(ພາບປະກອບ Reuters )
|
ວັນທີ 23/5 ຢູ່ນະຄອນຫຼວງລອນດອນ ປະເທດອັງກິດ , ໄດ້ໄຂກອງປະຊຸມດ້ວຍຫົວເລື່ອງ “ ອະນາຄົດຂອງເອີລົບໃນພື້ນຖານເສດຖະກິດທົ່ວໂລກ”. ໃນສະພາວະທີ່ວິກິດການໜີ້ສາທາລະນະໄດ້ກ້າວເຂົ້າສູ່ປີທີ 3 ຢ່າງລຽນຕິດ ແລະ ພາກພື້ນນີ້ ພວມສືບຕໍ່ຕົກເຂົ້າສູ່ສະພາບຊຸດໂຊມຢ່າງຮ້າຍແຮງນັ້ນ, ການ ຊອກຫາບັນດາມາດຕະການແກ້ໄຂ ແລະ ການກະທຳລະອຽດເພື່ອແກ້ໄຂສະພາບບໍ່ມີທາງອອກໃນປະຈຸບັນ ຍັງພວມແມ່ນສິ່ງທີ່ຫຍຸ້ງຍາກຊຶ່ງບັນດາການນຳເອີລົບຍັງບໍ່ທັນສາມາດຊອກຫາວີທີແກ້ໄຂໄດ້ເທືອ່. ການຂາດຄວາມເຫັນດີເຫັນພ້ອມກ່ຽວກັບນະໂຍບາຍຊຶ່ງບັນດານັກໄຈ້ແຍກໄດ້ສັງເກດວ່າ ແມ່ນໜຶ່ງໃນບັນດາສາຍເຫດທີ່ເຮັດໃຫ້ພາກພື້ນນີ້ປະສົບກັບຄວາມຫຍຸ້ງຍາກໃນການນຳພາກພື້ນນີ້ກັບຄືນສູ່ວົງຈອນຈະເລີນເຕີບໂຕ.
ບົດລາຍງານຍາມລະດູບານໃໝ່ຊຶ່ງຄະນະກຳມະການເອີລົບ EC ໄດ້ປະກາດເມື່ອຕົ້ນເດືອນນີ້ ໄດ້ເຮັດໃຫ້ຮູບພາບເສດຖະກິດສັງລວມຂອງພາກພື້ນໃຊ້ສະກູນເງິນເອີໂຣລວມ eurozone ເພີ່ມຄວາມມືດມົວຂຶ້ນຕື່ມ. ບັນດາສັນຍານທີ່ຫຍໍ້ທໍ້ທີ່ພວມກ່າວເຕືອນທົ່ວໂລກ ໄດ້ເຮັດໃຫ້ວົງການນັກໄຈ້ແຍກບໍ່ອາດເວັ້ນເສຍແຕ່ກໍລະນີໂລກຈະຖືກຕົກເຂົ້າສູ່ສະພາບຊຸດໂຊມຄັ້ງໃຫຍ່. ໜຶ່ງໃນບັນດາຫຼັກຖານທີ່ຈະແຈ້ງທີ່ສຸດຂອງໄພອັນຕະລາຍນີ້ ແມ່ນອັດຕາໄພວ່າງງານຂອງເອີລົບໄດ້ຂຶ້ນເຖິງລະດັບສະຖີຕິຄື 12,1%, ໃນນັ້ນ, 2 ປະເທດຄື ເກຼັກ ແລະ ແອັດສະປາຍ, ອັດຕາສ່ວນນີ້ໄດ້ລື່ນກາຍລະດັບສະຖີຕິຂອງອາເມລິກາໃນໄລຍະຊຸດໂຊມຄັ້ງໃຫຍ່ເມື່ອຕົ້ນຊຸມປີ 1930. ຢູ່ 2 ປະເທດທີ່ຖືກຖືວ່າ ແມ່ນເຂັ້ມແຂງທີ່ສຸດໃນເອີລົບ ຄື