(VOVWORLD) -ເຖິງຢ່າງໃດກໍ່ຕາມ, ສະພາບຕົວຈິງຂອງແຫຼມເກົາຫຼີ ໃນປີ 2019 ມີການຫັນປ່ຽນຢ່າງສັບສົນທີ່ສຸດ, ບໍ່ຄືກັບການຄາດຄະເນລ່ວງໜ້າຂອງທັງວົງການນັກການເມືອງ ກໍຄືບັນດານັກໄຈ້ແຍກ.
ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ທ່ານປະທານສປປ.ເກົາຫຼີ Kim Jong un ຢູ່ເຂດ Panmunjom
(ພາບ: WashingtonTimes)
|
ພາຍຫຼັງກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທຳອິດໃນປະຫວັດສາດທີ່ໄດ້ຈັດຢູ່ສິງກະໂປ ເມື່ອເດືອນ ມິຖຸນາ 2018, ພ້ອມກັບການປົວແປງການພົວພັນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ຢ່າງແຮງ, ໄດ້ສ້າງຄວາມຫວັງຫຼາຍຢ່າງໃຫ້ແກ່ແຫຼມເກົາຫຼີ. ຕໍ່ຈາກນັ້ນ, ດ້ວຍບັນດາບາດກ້າວຕັ້ງໜ້າທີ່ບັນລຸໄດ້ໃນປີ 2018 ນັບທັງການພົວພັນລະຫວ່າງອາເມລິກາ - ສປປ.ເກົາຫຼີ ແລະ ການພົວພັນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ, ຫາງສຽງມີຄວາມຫວັງຫຼາຍຢ່າງກ່ຽວກັບຂໍ້ຕົກລົງສັນຕິພາບໃຫ້ແຫຼມເກົາຫຼີ ຢູ່ທີ່ກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ເຊິ່ງໄດ້ດຳເນີນຢູ່ຮ່າໂນ້ຍ ໃນທ້າຍເດືອນ ກຸມພາ 2019.
ເຖິງຢ່າງໃດກໍ່ຕາມ, ສະພາບຕົວຈິງຂອງແຫຼມເກົາຫຼີ ໃນປີ 2019 ມີການຫັນປ່ຽນຢ່າງສັບສົນທີ່ສຸດ, ບໍ່ຄືກັບການຄາດຄະເນລ່ວງໜ້າຂອງທັງວົງການນັກການເມືອງ ກໍຄືບັນດານັກໄຈ້ແຍກ.
ກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ບໍ່ບັນລຸໄດ້ຂໍ້ຕົກລົງ, ສປປ.ເກົາຫຼີ ທົດລອງອາວຸດ
ຕາຕະລາງດຳເນີນກອງປະຊຸມລະຫວ່າງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ທ່ານປະທານສປປ.ເກົາຫຼີ Kim Jong un ຢູ່ຮ່າໂນ້ຍ, ເມື່ອວັນທີ 28 ກຸມພາ ຖືກຕັດສັ້ນລົງໂດຍກະທັນຫັນ, ເປັນການສົ່ງສັນຍານຊີ້ໃຫ້ເຫັນໝາກຜົນຂອງກອງປະຊຸມແມ່ນບໍ່ຄືດັ່ງຄວາມລໍຄອຍ. ແລະໃນຕົວຈິງ, ໃນກອງປະຊຸມຂ່າວທີ່ໄດ້ຈັດຕັ້ງໃນຕອນຄ່ຳວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ Ri Yong ho ໄດ້ຖີ້ມໂທດໃຫ້ຝ່າຍອາເມລິກາ ວ່າ ບໍ່ຕອບສະໜອງບັນດາຂໍ້ສະເໜີຂອງສປປ.ເກົາຫຼີ, ເຮັດໃຫ້ກອງປະຊຸມບໍ່ປະສົບຜົນສຳເລັດ ແລະ ຢືນຢັນວ່າ ວໍຊິງຕັນ ໄດ້ພາດໂອກາດທີ່ດີ.
ຫຼັງຈາກນັ້ນເປັນເວລາບໍ່ຮອດ 2 ເດືອນ (ເດືອນເມສາ 2019), ສປປ.ເກົາຫຼີ ໄດ້ດຳເນີນການທົດລອງອາວຸດເປັນ 2 ຄັ້ງ, ເພື່ອເປັນການເປີດຊ່ອງທາງໃຫ້ແກ່ເຫດການຍິງລູກສອນໄຟນັບ 10 ຄັ້ງຢ່າງລຽນຕິດຕໍ່ຈາກນັ້ນ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ນີ້ແມ່ນເຫດຍິງທົດລອງອາວຸດທຳອິດຄືນໃໝ່ຂອງສປປ.ເກົາຫຼີ ພາຍຫຼັງເປັນເວລາຫຼາຍເດືອນທີ່ມິດງຽບ, ໄດ້ສ້າງຄວາມວິຕົກກັງວົນກ່ຽວກັບຄວາມສາມາດທີ່ວ່າ ພຽງຢາງ ຈະປະລະການເຈລະຈາ, ເດີນຕາມອາວຸດ. ບໍ່ພຽງແຕ່ເທົ່ານັ້ນ, ສປປ.ເກົາຫຼີ ຍັງຢຸດຕິການພົບປະ ແລະ ຢຸດຕິການຜັນຂະຫຍາຍບັນດາໂຄງການຮ່ວມມືລະຫວ່າງສປປ.ເກົາຫຼີ ແລະ ສ.ເກົາຫຼີ, ພ້ອມທັງຕຳໜິຕິຕຽນເຊີອູນ ຢ່າງແຮງ ທີ່ເດີນຕາມນະໂຍບາຍເປັນປໍລະປັກຂອງວໍຊິງຕັນ ເພື່ອຕ້ານພຽງຢາງ. ສະພາບການລວມໃນແຫຼມເກົາຫຼີ ໃນໄລຍະນີ້ໄດ້ຮັບການພັນລະນາວ່າແມ່ນເຄັ່ງຕຶງທີ່ສຸດ.
ຄວາມຫວັງໃໝ່
ຄວາມຫວັງສືບຕໍ່ໄດ້ມີຂຶ້ນພາຍຫຼັງທີ່ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ກາຍເປັນປະນຸກລັດພວມດຳລົງຕຳແໜ່ງຜູ້ທຳອິດຂອງອາເມລິກາ ກ້າວຂາເຂົ້າດິນແດນຂອງສປປ.ເກົາຫຼີ ຢູ່ເຂດ Panmunjom ໃນວັນທີ 30 ມິຖຸນາ. ທີ່ເຫດການດັ່ງກ່າວ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ເຊື້ອເຊີນການນຳສປປ.ເກົາຫຼີ ໄປຢ້ຽມຢາມ ວໍຊິງຕັນ. ຍິ່ງໄປກວ່ານັ້ນ, ການພົບປະຢູ່ Panmunjom ໄດ້ຮັບການສັບຊ້ອນຢ່າງໄວວາໃນໄລຍະສັ້ນທີ່ສຸດ, ເນື່ອງໃນໂອກາດທ່ານປະທານາທິບໍດີໄປປະຕິບັດງານຢູ່ ສ.ເກົາຫຼີ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢູ່ຍີ່ປຸ່ນ, ອັນໄດ້ສະແດງໃຫ້ເຫັນຄວາມຫ້າວຫັນໃນການພົບປະ ແລະ ຊຸກຍູ້ການເຈລະຈາຂອງບັນດາຝ່າຍ. ພາຍຫຼັງການພົບປະ, ການນຳອາເມລິກາ ແລະ ສປປ.ເກົາຫຼີ ໄດ້ມີການແລກປ່ຽນຈົດໝາຍເປັນປະຈຳ, ຢືນຢັນການພົວພັນທາງສ່ວນຕົວອັນດີງາມ.
ເຖິງຢ່າງໃດກໍ່ຕາມ, ມາຮອດເດືອນຕຸລາ, ອາເມລິກາ ແລະ ສປປ.ເກົາຫຼີ ຈຶ່ງສັບຊອນຈັດຕັ້ງກອງປະຊຸມຂັ້ນສູງຢູ່ສະວິດ ຄືນໃໝ່. ແຕ່ວ່າ, ການເຈລະຈາຊ້ຳພັດຕົກເຂົ້າສູ່ສະພາບບໍ່ມີທາງອອກອີກຄັ້ງໜຶ່ງ. ໝາກຜົນມີຢູ່ວ່າ ພຽງຢາງ ສືບຕໍ່ທົດລອງອາວຸດ, ຍູ້ສະພາບການລວມຢູ່ແຫຼມເກົາຫຼີ ເຄັ່ງຕຶງຂຶ້ນຕື່ມ. ຈຸດສຸດຍອດແມ່ນບັນດາເຫດທົດລອງລູກສອນໄຟນຳວິຖີ ແລະ ລະບົບຖານຍິງທັນສະໄໝໃນໄລຍະ 2 ເດືອນທ້າຍປີ 2019, ຈົນເຖິງຂັ້ນທ່ານປະທານາທິບໍດີອາເມລິກາ Donald Trump ຕ້ອງອອກສຽງກ່າວເຕືອນອາດຈະດຳເນີນມາດຕະການແກ້ໄຂດ້ານການທະຫານ, ໃນຂະນະທີ່ກອງທັບອາເມລິກາ ໄດ້ເພີ່ມທະວີການຕິດຕາມກວດກາບັນດາການກະທຳໃນແຫຼມເກົາຫຼີຢ່າງແໜ້ນແຟ້ນ.
ສະພາບບໍ່ມີທາງອອກຍ້ອນທັດສະນະປອດນິວເຄຼຍແມ່ນມີຄວາມແຕກຕ່າງກັນຫຼາຍເກີນໄປ
ໃນຕະຫຼອດວິວັດການເຈລະຈາເຊິ່ງໄດ້ຮັບການເຊື່ອມຕໍ່ຄືນໃໝ່ເມື່ອເດືອນ ມິຖຸນາ 2018, ອາເມລິກາ ແລະ ສປປ.ເກົາຫຼີ ຍາມໃດກໍ່ສະແດງໃຫ້ເຫັນຫຼັກໝັ້ນທີ່ແຕກຕ່າງກັນຫຼາຍຢ່າງກ່ຽວກັບວິວັດທະນາການຫຼຸດຜ່ອນນິວເຄຼຍ ແລະ ປອດນິວເຄຼຍ. ກ່ຽວກັບດ້ານພື້ນຖານ, ອາເມລິກາ ຍັງຮຽກຮ້ອງໃຫ້ສປປ.ເກົາຫຼີ ຕ້ອງປະຕິບັດການປອດນິວເຄຼຍຢ່າງແທ້ຈິງ, ອາດສາມາດພິສູດໄດ້ ແລະ ບໍ່ສາມາດຕ່າວປີ້ນໄດ້, ກ່ອນທີ່ຈະຫຼຸດຜ່ອນ ແລະ ຍົກເລິກຄຳສັ່ງລົງໂທດ. ກົງກັນຂ້າມ, ສປປ.ເກົາຫຼີ ໄດ້ຮຽກຮ້ອງໃຫ້ອາເມລິກາ ແລະ ບັນດາຝ່າຍສາກົນອື່ນຕ້ອງມີບາດກ້າວເດີນທີ່ທຽບເທົ່າກັບບັນດາການກະທຳເພື່ອແນໃສ່ຫຼຸດຜ່ອນນິວເຄຼຍຂອງພຽງຢາງ, ແມ່ນຫຼຸດຜ່ອນຄຳສັ່ງຂວ້ຳບາດ. ສິ່ງດັ່ງກ່າວໄດ້ສ່ອງແສງໃຫ້ເຫັນສະພາບຕົວຈິງທີ່ວ່າ 2 ຝ່ານຍັງບໍ່ທັນໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈນຳກັນ ແລະ ເຖິງວ່າໄດ້ສ້າງແລ້ວແຕ່ກໍ່ຍັງບໍ່ທັນພຽງພໍເທື່ອ.
ຕາມວົງການນັກໄຈ້ແຍກແລ້ວ, ທັດສະນະປອດນິວເຄຼຍແມ່ນມີຄວາມແຕກຕ່າງກັນຫຼາຍຢ່າງລະຫວ່າງສປປ.ເກົາຫຼີ ແລະ ອາເມລິກາ ແລະ ນັ້ນຈະສືບຕໍ່ແມ່ນຮົ້ວກີດຂວາງອັນໃຫຍ່ຫຼວງທີ່ສຸດ ເຊິ່ງເຮັດໃຫ້ 2 ຝ່າຍຍັງບໍ່ຮັດແຄບຄວາມບໍ່ລົງລອຍກັນໄດ້ເພື່ອກ້າວໄປເຖິງຂໍ້ຕົກລົງ. ເຖິງຢ່າງໃດກໍ່ຕາມ, ທັງ 2 ຝ່າຍໄດ້ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຢ່າງຈະແຈ້ງ ແລະ ມີຄວາມຕ້ອງການກ້າວໄປເຖິງການປະນີປະນອມ, ຢຸດຕິສະພາບການສູ້ຢັນກັນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງຄື: ລັດເຊຍ, ຈີນ, ສ.ເກົາຫຼີ ກໍ່ຕັ້ງໜ້າເຂົ້າຮ່ວມ, ໜູນຊ່ວຍການເຈລະຈາ. ຍ້ອນເຫດນັ້ນ, ສະພາບການລວມໃນແຫຼມເກົາຫຼີ ໃນໄລຍະຈະມາເຖິງຈຶ່ງໄດ້ຮັບການຄາດຄະເນວ່າຈະມີການຜັນແປສັບສົນຫຼາຍຢ່າງຍາກທີ່ຈະຄາດຄະແນລ່ວງໜ້າໄດ້. ວັນທີ 16 ທັນວາ, ສະຖາບັນຄົ້ນຄວ້າປ້ອງກັນຊາດສ.ເກົາຫຼີ (KIDA) ໃຫ້ຂໍ້ສັງເກດວ່າ, ສປປ.ເກົາຫຼີ ອາດຈະຊອກຫາວິທີເພື່ອພັດທະນາບັນດາລູກສອນໄຟນຳວິຖີຂ້າມທະວີບ (ICBM) ອາດສາມາດບັນຈຸຫົວລູກປືນຫຼາຍລູກໄດ້ໃນປີຈະມາເຖິງ, ຖ້າຫາກວ່າບັນດາການເຈລະຈາປອດນິວເຄຼຍກັບອາເມລິກາ ຖືກປະລາໄຊ.