ເສີມຂະຫຍາຍບົດບາດຂອງການຕ່າງປະເທດລັດຖະສະພາ

(VOVWORLD) -ວັນທີ 28 ມີນາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເລີ່ມຕົ້ນການເຄື່ອນໄຫວຫຼາຍຢ່າງໃນການໄປປະຕິບັດງານເປັນເວລາຫຼາຍວັນ ຢູ່ລາຊະອານາຈັກມາຣົກ, ສາທາລະນະລັດຝລັ່ງ, ລັດຖະສະພາເອີຣົບ (EP) ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ ຄັ້ງທີ 140 (IPU-140). ນີ້ແມ່ນການໄປປະຕິບັດງານຢູ່ຕ່າງປະເທດຄັ້ງທີ 2 ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ນັບແຕ່ຕົ້ນປີ 2019 ເພື່ອແນໃສ່່ສືບຕໍ່ຢັ້ງຢືນບົດບາດສໍາຄັນຂອງການຕ່າງປະເທດລັດຖະສະພາໃນການປັບປຸງການພົວພັນສອງຝ່າຍ ແລະ ຫຼາຍຝ່າຍລະຫວ່າງຫວຽດນາມ ກັບບັນດາປະເທດຄູ່ຮ່ວມມື.

        ການໄປປະຕິບັດງານຢູ່ຕ່າງປະເທດນັບແຕ່ວັນທີ 28 ມີນາ - 8 ເມສາ ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືກດໍາເນີນຕາມຄໍາເຊື້ອເຊີນຂອງການນໍາອົງການນິຕິບັນຍັດຂອງ ມາຣົົກ, ຝລັ່ງ, ລັດຖະສະພາເອີຣົບ (EP), ສະຫະພັນລັດຖະສະພາສາກົນ (IPU). ນີ້ແມ່ນການຢ້ຽມຢາມ ມາຣົກ ຢ່າງເປັນທາງການ ພາຍຫຼັງໄລຍະ 14 ປີ, ຢ້ຽມຢາມ ຝລັ່ງ ຢ່າງເປັນທາງການພາຍຫຼັງໄລຍະ 11 ປີ ແລະ ຢ້ຽມຢາມ EP ພາຍຫຼັງໄລຍະ 8 ປີ ຂອງປະທານສະພາແຫ່ງຊາດຫວຽດນາມ.

ເສີມຂະຫຍາຍບົດບາດຂອງການຕ່າງປະເທດລັດຖະສະພາ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນທີ່ກອງປະຊຸມ IPU ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (ພາບປະກອບ) 

ປັບປຸງການພົວພັນສອງຝ່່າຍ

        ມາຣົກ ແມ່ນປະເທດທໍາອິດ ທີ່ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄປຢ້ຽມຢາມໃນການໄປປະຕິບັດງານຄັ້ງນີ້ຂອງຕົນ. ປັດຈຸບັນ, ການພົວພັນດ້ານການເມືອງລະຫວ່າງສອງປະເທດພວມພັດທະນາຢ່າງດີງາມ ດ້ວຍເລື່ອງສ້າງກົນໄກຄະນະກໍາມະການປະສົມ ແລະ ປຶກສາຫາລືດ້ານການເມືອງລະຫວ່າງສອງປະເທດ ແລະ ສົມທົບ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນເປັນປະຈໍາ. ທ້າຍປີ 2017, ພາຍຫຼັງໄດ້ຮັບການເລືອກຕັ້ງເປັນປະທານສະພາຕໍ່າ ມາຣົກ, ທ່ານປະທານສະພາຕໍ່າ Habid El Malki ໄດ້ເລືອກເອົາ ຫວຽດນາມ ເປັນປະເທດທໍາອິດມາຢ້ຽມຢາມ. ເນື່ອງໃນໂອກາດນີ້, ປະທານສະພາແຫ່ງຊາດຫວຽດນາມ ແລະ ປະທານສະພາຕໍ່າມາຣົກ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາວ່່າດ້ວຍການຮ່ວມມືລະຫວ່າງລັດຖະສະພາ, ອັນໄດ້ສ້າງຂີດໝາຍທໍາອິດ ເຊິ່ງສະພາແຫ່ງຊາດ ຫວຽດນາມ ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືລັດຖະສະພາກັບປະເທດ ອາຟຼິກາ.

