ແບ່ງປ​ັນ​ວັກ​ຊິນ​ຢ່າງ​ຍຸ​ຕິ​ທຳ ແມ່ນ​ລູກ​ກຸນ​ແຈ​ເພື່ອ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ​້​ຖອຍ​ໄປ

(VOVWORLD) -ຫວ່າງແລ້ວນີ້, ກອງປະຊຸມສຸດຍອດທາງອອນລາຍຂອງກຸ່ມ 7 ພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ອັດລົງ ພາຍໃຕ້ການເປັນປະທານຂອງປະເທດ ອັງກິດ ດ້ວຍຖານະບົດບາດເປັນປະທານໝູນວຽນ. ມີຈຸດພົ້ນເດັ່ນໜຶ່ງໄດ້ຍົກອອກມາໃນຖະແຫຼງການຮ່ວມຂອງກອງປະຊຸມດັ່ງກ່າວ ນັ້ນແມ່ນ ການນຳ G7 ໄດ້ເຫັນດີເພີ່ມທະວີການຮ່ວມມືໃນການຮັບມືກັບໂລກລະບາດໂຄວິດ - 19, ໃຫ້ຄຳໝັ້ນສັນຍາລົບລ້າງລັດທິຊາດນິຍົມວັກຊິນ, ຖືການຮ່ວມມື ແລະ ການແບ່ງປັນວັກຊິນ ຢ່າງຍຸຕິທຳ ແມ່ນລູກກຸນແຈ ເພື່ອຍູ້ໂລກລະບາດຖອຍໄປ.

ຕາມຖະແຫຼງການຮ່ວມຂອງກອງປະຊຸມ, ກຸ່ມ G7 ໄດ້ເຫັນດີເພີ່ມຈຳນວນເງິນອຸປະຖຳໃຫ້ແກ່ໂຄງການຂໍ້ລິເລີ່ມວັກຊິນທົ່ວໂລກ ຂຶ້ນເຖິງ 7,5 ຕື້ USD ຜ່ານໂຄງການຈຳໜ່າຍວັກຊິນສາກົນ COVAX, ໂດຍອົງການອະນາໄມໂລກ (WHO) ລິເລີ່ມ ແລະ ນຳພາ. ສຳຄັນທີ່ສຸດແມ່ນ ກຸ່ມ G7 ໄດ້ເຫັນດີແບ່ງປັນວັກຊິນຈຳນວນໜຶ່ງ ທີ່ໄດ້ສັ່ງຊື້ແລ້ວ ໃຫ້ແກ່ບັນດາປະເທດພວມພັດທະນາ.

ແບ່ງປ​ັນ​ວັກ​ຊິນ​ຢ່າງ​ຍຸ​ຕິ​ທຳ ແມ່ນ​ລູກ​ກຸນ​ແຈ​ເພື່ອ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ​້​ຖອຍ​ໄປ - ảnh 1ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ເປັນປະທານກອງປະຊຸມສຸດຍອດ G7 ທາງອອນລາຍ (ພາບ: TTXVN)

ຮ່ວມແຮງຮ່ວມໃຈຮັບມືກັບສິ່ງທ້າທາຍ

ສານລວມທີ່ໄດ້ຍົກອອກມາໃນກອງປະຊຸມ G7 ແມ່ນ ບັ້ນຕໍ່ສູ້ຍູ້ໂລກລະບາດໂຄວິດ - 19 ຖອຍໄປໃນທົ່ວໂລກ ຈະບໍ່ມີຄວາມໝາຍຫຍັງ ຖ້າຫາກວ່າ ປະຊາຊົນບັນດາປະເທດຮັ່ງມີ ລ້ວນແຕ່ໄດ້ສັກວັກຊິນໂຄວິດ - 19 ໃນຂະນະທີ່ປະຊາຊົນຢູ່ບັນດາປະເທດພວມພັດທະນາ ບໍ່ໄດ້ສັກວັກຊິນຢ່າງທົ່ວເຖິງ. ເພາະສະນັ້ນ, ສິ່ງທີ່ຈຳເປັນ ແລະ ຮີບດ່ວນທີ່ສຸດໃນປັດຈຸບັນ ແມ່ນ ພ້ອມກັນກະທຳ, ຕ້ອງຮັບປະກັນວ່າ ປະຊາຊົນໃນທົ່ວໂລກ ລ້ວນແຕ່ໄດ້ສັກວັກຊິນກັນພະຍາດໂຄວິດ - 19 ເພື່ອໃຫ້ທົ່ວໂລກ ພ້ອມກັນຜ່ານຜ່າໂລກລະບາດດັ່ງກ່າວ.

