(VOVWORLD) -ເບິ່ງຄືວ່າ, ບັນຫາຊາວອົບພະຍົບຢູ່ເຂດຊາຍແດນຕວັກກີ ກັບບັນດາປະເທດອີຢູ ຍັງສືບຕໍ່ແກ່ຍາວ ແລະ ບໍ່ມີທ່າຈະສິ້ນສຸດລົງເທື່ອ.
ການນຳເອີລົບ ແລະ ຕວັກກີ ພົບປະກັນ ຢູ່ແບນຊິກ ໃນວັນທີ 09 ມີນາ 2020
(ພາບ: AFP/TTXVN)
|
ນັບແຕ່ເມື່ອຕວັກກີ ເປີດປະຕູຊາຍແດນຂອງຕົນກັບປະເທດບ້ານໃກ້ເຮືອນຄຽງ ເກຼັກ ເພື່ອໃຫ້ຊາວອົບພະຍົບນັບໝື່ນໆຄົນ ແລະ ບັນດາຊາວອົບພະຍົບອື່ນໆໄປຜ່ານ, ໄດ້ເຮັດໃຫ້ເອີລົບ ຕ້ອງປະເຊີນໜ້າກັບວິກິດການໃໝ່. ເຂົາເຈົ້າມີຄວາມວິຕົກກັງວົນວ່າ ວິກິດການມະນຸດສະທຳອາດຈະເກີດຂຶ້ນຄືນໃໝ່ຄືເມື່ອປີ 2015, ຊ້ຳບໍ່ໜຳອາດຈະຮ້າຍແຮງກວ່າ ຍ້ອນປະຈຸບັນ ທະວີບນີ້ພວມມານະພະຍາຍາມເພື່ອຄວບຄຸມໂລກລະບາດໂຄວິດ-19, ທີ່ບໍ່ຮູ້ວ່າເວລາຈະສິ້ນສຸດລົງ.
ຕໍ່ຈາກການເຈລະຈາໃນວັນທີ 09 ມີນາ, ອີຢູ ແລະ ຕວັກກີ ຈະພົບປະກັນໃນວັນທີ 26 ມີນາ ຈະມາເຖິງ, ເພື່ອແນໃສ່ຊອກຫາມາດຕະການທີ່ 2 ຝ່າຍອາດສາມາດຮັບຮອງໄດ້ ເພື່ອສະກັດກັ້ນກະແສຊາວອົບພະຍົບເຂົ້າເອີລົບ ໃນແຕ່ລະວັນ, ຫຼີກລ້ຽງວິກິດການອົບພະຍົບຄືເມື່ອປີ 2015 ທີ່ອາດຈະເກີດຂຶ້ນອີກຄັ້ງໜຶ່ງ.
ເປັນຫຍັງ ຕວັກກີ ເປີດປະຕູຊາຍແດນ
ກ່ອນນີ້ 4 ປີ, ເມື່ອເດືອນ ມີນາ 2016, ບັນດາການນຳອີຢູ ໄດ້ລົງນາມໃນຂໍ້ຕົກລົງກັບຕວັກກີ ເພື່ອແນໃສ່ຢຸດຕິວິກິດການລີ້ໄພ. ລະອຽດແມ່ນ, ອີຢູ ໄດ້ເຫັນດີເບີກຈ່າຍຈຳນວນເງິນ 6 ຕື້ເອີໂລ ໃຫ້ແກ່ ຕວັກກີ ແລະ ຊຸກຍູ້ການເຈລະຈາກ່ຽວກັບເລື່ອງ ຕວັກກີ ຂໍເຂົ້າເປັນສະມາຊິກຂອງອີຢູ, ເພື່ອແລກເອົາເລື່ອງປະເທດນີ້ສະກັດກັ້ນກະແສຊາວອົບພະຍົບເຂົ້າອີຢູ. ແລະຂໍ້ຕົກລົງນັ້ນບັນລຸໄດ້ປະສິດທິຜົນຢ່າງແທ້ຈິງ. ໃນຕະຫຼອດໄລຍະ 3 ປີຫຼັງຈາກນັ້ນ, ຈຳນວນຊາວລີ້ໄພມາບັນດາເກາະຂອງ ເກຼັກ ຜ່ານ ຕວັກກີ ໄດ້ຫຼຸດລົງຫຼາຍພໍສົມຄວນ, ຈາກລະດັບສູງສຸດ ແມ່ນ 7.000 ຄົນ/ວັນ, ຫຼຸດລົງເຫຼືອພຽງ 200-300 ຄົນ/ວັນ. ເຖິງຢ່າງໃດກໍ່ຕາມ, ບັນດາຕົວເລກດັ່ງກ່າວມີທ່າອ່ຽງເພີ່ມຂຶ້ນນັບແຕ່ປີ 2019.
