(VOVWORLD) -ບົນພື້ນຖານໝາກຜົນການເຄື່ອນໄຫວທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຢູ່ບັນດາພາກພື້ນ ແລະ ພື້ນຖານເສດຖະກິດໃຫຍ່ຂອງໂລກໃນໄຕມາດທຳອິດຂອງປີນີ້, ມີຫລາຍອົງການການເງິນ, ເສດຖະກິດສາກົນ ໄດ້ດັດປັບການຄາດຄະເນ ແລະ ແງ່ຫວັງການເຕີບໂຕຂອງພື້ນຖານເສດຖະກິດທົ່ວໂລກກໍ່ຄືຂອງແຕ່ລະພື້ນຖານເສດຖະກິດສະມາຊິກ. ໂດຍມີຂໍ້ສັງເກດລວມວ່າ ເສດຖະກິດໂລກພວມມີຫລາຍສັນຍານດີສົມຄວນ ແຕ່ຍັງຄົງປະເຊີນຫນ້າກັບຄວາມສ່ຽງ ແລະ ສິ່ງທ້າທາຍຮ້າຍແຮງບໍ່ແມ່ນຫນ້ອຍ.
ໃນສັບປະດາທຳອິດຂອງເດືອນ ເມສາ, ທະນາຄານໂລກ (WB), ກອງທຶນເງິນຕາສາກົນ (IMF), ທະນາຄານພັດທະນາອາຊີ (ADB), ອົງການການຄ້າໂລກ (WTO)... ລ້ວນແຕ່ປະກາດບົດລາຍງານພ້ອມກັບການຄາດຄະເນກ່ຽວກັບແງ່ຫວັງການເຕີບໂຕເສດຖະກິດທົ່ວໂລກໃນປີນີ້ ກໍ່ຄືໄລຍະຕໍ່ໄປ. ຕາມນັ້ນແລ້ວ, ພ້ອມກັບເລື່ອງຮັບຮູ້ບັນດາສັນຍານທີ່ດີພໍສົມຄວນຢູ່ບາງພາກພື້ນ ແລະ ພື້ນຖານເສດຖະກິດໃຫຍ່, ບັນດາອົງການການເງິນກໍ່ຄືວົງການນັກຊ່ຽວຊານລ້ວນແຕ່ມີຄຳກ່າວເຕືອນວ່າ ສິ່ງທ້າທາຍ ແລະ ຄວາມສ່ຽງສຳລັບເສດຖະກິດທົ່ວໂລກຍັງຄົງຢູ່ໃນລະດັບເປັນຫນ້າກັງວົນ.
ສຳນັກງານທະນາຄານໂລກ (WB) ຕັ້ງຢູ່ ວໍຊິງຕັນ, DC, ອາເມລິກາ (ພາບ: AFP/TTXVN) |
ວັນທີ 4 ເມສາ, ທະນາຄານພັດທະນາອາຊີ ປະກາດບົດລາຍງານ, ໃນນັ້ນ ໄດ້ຍົກການຄາດຄະເນການເຕີບໂຕໃນປີນີ້ຂອງບັນດາພື້ນຖານເສດຖະກິດພວມພັດທະນາໃນພາກພື້ນນີ້ ແມ່ນບັນລຸ 4,8%, ສູງກວ່າລະດັບ 4,6% ທີ່ໄດ້ຍົກອອກມາໃນການຄາດຄະເນເມື່ອເດືອນ ທັນວາ ປີກາຍນີ້ ແລະ ລະດັບຊື່ງປີກາຍບັນລຸໄດ້ ແມ່ນ 4,2%. ADB ຄາດຄະເນວ່າ ພື້ນຖານເສດຖະກິດໃຫຍ່ສຸດຢູ່ ອາຊີ ແລະ ໃຫຍ່ທີສອງຢູ່ໃນໂລກ ນັ້ນແມ່ນຈີນ ບັນລຸລະດັບເຕີບໂຕ 5% ໃນປີນີ້, ສູງກວ່າລະດັບ 3% ທີ່ບັນລຸໄດ້ໃນປີກາຍ.