        ບົນພື້ນຖານການພົວພັນທີ່ເປັນມູນເຊື້ອອັນດີງາມນັ້ນ, ໃນການຢ້ຽມຢາມ ມາຣົກ ໃນຄັ້ງນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຈະປຶກສາຫາລືກ່ຽວກັບມາດຕະການເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ກັບອົງການນິຕິບັນຍັດຂອງ ມາຣົກ ກໍຄື ຍູ້ແຮງການຮ່ວມມືດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ,ທະນາຄານ, ພະລັງງານ; ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ; ການຮ່ວມມື 3 ຝ່າຍລະຫວ່າງ ຫວຽດນາມ, ມາຣົກ ແລະ ປະເທດອາຟຼິກາໜື່ງອີກ. ເມື່ອຕີລາຄາກ່ຽວກັບແງ່ຫວັງຂອງການພົວພັນສອງຝ່າຍ, ທ່ານ Azzeddine Farhane ເອກອັກຄະລັດຖະທູດ ມາຣົກ ປະຈໍາຫວຽດນາມ ແບ່ງປັນວ່າ:

        “ມາຣົກ ແລະ ຫວຽດນາມ ພວມມຸ່ງໄປສູ່ອະນາຄົດອັນສັດໃສ ແລະ ການຮ່ວມມືທີ່ເຕັມໄປດ້ວຍຄວາມດີງາມ ເຊິ່ງເປັນອະນາຄົດທີ່ຜ່ານຜ່າບັນດາຮົ້ວກີດຂວາງກ່ຽວກັບດ້ານພູມສາດ ແລະ ວັດທະນະທໍາ, ຊຸກຍູ້ການພົວພັນຮ່ວມມືຢ່າງມີປະສິດທິຜົນລະຫວ່າງສອງປະເທດໃນບັນດາຂົງເຂດການເມືອງ, ເສດຖະກິດ ແລະ ວັດທະນະທໍາ ເພື່ອຜົນປະໂຫຍດ ແລະວັດທະນາຖາວອນຂອງປະຊາຊົນມາຣົກ ແລະ ຫວຽດນາມ.”

        ພາຍຫຼັງສິ້ນສຸດການຢ້ຽມຢາມ ມາຣົກ ແລ້ວ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຈະໄປຢ້ຽມຢາມ ສາທາລະນະລັດຝລັ່ງ ຢ່າງເປັນທາງການ. ການຢ້ຽມຢາມດັ່ງກ່າວຖືກດໍາເນີນໄປພາຍຫຼັງການຢ້ຽມຢາມ ຝລັ່ງ ຂອງທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຝູຈ້ອງ ກ່ອນນີ້ 1 ປີ (ເດືອນ ມີນາ 2018) ແລະ ພາຍຫຼັງ ຫວຽດນາມ - ຝລັ່ງ ສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ດັ່ງນັ້ນ, ການຢ້ຽມຢາມ ຝລັ່ງ ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃນຄັ້ງນີ້  ມີຄວາມໝາຍສໍາຄັນ, ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບຝລັ່ງ, ຜັນຂະຫຍາຍໝາກຜົນແຫ່ງການຢ້ຽມຢາມ ຝລັ່ງ ຂອງທ່ານເລຂາທິການໃຫຍ່ ແລະ ຫັນຖະແຫຼງການຮ່ວມລະຫວ່າງການນໍາຂັ້ນສູງສອງປະເທດກ່ຽວກັບການຮ່ວມມືລັດຖະສະພາໃຫ້ປະກົດຜົນເປັນຈິງ.

