(VOVWORLD) - ສປຊ ໄດ້ເລືອກເອົາວັນທີ 19 ສິງຫາຂອງທຸກໆປີ ເປັນວັນມະນຸດສະທຳໂລກ, ເພື່ອແນ່ໃສ່ຍົກສູງສະຕິຄວາມຮັບຮູ້ຂອງປະຊາຄົມຕໍ່ບັນດາບັນຫາມະນຸດສະທຳທົ່ວໂລກ. ປີນີ້, ວັນມະນຸດສະທຳໂລກ ໄດ້ດຳເນີນໃນສະພາບການມະນຸດພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍມະນຸດສະທຳຢ່າງຮ້າຍແຮງທີ່ສຸດໃນ 2 – 3 ທົດສະວັດຜ່ານມາ.
ໃນບົດລາຍງາຍ “ສະພາບການລວມມະນຸດສະທຳທົ່ວໂລກ” (GHO), ປະກາດໃນວັນທີ 26 ມິຖຸນາ, ສປຊ ໄດ້ໃຫ້ຂໍ້ສັງເກດວ່າ 6 ເດືອນຕົ້ນປີນີ້, ບັນດາການບຸກໂຈມຕີເຂົ້າພື້ນຖານໂຄງລ່າງສາທາລະນະສຸກ, ການສຶກສາ, ສຸຂະອະນາໄມ, ນໍ້າສະອາດຢູ່ຫຼາຍປະເທດ ແລະ ເຂດແຄວ້ນໃນໂລກ ໄດ້ເຮັດໃຫ້ປະຊາຊົນນັບຮ້ອຍຄົນເສຍຊີວິດ ແລະ ນັບລ້ານຄົນຕົກເຂົ້າສູ່ສະພາບຫຍຸ້ງຍາກທີ່ສຸດ.
ປະຊາຊົນ ຢູ່ຄ້າຍລີ້ໄພ Jabalia, ເຂດ Gaza (ພາບ: THX/TTXVN) |
ຈຸດຮ້ອນເຮັ່ງຢູ່ເຂດ ກາຊາ ແລະ ຊູດັງ
ການປະທະກັນຢູ່ເຂດ ກາຊາ ແລະ ສົງຄາມພາຍໃນ ຊູດັງ ສືບຕໍ່ແມ່ນ 2 ຈຸດຮ້ອນເຮັ່ງດ້ານມະນຸດສະທຳທີ່ຮ້າຍແຮງທີ່ສຸດໃນທົ່ວໂລກໃນໄລຍະຜ່ານມາ. ຢູ່ເຂດ ກາຊາ, ຕົວເລກສະຖິຕິໂດຍບັນດາອົງການມະນຸດສະທຳຂອງ ສປຊ ເຄື່ອນໄຫວໃນພື້ນທີ່ຕົວຈິງ ໄດ້ຊີ້ໃຫ້ເຫັນວ່າ ພາຍຫຼັງທີ່ການປະທະກັນເກີດຂຶ້ນເກືອບ 1 ປີ, ໄດ້ມີຊາວ ປາແລັດສະຕິນກວ່າ 40.000 ຄົນຢູ່ເຂດ ກາຊາ ເສຍຊີວິດ, ໃນນັ້ນ ປະມານ 2/3 ໃນຈຳນວນດັ່ງກ່າວແມ່ນສາມັນຊົນ, ສ່ວນຫຼາຍແມ່ນຜູ້ເຖົ້າຜູ້ແກ່, ແມ່ຍິງ ແລະ ເດັກນ້ອຍ. ໂດຍບໍ່ຫົວຊາຕໍ່ການແກ້ຄວາມຈາກຫຼາຍຝ່າຍ, ລະດັບການໃຊ້ຄວາມຮຸນແຮງຂອງການປະທະກັນຢູ່ເຂດ ກາຊາ ພວມຮ້າຍແຮງກວ່າເມື່ອທຽບໃສ່ການປະທະກັນອື່ນໆໃນໂລກ ໃນ 3 ທົດສະວັດມໍ່ໆມານີ້. ບໍ່ພຽງແຕ່ມີຈຳນວນຜູູ້ເສຍຊີວິດ ແລະ ບາດເຈັບເປັນຈຳນວນຫຼວງຫຼາຍສຳລັບປະຊາຊົນທັງສອງຝ່າຍໃນໄລຍະສັ້ນເທົ່ານັ້ນ, ການປະທະກັນລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ຮາມາດສ ຢູ່ເຂດ ກາຊາ ຍັງກໍ່ໃຫ້ເກີດວິນາດຕະກຳດ້ານມະນຸດສະທຳອື່ນໆອີກດ້ວຍ. ທ່ານເລຂາທິການໃຫຍ່ ສປຊ, Antonio Guterres, ໃຫ້ຮູ້ວ່າ:
“ກາຊາ ພວມໃນສະພາບການຫຍຸ້ງຍາກສຳລັບບັນຫານຸດສະທຳ. ເມື່ອສະພາບການ ເບິ່ງຄືວ່າບໍ່ມີຫຍັງທີ່ຈະຊົ່ວຮ້າຍກວ່າສຳລັບປະຊາຊົນ ປາແລັດສະຕິນ ຢູ່ເຂດ ກາຊານັ້ນ, ກໍແມ່ນຈຸດເວລາທີ່ຄວາມເຈັບປວດເພີ່ມຂຶ້ນ. ໃນຊຸມອາທິດມໍ່ໆມານີ້, ໄວຣັດ ທີ່ກໍ່ໃຫ້ເປັນອຳມະພາດໄດ້ກວດພົບໃນຕົວຢ່າງນ້ຳຢູ່ Khan Younis ແລະ Deir Al – Balah ແລະ ການແຜ່ລາມຂອງໄວຣັດນີ້ ພວມເຮັດໃຫ້ເດັກນ້ອຍນັບໝື່ນຄົນຢູ່ເຂດ ກາຊາ ຕ້ອງປະເຊີນໜ້າກັບຄວາມສ່ຽງ”.
ພ້ອມກັບ ກາຊາ, ວິກິດການມະນຸດສະທຳຢູ່ ຊູດັງ ກໍພວມລື່ນກາຍຂອບຂະໜາດ ເຊິ່ງອົງການມະນຸດສະທຳຂອງ ສປຊ ໄດ້ວາງອອກ. ສົງຄາມພາຍໃນເກີດຂຶ້ນຈາກເດືອນ ເມສາ ປີ 2023 ລະຫວ່າງກຳລັງປະກອບອາວຸດຢູ່ ຊູດັງ ໄດ້ບັງຄັບໃຫ້ປະຊາຊົນກວ່າ 10 ລ້ານຄົນຕ້ອງປະລະເຮືອນຊານໄປລີ້ໄພ, 80% ຮາກຖານສາທາລະນະສຸກ ຖືກເປເພຢຸດສະງັກ, ພ້ອມທັງກໍ່ໃຫ້ເກີດໄພອຶດຫິວຄັ້ງໃຫຍ່ສຸດໃນໂລກ ໃນຈຸດເວລາປັດຈຸບັນ. ທ່ານ Leni Kinzli, ໂຄສົກຂອງອົງການອາຫານໂລກ (WFP) ປະຈຳ ຊູດັງ ກ່າວເຕືອນວ່າ:
“ນີ້ພວມແມ່ນໄພນາບຂູ່ໃຫຍ່ສຸດໃນໂລກ. ມີປະຊາຊົນ 25,6 ລ້ານຄົນ ພວມປະເຊີນໜ້າກັບໄພອຶດຫິວ ຫຼື ອຶດຫິວແບບສຸດໆ. ຕົວເລກດັ່ງກ່າວ ເທົ່າກັບ 54% ຈຳນວນປະຊາກອນຂອງ ຊູດັງ.”
ໃນເອກະສານອື່ນ ທີ່ໄດ້ປະກາດໃນວັນທີ 19 ສິງຫາ, ກອງທຶນ ເພື່ອເດັກ ສປຊ ໃຫ້ຮູ້ວ່າ ຢ່າງໜ້ອຍສຸດມີເດັກນ້ອຍ 77 ລ້ານຄົນ, ເທົ່າກັບ 1/3 ຈຳນວນເດັກນ້ອຍຢູ່ຕາເວັນອອກກາງ ແລະ ອາຟະລິກາເໜືອ ຖືກຂາດໂພສະນາການ.
