ໂລກເພີ່ມທະວີຄວາມມານະພະຍາຍາມເພື່ອຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ການປ່ຽນແປງຂອງດິນຟ້າອາກາດພວມນາບຂູ່ໂດຍກົງຕໍ່ລະບົບຊີວະພາບຂອງທົ່ວໂລກ ແລະ ການດຳລົງຊີວິດຢູ່ທຸກປະເທດ

ໂລກເພີ່ມທະວີຄວາມມານະພະຍາຍາມເພື່ອຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ - ảnh 1 ໄຟໄໝ້ປາຢູ່ລັດ California (ອາເມລິກາ) ໃນເດືອນ 08/2020

(ພາບ: Getty Images)

ປີ 2020 ພວມຄ່ອຍໆຮອດມື້ສຸດທ້າຍຂອງປີແລ້ວ ແລະ ນີ້ແມ່ນຈຸດເວລາເພື່ອໃຫ້ມະນຸດສະຫຼຸບບັນດາຕົວເລກ ແລະ ສະຖິຕິທີ່ໜ້າເຕືອນໄພທີ່ກ່ຽວຂ້ອງເຖິງສະພາບການປ່ຽນແປງຂອງດິນຟ້າອາກາດ. ການປ່ຽນແປງຂອງດິນຟ້າອາກາດພວມນາບຂູ່ໂດຍກົງຕໍ່ລະບົບຊີວະພາບຂອງທົ່ວໂລກ ແລະ ການດຳລົງຊີວິດຢູ່ທຸກປະເທດ, ບັງຄັບໃຫ້ໂລກຕ້ອງຊຸກຍູ້ການຮ່ວມມືເພື່ອກູ້ເອົາໜ່ວຍໂລກຢ່າງຮີບດ່ວນ.

        “ຈົ່ງມີສັນຕິພາບກັບທຳມະຊາດ” ແມ່ນການກະທຳຄວນໄດ້ຮັບບຸລິມະສິດໃນສະຕະວັດທີ 21, ຍ້ອນບໍ່ມີ “ວັກຊິນ” ໃດສຳລັບຈັກກະວານນີ້. ນີ້ແມ່ນສານເຊິ່ງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ຮຽກຮ້ອງເນື່ອງໃນໂອກາດສະຫະປະຊາຊາດປະກາດບົດລາຍງານສະພາບຕົວຈິງຂອງດິນຟ້າອາກາດທົ່ວໂລກປີ 2020 ໃນວັນທີ 03 ທັນວາ ຜ່ານມາ.

ບັນດາຕົວເລກທີ່ໜ້າເຕືອນໄພ

        ບົດລາຍງານສະພາບຕົວຈິງດິນຟ້າອາກາດປີ 2020 ຢືນຢັນວ່າ, ປີ 2020 ພວມກາຍເປັນໜຶ່ງໃນຈຳນວນ 3 ປີທີ່ອາກາດຮ້ອນເອົ້າທີ່ສຸດເຊິ່ງເຄີຍເກີດຂຶ້ນຂອງໜ່ວຍໂລກ. ລະອຽດແມ່ນ, ອຸນຫະພູມຄິດສະເລ່ຍທົ່ວໂລກນັບແຕ່ເດືອນ ມັງກອນ ຫາເດືອນ ຕຸລາ ປີ 2020 ແມ່ນສູງກວ່າ 1,2 ອົງສາ C ເມື່ອທຽບໃສ່ໄລຍະ 1850 – 1900. ແລະກໍ່ໃນປີ 2020, ໄດ້ເກີດແດດຮ້ອນ, ໄພແຫ້ງແລ້ງ, ໄຟໄໝ້ປ່າ ແລະ ຝົນຕົກ, ພາຍຸເປັນຫຼາຍຄັ້ງ, ໃນຂະນະທີ່ອຸນຫະພູມຂອງນ້ຳທະເລກໍ່ຢູ່ໃນລະດັບສູງສະຖິຕິ.

        ພ້ອມກັນນັ້ນ, ລະບົບຊີວະພາບທົ່ວໂລກພວມຢືນຢູ່ຕໍ່ໜ້າສະພາບການເຕືອນໄພດ້ວຍເລື່ອງທີ່ມີສັດກວ່າ 1 ລ້ານປະເພດພວມປະເຊີນໜ້າກັບຄວາມສ່ຽງຖືກສູນພັນ, ເນື້ອທີ່ທະເລຊາຍພວມເປີດກວ້າງ, ໃນຂະນະທີ່ບັນດາໜອງບຶງພວມຄ່ອຍໆສູນຫາຍໄປ. ແຕ່ລະປີ, ເນື້ອທີ່ປ່າໃນທົ່ວໂລກກໍ່ຖືກສູນຫາຍໄປປະມານ 10 ລ້ານເຮັກຕາ. ສະພາບທີ່ຮ້າຍແຮງກວ່າ ນັ້ນແມ່ນ ສະພາບມົນລະພິດທາງອາອາດ ແລະ ທາງນ້ຳທີ່ພວມເຮັດໃຫ້ມີຜູ້ເສຍຊີວິດໃນແຕ່ລະປີປະມານ 9 ລ້ານຄົນ. ໄລ່ສະເພາະໃນປີ 2019, ບັນດາໄພພິບັດທຳມະຊາດທີ່ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດໄດ້ເຮັດໃຫ້ໂລກຖືກເສຍຫາຍຄິດເປັນມູນຄ່າ 150 ຕື້ USD. ນອກນັ້ນ, ຕາມໝາກຜົນການຄົ້ນຄວ້າໂດຍວາລະສານການແພດທີ່ມີຊື່ສຽງ The Lancet ເຊິ່ງຫາກໍ່ໄດ້ປະກາດວ່າ, ການປ່ຽນແປງຂອງດິນຟ້າອາກາດຈະເຮັດໃຫ້ໂລກລະບາດເກີດຂຶ້ນນັບມື້ນັບຫຼາຍກວ່າໃນອະນາຄົດ ແລະ ໃນຕົວຈິງ, ປະຈຸບັນທຸກໆປະເທດລ້ວນແຕ່ພວມປະເຊີນໜ້າກັບບັນດາໄພອັນຕະລາຍທາງດ້ານສາທາລະນະສຸກທີ່ນັບມື້ນັບເພີ່ມຂຶ້ນ ນັບທັງທາງດ້ານຂອບຂະໜາດ ແລະ ລະດັບຄວາມແຮງ ຍ້ອນການປ່ຽນແປງຂອງດິນຟ້າອາກາດກໍ່ຂຶ້ນ.