ຊຸກຍູ້ການພົວພັນຫຼາຍຝ່າຍ

ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາເອີຣົບ EP ແມ່ນໜຶ່ງໃນບັນດາເສົາຄໍໍ້າສໍາຄັນໃນການພົວພັນຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອີຢູ. ຜ່ານບັນດາການພົບປະ, ແລກປ່ຽນຄະນະຜູ້ແທນ ແລະ ການເຈລະຈາທີ່ກົງໄປກົງມານັ້ນ, ການພົວພັນລະຫວ່າງສອງຝ່າຍບັນລຸໄດ້ຄວາມໄວ້ເນື້ອເຊື່ອໃຈ. ການຢ້ຽມຢາມ, ເຮັດວຽກກັບລັດຖະສະພາເອີຣົບຄັ້ງນີ້ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແມ່ນເພື່ອຢ້ັງຢືນໃຫ້ເຫັນວ່າ ສະພາແຫ່ງຊາດຫວຽດນາມ ສະໜັບສະໜູນການພັດທະນາການພົວພັນຮ່ວມມືລະຫວ່າງຫວຽດນາມ - ອີຢູ ຢ່າງຮອບດ້ານ, ກຽມພ້ອມເພື່ອພ້ອມກັບລັດຖະບານຫວຽດນາມ ແລະ ຄະນະກໍາມະການເອີີຣົບຊຸກຍູ້ການຮ່ວມມືໃນທຸກຂົງເຂດ. ການຢ້ຽມຢາມດັ່ງກ່າວ ກໍມີຄວາມໝາຍສໍາຄັນໃນການຂົນຂວາຍການນໍາ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງ EP ໃຫ້ສັດຕະຍາບັນ ສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ໂດຍໄວ ກ່ອນທີ່ EP ສິ້ນສຸດ ອາຍຸການໃນປັດຈຸບັນ. ກ່າວຄໍາເຫັນກ່ຽວກັບແງ່ຫວັງຂອງ ສັນຍາ EVFTA ໃນການຢ້ຽມຢາມຫວຽດນາມ ເມື່ອປີ 2018, ທ່ານ Bernd Lange, ປະທານຄະນະກໍາມະການການຄ້າສາກົນ (INTA) ສັງກັດ ລັດຖະສະພາເອີຣົບ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າເຫັນໄດ້ແງ່ດີຂອງສັນຍາ EVFTA ເມື່ອມັນນໍາມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ, ພິເສດແມ່ນສໍາລັບການພັດທະນາເສດຖະກິດ ແລະ ການເຕີບໂຕໃນອະນາຄົດຂອງຫວຽດນາມ. ຂ້າພະເຈົ້າຫວັງວ່າ ຫວຽດນາມ ແລະ ອີຢູ ຈະມີບັນດາຄໍາໝັ້ນສັນຍາກ່ຽວກັບບາງເນື້ອໃນລະອຽດ ເພື່ອໃຫ້ EP ຮັບຮອງເອົາສັນຍາສະບັບດັ່ງກ່າວໃນອາຍຸການນີ້”.

        ປະເທດສຸດທ້າຍທີ່ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນຈະຢ້ຽມຢາມໃນການໄປປະຕິບັດງານຢູ່ຕ່າງປະເທດໃນຄັ້ງນີ້ ແມ່ນ ກາຕາ, ເຊິ່ງແມ່ນປະເທດເຈົ້າພາບຈັດຕັ້ງກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນຄັ້ງທີ 140 (IPU-140). ຕໍ່ກັບການເຂົ້າຮ່ວມກອງປະຊຸມ IPU-140, ຫວຽດນາມສືບຕໍ່ຢັ້ງຢືນຄໍາໝັ້ນສັນຍາເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວການຕ່າງປະເທດຫຼາຍຝ່າຍ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່. ຜ່ານບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມ IPU-140, ຫວຽດນາມ ກໍສືບຕໍ່ສະແດງໃຫ້ເຫັນບົດບາດເປັນເຈົ້າການ ແລະ ຕັ້ງໜ້າໃນການແກ້ໄຂບັນດາສິ່ງທ້າທາຍຂອງພາກພື້ນ ແລະ ທົ່ວໂລກ; ເສີມຂະຫຍາຍບົດບາດເປັນຮອງປະທານ IPU ອາຍຸການ 2018 – 2019 ໃຫ້ຫຼາຍກວ່່າອີກ.

        ການພົວພັນຕ່າງປະເທດຂອງລັດຖະສະພາ ແມ່ນຊ່ອງທາງສໍາຄັນ, ໄປຄຽງຄູ່ກັບການພົວພັນຕ່າງປະເທດຂອງລັດ, ການພົວພັນຕ່າງປະເທດຂອງປະຊາຊົນ. ສໍາລັບເລື່ອງຍູ້ແຮງການຕ່າງປະເທດລັດຖະສະພາໃນປີ 2019 ແລະ ຜ່ານການໄປປະຕິບັດງານຢູ່ຕ່າງປະເທດໃນຄັ້ງນີ້, ການພົວພັນຕ່າງປະເທດສະພາແຫ່ງຊາດຫວຽດນາມ ພວມນັບມື້ນັບປະກອບສ່ວນເຂົ້າໃນການຍົກສູງທີ່ຕັ້ງບົດບາດຂອງຫວຽດນາມໃນເວທີສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