(vovworld)-ເຫດການບຸກໂຈມຕີເກີດຂຶ້ນຫລາຍຄັ້ງຢູ່ ບຣຸກແຊນ ປະເທດ ແບນຊິກ, ຊື່ງແມ່ນສະຖານທີ່ໄດ້ຮັບຖືວ່າ ແມ່ນໝາກຫົວໃຈຂອງ ເອີລົບ ໄດ້ສະແດງໃຫ້ເຫັນໄພອັນຕະລາຍຂອງຄົນລຸ້ນຫນຶ່ງ “ສົງຄາມສັກສິດ” ໃຫມ່ ຢູ່ ເອີລົບ ໂດຍອົງການກໍ່ການຮ້າຍ "ລັດອິດສະລາມ” IS ປຸກແນວຄິດຫົວຮຸນແຮງໃຫ້. ບໍ່ທັນມີເວລາໃດທີ່ ເອີລົບ ຕ້ອງປະເຊີນຫນ້າກັບບັນດາສິ່ງທ້າທາຍຕໍ່ຄວາມສະຫງົບປອດໄພທີ່ຮ້າຍແຮງຄືປະຈຸບັນເທື່ອ.
ເຫດບຸກໂຈມຕີຢູ່ສະຫນາມບິນສາກົນ ບຣຸກແຊນ
ພາບ:kenh14.vn
|
34 ຄົນເສຍຊີວິດ ແລະ 230 ຄົນຖືກບາດເຈັບໃນເຫດວາງລະເບີດຫລາຍຄັ້ງຢູ່ ສະຫນາມບິນ ແລະ ສະຖານີລົດໄຟໃຕ້ດິນ ຢູ່ ນະຄອນຫລວງຂອງປະເທດ ແບນຊີກ ໃນຕອນເຊົ້າວັນທີ 22/3 ໄດ້ເຮັດໃຫ້ທົ່ວ ໂລກ ສະດຸ້ງໃຈ.ໄພກໍ່ການຮ້າຍເກີດຂຶ້ນພຽງສອງສາມວັນພາຍຫລັງ ທີ່ຕຳຫລວດ ແບນຊິກ ກັກຂັງ Salah Abdeslam ຜູ້ຖືກສົງໃສວ່າໄດ້ປະຕິບັດເຫດກໍ່ການຮ້າຍຢູ່ ປາຣີ ເມື່ອວັນທີ 13/11/2015. ອົງການ IS ຂະຫນານນາມເອງ ໄດ້ອອກສຽງຍອມຮັບໄດ້ດຳເນີນເຫດບຸກໂຈມຕີ ຢູ່ ບຣຸກແຊນ ແລະ ກ່າວເຕືອນວ່າ “ຊຸມມື້ມືດມົວ” ຈະມາເຖິງ ຖ້າຫາກຝ່າຍຕາເວັນຕົກ ໂຕ້ຕອບ.
ເປັນຫຍັງ ແບນຊິກ ແມ່ນເປົ້າໝາຍ?
ແບນຊິກ, ໝາກຫົວໃຈຂອງ ສະຫະພາບເອີລົບ (EU) ໄດ້ກາຍເປັນເປົ້າໝາຍຂອງກຳລັງກໍ່ການຮ້າຍບໍ່ແມ່ນບໍ່ມີສາຍເຫດ. ບຣຸກແຊນ ໄດ້ຮັບຖືວ່າ ແມ່ນເປົ້າໝາຍສະດຸ້ງໄວກວ່າໝູ່ຢູ່ ເອີລົບ. ຢູ່ທີ່ນີ້ໄດ້ຕັ້ງສຳນັກງານຕົ້ນຕໍຂອງ EU, ນັ້ນແມ່ນສຳນັກງານຂອງ ອົງການຮ່ວມມືການທະຫານມະຫາສະມຸດອັດລັງຕິກເຫນືອ (NATO), ບັນດາອົງການ ແລະ ບໍລິສັດສາກົນ ແລະ ກໍແມ່ນສະຖານທີ່ ຕັ້ງສຳນັກງານອຳນາດການປົກຄອງການເມືອງຂອງລັດຖະບານແບນຊິກ. ແລະ ຈາກ ບຣຸກແຊນ, NATO ໄດ້ສົ່ງບັນດາເຮືອບິນສູ້ຮົບເຂົ້າຮ່ວມບັນດາບັ້ນຮົບຕ້ານ IS ຢູ່ຕາເວັນອອກກາງ.
