(VOVWORLD) -ພາຍຫຼັງເກີດຂຶ້ນມາເປັນເວລາ 1 ປີ, ໂລກລະບາດໂຄວິດ-19 ໄດ້ແຜ່ຂະຫຍາຍເຖິງກວ່າ 230 ປະເທດ ແລະ ເຂດແຄ້ວນ ດ້ວຍຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 78 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 1,7 ລ້ານຄົນ.
ໄລ່ຮອດທ້າຍປີ 2020, GDP ຂອງໂລກອາດຈະຕ່ຳກວ່າປະມານ 8% ເມື່ອທຽບໃສ່ໄລຍະກ່ອນເກີດໂລກລະບາດ.
*ພາບປະກອບ: AP)
|
ດ້ວຍການແຜ່ລະບາດຢ່າງວ່ອງໄວ, ນອນຢູ່ນອກເໜືອການຄາດຄະເນເກືອບທັງໝົດ, ພາຍຫຼັງເກີດຂຶ້ນມາເປັນເວລາ 1 ປີ, ໂລກລະບາດໂຄວິດ-19 ໄດ້ແຜ່ຂະຫຍາຍເຖິງກວ່າ 230 ປະເທດ ແລະ ເຂດແຄ້ວນ ດ້ວຍຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 78 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 1,7 ລ້ານຄົນ. ບໍ່ພຽງແຕ່ເທົ່ານັ້ນ, ໂລກລະບາດຍັງສົ່ງຜົນກະທົບຢ່າງຮ້າຍແຮງເຖິງການເຄື່ອນໄຫວໄປມາ ແລະ ລະບົບສະໜອງທົ່ວໂລກ, ເຮັດໃຫ້ບັນດາພື້ນຖານເສດຖະກິດເກືອບທັງໝົດຕົກເຂົ້າສູ່ສະພາບຊຸດໂຊມ…
ໂລກລະບາດໂຄວິດ-19 ເລີ່ມຈາກນະຄອນ ອູ່ຫັນ (ແຂວງ ຮູເປີຍ, ປະເທດຈີນ) ໃນເດືອນ ທັນວາ 2019 ແລະ ຮອດວັນທີ 11 ມີນາ 2020 ອົງການອະນາໄມໂລກ (WHO) ປະກາດວ່າເປັນໂລກລະບາດທົ່ວໂລກ. ດ້ວຍການແຜ່ລະບາດຢ່າງແຮງນັ້ນ, ໂລກລະບາດໄດ້ສົ່ງຜົນກະທົບຢ່າງຮ້າຍແຮງເຖິງທຸກດ້ານໃນຊີວິດສັງຄົມຂອງບັນດາປະເທດ, ເຮັດໃຫ້ການເຄື່ອນໄຫວດ້ານການທ່ອງທ່ຽວທົ່ວໂລກຖືກຢຸດສະງັກ, ລະບົບສະໜອງຖືກຕັດຕອນ, ຫຼາຍປະເທດຕ້ອງດຳເນີນການປິດລ້ອມເຂດຊາຍແດນ, ເຂດດິນແດນ… ໂລກລະບາດແມ່ນສາຍເຫດກໍ່ໃຫ້ເກີດການຊຸດໂຊມທາງດ້ານເສດຖະກິດທົ່ວໂລກໂດຍກົງ ດ້ວຍລະດັບຄວາມຮ້າຍແຮງກວ່າວິກິດການດ້ານການເງິນເມື່ອປີ 2008 – 2009, ຊ້ຳບໍ່ໜຳໄດ້ປຽບທຽບກັບວິກິດການຊຸດໂຊມເສດຖະກິດຄັ້ງໃຫຍ່ໃນຊຸມປີ 30 ຂອງສະຕະວັດກ່ອນ, ພ້ອມກັບຜົນຕາມຫຼັງທີ່ສັບສົນອື່ນໆ.