ກະທຳເພື່ອມວນມະນຸດ
ໄປຄຽງຄູ່ກັບການວິນາດສະກຳດ້ານມະນຸດສະທຳ, ໜຶ່ງໃນບັນດາເນື້ອໃນທີ່ໜ້າສົນໃຈໃນການປະທະກັນຫວ່າງມໍ່ໆມານີ້ ນັ້ນແມ່ນ ນັບມື້ນັບມີພະນັກງານຊ່ວຍເຫຼືອມະນຸດສະທຳຂອງບັນອົງການຕ່າງໆຖືກຄາດຕະກຳ ເມື່ອເຂົ້າຮ່ວມການເຄື່ອນໄຫວກູ້ໄພກູ້ຊີບຢູ່ເຂດປະສົບກັບວິກິດການ. ດ້ວຍທ່າອ່ຽງການໃຊ້ຄວາມຮຸນແຮງເພີ່ມຂຶ້ນໃນໄລຍະຜ່ານມາ, ຈຳນວນພະນັກງານຊ່ວຍເຫຼືອມະນຸດສະທຳເສຍຊີວິດໃນປີນີ້ ໄດ້ລື່ນກາຍປີກາຍ. ນີ້ແມ່ນຕົວເລກໄລ່ສະເພາະໃນການປະທະກັນຢູ່ເຂດ ກາຊາ.
ບໍ່ພຽງແຕ່ຖືກນາບຂູ່ກ່ຽວກັບດ້ານຊີວິດອິນຊີເທົ່ານັ້ນ, ບັນດາພະນັກງານ ແລະ ບັນດາອົງການຈັດຕັ້ງມະນຸດສະທຳກໍພວມນັບມື້ນັບຕ້ອງເຄື່ອນໄຫວໃນສະພາບທີ່ຫຍຸ້ງຍາກກວ່າ ນັບທັງພື້ນຖານດ້ານວັດຖຸ ແລະ ເງື່ອນໄຂດ້ານການເງິນ. ໃນບົດລາຍງານຂອງ GHO, ສປຊ ໃຫ້ຮູ້ວ່າ ປີນີ້ ບັນດາອົງການມະນຸດສະທຳຂອງ ສປຊ ແລະ ບັນດາຄູ່ຮ່ວມມືຕ້ອງການເງິນຢ່າງໜ້ອຍສຸດ 48,65 ຕື້ USD ເພື່ອຊ່ວຍເຫຼືອໃຫ້ປະຊາຊົນກວ່າ 186 ລ້ານຄົນໃນທົ່ວໂລກ. ເຖິງຢ່າງໃກກໍຕາມ, ໄລ່ຮອດທ້າຍເດືອນ ກໍລະກົດ, ຈຳນວນເງິນ ເຊິ່ງບັນດາອົງການນີ້ໄດ້ຮັບ ພຽງແຕ່ຢູ່ໃນລະດັບກວ່າ 12 ຕື້ USD, ເທົ່າກັບ 25% ເປົ້າໝາຍທີ່ໄດ້ວາງອອກ ແລະ ໜ້ອຍກວ່າ 11% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຕໍ່ໜ້າສະພາບການດັ່ງກ່າວ, ໃນວັນມະນຸດສະທຳໂລກ ປີ 2024, ສປຊ ໄດ້ຍົກອອກບັ້ນເຄື່ອນໄຫວທີ່ມີຊື່ວ່າ “ເຄື່ອນໄຫວເພື່ອມວນມະນຸດ”, ດ້ວຍເນື້ອໃນຈຸດສຸມແມ່ນ ກ່າວປະນາມການຫັນບັ້ນບຸກໂຈມຕີຄັ້ງຕ່າງໆເລັ່ງໃສ່ສາມັນຊົນເປັນປົກກະຕິ, ລວມທັງບັນດາພະນັກງານມະນຸດສະທຳ, ພ້ອມທັງຮຽກຮ້ອງໃຫ້ເພີ່ມທະວີການລົງໂທດສຳລັບບັນດາການກະທຳນີ້, ອີງໃສ່ບັນດາຂໍ້ກຳນົດຂອງກົດໝາຍມະນຸດສະທຳສາກົນ. ຕາມ ສປຊ ແລ້ວ, ບັນດາການປະທະກັນຫວ່າງມໍ່ໆມານີ້ຢູ່ເຂດ ກາຊາ, ຊູດັງ ຫຼື ຫຼາຍປະເທດອື່ນໆ ໃນໂລກ ພວມສະແດງໃຫ້ເຫັນທ່າອ່ຽງທີ່ໜ້າວິຕົກກັງວົນ ກ່ຽວກັບເລື່ອງບັນດາຝ່າຍເຂົ້າຮ່ວມການປະທະກັນ ມີຄວາມຖືເບົາບັນດາມາດຕະຖານດ້ານມະນຸດສະທຳສາກົນ ແລະ ໂລກ ເຊິ່ງຕ້ອງມີການເຄື່ອນໄຫວບັນຫານີ້ໂດຍດ່ວນ ເພື່ອສະກັດກັ້ນທ່າອ່ຽງນີ້./.