ໃນວັນດຽວກັນ, ທະນາຄານໂລກ ກໍ່ປະກາດບົດລາຍງານ, ໃນນັ້ນ ຍົກການຄາດຄະເນການເຕີບໂຕເສດຖະກິດໃນປີນີ້ຂອງພາກພື້ນ ອາເມລິກາລາຕີນ ແລະ ກາຣີເບ ແມ່ນຂຶ້ນເຖິງ 1,4%, ເຕີບໂຕ 0,1% ເມື່ອທຽບໃສ່ການຄາດຄະເນທີ່ໄດ້ຍົກອອກມາໃນເດືອນມັງກອນຜ່ານມາ. ບັນດານັກຊ່ຽວຊານໃຫ້ຂໍ້ສັງເກດວ່າ ພື້ນຖານເສດຖະກິດໃນພາກພື້ນນີ້ ມາຮອດປະຈຸບັນໄດ້ຟື້ນຕົວຄືນໃຫມ່ຄືຢູ່ໃນລະດັບກ່ອນເວລາເກີດໂລກລະບາດໂຄວິດ ພ້ອມທັງຄາດຄະເນການເຕີບໂຕ GDP ຂອງ ພາກພື້ນອາເມລິກາລາຕີນໃນປີ 2024 ແລະ 2025 ຈະບັນລຸລະດັບ 2,4%.
ສ່ວນຢູ່ ເອີລົບ, ພື້ນຖານເສດຖະກິດໃຫຍ່ສຸດຢູ່ ສະຫະພາບເອີລົບ (ອີຢູ) ນັ້ນແມ່ນ ເຢຍລະມັນ ໄດ້ຮັບການຄາດຄະເນວ່າ ຈະບັນລຸການເຕີບໂຕເປັນບວກໃນປີນີ້ ແມ່ນຢູ່ໃນລະດັບ 0,3%. ສຳລັບປີ 2024 GDP ຂອງເຢຍລະມັນ ຄາດວ່າຈະເຕີບໂຕຢ່າງແຮງຄືນໃຫມ່ ແມ່ນຢູ່ໃນລະດັບ 1,5%.
ຕາມບັນດານັກຊ່ຽວຊານ ແລະ ອົງການການເງິນ ເສດຖະກິດສາກົນແລ້ວ, ບັນດາສັນຍານທີ່ດີສົມຄວນທີ່ຮັບຮູ້ຂອງບາງພາກພື້ນ ແລະ ພື້ນຖານເສດຖະກິດໃຫຍ່ ແມ່ນກຳລັງຫນູນສຳຄັນເພື່ອໃຫ້ບັນດາພື້ນຖານເສດຖະກິດ ແລະ ວິສາຫະກິດຊຸກຍູ້ການເຄື່ອນໄຫວດ້ານການຄ້າ ແລະ ການລົງທຶນທົ່ວໂລກ, ເຮັດໃຫ້ຄວາມສາມາດຟື້ນຟູການເຕີບໂຕເພີ່ມຂຶ້ນ. ເຖິງແນວໃດກໍຕາມ ວົງການນັກຊ່ຽວຊານກໍ່ລ້ວນແຕ່ມີຄຳກ່າວເຕືອນ ຕໍ່ຄວາມສ່ຽງ ແລະ ສິ່ງທ້າທາຍສຳລັບທ່າຟື້ນຕົວ ແລະ ການເຕີບໂຕຂອງພື້ນຖານເສດຖະກິດໂລກ ແມ່ນຍັງຄົງຢູ່ໃນລະດັບເປັນຫນ້າກັງວົນ.
ກອງທຶນເງິນຕາສາກົນ (ພາບ: Reuters) |
ສືບຕໍ່ລະມັດລະວັງຕໍ່ກັບບັນດາຄວາມສ່ຽງ ແລະ ສິ່ງທ້າທາຍ
ຕາມບົດລາຍງານຂອງ WB ໃນວັນທີ 5 ເມສາ, ການເຕີບໂຕເສດຖະກິດຢູ່ ພາກພື້ນ ອາຟຼິກາ ໃກ້ Sahara ຈະຫລຸດລົງຍັງເຫລືອງ ພຽງ 3,1% ໃນປີນີ້, WB ຊີ້ແຈ້ງວ່າ: ການເຕີບໂຕໃນທົ່ວພາກພື້ນ ຍັງຄົງຊັກຊ້າ ຍ້ອນຄວາມຂາດສະຖຽນລະພາບຂອງພື້ນຖານເສດຖະກິດທົ່ວໂລກ, ການເຄື່ອນໄຫວຂອງບັນດາພື້ນຖານເສດຖະກິດໃຫຍ່ສຸດຂອງທະວີບບັນລຸປະສິດທິຜົນຕ່ຳ, ໄພເງິນເຟີ້ສູງ ແລະ ລະດັບການເຕີບໂຕການລົງທຶນຫລຸດລົງຢ່າງແຮງ. ນອກນັ້ນ ADB ກໍ່ກ່າວເຕືອນວ່າ ການປະທະກັນຢູ່ ຢູແກຼນ ຈະເຮັດໃຫ້ສະພາບໄພເງິນເຟີ້ຮ້າຍແຮງຂຶ້ນຕື່ມ ພາໄປເຖິງການເຮັດໃຫ້ອັດຕາດອກເບ້ຍຈະເພີ່ມຂຶ້ນອີກຄັ້ງໃຫມ່, ສົ່ງຜົນບໍ່ດີເຖິງທ່າຟື້ນຕົວ ແລະ ການເຕີບໂຕທົ່ວໂລກ.