ເຢັຍລະມັນ ແລະ ຝະລັ່ງ, ຕົວເລກທຸລະກິດຂາຍລົດໂອໂຕ ຊຶ່ງແມ່ນຂະແໜງອຸດສາຫະກຳປາຍແຫຼມ ໄດ້ຫຼຸດເກືອບ 20% ໃນໄຕມາດທີ 1, ສ່ວນຢູ່ໂຮນລັງ, ໜີ້ໃຊ້ສອຍໄດ້ເພີ່ມຂຶ້ນປະມານ 250%ລາຍຮັບສຸດທິ. ປະລີມານການຜະລິດອຸດສາຫະກຳຂອງອີຕາລີຫຼຸດລົງ 25%ໃນໄລຍະ 5 ປີທີ່ຜ່ານມາ, ສ່ວນອັດຕາໜີ້ສາທາລະນະໄລ່ຕາມຍອດຜະລິດຕະພັນພາຍໃນ GDP ເພີ່ມຂຶ້ນ 136%. ຈຳນວນວິສາຫະກິດ ແອັດສະປາຍ ຍື່ນໜັງສືປະກາດລົ້ມລະລາຍເພີ່ມຂຶ້ນ 45%ເມື່ອທຽບໃສ່ປີແລ້ວນີ້. ການເຄື່ອນໄຫວດຳເນີນທຸລະກິດຂອງພາກເອກະຊົນໃນທົ່ວ ພາກພື້ນໃຊ້ສະກູນເງິນເອີໂຣລວມ eurozone ແມ່ນຕົກຢູ່ໃນສະພາບອຶດອາດຊັກຊ້າ. ສັນຍາທີ່ເປັນຫ່ວງອີກອັນໜຶ່ງ ແມ່ນຍັງສະແດງອອກຜ່ານມຸນຄ່າບັນດາບ້ວງໜີ້ສິນທີ່ຄຸມເຄືອແກ່ຍາວຢູ່ເອີລົບ, ນັບຕັ້ງແຕ່ປີ 2007 ໄດ້ເພີ່ມຂຶ້ນຕື່ມ 150%.
ບັນດາຕົວເລກດັ່ງກ່າວພວມພິສູດໃຫ້ເຫັນສະພາບຊຸດໂຊມເສດຖະກິດຮອບດ້ານພວມຄຸກຄາມທົ່ວເອີລົບ ແລະ ຄາດຄະເນວ່າ ມີໄພຈະແຜ່ລາມຢ່າງກ້ວາງຂວາງໃນທົ່ວໂລກ. ມີຄຳຖາມຫຼາຍຂໍ້ຖືກຕັ້ງຂຶ້ນກ່ຽວກັບສະພາບເສດຖະກິດ EU ໃນປະຈຸບັນຄື: ບັນດານະໂຍບາຍປີງົບປະມານໄດ້ດີສຸດຫຼືບໍ່? ປະສິດທິຜົນຂອງນະໂຍບາຍກະຕຸ້ນເງິນຕາ ໄດ້ໄປຮອດໄສ ແລະ ຄຸນປະໂຫຍດແຜ່ຂະຫຍາຍໃນນະໂຍບາຍຂອງປະເທດນີ້ທີ່ມີຕໍ່ປະເທດອື່ນໆແມ່ນຄືແນວໃດ?... ໄດ້ມີບັນດາຄຳຄິດເຫັນຕຳໜິຕິຕຽນສະພາບຊຸດໂຊມທີ່ນັບມື້ນັບຮ້າຍແຮງຢູ່ EU ແມ່ນຍ້ອນນະໂຍບາຍຮັດເຂັມຄັດ ຊຶ່ງໄດ້ເຮັດໃຫ້ພື້ນຖານເສດຖະກິດບໍ່ອາດຂະຫຍາຍຕົວໄດ້. ນັບທັງປະທານ ຄະນະກຳມະການເອີລົບ EC ທ່ານ Jose Manuel Barroso ເມື່ອມໍ່ໆມານີ້ໄດ້ຖືວ່າ ການສະໜັບສະໜູນຂອງປະຊາຊົນທີ່ມີຕໍ່ມາດຕະການ ຮັດເຂັມຄັດ ໄດ້ຮອດເສັ້ນຕາຍແລ້ວ, ໂດຍສະເພາະ ແມ່ນເມື່ອກະແສຟອງເດີນຂະບວນປະທ້ວງ ໄດ້ຖືກດຳເນີນຢູ່ທົ່ວເອີລົບ. ດັ່ງນັ້ນ, ຄະນະກຳມະການເອີລົບ EC ໄດ້ຕົກລົງໂຍະຍານບັນດາມາດຕະການ ຮັດເຂັມຄັດໃຫ້ແກ່ບາງປະເທດ ຜ່ານເລື່ອງອະນຸຍາດຕໍໍ່ກຳນົດເວລາຫຼຸດຜ່ອນການຂາດດູນງົບປະມານ. ແຕ່ກົງກັນ ຂ້າມ, ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ IMF ທ່ານ Christine Lagarde ໄດ້ຢືນຢັນວ່າ ບໍ່ມີການເລືອກເຟັ້ນໃດໆ ທົດແທນໃຫ້ແກ່ບັນດານະໂຍບາຍ ຮັດເຂັມຄັດຊຶ່ງພວມນຳໃຊ້ໃນທົ່ວເອີລົບ. ບັນດາໂຄງການກະຕຸ້ນເສດຖະກິດແມ່ນມາດຕະການທີ່ບໍ່ອາດສາມາດປະຕິບັດໄດ້ ເພາະພຽງເຮັດໃຫ້ການແບກຫາບບ້ວງໜີ້ສາທາລະນະເພີ່ມທະວີຂຶ້ນ. ອາດຈະເຫັນແຈ້ງກ່ຽວກັບການຂາດຄວາມເຫັນດີເຫັນພ້ອມນີ້ ແມ່ນນອນໃນທັດສະນະທີ່ແຕກຕ່າງກັນໃນການສັງເກດບັນດາບັນຫາເສດຖະກິດ EU ໃນປະຈຸບັນລະຫວ່າງຜູ້ຕາງໜ້າບັນດາປະເທດ. ແລະ ນັບທັງເລື່ອງໃນກອງປະຊຸມສຸດຍອດ EU ຊຶ່ງຈັດຂຶ້ນເມື່ອ ວັນທີ 22/5 ຢູ່ບຣຸກແຊນ ປະເທດແບນຊິກ, ບັນຫານະໂຍບາຍພະລັງງານ ແລະ ຕ້ານການໜີພາສີ ດ້ວຍຄວາມຫວັງຂອງບັນດາການນຳ EU ແມ່ນຈະສ້າງບາດກ້າວບຸກທະລຸ ເພື່ອເປັນປະຖົມປັດໄຈກະກຽມໃຫ້ແກ່ບັນດາບາດກ້າວຕໍ່ໄປ ແນໃສ່ວາງອອກບັນດາລັດຖະນະໂຍບາຍໃຫຍ່ ເພື່ອແກ້ໄຂສະພາບບໍ່ມີທາງອອກໃນປະຈຸບັນນັ້ນ, ກໍບໍ່ສາມາດຊອກຫາໄດ້ສຽງເວົ້າລວມ. ໃນຂະນະທີ່ເຢັຍລະມັນ , ອີຕາລີ, ອັງກິດ, ຝະລັ່ງ ໄດ້ເປັນເອກະພາບກ່ຽວກັບທັດສະນະຂອງປະທານສະພາເອີລົບ ທ່ານ Van Rompuy ຊຶ່ງໄດ້ຖືວ່າ ເພື່ອຮັບປະກັນນະໂຍບາຍທັງໝົດຂອງ EU ປະກອບສ່ວນຢ່າງເຕັມສ່ວນໃຫ້ແກ່ຄວາມສາມາດແກ່ງແຍ້ງ, ວຽກເຮັດງານທຳ ແລະ ການຈະເລີນເຕີບໂຕຂອງບັນດາສະມາຊິກໃນກຸ່ມນັ້ນ, ແມ່ນຕ້ອງສ້າງກົນໄກແລກປ່ຽນຂໍ້ມູນຂ່າວສານທາງທະນາຄານແຕ່ນີ້ຮອດທ້າຍປີ ເພື່ອຫຼີກລ້ຽງສະພາບການໜີພາສີ ທີ່ກໍ່ຜົນເສຍຫາຍໃຫ້ແກ່ EU, ແຕ່ໂອຕະລິດ ແລະ ລຸກຊຳບວກ ແມ່ນ 2 ປະເທດ ເດັດດຽວຄັດຄ້ານຂໍ້ສະເໜີນີ້. ອຽກລັງ ຊຶ່ງແມ່ນປະເທດພວມດຳລົງຕຳແໜ່ງເປັນປະທານໝູນວຽນ EU ພັດສະແດງຄວາມລະມັດ ລະວັງທີ່ສຸດ ແລະ ຖືວ່າ EU ຄວນຜ່ອນສັ້ນຜ່ອນຍາວກັບບັນດາປະເທດທີ 3 , ແນໃສ່ບີບບ້ຽວການແກ່ງແຍ້ງ. ກໍເຊັ່ນດຽວກັນກັບບັນຫານີ້, ສຳລັບບັນຫາພະລັງງານ, ບາງປະເທດສະໜັບສະໜູນການພັດທະນາພະລັງງານຖ່ານຫີນ ລວມມີ : ອັງກິດ, ຮຸ່ງກາຣີ, ໂປໂລຍ, ຣູມານີ, ແອັດສະປາຍ, ແຕ່ຄຽງຂ້າງນັ້ນ, ກໍຍັງມີບາງປະເທດຄັດຄ້ານຍ້ອນເຫດຜົນສິ່ງແວດລ້ອມ, ໃນນັ້ນມີຝະລັ່ງ. ການແບ່ງແຍກນີ້ ໄດ້ເຮັດໃຫ້ປະທານາທິບໍດີ ລິດວາ Dalia Gribauskaite ຕ້ອງກ່າວຮຽກຮ້ອງ EU ໄປສູ່ຄວາມເປັນເອກະພາບດ້ານຫຼັກໝັ້ນ.
ເປັນທີ່ຈະແຈ້ງແລ້ວວ່າ, ຍ້ອນຄວາມບໍ່ເຫັນດີເຫັນພ້ອມທາງດ້ານທັດສະນະລະຫວ່າງບັນດາສະມາຊິດ EU ນີ້ເອງ ໄດ້ເຮັດໃຫ້ແຜນການໃນເບື້ອງຕົ້ນຂອງກຸ່ມນີ້ກ່ຽວກັບການສ້າງ ຄວາມບໍ່ເຫັນດີເຫັນພ້ອມເພື່ອແກ້ໄຂບັນຫາລວມຖືກລົ້ມລະລາຍ. ອະນາຄົດສະເພາະໜ້າຂອງເສດຖະກິດເອີລົບຍັງຄົງມືດມົວ, ນັ້ນແມ່ນສິ່ງໄດ້ຮັບການຄາດຄະເນໄວ້. ເສດຖະກິດ EU ຍັງບໍ່ທັນມີສັນຍານຟື້ນຟູເພື່ອເຕີບໂຕ ຍ້ອນບັນດາຮົ້ວກີດຂວາງທີ່ກ່ຽວຂ້ອງເຖິງສິດຜົນປະໂຫຍດຂອງແຕ່ລະປະເທດ.