ວັນທີ 12/11, ກອງປະຊຸມສຸດຍອດ EU - ອາຟະລິກາ ໄດ້ຖືກໄຂຂຶ້ນຢູ່ La Valleta ປະເທດມານຕາ, ແນໃສ່ຊຸກຍູ້ການຜັນຂະຫຍາຍບັນດາມາດຕະການຮັບມືກັບກະແສຟອງຊາວອົບພະຍົບເຂົ້າເມືອງເອີລົບ. ເຖິງວ່າໄດ້ມີຫຼາຍມາດຕະການແກ້ໄຂກໍຕາມ, ແຕ່ໃນຕົວຈິງ, ມາຮອດປະຈຸບັນ, EU ຍັງບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມເພື່ອຜັນຂະຫຍາຍວິທີການແກ້ໄຂໃນຕົວຈິງ.
ເອີລົບພວມຊອກຫາວິທີການແກ້ໄຂບັນຫາຊາວອົບພະຍົບເຂົ້າເມືອງຢ່າງຜິດກົດໝາຍ |
ກອງປະຊຸມສຸດຍອດຄັ້ງນີ້ໄດ້ດຳເນີນໃນສະພາວະທີ່ 28 ປະເທດສະມາຊິກ EU ພ້ອມກັບບັນດາປະເທດຄູ່ຮ່ວມມືອື່ນໆ ບໍ່ສາມາດປະຕິບັດຄຳໝັ້ນສັນຍາໜູນຊ່ວຍດ້ານການເງິນ ແລະ ບ່ອນຢູ່ອາໄສຫຼາຍກວ່າໃຫ້ແກ່ ຊາວອົບພະຍົບ, ໃນຂະນະທີ່ແຜນການຈັດແບ່ງຊາວອົບພະຍົບຄືນໃໝ່ສືບຕໍ່ເກີດຄວາມບໍ່ລົງລອຍກັນລະຫວ່າງບັນດາປະເທດສະມາຊິກ. ມາຮອດປະຈຸບັນ, ບັນດາປະເທດ EU ໄດ້ປະກອບສ່ວນເປັນຈຳນວນເງິນພຽງປະມານ 500 ລ້ານເອີໂຣໃນຍອດຈຳນວນເງິນ2,8 ຕື້ USD ທີ່ໝັ້ນໝາຍໜູນຊ່ວຍໃຫ້ແກ່ບັນດາອົງການຈັດຕັ້ງສາກົນ ແລະ ບັນດາກອງທຶນໜູນຊ່ວຍ ຊາວອົບພະຍົບ.
ໃນຂະນະນັ້ນ, ຂະບວນຊາວອົບພະຍົບທີ່ຫຼັ່ງໄຫຼເຂົ້າເມືອງເອີລົບ ຍັງຕົງເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ຕາມຂໍ້ມູນຂອງອົງການຄວບຄຸມຊາຍແດນ EU ແລ້ວ, ນັບແຕ່ຕົ້ນປີ 2015 ມາຮອດປະຈຸບັນ, ຈຳນວນຊາວອົບພະຍົບໄປຍັງເອີລົບໄດ້ຂຶ້ນເຖິງກວ່າ 900.000 ຄົນ ສູງກວ່າທົບ 5 ເທົ່າເມື່ອທຽບໃສ່ປີກາຍ.
ຄວາມບໍ່ລົງລອຍກັນໃນ EU ກ່ຽວກັບນະໂຍບາຍສຳລັບຊາວອົບພະຍົບ
ຫວ່າງເດືອນ 9 ທີ່ຜ່ານມາ, 28 ປະເທດສະມາຊິກ EU ໄດ້ບັນລຸຂໍ້ຕົກລົງກ່ຽວກັບການຈັດແບ່ງຈຳນວນ ຊາວອົບພະຍົບ. ແຕ່ຄຳໝັ້ນສັນຍາທຸກສະບັບ ພຽງແຕ່ເປັນລາຍລັກອັກສອນເທົ່ານັ້ນ. ສິ່ງທີ່ຄ້າງຄາອັນໃຫຍ່ຫຼວງທີ່ສຸດແມ່ນຍັງບໍ່ທັນມີກົນໄກເພື່ອປະຕິບັດກໍຄືຄວບຄຸມຂະບວນ ຊາວອົບພະຍົບເຂົ້າມາເອີລົບ.