ນັບແຕ່ເມື່ອພາຍຫລັງເຫດກໍ່ການຮ້າຍເກີດຂຶ້ນໃນວັນທີ 13/11/2015 ຢູ່ ປາຣີ, ຕຳຫລວດ ແບນຊິກ ໄດ້ສົມທົບຢ່າງແຫນ້ນແຟ້ນກັບຕຳຫລວດ ຝລັ່ງ ແລະ ອົງການຕຳຫລວດ ເອີລົບ ດຳເນີນການຕາມລ່າຕົວກໍ່ການຮ້າຍເປັນຫລາຍຄັ້ງຢູ່ບຣຸກແຊນ ຊື່ງໝາກຜົນແມ່ນຈັບໄດ້ Salah Abdeslam ຊື່ງແມ່ນຕົວກໍ່ການຮ້າຍທີ່ອັນຕະລາຍກວ່າໝູ່. ຜົນການສູ້ຮົບດັ່ງກ່າວໄດ້ເຮັດໃຫ້ບັນດາອົງການຕ້ານກໍ່ການຮ້າຍ ຝລັ່ງ ແລະ ແບນຊິກ ຮູ້ສຶກເພິ່ງພໍໃຈບັນດາການສືບສວນສອບສວນກ່ຽວກັບເຫດບຸກໂຈມຕີຫລາຍຄັ້ງຢູ່ ປາຣີ. ແຕ່ວ່າ ເຫດບຸກໂຈມຕີເມື່ອວັນທີ 22/3 ຢູ່ ບຣຸກແຊນ ໄດ້ເຮັດໃຫ້ວົງການຕ້ານກໍ່ການຮ້າຍຂອງ ແບນຊິກ ເວົ້າສະເພາະ ແລະ ເອີລົບ ເວົ້າລວມ ພັດຮູ້ສຶກສະດຸ້ງໃຈ. ເປັນທີ່ຈະແຈ້ງແລ້ວວ່າ, ບັນດາຕົວກໍ່ການຮ້າຍໄດ້ ຊ້ອນຕົວຕໍ່ຫນ້າບັນດາເຫດກວາດລ້າງຢ່າງລຽນຕິດຂອງຕຳຫລວດ ແບນຊິກ ແລະ ເລື່ອງພວກເຂົາດຳເນີນການກໍ່ການຮ້າຍຢູ່ບັນດາສະຖານທີ່ໄດ້ຮັບການປ້ອງກັນຢ່າງເຂັ້ມງວດ ນັ້ນແມ່ນສະຫນາມບິນສາກົນ ແລະ ສະຖານີລົດໄຟໃຕ້ດິນ ມໍ່ກັບສຳນັກງານຂອງ EU ຄືດັ່ງສິ່ງທ້າທາຍສຳລັບບັນດາເຈົ້າຫນ້າທີ່ ແບນຊິກ ກໍຄືບັນດາການນຳ ເອີລົບ.
ເລື່ອງ Salah Abdeslam, ຕົວກໍ່ການຮ້າຍຖືກຕາມລ່າຢູ່ ເອີລົບ ອາດຈະຊ້ອນຕົວໃນເວລາ 4 ເດືອນ ຢູ່ ເມືອງ Molenbeek ຢູ່ ນະຄອນຫລວງ ບຣຸກແຊນ ຂອງ ແບນຊິກ ໄດ້ສະແດງວ່າ ບັນດາພວກຫົວຮຸນແຮງມີເຄືອຄ່າຍໝັ້ນແກ່ນສົມຄວນເພື່ອຫນູນຊ່ວຍບັນດາຕົວກໍ່ການຮ້າຍ ແລະ ພວກເຂົາພວມສ້າງເຮືອນຮັງກໍ່ການຮ້າຍຢູ່ ເອີລົບ.
ໄພກໍ່ການຮ້າຍຫົວຮຸນແຮງ
ເຫດບຸກໂຈມຕີຫລາຍຄັ້ງຢູ່ ບຣຸກແຊນ ອີກຄັ້ງຫນຶ່ງສະແດງໃຫ້ເຫັນວ່າ ທົ່ວເອີລົບອາດຈະຖືກໄພບຸກໂຈມຕີກໍ່ການຮ້າຍ. ຕາມຕົວເລກລ້າສຸດ ໂດຍສູນໄຈ້ແຍກກໍ່ການຮ້າຍຂອງ ຝລັ່ງ ປະກາດຫວ່າງແລ້ວນີ້, ມີພົນລະເມືອງ ຝລັ່ງ 2.000 ຄົນ, ອັງກິດ 1.600 ຄົນ, ເຢຍລະມັນ 800 ຄົນ ແລະ ແບນຊິກກວ່າ 530 ຄົນ ຖືກຍຸແຍ່ແກ່ດຶງອອກຈາກ ເອີລົບ ເພື່ອເຂົ້າຮ່ວມສົງຄາມສັກສິດ. ພວກກໍ່ການຮ້າຍພວມຮັບສະໝັກ ແລະ ຝຶກອົບຮົມບັນດາພົນລະເມືອງ ເອີລົບ ດ້ວຍຈຸດໝາຍແມ່ນສົ່ງພວກນີ້ກັບຄືນບ້ານເກີດເມືອງນອນ ແລະ ດຳເນີນການບຸກໂຈມຕີ. ພວກເຂົາມີບັດຫນັງສືສ່ວນຕົວ ຢ່າງຄົບຖ້ວນເມື່ອມີຄວາມຈຳເປັນ, ຮູ້ພາສາຕ່າງປະເທດ ແລະ ພູມສາດເປັນຢ່າງດີ, ພິເສດມີທັກສະໃນການນຳໃຊ້ອາວຸດ. ບັນດາອົງການຕ້ານກໍ່ການຮ້າຍ ເອີລົບ ສະກັດກັ້ນກົນອຸບາຍຫລາຍຢ່າງ ແຕ່ປະຈຸບັນ ວຽກງານຂອງກຳລັງນີ້ແມ່ນມີຫລາຍເກີນໄປ ແລະ ແນ່ນອນວ່າ ມີພວກກໍ່ການຮ້າຍຫລາຍຄົນໄດ້ຊ້ອນຕົວໂດຍບໍ່ສາມາດຊອກຫາໄດ້. ຄຽງຄູ່ກັນນັ້ນ ເອີລົບ ກໍພວມປະເຊີນຫນ້າກັບສະພາບເຕືອນໄພຈາກລຸ້ນຊາວຫນຸ່ມ ອິດສະລາມ, ຊື່ງແມ່ນຊັ້ນຄົນໄດ້ຮັບຖືວ່າ “ແຫລງ່ກຳລັງອຸດົມສົມບູນ” ຂອງການກໍ່ການຮ້າຍ ສົງຄາມສັກສິດ. ບັນດາຊາວຫນຸ່ມ ອິດສະລາມ ຢູ່ ເອີລົບ ຍາມໃດກໍຖືວ່າ ເຂົາເຈົ້າແມ່ນຜູ້ປະສົບເຄາະຮ້າຍຂອງບັນດາແນວຄິດຕາຍຕົວ ແລະ ສະພາບຈຳແນກປະພຶດຕໍ່ຢູ່ ບ່ອນເຮັດວຽກ ແລະ ໃນສັງຄົມ. ຕາມໝາກຜົນແຫ່ງການສຳຫລວດຫວ່າງແລ້ວນີ້ ກ່ຽວກັບຊົນເຜົ່າສ່ວນຫນ້ອຍ ແລະ ການຈຳແນກປະພຶດຕໍ່ຂອງ EU, 1/3 ຈຳນວນຊາວຫນຸ່ມ ອິດສະລາມຖືກຖາມໄດ້ຢືນຢັນວ່າ ເຂົາເຈົ້າເຄີຍຖືກຈຳແນກປະພຶດຕໍ່. ຜູ້ທີ່ມີປະຕິກິລິຍາຢ່າງຮຸນແຮງຕໍ່ຫນ້າສະພາບການນີ້ ສ່ວນຫລາຍແມ່ນໃນເກນອາຍຸ 16-24 ປີ. ຈຳນວນຊາວຫນຸ່ມນີ້ສ່ວນຫລາຍແມ່ນຖືກວ່າງງານ ແລະ ໄດ້ຮັບຄ່າແຮງງານຕ່ຳກວ່າເມື່ອທຽບໃສ່ບັນດາຊາວຫນຸ່ມ ເອີລົບ. ຜົນສຸດທ້າຍ ເຂົາເຈົ້າຖຶດອຶດຫິວທຸກຍາກ.
ນອກນັ້ນ ແຕ່ລະມື້ ມີຊາວອົບພະຍົບຈາກ ຕາເວັນອອກກາງ - ອາຟຼິກາ ສືບຕໍ່ຫລັ່ງໄຫລເຂົ້າ ເອີລົບ ແລະ ບໍ່ມີອົງການທີ່ມີຄວາມຮັບຜິດຊອບໃດສາມາດຄວບຄຸມແລະ ຈຳແນກໄດ້ ຜູ້ໃດແມ່ນຊາວອົບພະຍົບ ຜູ້ໃດແມ່ນພວກກໍ່ການຮ້າຍ, ສະມາຊິກ ຂອງ IS. ມາຮອດປະຈຸບັນ, ເຖິງວ່າໄດ້ຜ່ານຜ່າກອງປະຊຸມຂັ້ນສູງພາຍໃນ EU ແລະ ລະຫວ່າງ EU ກັບບັນດາຄູ່ຮ່ວມມືອື່ນ ຄື ຕວກກີ ເປັນຫລາຍຄັ້ງກໍຕາມ ແຕ່ EU ຍັງບໍ່ທັນຊອກໄດ້ມາດຕະການເພື່ອສະກັດກັ້ນຊາວອົບພະຍົບເຂົ້າເອີລົບ. ນະໂຍບາຍຂອງບັນດາປະເທດດັ່ງກ່າວກ່ຽວກັບບັນຫານີ້ກໍມີຄວາມແຕກຕ່າງກັນ ແລະ ການພົວພັນລະຫວ່າງບັນດາປະເທດສະມາຊິກ ພາຍໃນ EU ຖືກແບ່ງແຍກ ແລະ ແຕກແຫງນັ້ນ ພວມແມ່ນສາຍເຫດເພື່ອໃຫ້ພວກກໍ່ການຮ້າຍສວຍໃຊ້ ແລະ ຍູ້ແຮງການເຄື່ອນໄຫວ.