ໃນຖານະເປັນປະທານໝູນວຽນຂອງກຸ່ມ G7, ອັງກິດ ໄດ້ນຳໜ້າໃນຄວາມມານະພະຍາຍາມລວມດັ່ງກ່າວ ດ້ວຍເລື່ອງໃຫ້ຄຳໝັ້ນສັນຍາ ຈະສົ່ງຫຼາຍກວ່າເຄິ່ງໜຶ່ງຈຳນວນວັກຊິນທີ່ ຍັງເຫຼືອຂອງຕົນ ໃຫ້ແກ່ບັນດາປະເທດພວມພັດທະນາ ຜ່ານໂຄງການ COVAX. ທ່ານນາງ ປະທານຄະນະກຳມະການເອີຣົບ Ursula von der Leyen ໄດ້ຖະແຫຼງວ່າ ສະຫະພາບເອີຣົບ (EU) ຈະປະກອບເງິນເພີ່ມຕື່ມອີກສອງເທົ່າເຂົ້າໃນໂຄງການ COVAX ເຊິ່ງມີເຖິງ 1 ຕື້ ເອີໂຣ. ບັນດາປະເທດ EU ລ້ວນແຕ່ປະກອບໂດຍກົງໃຫ້ແກ່ໂຄງການ COVAX ແລ້ວ. ເຢຍລະມັນໃຫ້ຄຳໝັ້ນສັນຍາວ່າ ຈະຈ່າຍຕື່ມອີກ 1,5 ຕື້ ເອີໂຣ ໃຫ້ແກ່ບັນດາໂຄງການສັກວັກຊິນກັນພະຍາດໂຄວິດ - 19 ທົ່ວໂລກ, ການບົ່ງມະຕິ ແລະ ການປິ່ນປົວພະຍາດດັ່ງກ່າວ. ຝລັ່ງ ກໍໃຫ້ຄຳໝັ້ນສັນຍາວ່າ ຈະຈັດແບ່ງຫຼາຍສຸດ 5% ປະລິມານວັກຊິນທີ່ຊື້ມາໄດ້ ເພື່ອແບ່ງໃຫ້ບັນດາປະເທດພວມພັດທະນາ.

ທ່ານປະທານາທິບໍດີ ອາເມລິກາ Joe Biden ຢັ້ງຢືນຄຳໝັ້ນສັນຍາວ່າ ຈະອຸປະຖຳຕື່ມອີກ 4 ຕື້ USD ໃຫ້ແກ່ໂຄງການ COVAX, ໃນນັ້ນ ອາເມລິກາ ຈະເບີກຈ່າຍກ່ອນ 2 ຕື້ USD ໃນທັນທີ, ແຕ່ ອາເມລິກາ ເຫັນດີຈະແບ່ງປັນວັກຊິນໃຫ້ບັນດາປະເທດພວມພັດທະນາ ຫຼັງຈາກທີ່ ປະຊາຊົນ ອາເມລິກາ ທຸກຄົນ ໄດ້ຮັບການສັກວັກຊິນຢ່າງພຽງພໍແລ້ວເທົ່ານັ້ນ.  

ໃນຂະນະນັ້ນ, ໃນຂອບຂະໜາດທົ່ວໂລກ, ໄລ່ມາຮອດປັດຈຸບັນ, ຈີນ ໄດ້ສະໜອງວັກຊິນຫຼາຍກວ່າ 424 ລ້ານໂດສ ໃຫ້ແກ່ 27 ປະເທດ ແລະ ລັດເຊຍ ໄດ້ສະໜອງວັກຊິນ 388 ລ້ານໂດສ ໃຫ້ແກ່ 20 ປະເທດ. ອິນເດຍ - ເຊິ່ງເປັນປະເທດຜະລິດວັກຊິນໃຫຍ່ທີ່ສຸດໃນໂລກ, ພວມມານະພະຍາຍາມສະໜອງວັກຊິນກັນພະຍາດໂຄວິດ - 19 ໃຫ້ບັນດາປະເທດບ້ານໃກ້ເຮືອນຄຽງ ກໍຄືບັນດາປະເທດທີ່ມີລາຍຮັບຕ່ຳ ແລະ ປານກາງຢູ່ ອາຟະລິກາ.