ເປັນຫນ້າສົນໃຈ, ຢູ່ ອາເມລິກາ ຊື່ງແມ່ນພື້ນຖານເສດຖະກິດໃຫຍ່ສຸດຂອງໂລກ, ຕາມຂໍ້ມູນທີ່ປະກາດໃນວັນທີ 5 ເມສາ ຂອງກະຊວງການຄ້າ ອາເມລິກາ, ດຸນການຄ້າຂອງປະເທດນີ້ ສືບຕໍ່ເພີ່ມຂຶ້ນໃນເດືອນກຸມພາ ຜ່ານມາ ແລະ ແມ່ນເດືອນທີສາມຕໍ່ເນື່ອງທີ່ດຸນການຄ້າຂອງ ອາເມລິກາ ເພີ່ມຂຶ້ນ ຍ້ອນມູນຄ່າການສົ່ງອອກຫລຸດລົງຫລາຍກວ່າການນຳເຂົ້າ.
ໃນສະພາບການນັ້ນ, ບົດລາຍງານຂອງບັນດານັກຊ່ຽວຊານການເງິນຂອງກອງທຶນເງິນຕາສາກົນປະກາດໃນວັນທີ 5 ເມສາ ມີຄຳກ່າວເຕືອນວ່າ ຄວາມເຄັ່ງຕຶງດ້ານພູມສາດການເມືອງທີ່ເພີ່ມຂຶ້ນ ແລະ ຜົນຕາມມາແມ່ນການແບ່ງແຍກພື້ນຖານເສດຖະກິດທົ່ວໂລກ ຈະເຮັດໃຫ້ຄວາມສ່ຽງກ່ຽວກັບສະຖຽນລະພາບດ້ານການເງິນເພີ່ມຂຶ້ນ, ການລົງທຶນຂອງຕ່າງປະເທດຫລຸດລົງ, ມູນຄ່າຊັບສິນຫລຸດລົງ, ບັນດາລະບົບຊຳລະ ແລະ ຄວາມສາມາດໃຫ້ກູ້ຢຶມຂອງບັນດາທະນາຄານກໍ່ຖືກຜົນສະທ້ອນ.
ຄຽງຄູ່ກັນນັ້ນ ເລື່ອງນຳໃຊ້ບັນດາມາດຕະການຈຳກັດດ້ານການເງິນ, ຄວາມຂາດສະຖຽນລະພາບເພີ່ມຂຶ້ນ ແລະ ສະພາບຖອນທຶນຂອງຕ່າງປະເທດ ຍ້ອນກັງວົນຕໍ່ຄວາມເຄັ່ງຕຶງທີ່ແກ່ຍາວ ອາດຈະເຮັດໃຫ້ຄວາມສ່ຽງນາບຂູ່ເຖິງຄວາມສາມາດໃນການເກັບບ້ວງຫນີ້ ແລະ ເຮັດໃຫ້ລາຍຈ່າຍຂອງບັນດາທະນຄານເພີ່ມຂຶ້ນ. ເພື່ອຈຳກັດຄວາມສ່ຽງ IMF ຖືວ່າ ບັນດານັກວາງແຜນນະໂຍບາຍ ຄວນເພີ່ມທະວີກົນໄກຮັບມືກັບວິກິດການ ດ້ວຍວິທີຮັບປະກັນການສົມທົບລະຫວ່າງບັນດາອົງການສູນກາງ ແລະ ທ້ອງຖິ່ນ. ບັນດາພື້ນຖານເສດຖະກິດ ກໍ່ຄວນປັບປຸງເຄືອຂ່າຍຄວາມປອດໄພຂອງທົ່ວພາກພື້ນ, ຜ່ານບັນດາລະບົບແລກປ່ຽນເງິນຕາ ຫລື ລະບົບການສິນເຊື່ອສຳຮອງຈາກບັນດາອົງການການເງິນສາກົນຄື IMF. ພ້ອມກັນນັ້ນ ກໍ່ເປັນເຈົ້າການເພີ່ມທະວີແຫລ່ງເງິນສຳຮອງໃຫ້ບ້ວງສະສົມເງິນຕາຕ່າງປະເທດ, ທຶນ ແລະ ຄວາມສາມາດຊຳລະຢູ່ບັນດາລະບອບການເງິນ.