ໃນຊຸມມື້ທີ່ຈະມາເຖິງ, ລັດຖະບານຫວຽດນາມຈະລາຍງານແຜນຮ່າງ ອຳນາດການປົກຄອງ ຕົວເມືອງນະຄອນໂຮ່ຈິມິນຕໍ່ກົມການເມືອງ, ກ່ອນທີ່ຈະຍືນສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງເອົາ. ຕາມແຜນຮ່າງນີ້, ຮູບແບບອຳນາດການປົກຄອງຕົວເມືອງ ຊຶ່ງນະຄອນໂຮ່ຈິມິນ ນຳສະເໜີນັ້ນ, ແມ່ນ ສາມາດແກ້ໄຂໄດ້ບັນດາບັນຫາໃຫຍ່, ແກ້ໄຂໄດ້ຈຸດອ່ອນກ່ຽວກັບການຄຸ້ມຄອງ ແລະ ພັດທະນາຕົວເມືອງຄືຮູບແບບການຈັດຕັ້ງຄືໃນປະຈຸບັນ. ເພາະສະນັ້ນ, ແຜນຮ່າງນີ້ໄດ້ຮັບຖືວ່າ ແມ່ນໄມ້ງັດເພື່ອໃຫ້ນະຄອນໂຮ່ຈິມິນພັດທະນາ.
ນະຄອນໂຮ່ຈິມິນ (ພາບ : baothanhnien)
|
ຜ່ານພຶດຕິກຳຕົວຈິງຢູ່ນະຄອນໂຮ່ຈິມິນ, ຮູບແບບການຈັດຕັ້ງສະພາປະຊາຊົນ ແລະ ຄະນະ ກຳມະການປະຊາຊົນ ຕາມກົດໝາຍປະຈຸບັນ ແມ່ນຍັງບໍ່ທັນມີການ ແບ່ງກຳນົດຢ່າງຈະແຈ້ງໃນການຄຸ້ມຄອງບໍລິຫານລັດຢູ່ຕົວເມືອງກັບຊົນນະບົດ. ໂດຍພື້ນຖານແລ້ວ, ສິດອຳນາດ, ຮູບແບບການຈັດຕັ້ງອຳນາດການປົກຄອງ ຢູ່ຕົວເມືອງ ແລະ ຊົນນະບົດທີ່ນະຄອນໂຮ່ຈິມິນ ແມ່ນບໍ່ແຕກຕ່າງກັນ. ການຈັດຕັ້ງອຳນາດການປົກຄອງເມືອງ, ຕາແສງໃນບໍລິເວນນະຄອນແມ່ນບໍ່ແທດເໝາະກັບໜ້າທີ່ຄຸ້ມຄອງວົງຄະນະຍາດຕົວເມືອງ, ພ້ອມກັນນັ້ນ ຮູບແບບການຈັດຕັ້ງອຳນາດການປົກຄອງຂັ້ນຕ່າງໆໃນປະຈຸບັນຢູ່ນະຄອນໂຮ່ຈິມິນ ແມ່ນໄດ້ສະແດງໃຫ້ເຫັນລັກສະນະຂາດຄວາມຄົບຊຸດ, ຍັງບໍ່ທັນອີງໃສ່ຈຸດພິເສດສະເພາະຂອງຕົວເມືອງ.
ປ່ຽນແປງໃໝ່ການຈັດຕັ້ງກົງຈັກເພື່ອສອດຄ່ອງກັບທ່າອຽງພັດທະນາ
ຕາມແຜນຮ່າງແລ້ວ, ອຳນາດການປົກຄອງຕົວເມືອງນະຄອນໂຮ່ຈິມິນ ແມ່ນຮູບການອຳນາດ ການປົກຄອງທ້ອງຖິ່ນຢູ່ເຂດຕົວເມືອງພິເສດ, ຖືກຈັດຕັ້ງສອດຄ່ອງກັບຈຸດພິເສດພັດທະນາ ແລະ ລັກສະນະຄວາມຮຽກຮ້ອງຕ້ອງການທີ່ສົມເຫດສົມຜົນຂອງແຕ່ລະບໍລິເວນ. ອຳນາດການປົກຄອງ ນະຄອນໂຮ່ຈິມິນ ມີສະພາ ປະຊາຊົນ ແລະ ຄະນະກຳມະການປະຊາຊົນ ຖືກຈັດຕັ້ງເປັນ 2 ຂັ້ນ (ຕາມຂໍ້ກຳນົດປະຈຸບັນແມ່ນ 3 ຂັ້ນ ) ລວມມີຂັ້ນນະຄອນຂຶ້ນກັບສູນກາງ ແລະ ຂັ້ນຮາກຖານ.