ເຮັດໃຫ້ເສດຖະກິດທົ່ວໂລກຖືກຊຸດໂຊມ
ດ້ວຍການສ້າງຜົນກະທົບອັນໃຫຍ່ຫຼວງ, ໂລກລະບາດໂຄວິດ-19 ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາການກະທົບກະເທືອນດ້ານເສດຖະກິດທີ່ສຸດຂອງສະຕະວັດທີ 21. ຕາມການຄາດຄະເນເມື່ອເດືອນ ມິຖຸນາ 2020 ຂອງກອງທຶນເງິນຕາສາກົນ (IMF) ແລ້ວ, ໄລ່ຮອດທ້າຍປີ 2020, GDP ຂອງໂລກອາດຈະຕ່ຳກວ່າປະມານ 8% ເມື່ອທຽບໃສ່ໄລຍະກ່ອນເກີດໂລກລະບາດ. ຕາມນັ້ນແລ້ວ, ແທນທີການເພີ່ມຂຶ້ນ 3%, GDP ທົ່ວໂລກຈະຫຼຸດລົງປະມານ 5%, ນີ້ແມ່ນລະດັບຊຸດໂຊມຫຼາຍທີ່ສຸດນັບແຕ່ສົງຄາມໂລກຄັ້ງທີ 2. ເມື່ອທຽບໃສ່ວິກິດການດ້ານການເງິນປີ 2008 – 2009 ເຮັດໃຫ້ GDP ໂລກຫຼຸດລົງພຽງ 0,1% ເທົ່ານັ້ນ, ໄລ່ຮອດຈຸດເວລານີ້ຜົນກະທົບຂອງໂລກລະບາດຄັ້ງນີ້ໄດ້ສົ່ງຜົນກະທົບຫຼາຍກວ່າຫຼາຍເທົ່າ.
ບໍ່ຢຸດຢູ່ເທົ່ານັ້ນ, ໂລກລະບາດຍັງກໍ່ໃຫ້ເກີດຜົນຮ້າຍຕາມມາທີ່ຮ້າຍແຮງ ໃນນັ້ນຫຼາຍປະເທດຖືກຕົກເຂົ້າສະພາບການເຕີບໂຕຊັກຊ້າ ແລະ ໜີ້ສິນສູງ. ຕາມການຄາດຄະເນຄັ້ງຫຼ້າສຸດຂອງວົງການນັກຊ່ຽວຊານເສດຖະກິດຂອງສະຖາບັນການເງິນສາກົນ (IIF) ແລ້ວ: ອັດຕາໜີ້/GDP ຈະເພີ່ມຂຶ້ນເຖິງ 365% ໃນຊຸມເດືອນຈະມາເຖິງ, ນີ້ໄດ້ຮັບຖືວ່າຈະແມ່ນ “ຄື້ນຍັກໜີ້ກວາດລ້າງໂລກ”. ຕາມ IIF ແລ້ວ, ໄລ່ຮອດທ້າຍປີ 2020, ຍອດໜີ້ລວມທັງໝົດຂອງທົ່ວໂລກຈະບັນລຸລະດັບສະຖິຕິແມ່ນ 277.000 ຕື້ USD.
ຕໍ່ໜ້າຜົນກະທົບຂອງໂລກລະບາດ, ບັນດາພື້ນຖານເສດຖະກິດໂລກສ່ວນຫຼາຍຖືກຕົກເຂົ້າສູ່ສະພາບຊຸດໂຊມ ແລະ ບັນລຸການເຕີບໂຕເປັນລົບໃນປີ 2020, ເຊິ່ງແມ່ນສະຖິຕິທີ່ໜ້າລືມໄປໄດ້ໃນສະຕະວັດທີ 21.
ຜົນຕາມຫຼັງທີ່ອັນຕະລາຍອື່ນໆ
ໃນບົດລາຍງານສະຫຼຸບປີ 2020, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຍອມຮັບວ່າ, ມີປະຊາຊົນຕື່ມອີກປະມານ 100 ລ້ານຄົນຖືກຕົກເຂົ້າສູ່ສະພາບອຶດຫິວ, ທຸກຍາກໃນທົ່ວໂລກຄືນໃໝ່ ແລະ ນີ້ກໍ່ເປັນຄັ້ງທຳອິດທີ່ດັດຊະນີອຶດຫິວທຸກຍາກໃນທົ່ວໂລກເພີ່ມຂຶ້ນນັບແຕ່ປີ 1998. ມີການຄົ້ນຄວ້າຂອງສະຫະປະຊາຊາດ ກໍ່ຊີ້ໃຫ້ເຫັນວ່າ, ສະພາບຊຸກໂຊມທາງດ້ານເສດຖະກິດຈາກໂລກລະບາດໂຄວິດ-19 ອາດຈະເຮັດໃຫ້ປະຊາຊົນ 130 ລ້ານຄົນບໍ່ມີຂອງກິນ ຍ້ອນມັນທຳລາຍລະບົບສະໜອງແຫຼ່ງທັນຍາຫານ.
ບໍ່ພຽງແຕ່ເທົ່ານັ້ນ, ໂລກລະບາດໂຄວິດ-19 ຍັງກໍ່ໃຫ້ເກີດຄວາມປັ່ນປ່ວນໃນຫຼາຍຂົງເຂດຄື: ການທ່ອງທ່ຽວ, ການບິນ, ການສຶກສາ, ສາທາລະນະສຸກ ຫຼື ການພົວພັນກັບສາກົນ…
ກ່ຽວກັບການພົວພັນສາກົນ, ໂລກລະບາດໄດ້ເຮັດໃຫ້ບາງປະເທດມີຄວາມເຄັ່ງຕຶງຂຶ້ນ, ນຳໜ້າແມ່ນອາເມລິກາ ກັບຈີນ. ມີການໂຕ້ຖຽງກັນເປັນຫຼາຍຄັ້ງໄດ້ເກີດຂຶ້ນລະຫວ່າງບັນດາຝ່າຍ ກ່ຽວຂ້ອງເຖິງຄຳກ່າວຫາກ່ຽວກັບຕົ້ນກຳເນີດຂອງໂລກລະບາດ. ຕາມວົງການນັກໄຈ້ແຍກແລ້ວ, ໂລກລະບາດໄດ້ເຮັດໃຫ້ການພົວພັນລະຫວ່າງອາເມລິກາ - ຈີນ ຕົກເຂົ້າສູ່ລະດັບຕ່ຳສຸດໃນຫຼາຍທົດສະວັດຜ່ານມາ.
ກ່ຽວກັບທາງດ້ານສາທາລະນະສຸກ, ມີບົດລາຍງານໜຶ່ງທີ່ປະກາດເມື່ອເດືອນ ສິງຫາ 2020 ຂອງ WHO ກ່າວເຕືອນວ່າ “ບັນດາຜົນງານທີ່ບັນລຸໄດ້ໃນຂົງເຂດສາທາລະນະສຸກໃນໄລຍະ 2 ທົດສະວັດຜ່ານມາອາດຈະຖືກລົບລ້າງໃນໄລຍະອັນສັ້ນໆ”.
ແຕ່ເຖິງຢ່າງໃດກໍ່ຕາມ, ດ້ານອື່ນ, ໂລກລະບາດກໍ່ຊຸກຍູ້ໃຫ້ບັນດາປະເທດເພີ່ມທະວີການຮ່ວມມືເພື່ອແນໃສ່ສະກັດກັ້ນຜົນກະທົບຂອງໂລກລະບາດ ກໍຄືໃນການຜະລິດ ແລະ ແຈກຢາຍວັກຊິນກັນເຊື້ອພະຍາດໂຄວິດ-19. ຄຽງຂ້າງນັ້ນ, ໂລກລະບາດກໍ່ເຮັດໃຫ້ວິວັດການຫັນເປັນດີຈີຕອນດຳເນີນໄປຢ່າງໄວວ່າແບບທີ່ບໍ່ເຄີຍມີມາກ່ອນໃນຂອບເຂດທົ່ວໂລກ, ພ້ອມທັງປ່ຽນແປງສະຕິຄວາມຮັບຮູ້ໃນການປ້ອງກັນ, ຕ້ານໂລກລະບາດຂອງປະຊາຊົນບັນດາປະເທດ ກໍຄືທັດສະນະຂອງບັນດາລັດຖະບານ ກ່ຽວກັບລະລົບການແພດສຳຮອງ…