ມີກອງປະຊຸມຫຼາຍຄັ້ງຖືກຈັດຂຶ້ນ, ແຕ່ບັນດາປະເທດ EU ຍັງພວມຖືກແບ່ງແຍກກ່ຽວກັບວິທີການແກ້ໄຂໃຫ້ແກ່ວິກິດການ ຊາວອົບພະຍົບ. ໃນຂະນະທີ່ບັນດາປະເທດເປັນທາງຜ່ານ ພ້ອມແລ້ວເປີດປະຕູເພື່ອຕ້ອນຮັບຊາວອົບພະຍົບເຂົົ້າ ເມືອງ, ແຕ່ຊາວອົບພະຍົບເຂົ້າມາເອີລົບພັດພາກັນຊອກຫາບັນດາປະເທດຮັ່ງມີ ແລະ ມີລະບອບສະຫວັດດີການ, ອຸດໜູນທີ່ດີ. ພົ້ນເດັ່ນຂຶ້ນແມ່ນປະເທດເຢັຍລະມັນ ແລະ ບາງປະເທດເອີລົບກາງ, ເອີລົບເໜືອຊຶ່ງແມ່ນບັນດາແຫ່ງທີ່ດຶງດູດ ຊາວອົບພະຍົບເຂົ້າມາຢ່າງຫຼວງຫຼາຍ. ໃນຊຸມອາທິດທີ່ຜ່ານມາ, ຊາວອົບພະຍົບນັບພັນຄົນໄດ້ຊອກຫາທຸກວິທີເດີນຜ່ານເຂດບານກັງ, ຜ່ານບັນດາແມ່ນ້ຳ ແລະ ທົ່ງໄຮ່ທົ່ງນາຢູ່ບັນດາປະເທດເອີລົບຕາເວັນອອກສ່ຽງໃຕ້ເພື່ອມຸ່ງໄປສູ່ເຂດທາງທິດເໜືອ. ສະເພາະໃນເດືອນ 9 ທີ່ຜ່ານມາ ໄດ້ມີຊາວອົບພະຍົບ 250.000 ຄົນໄປຍັງເອີລົບໂດຍຜ່ານເຂດບານກັງ ແລະ ໃນເມື່ອຮຸງກາຣີບໍ່ສາມາດຮັບຊາວອົບພະຍົບຕື່ມອີກ, ແລ້ວກໍໄດ້ປິດປະຕູຊາຍແດນກັບແຊກເບຍເພື່ອສະກັດກັ້ນຂະບວນຊາວອົບພະຍົບຫຼັງໄຫຼເຂົ້າມາ, ແຕ່ຂະບວນຄົນນີ້ ພັດຊອກຫາວິທີຂ້າມແຊກເບຍເຂົ້າໂກຼເອເຊຍ, ຜ່ານສະໂລເວເນຍເພື່ອເຂົ້າໂອຕະລິດ, ເຢຍລະມັນຫຼືບັນດາປະເທດເອີລົບເໜືອ. ຍ້ອນເຫດນີ້ ໄດ້ພາໃຫ້ EU ຕ້ອງຮຽກໂຮມກອງປະຊຸມດ່ວນເມື່ອບໍ່ດົນມານີ້ ແນໃສ່ເຮັ່ງຮັດການຄຸ້ມຄອງເສັ້ນທາງໄປເຂດບານກັງ ເພື່ອແນໃສ່ ສະກັດກັ້ນຂະບວນຊາວອົບພະຍົບຫຼັງໄຫຼເຂົ້າເຂດທາງທິດເໜືອ. ແຕ່ບັນດາປະເທດຍັງຄົງບໍ່ລົງລອຍກັນຢ່າງເລິກເຊິ່ງ. ຕາມຮຸງກາຣີແລ້ວ, ສາຍເຫດທີ່ພາໄປເຖິງວິກິດການຊາວອົບພະຍົບແມ່ນຍ້ອນບັນດາປະເທດ Schengen ບໍ່ປະຕິບັດຕາມຄຳໝັ້ນສັນຍາຂອງຕົນ. ນັ້ນແມ່ນເມືອ່ ຊາວອົບພະຍົບໄປຮອດປະເທດໃນໃນ EU, ທຳອິດແມ່ນຕ້ອງຍື່ນໃບຄຳຮ້ອງຂໍຫຼົບໄພຢູ່ປະເທດນັ້ນ, ແຕ່ບັນດາປະເທດທາງຜ່ານ ພັດບໍ່ສາມາດປະຕິບັດໄດ້ສິ່ງດັ່ງກ່າວ, ດັ່ງນັ້ນ ບໍ່ອາດຄວບຄຸມຄົນເຂົ້າເມືອງໄດ້. ເພາະສະນັ້ນ, ຂະບວນຊາວອົບພະຍົບສືບຕໍ່ຊອກຫາວິທີເດີນທາງໄປຍັງບັນດາປະເທດເຂດທາງທິດເໜືອ.