ສະເພາະ 13 ເມືອງພາຍໃນນະຄອນ ບໍ່ຈັດຕັ້ງສ້າງຕັ້ງອຳນາດການປົກຄອງ, ແລະ ຢູ່ທີ່ນັ້ນ ມີພຽງແຕ່ອົງການຕາງໜ້າບໍລິຫານຂອງຂັ້ນເທິງ. ພາຍຫຼັງຈັດຕັ້ງ 4 ນະຄອນໃໝ່, ເນື້ອທີ່ຍັງເຫຼືອຂອງເຂດຊົນນະບົດແມ່ນກ່ວາ 1.300 ຕາລາງກິໂລແມດ ຈະຈັດຕັ້ງເປັນບັນດາຕາແສງ, ເທດສະບານເມືອງ ໂດຍມີອຳນາດການປົກຄອງຂັ້ນຮາກຖານ, ທຽບເທົ່າກັບອຳນາດການປົກຄອງ 4 ນະຄອນອ້ອມຂ້າງ.
ຖ້າຫາກແຜນຮ່າງໄດ້ຮັບການຜັນຂະຫຍາຍ, ສິ່ງທີ່ເຫັນໄດ້ຢ່າງງ່າຍດາຍນັ້ນ ແມ່ນກົງຈັກກະທັດລັດໃນລະດັບສູງສຸດ, ການປະຕິຮູບບໍລິຫານຈະເຖິງຖອງກ່ວາ, ຈຳກັດປະກົດການທີ່ສຳເນົາເອກະສານຊຸດໜຶ່ງຕ້ອງຜ່ານຫຼາຍຂັ້ນຄືປະຈຸບັນ. ທ່ານນາງ ຫງວຽນທິກວຽດເຕີມ, ຮອງເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນໂຮ່ຈິມິນໃຫ້ຮູ້ວ່າ :
“ ເມື່ອປະຊາຊົນມາເຮັດວຽກກັບອຳນາດການປົກຄອງ, ກໍຈະໄດ້ຮັບການແກ້ໄຂເທື່ອດຽວເທົ່ານັ້ນ, ຫາກບໍ່ແມ່ນຍືນເອກະສານຂໍຄຳເຫັນຈາກແຕ່ລະຂັ້ນ. ບໍ່ຄືກັບປະຈຸບັນ, ປະຊາຊົນຕ້ອງຍືນສະເໜີຕໍ່ອຳນາດການປົກຄອງ 3 ຂັ້ນ, ຈາກຕາແສງ, ຂຶ້ນຮອດຂັ້ນເມືອງ ແລະ ນະຄອນ, ເຂົາເຈົ້າຕ້ອງລໍຖ້າເປັນເວລາດົນນານ. ປະຈຸບັນ, ອຳນາດການປົກຄອງຂັ້ນດຽວ, ມີອົງການຕາງໜ້າ, ມາເຮັດວຽກກັບອົງການຕາງໜ້າແລ້ວ ກໍຖືວ່າອຳນາດການປົກຄອງໄດ້ຮັບແກ້ໄຂແລ້ວ ”
ນະຄອນໂຮ່ຈິມິນສະເໜີຂູນກາງ ຈົ່ງເອົາໃຈໃສ່ເຖິງການແບ່ງຂັ້ນເພື່ອເພີ່ມທະວີລັກສະນະເປັນເຈົ້າຕົນເອງ, ຮັບຜິດຊອບເອງໃນຂອບເຂດສິດອຳນາດດ້ວຍບັນດາຄວາມຮຽກຮ້ອງຕ້ອງການປະຕິບັດການພັດທະນາຕົວເມືອງ. ນະຄອນໂຮ່ຈິມິນສະເໜີຂູນກາງ ຈົ່ງຈັດແບ່ງສິດອຳນາດໃຫ້ນະຄອນຄື : ສິດຄຸ້ມຄອງການເງິນສ່ວນລວມ, ປະກາດໃຊ້ບາງເອກະສານນິຕິກຳ, ຈັດຕັ້ງບຸກຄະລາກອນໃນຂົງເຂດວາງແຜນຜັງ, ແຜນການ ແລະ ການລົງທຶນ; ແບ່ງຂັ້ນໃນຂົງເຂດແກ້ໄຂການລະເມີດລະບຽບການບໍລິຫານ. ທ່ານ ຫງວຽນຢີທັງ ຮອງລັດຖະມົນຕີກະຊວງພາຍໃນ, ຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການສ້າງທົດລອງແຜນຮ່າງຮູບແບບການຈັດຕັ້ງອຳນາດການປົກຄອງຕົວເມືອງ ໃຫ້ຮູ້ວ່າ :
