ ດິຈິຕອນ ຄວນມີຖັນແຖວແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພື້ນຖານໂຄງລ່າງເຕັກໂນໂລຊີຫັນເປັນ ດິຈິຕອນ. ທ່ານນາງ ດັ້ງທິໝີເຈົາ, ຮອງຜູ້ອຳນວຍການໃຫຍ່ ສູນປ່ຽນແປງໃຫມ່ປະດິດຄິດສ້າງ Viet Locus ຖືວ່າ:

 “ນະຄອນ ໂຮ່ຈີມິນ ຄວນສ້າງບັນດາກົນໄກພິເສດສະຫງວນໃຫ້ບັນດາວິສາຫະກິດເຂົ້າຮ່ວມການຫັນເປັນ ດິຈິຕອນ. ບັນດາໂຄງການຂະຫນາດໃຫຍ່, ນ້ອຍໃນລະດັບເສດຖະກິດມະຫາພາກ ອາດຈະໃຫ້ບຸລິມະສິດແກ່ວິສາຫະກິດ ຖ້າຫາກເຂົາເຈົ້າມີຄວາມສາມາດ ແລະ ເຕັກໂນໂລຊີໝູນໃຊ້ໄດ້ຫັນເປັນ ດິຈິຕອນ                     

ການຫັນເປັນ ດິຈິຕອນ, ພັດທະນາເສດຖະກິດ ດິຈິຕອນ ແມ່ນທ່າອ່ຽງທີ່ຈຳເປັນ ເຖິງຢ່າງໃດກໍຕາມ ເພື່ອບັນລຸໃຫ້ໄດ້ຄາດໝາຍທີ່ວາງອອກ, ທາງນະຄອນ ພວມສືບຕໍ່ເອົາໃຈໃສ່ເຖິງການລົງທຶນພັດທະນາພື້ນຖານໂຄງລ່າງດິຈິຕອນໃນຂົງເຂດອຸດສາຫະກຳ ແລະ ການບໍລິການ, ສ້າງຖານຂໍ້ມູນ, ອຸປະກອນນຳໃຊ້ລວມ, ຍູ້ໄວການຫັນເປັນ ດິຈິຕອນ. ນະຄອນ ຄວນສ້າງກົນໄກຫນູນຊ່ວຍພິເສດ ບຸລິມະສິດການຮ່ວມມືຄົ້ນຄ້ວາໝູນໃຊ້ ດິຈິຕອນ ລະຫວ່າງ ເຂດຄົ້ນຄ້ວາ ແລະ ເຂດອຸດສາຫະກຳ. ທ່ານ ຫວໍວັນຮວານ, ຮອງປະທານ ຄະນະກຳມະການ ປະຊາຊົນ ນະຄອນ ໂຮ່ຈິມິນ ໃຫ້ຮູ້ວ່າ:

ນະຄອນ ໂຮ່ຈີມິນ ສ້າງກົນໄກນະໂຍບາຍຫນູນຊ່ວຍວິສາຫະກິດຫັນເປັນ ດິຈິຕອນ. ໃນນັ້ນ ມີລັດເຂົ້າຮ່ວມນຳ, ພິເສດ ວິສາຫະກິເຕັກໂນໂລຊີຂໍ້ມູນຂ່າວສານ ໂທລະຄົມມະນາຄົມ ຕ້ອງເຂົ້າຮ່ວມ. ນອກນັ້ນ ກົນໄກນະໂຍບາຍໃດຂຶ້ນກັບສິດອຳນາດຂອງນະຄອນ, ທາງນະຄອນ ຈະປະຕິບັດຢ່າງທັນທີ, ສ່ວນຍັງເຫລືອທີ່ບໍ່ນອນໃນຂອບເຂດສິດອຳນາດ, ນະຄອນຈະລາຍງານເຖິງສູນກາງ

ເສດຖະກິດ ດິຈິຕອນ ກ່ຽວຂ້ອງເຖິງເຕັກໂນໂລຊີ, ສະນັ້ນ ນະຄອນ ພວມຫັນປ່ຽນຢ່າງວ່ອງໄວກວ່າອີກ ແລະ ສ້າງກົນໄກນະໂຍບາຍໃຫ້ສຳເລັດສົມບູນ, ຍົກລະດັບພື້ນຖານໂຄງລ່າງ ແລະ ສ້າງລະບົບຊີວະພາບທີ່ສະດວກໃຫ້ແກ່ວິສາຫະກິດພັດທະນາເສດຖະກິດ ດິຈິຕອນ. ນັ້ນແມ່ນກຳລັງຫນູນ ແລະ ສ້າງບາດກ້າວບຸກທະລຸໃຫ້ແກ່ເສດຖະກິດ ນະຄອນ ໂຮ່ຈີມິນ ເຕີບໂຕວ່ອງໄວກວ່າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