ລົບລ້າງລັດທິຊາດນິຍົມວັກຊິນ

ການຊ່ວງເສັງຊອກຊື້ວັກຊິນລະຫວ່າງບັນດາປະເທດໃນໂລກ ກໍເລີ່ມຮ້ອນເຮັ່ງຂຶ້ນນັບແຕ່ຕົ້ນປີ ເມື່ອຫຼາຍການຄົ້ນຄວ້າວັກຊິນ ປະກາດວ່າໄດ້ປະຕິບັດສຳເລັດ ແລະ ເລີ່ມຜະລິດ. ໃນຕົວຈິງ, ບາງປະເທດຮັ່ງມີ ໄດ້ຈ່າຍເງິນສັ່ງຊື້ດ້ວຍຈຳນວນຫຼາຍນັບແຕ່ປີ 2020 ໃນຂະນະທີ່ວັກຊິນຊະນິດຕ່າງໆກຳລັງຄົ້ນຄວ້າ ແລະ ທົດລອງຢູ່. ໃນຂະນະນັ້ນ, ບັນດາປະເທດ ທຸກຍາກ ແລະ ພວມພັດທະນາ ຫາກໍ່ເລີ່ມສັ່ງຊື້ນັ້ນ ຈະຕ້ອງລໍຖ້າ ແລະ ຕ້ອງຊື້ຜ່ານການປະມູນ.

ຮອດປັດຈຸບັນ, ໄລ່ລວມໃນທົ່ວໂລກມີປະມານ 130 ປະເທດ ຍັງບໍ່ທັນໄດ້ສຳຜັດກັບວັກຊິນ. ເພາະສະນັ້ນ, ເພື່ອຍູ້ໂລກລະບາດໃຫ້ຖອຍໄປນັ້ນ ການຈຳໜ່າຍວັກຊິນ ຕ້ອງໄດ້ປະຕິບັດຢ່າງຍຸຕິທຳ. ພຽງແຕ່ເມື່ອປະຊາຊົນທຸກຄົນໃນໂລກ ລ້ວນແຕ່ໄດ້ສຳຜັດກັບວັກຊິນ ເວລານັ້ນການເຄື່ອນໄຫວແລກປ່ຽນການຄ້າ ຈຶ່ງກັບຄືນເປັນປົກກະຕິ, ສ້າງເງື່ອນໄຂເພື່ອຟື້ນຟູເສດຖະກິດທົ່ວໂລກ. ລູກກຸນແຈເພື່ອດັບມອດໂລກລະບາດດັ່ງກ່າວໃນທົ່ວໂລກແມ່ນ ບັນດາປະເທດໃນໂລກ ຕ້ອງຮັບປະກັນນ້ຳໃຈສາມັກຄີ ແລະ ຢຸດຕິການຈຳແນກ ໃນວິວັດການຈຳໜ່າຍວັກຊິນ.

ຫວ່າງມໍ່ໆມານີ້, ທ່ານຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ (WHO)  Tedros Adhanom Ghebreyesus ກໍກ່າວເຕືອນວ່າ ການສະສົມວັກຊິນ ແລະ ບຸລິມະສິດຕໍ່ຜົນປະໂຫຍດແຫ່ງຊາດຂອງບັນດາປະເທດ ອາດຈະເປັນການກະທຳທີ່ເຮັດໃຫ້ສະພາບການຂອງໂລກລະບາດຮ້າຍແຮງຂຶ້ນຕື່ມທາງອ້ອມ, ພ້ອມທັງຮຽກຮ້ອງໃຫ້ປະຊາຄົມສາກົນ ຈົ່ງສະກັດກັ້ນ “ລັດທິຊາດນິຍົມ” ໃນແຜນການຈຳໜ່າຍວັກຊິນທົ່ວໂລກ.

ໃນສະພາບການໂລກລະບາດໂຄວິດ - 19 ຍັງສົ່ງຜົນກະທົບຢ່າງໜັກໜ່ວງໃນຂອບຂະໜາດທົ່ວໂລກ, ເຖິງວ່າການແຜ່ລະບາດມີສັນຍານຫຼຸດລົງກໍຕາມ, ແຕ່ກອງປະຊຸມສຸດຍອດ G7 ຍັງຄົງໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ຄຳໝັ້ນສັນຍາຈາກການນຳບັນດາປະເທດແຖວໜ້າໃນໂລກນີ້ ແມ່ນສັນຍານຕັ້ງໜ້າ ແລະ ສ້າງຄວາມສາມັກຄີ, ການແບ່ງປັນ, ການຮ່ວມມື ແລະ ຄວາມຕັດສິນໃຈເອົາໄຊຊະນະໂລກລະບາດໂຄວິດ - 19./.

ຕອບກັບ

ຂ່າວ/ບົດ​ອື່ນ