“ ບັນດາບັນຫາຈັດແບ່ງຂັ້ນ ກຳນົດແຈ້ງວຽກງານໃດແມ່ນຂອງສູນກາງ ແລະ ວຽກງານໃດທີ່ສູນກາງ ແລະ ທ້ອງຖິ່ນພ້ອມກັນປະຕິບັດ ຫຼືວ່າ ສູນກາງມອບກຳມະສິດໃຫ້ແກ່ທ້ອງຖິ່ນ. ທ້ອງຖິ່ນມີສິດຫຍັງເປັນສະເພາະຂອງຕົນບົນພື້ນຖານທຸກໆດ້ານຄື ການເງິນ, ງົບປະມານ, ເສດຖະກິດ, ການລົງທຶນ, ວັດທະນະທຳສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ... ສິ່ງນີ້ແມ່ນເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງ ອຳນາດການປົກຄອງໃຫ້ສົມເຫດສົມຜົນ, ຮັບປະກັນ ຕ້ອງເຮັດແຈ້ງວ່າ ປະຊາຊົນຕ້ອງການຫຍັງ ແລະ ອຳນາດການປົກຄອງຕ້ອງເຮັດຫຍັງ, ຮັບປະກັນລັກສະນະເປັນເອກະພາບ, ທະລຸລົງຂອງພື້ນຖານການບໍລິຫານ ”
ຖືຜົນປະໂຫຍດຂອງປະຊາຊົນແມ່ນສິ່ງສຳຄັນກ່ວາໝູ່.
ຕາມແຜນຮ່າງແລ້ວ, ເພາະ 13 ເມືອງເກົ່າຢູ່ພາຍໃນນະຄອນໂຮ່ຈິມິນ ບໍ່ຈັດຕັ້ງ ສະພາປະຊາຊົນ, ດັ່ງນັ້ນທາງນະຄອນໄດ້ສະເໜີສູນກາງອະນຸຍາດເພີ່ມຈຳນວນສະມາຊິກ ສະພາປະຊາຊົນນະຄອນ ຈາກ 95 ຄົນຂຶ້ນເປັນ 200 ຄົນ. ຂໍ້ສະເໜີນີ້ແມ່ນເພື່ອແນໃສ່ເພີ່ມທະວີບັດບາດປະຊາທິປະໄຕເປປັນຜູ້ຕາງໜ້າຂອງປະຊາຊົນ ແລະ ບົດບາດຕິດຕາມກວດກາຂອງ ສະພາປະຊາຊົນຢູ່ບໍລິເວນບໍ່ຈັດຕັ້ງ ສະພາປະຊາຊົນ.
ພ້ອມກັນນັ້ນ, ການກໍ່ສ້າງອຳນາດການປົກຄອງຕົວເມືອງແມ່ນຕ້ອງຖືກຕ້ອງກັບທາດແທ້ຂອງ ອຳນາດການປົກຄອງຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ເພາະສະນັ້ນ, ໃນວິວັດການປະຕິບັດ, ແຜນຮ່າງຄວນເອົາໃຈໃສ່ກໍ່ສ້າງ ອຳນາດການປົກຄອງຂັ້ນຮາກຖານ ຊຶ່ງແມ່ນບ່ອນໃກ້ຊິດກັບປະຊາຊົນທີ່ສຸດ ເພື່ອຮັບໃຊ້ປະຊາຊົນໃຫ້ດີກ່ວາ.
ນະຄອນໂຮ່ຈິມິນ ແມ່ນຕົວເມືອງພິເສດ, ມີທີ່ຕັ້ງສຳຄັນສຳລັບເຂດພາກໃຕ້ ແລະ ທົ່ວປະເທດ, ດັ່ງນັ້ນການຈັດຕັ້ງ ອຳນາດການປົກຄອງຕົວເມືອງ ແມ່ນສອດຄ່ອງກັບທ່າອຽງລວມຂອງຍຸກສະໄໝ ແມ່ນບາດກ້າວເດີນທີ່ສຳຄັນ. ແຜນຮ່າງນີ້ ເມື່ອໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດນັ້ນ, ຈະສ້າງທ່ວງທ່າໃຫ້ນະຄອນພັດທະນາໄວ, ປັບປຸງບັນດາພື້ນຖານຈຳເປັນໃຫ້ແກ່ ອຳນາດການ ປົກຄອງຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ .