ໂລກເພີ່ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ການຈຳ​ແນກ​ປະ​ພຶດ​ຕໍ່​ຊາວ​ເຊື້ອ​ຊາດ ອາ​ຊີ

(VOVWORLD) -ຕໍ່ຫນ້າສະພາບການໃຊ້ຄວາມຮຸນແຮງເພີ່ມຂຶ້ນເລັ່ງໃສ່ຊາວເຊື້ອຊາດ ອາຊີ ໃນໂລກ ເປັນຕົ້ນແມ່ນ ຢູ່ ອາເມລິກາ ຫວ່າງມໍ່ໆມານີ້ ມີຫລາຍອົງການຂະບວນການປົກປ້ອງຊາວເຊື້ອຊາດ ອາຊີ ໄດ້ຮັບການສ້າງຕັ້ງຂຶ້ນບັນດາການເຄື່ອນໄຫວນີ້ ເພື່ອແນໃສ່ຍົກສູງຄວາມຮັບຮູ້ຮຽກຮ້ອງຄວາມສາມັກຄີຮ່ວມແຮງຮ່ວມໃຈກ່າວປະນາມ ແລະ ສະກັດກັ້ນບັນດາການກະທຳຈຳແນກປະພຶດຕໍ່ຄວາມຄຽດແຄ້ນເລັ່ງໃສ່ຊາວເຊື້ອຊາດ ອາຊີ ເວົ້າສະເພາະ ແລະ ບັນດາເຜົ່າພັນອື່ນເວົ້າລວມ.

ໂລກເພີ່ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ການຈຳ​ແນກ​ປະ​ພຶດ​ຕໍ່​ຊາວ​ເຊື້ອ​ຊາດ ອາ​ຊີ - ảnh 1ປະຊາຊົນຍົກປ້າຍຄຳຂວັນ ສະກັດກັ້ນຄວາມຄຽດແຄ້ນເລັ່ງໃສ່ ຊາວເຊື້ອຊາດ ອາຊີ ຢູ່ Atlanta (ພາບ:AP)

ຊາວເຊື້ອຊາດ ອາຊີ ກໍ່ຄື ເຊື້ອຊາດ ອາຟຼິກາ ໄດ້ ແລະ ພວມແມ່ນເປົ້າໝາຍຂອງການຈຳແນກປະພຶດຕໍ່ຢູ່ຫລາຍປະເທດ. ໃນປະຫວັດສາດກໍ່ໄດ້ເກີດບັນດາເຫດເຂັ່ນຂ້າ ຫລື ບຸກໂຈມຕີຊາວ ອາຊີ. ໄລຍະມໍ່ໆມານີ້ ເມື່ອໂລກລະບາດໂຄວິດ 19 ເກີດຂຶ້ນ ໄດ້ມີຫລາຍຖ້ອຍທຳນອງຖອກໂທດກ່ຽວກັບຕົ້ນກຳເນີດຂອງໂລກພະຍາດນີ້ແມ່ນມາຈາກ ອາຊີ ຍິ່ງເຮັດໃຫ້ຊາວເຊື້ອຊາດອາຊີ ຍິ່ງຖືກຮັບການປະພຶດຕໍ່.

ການປະພຶດຕໍ່ບໍ່ພຽງແຕ່ສະເພາະຢູ່ ອາເມລິກາ

ບັນດາການບຸກໂຈມຕີໃຊ້ຄວາມຮຸນແຮງເລັ່ງໃສ່ສ່ວນບຸກຄົນຊາວອາເມລິກາ ເຊື້ອຊາດ ອາຊີ ໄດ້ເພີ່ມຂຶ້ນເກືອບ 150% ຢູ່ 16 ນະຄອນໃຫຍ່ຂອງ ອາເມລິກາ ໃນປີ 2020 ພິເສດ ແມ່ນ ຢູ່ Los Angeles ແລະ New York ຊື່ງແມ່ນສອງຕົວເມືອງ ມີຊາວເຊື້ອຊາດ ອາຊີ ດຳລົງຊີວິດຫລາຍສຸດ. ຕາມບົດລາຍງານຫລ້າສຸດທີ່ຫາກໍ່ໄດ້ປະກາດ, ນັບແຕ່ເດືອນມີນາ ປີ 2020 ຮອດເດືອນກຸມພາປີ 2021 ມີເກືອບ 3.800 ເຫດບຸກໂຈມຕີເລັ່ງໃສ່ກຸ່ມຄົນດັ່ງກ່າວໂດຍໄດ້ຢັ້ງຢືນຢູ່ 48/50 ລັດຂອງ ອາເມລິກາ.

ບໍ່ສະເພາະຢູ່ ອາເມລິກາ, ຕາມການສະຖິຕິຢູ່ຫລາຍປະເທດແລ້ວ, ບົດລາຍງານກ່ຽວກັບໂທດກຳກ່ຽວຂ້ອງເຖິງຄວາມຄຽດແຄ້ນເລັ່ງໃສ່ຊາວ ອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້ ລ້ວນແຕ່ເພີ່ມຂຶ້ນ ເມື່ອເກີດໂລກລະບາດໂຄວິດ 19. ບັນດາການກະທຳຈຳແນກປະພຶດຕໍ່ເຊື້ອຊາດເຜົ່າພັນ ແລະ ປັດເຂ່ຍຊາວຕ່າງປະເທດດ້ວຍຫລາຍຮູບການໄດ້ເກີດຂຶ້ນ.

ຢູ່ ອັງກິດ ຕາມຕົວເລກຂອງຕຳຫລວດ ລອນດອນ ໃຫ້ເຫັນວ່າ ມີກວ່າ 200 ລາຍຄະດີ ຍ້ອນຄວາມຄຽດແຄ້ນຈຶ່ງມີການກະທຳຕ້ານຊາວເຊື້ອຊາດ ອາຊີຕາເວັນອອກ ເກີດຂຶ້ນໃນໄຕມາດ 3 ປີ 2020 ໄດ້ເພີ່ມຂຶ້ນ 96% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຊາວເຊື້ອຊາດອາຊີ ຫລາຍຄົນໃຫ້ຮູ້ວ່າ ເຂົາເຈົ້າຖືກທຳຮ້າຍຮ່າງກາຍ ແລະ ຖືກເຍາະເຍີ້ຍ ແມ່ນ “ໄວຣັດຈີນ”. ການສຳຫລວດຄວາມເຫັນໃນເດືອນພະຈິກປີ 2020 ໃຫ້ເຫັນວ່າ: ມີຊາວ ເຊື້ອຊາດຈີນ ປະມານ ¾ ທີ່ດຳລົງຊີວິດ ຢູ່ ອັງກິດ ເຄີຍຖືກຮັບການກະທຳຈຳແນກປະພຶດຕໍ່.

ໂລກເພີ່ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ການຈຳ​ແນກ​ປະ​ພຶດ​ຕໍ່​ຊາວ​ເຊື້ອ​ຊາດ ອາ​ຊີ - ảnh 2ຕຳຫລວດປິດລ້ອມຢູ່ນອກບ່ອນເກີດເຫດຍິງປືນຢູ່ ນະຄອນ Atlanta, ລັດGeorgia ສະຫະລັດ ອາເມລິກາ ເມື່ອວັນທີ 16 ມີນາ (ພາບ:AP)

 Cảnh sát phong tỏa bên ngoài hiện trường vụ xả súng ở Thành phố Atlanta, bang Georgia (Mỹ) vào ngày 16/3. Ảnh: ຯ.

ຕາມບົດລາຍງານຂອງລັດຖະບານ ແອດສະປາຍ, ມີຈຳນວນ 2,9% ພົນລະເມືອງ ອາຊີ ດຳລົງຊີວິດຢູ່ປະເທດນີ້ ແມ່ນຜູ້ປະສົບເຄາະຮ້າຍຈາກການກະທຳຍ້ອນຄຽດແຄ້ນ. ຢູ່ ຝລັ່ງ ຄາດວ່າ ໃນປີ 2019 ສະເພາະຢູ່ ປາຣີ ສອງມື້ເປັນເທື່ອຫນຶ່ງເກີດໂທດກຳຍ້ອນຄຽດແຄ້ນເລັ່ງໃສ່ຊາວອາຊີ.

ສ່ວນຢູ່ ອົດສະຕາລີ, ບົດລາຍງານເມື່ອເດືອນມີນາປີ 2021 ຂອງສະຖາບັນ ຄົ້ນຄ້ວາ Lowy ໃຫ້ເຫັນວ່າ ມີຊາວອົດສະຕາລີ ເຊື້ອຊາດ ຈີນ ຈຳນວນ 1/3 ຮູ້ສຶກວ່າ ເຂົາເຈົ້າຖືກຮັບການຈຳແນກປະພຶດຕໍ່ ຫລື ບໍ່ມີຄວາມສະດວກໃນປີຜ່ານມາ. ມີ 18% ຈຳນວນຄົນຖືກຖາມໃຫ້ຮູ້ວ່າ ເຂົາເຈົ້າຖືກນາບຂູ່ ຫລື ຖືກບຸກໂຈມຕີ ຍ້ອນເຊື້ອຊາດຈີນ.

ຄວາມມານະພະຍາຍາມສະກັດກັ້ນການຈຳແນກປະພຶດຕໍ່ເຊື້ອຊາດເຜົ່າພັນ

ພາຍຫລັງເຫດຍິງປື່ນຢູ່ Atlanta  ເມື່ອຕົ້ນເດືອນມີນາປີ 2021 ເຮັດໃຫ້ 8 ຄົນເສຍຊີວິດ ໃນນັ້ນ ມີ 6 ຄົນແມ່ນເຊື້ອຊາດ ອາຊີ, ປະທານາທິບໍດີ ອາເມລິກາ Joe Biden ຖະແຫລງວ່າ ບໍ່ມິດງຽບຕໍ່ສະພາບການໃຊ້ຄວາມຮຸນແຮງເພີ່ມຂຶ້ນ ສຳລັບ ຊາວເຊື້ອຊາດ ອາຊີ ຢຸ່ ອາເມລິບກາໄດ້.

ບັນດາການບຸກໂຈມຕີນັ້ນແມ່ນການກະທຳຜິດພາດ ບໍ່ແມ່ນຂອງຊາວອາເມລິກາ ແລະ ຕ້ອງຢຸດຕິ. ທ່ານ Biden ໄດ້ເລັ່ງລັດ ສະພາແຫ່ງຊາດ ອາເມລິກາ ຮັບຮອງເອົາກົດໝາຍວ່າດ້ວຍໂທດກຳຄຽດແຄ້ນຍ້ອນໂລກລະບາດໂຄວິດ 19, ການຫນູນຊ່ວຍອຳນາດການປົກຄອງລັດນ້ອຍ ແລະ ທ້ອງຖິ່ນປັບປຸງການລາຍງານອາດຊະຍາກອນຍ້ອນຄຽດແຄ້ນ ແລະ ຮັບປະກັນວ່າ ຂໍ້ມູນກ່ຽວກັບໂທດກຳຍ້ອນຄຽດແຄ້ນແມ່ນສຳຜັດກັບ ຊາວ ອາເມລິກາ ເຊື້ອຊາດ ອາຊີ ຢ່າງງ່າຍດ່າຍກວ່າ. ຢູ່ ບັນດາທ້ອງຖິ່ນ ມີຊາວອາເມລິກາ ເຊື້ອຊາດ ອາຊີ ດຳລົງຊີວິດເປັນຈຳນວນຫລວງຫລາຍ, ຕຳຫລວດ ໄດ້ເພີ່ມທະວີການມີຫນ້າ ແລະ ລາດຕາເວັນເພື່ອສະກັດກັ້ນບັນດາໂທດກຳ ດັ່ງກ່າວຢ່າງທັນການ.

ນອກຈາກບັນດາການກະທຳຈາກ ອຳນາດການປົກຄອງ ໃນທົ່ວປະເທດ ອາເມລິກາ ກໍ່ໄດ້ສ້າງຕັ້ງຫລາຍອົງການ, ຂະບວນການປົກປ້ອງ ຊາວເຊື້ອຊາດອາຊີ.

ຢູ່ ເອີລົບ, ບັນດານັກເຄື່ອນໄຫວຢູ່ ແອດສະປາຍ ແລະ ຝລັ່ງ ໄດ້ປຸກລະດົມການເຄື່ອນໄຫວຫລາຍຢ່າງຄື: ບັ້ນໂຄສະນາ  “ຂ້ອຍບໍ່ແມ່ນໄວຣັດ” (I Am Not A Virus), ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບທ່າອ່ຽງກຳລັງໃຊ້ຄວາມຮຸນແຮງຕ້ານຊາວ ອາຊີ ພວມເພີ່ມຂຶ້ນ. ຢູ່ ການາດາ ຜູ້ແຫ່ຂະບວນປະທ້ວງຫລາຍຄົນ ໄດ້ຍົກປ້າຍຄຳຂວັນ “ຢຸດຕິການຄຽດແຄ້ນຊາວເຊື້ອຊາດ ອາຊີ” ຫລື “ຢຸດຕິການຄຽດແຄ້ນ ແລະ ເລີ່ມຕົ້ນຄວາມຮັກແພງ”..

ທ່ານເລຂາທິການໃຫຍ່ ສປຊ Atonia Guterres ຫວ່າງມໍ່ໆມານີ້ ໄດ້ຮຽກຮ້ອງຄວາມສາມັກຄີໃນທົ່ວໂລກເພື່ອຕ້ານການປະພຶດຕໍ່ເຊື້ອຊາດເຜົ່າພັນ ແລະ ບັນດາການກະທຳບຸກໂຈມຕີອື່ນທີ່ລະເມີດສິດທິມະນຸດ. ບັນດາຄວາມມານະພະຍາຍາມນີ້ ເພື່ອແນໃສ່ຍົກສູງຄວາມຮັບຮູ້, ຮຽກຮ້ອງຄວາມສາມັກຄີ, ຮ່ວມແຮງຮ່ວມໃຈກ່າວປະນາມ ແລະ ສະກັດກັ້ນບັນດາການກະທຳຈຳແນກປະພຶດຕໍ່, ຄວາມຄຽດແຄ້ນເລັ່ງໃສ່ຊາວເຊື້ອຊາດ ອາຊີ ເວົ້າສະເພາະ ແລະ ເຜົ່າພັນອື່ນເວົ້າລວມໃນຂອບເຂດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