ສາຍເຫດຂອງສະພາບການດັ່ງກ່າວແມ່ນ, ເຖິງວ່າ ຕວັກກີ ໄດ້ມານະພະຍາຍາມເພື່ອເຂົ້າເປັນສະມາຊິກຂອງອີຢູ ກໍຕາມ, ແຕ່ແງ່ຫວັງນີ້ພັດປະສົບກັບຄວາມຫຍຸ້ງຍາກກວ່າ, ເມື່ອລັດຖະສະພາເອີລົບ ຮຽກຮ້ອງໃຫ້ຢຸດຕິທຸກການເຈລະຈາກ່ຽວກັບການຮັບສະມາຊິກໃໝ່. ຄຳຮຽກຮ້ອງຂອງອີຢູ ຖືກຍົກອອກມາໃນສະພາບທີ່ທ່ານປະທານາທິບໍດີຕວັກກີ Tayyip Erdogan ພວມມີບັນດາມາດຕະການປາບປາມຢ່າງແຮງຢູ່ພາຍໃນປະເທດ ເຊິ່ງເຮັດໃຫ້ອີຢູ ມີຄວາມບໍ່ພໍໃຈ ແລະ ຕ້ອງຊັ່ງຊາໃນການເຈລະຈາ.
ດ້ານອື່ນ, ການປະທະກັນຂອງກຳລັງປະກອບອາວຸດລະຫວ່າງບັນດາກຳລັງຂອງ ຕວັກກີ ແລະ ຊີຣີ ຢູ່ແຂວງ Idlib, ເຊິ່ງແມ່ນເຮືອນຮັງສຸດທ້າຍຂອງພວກລຸກຮື້ຂຶ້ນຢູ່ ຊີຣີ ໃນໄລຍະຜ່ານມາ, ໄດ້ເຮັດໃຫ້ບັນຫາຊາວລີ້ໄພຮ້າຍແຮງຂຶ້ນຕື່ມ, ນີ້ແມ່ນຄວາມວິຕົກກັງວົນຂອງບັນດາປະເທດເອີລົບ ໃນຫຼາຍປີຜ່ານມາ. ໂດຍຖືກຕົກຢູ່ໃນວິກິດການຢູ່ Idlib, ແຕ່ ຕວັກກີ ພັດບໍ່ໄດ້ຮັບການໜູນຊ່ວຍຈາກບັນດາປະເທດຝ່າຍຕາເວັນຕົກ, ຍ້ອນເຫດນັ້ນ, ທ່ານປະທານາທິບໍດີ ຕວັກກີ Erdogan ໄດ້ຖະແຫຼງວ່າຈະເປີດປະຕູຊາຍແດນເຊິ່ງແມ່ນເສັ້ນທາງໄປເຖິງເອີລົບ.
ແລະພາຍຫຼັງຂໍ້ຕົກລົງເປີດປະຕູຊາຍແດນຂອງທ່ານປະທານາທິບໍດີ Erdogan ເມື່ອທ້າຍເດືອນ ກຸມພາ 2020, ຊາວລີ້ໄພຫຼາຍຄົນມາຈາກຊີຣີ ໄດ້ຂ້າມຊາຍແດນ ຕວັກກີ ໄປເຖິງບັນດາເຂດແຄມທະເລ ແລະ ເຂດຊາຍແດນຕິດກັບ ເກຼັກ, ບຸນກາຣີ.