ຍັງບໍ່ທັນເປັນເອກະພາບດ້ານການກະທຳ
ເປັນທີ່ຈະແຈ້ງແລ້ວວ່າ ມາຮອດປະຈຸບັນ, ວິກິດການຊາວອົບພະຍົບເຂົ້າເມືອງຢູ່ເອີລົບຍັງບໍ່ທັນຊອກຫາໄດ້ວິທີການແກ້ໄຂຢ່າງມີປະສິດທິຜົນເພື່ອຜັນຂະຫຍາຍປະຕິບັດ. ເຖິງວ່າມີຄວາມເຫັນໃຈ ແລະ ພ້ອມແລ້ວໃຫ້ການຕ້ອນຮັບກໍຕາມ, ແຕ່ອາດຈະເຫັນໄດ້ເຖິງເງື່ອນໄຂດ້ານເສດຖະກິດ, ລະດັບວັດທະນະທຳ ແລະ ບັນດາຄວາມແຕກຕ່າງກັນທາງດ້ານສາສະໜາກໍແມ່ນສິ່ງທ້າທາຍອັນໃຫຍ່ຫຼວງ ເຮັດໃຫ້ບັນດາປະເທດເອີລົບເກີດຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງໃນວິກິດການຊາວອົບພະຍົບ.
ບັນດາປະເທດຄັດຄ້ານການຮັບເອົາຊາວອົບພະຍົບເຂົ້າເມືອງສ່ວນຫຼາຍ ແມ່ນບັນດາປະເທດພວມປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ສັງຄົມ, ການປະທະກັນທາງດ້ານວັດທະນະທຳ ແລະ ສາສະໜາ. ຊາວອົບພະຍົບສ່ວນຫຼາຍແມ່ນຊາວມຸດສະລິມທີ່ມາຈາກຊີຮີ ແລະ ອາຟະລິກາ, ໃນຂະນະທີ່ປະຊາຊົນ ແລະ ລັດຖະບານບັນດາປະເທດເອີລົບຍັງບໍ່ທັນກຽມພ້ອມເພື່ອຍອມຮັບມີປະຊາຄົມອິດສະລາມໃຫຍ່ເຊັ່ນນັ້ນຢູ່ໃນສັງຄົມຂອງຕົນ. ນັ້ນແມ່ນຍັງບໍ່ທັນເວົ້າເຖິງຄວາມສັບສົນວຸ້ນວາຍທີ່ຊາວອົບພະຍົບໄດ້ກໍ່ຂຶ້ນໃນສັງຄົມທີ່ໄດ້ຮັບເອົາເຂົາເຈົ້າເຂົ້າເມືອງ.
ໃນສະພາບການນັ້ນ, ຜູ້ຄົນທັງຫຼາຍບໍ່ມີຄວາມຫວັງຕໍ່ວິທີການແກ້ໄຂທີ່ອາດເປັນໄປໃດໆໃນກອງປະຊຸມສຸດຍອດ EU - ອາຟະລິກາຄັ້ງນີ້. ມີຫຼາຍປະເທດສະແດງຄວາມເປັນຫ່ວງກັງວົນຕໍ່ອະນາຄົດຂອງກຸ່ມເມື່ອຮັບເອົາ ຊາວອົບພະຍົບເຂົ້າເມືອງ. ພ້ອມກັບບັນດາປັດໄຈທີ່ຕັ້ງໜ້າກ່ຽວກັບແຫຼ່ງຊັບພະຍາກອນນັ້ນ, ບັນດາຜົນພາຍຫຼັງຈາກບັນຫາຊາວອົບພະຍົບເຂົ້າເມືອງຍັງຄົງແມ່ນສິ່ງທີ່ບໍ່ທັນໄດ້ຮັບຄຳຕອບຈາກບັນດາປະເທດ EU.