ວິກິດການທັບຊ້ອນ
ເພື່ອແກ້ໄຂບັນຫາຊາວອົບພະຍົບຊາວຊີຣີ ແລະ ບັນດາປະເທດຕາເວັນອອກກາງ ໄປຜ່ານຊາຍແດນ ຕວັກກີ ນັ້ນ, ໄດ້ບັງຄັບໃຫ້ອີຢູ ຕ້ອງເຈລະຈາກັບຕວັກກີ ຄືນໃໝ່. ທີ່ການເຈລະຈາຄັ້ງທຳອິດ, ເຊິ່ງດຳເນີນເມື່ອວັນທີ 09 ມີນາ ນັ້ນ, 2 ຝ່າຍໄດ້ເຫັນດີສ້າງຕັ້ງກຸ່ມເຮັດວຽກປະຕິບັດຂໍ້ຕົກລົງກ່ຽວກັບບັນຫາຊາວອົບພະຍົບເຊິ່ງໄດ້ລົງນາມເມື່ອປີ 2016. ສິ່ງທີ່ໜ້າສົນໃຈໃນການເຈລະຈານັ້ນແມ່ນ, ຝ່າຍອີຢູ ໄດ້ເຫັນດີກ່ຽວກັບຫຼັກການສະໜອງບ້ວງເງິນໃຫ້ທັງຊາວອົບພະຍົບ, ເກຼັກ ແລະ ຕວກກີ. ການກະທຳດັ່ງກ່າວແມ່ນເພື່ອແນໃສ່ລະດົມກຳລັງໃຈເພື່ອໃຫ້ເຂົາເຈົ້າຊອກຫາບັນດາມາດຕະການຄວບຄຸມຊາວອົບພະຍົບຢ່າງມີປະສິດທິຜົນກວ່າ, ເພື່ອກ້າວໄປເຖິງບັນດາຂໍ້ຕົກລົງທີ່ເໝາະສົມກັບຜົນປະໂຫຍດຂອງທັງອີຢູ ແລະ ຕວັກກີ ກວ່າ.
ຄາດວ່າ, 2 ຝ່າຍຈະດຳເນີນກອງປະຊຸມໃນວັນທີ 26 ມີນາ 2020 ເພື່ອປຶກສາຫາລືກ່ຽວກັບບັນຫານີ້. ເຖິງຢ່າງໃດກໍ່ຕາມ, ໃນສະພາບການຄືໃນປະຈຸບັນ, ອີຢູ ພວມຢູ່ໃນໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ທັງຕ້ອງແກ້ໄຂບັນຫາ Brexit ທັງໃຫ້ບຸລິມະສິດປັບປຸງພາຍໃນກຸ່ມ. ຄຽງຂ້າງນັ້ນ, ບັນຫາດ້ານເສດຖະກິດ, ງົບປະມານລວມພວມນັບມື້ນັບກາຍເປັນບັນຫາໃຫຍ່ສຳລັບອີຢູ. ແລະ ສິ່ງທີ່ຮ້າຍແຮງທີ່ສຸດໃນປະຈຸບັນແມ່ນ, ອີຢູ ພວມແມ່ນເຂດໃຈເກີດໂລກລະບາດຢ່າງຮ້ານແຮງຂອງໂລກ. ອີກຢ່າງໜຶ່ງ, ເພື່ອແກ້ໄຂບັນຫາຊາວອົບພະຍົບໂດຍພື້ນຖານນັ້ນ, ບັນດາຝ່າຍຕ້ອງຢຸດຕິສົງຄາມຢູ່ຊີຣີ, ໃນນັ້ນຈຸດທີ່ຮ້ອນເຮັ່ງແມ່ນແຂວງ Idlib. ເຖິງຢ່າງໃດກໍ່ຕາມ, ວຽກງານດັ່ງກ່າວແມ່ນຍາກທີ່ຈະແກ້ໄຂໃນອະນາຄົດອັນໃກ້ໆນີ້ໄດ້, ເມື່ອບົດບາດຂອງອີຢູ ໃນສົງຄາມນີ້ນັບມື້ນັບຫຼຸດລົງ. ແລະ ຕວັກກີ ພວມນຳໃຊ້ຊາວອົບພະຍົບ ເພື່ອເປັນການເກ້ຍກ່ອມກັບອີຢູ. ເບິ່ງຄືວ່າ, ບັນຫາຊາວອົບພະຍົບຢູ່ເຂດຊາຍແດນຕວັກກີ ກັບບັນດາປະເທດອີຢູ ຍັງສືບຕໍ່ແກ່ຍາວ ແລະ ບໍ່ມີທ່າຈະສິ້ນສຸດລົງເທື່ອ.