        ຕໍ່ໜ້າສະພາບການເຕືອນໄພດັ່ງກ່າວ, ສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ທຸກໆປະເທດຕ້ອງມີການກະທຳຢ່າງຂ້ຽວຂາດເພື່ອຢຸດຕິສະພາບການໂລກທີ່ພວມຖືກທຳລາຍ ແລະ ສິ່ງສຳຄັນກວ່າແມ່ນ ປະຊາຊົນແຕ່ລະຄົນໃນໜ່ວຍໂລກນີ້ຕ້ອງ “ຢຸດຕິການທຳສົງຄາມ” ກັບທຳມະຊາດ. ໃນສະພາບການນັ້ນ, ປີ 2021 ຈະແມ່ນກາລະໂອກາດເພື່ອໃຫ້ມະນຸດຢຸດຕິການນຳໃຊ້ຊັບພະຍາກອນທຳມະຊາດຫຼາຍເກີນໄປ ແລະ ແທນທີ່ນັ້ນຕ້ອງເລີ່ມປະຕິບັດວິວັດທະນາການ “ເຊື່ອມຈອດ” ແລະ ປົກປ້ອງໜ່ວຍໂລກ. ເພື່ອເຮັດສິ່ງດັ່ງກ່າວໄດ້ນັ້ນ, ສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ບັນດາປະເທດຈົ່ງເຄົາລົບສັນຍາປາຣີ ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງໃຫ້ຄຳໝັ້ນສັນຍາການປ່ອຍອາຍພິດບັນລຸໃນລະດັບ 0 ແລະ ອຸປະຖຳໃຫ້ບັນດາຄວາມມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ໂລກຮ່ວມແຮງຮ່ວມໃຈກະທຳ

        ກອງປະຊຸມສະເຫຼີມສະຫຼອງສັນຍາປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອກາດ ຄົບຮອບ 5 ປີ ຈະດຳເນີນໃນວັນທີ 12 ທັນວາ ຈະມາເຖິງ, ຄາດວ່າຈະວາງອອກທິດທາງໃໝ່ມຸ່ງໄປເຖິງເປົ້າໝາຍດັ່ງກ່າວ. ກອງປະຊຸມມີຊື່ວ່າ “Climate Ambition” (ຄວາມຄາດຫວັງກ່ຽວກັບດິນຟ້າອາກາດ) ໂດຍລັດຖະບານອັງກິດ ພ້ອມກັບສະຫະປະຊາຊາດຮ່ວມກັນຈັດຕັ້ງ. ກ່ອນດຳເນີນກອງປະຊຸມ, ລັດຖະບານອັງກິດຖະແຫຼງວ່າ, ປະເທດນີ້ໄດ້ວາງຄາດໝາຍຫຼຸດຜ່ອນ 2/3 ປະລິມານອາຍພິດໃນທົດສະວັດນີ້, ເປົ້າໝາຍແມ່ນຮອດປີ 2030 ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວໃຫ້ໄດ້ 68% ເມື່ອທຽບໃສ່ລະດັບຂອງປີ 1990. ໃນເດືອນ ພະຈິກ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ກໍ່ໄດ້ປະກາດແຜນການກ່ຽວກັບ “ການປະຕິວັດອຸດສາຫະກຳຂຽວ”, ລວມມີການຫ້າມຂາຍບັນດາຍານພາຫະນະທີ່ໃຊ້ນ້ຳມັນ, ເພີ່ມປະລິມານພະລັງານໃຊ້ແຮງລົມຢູ່ທະເລ ແລະ ເປີດກວ້າງກຳລັງຄວາມສາມາດຜະລິດ hydorogen ໃນທົດສະວັດຈະມາເຖິງ. ຈີນ, ສະຫະພາບເອີລົບ, ຍີ່ປຸ່ນ ແລະ ສ.ເກົາຫຼີ ກໍ່ໃຫ້ຄຳໝັ້ນສັນຍາຈະມຸ່ງໄປເຖິງການຫຼຸດຜ່ອນການປ່ອຍ carbon.

        ຕາມບົດລາຍງານຂອງສະຫະປະຊາຊາດແລ້ວ, ຄຳໝັ້ນສັນຍາຂອງບັນດາປະເທດກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວໂດຍປະຕິບັດຕາມສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ເຊິ່ງໄດ້ຮັບຮອງເອົາທີ່ກອງປະຊຸມກອບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 21 (ເດືອນທັນວາ 2015), ຫາກໍ່ບັນລຸໄດ້ພຽງແຕ່ 15% ຂອງຄວາມມານະພະຍາຍາມທີ່ຈຳເປັນເທົ່ານັ້ນ.

        ເປັນທີ່ຈະແຈ້ງແລ້ວວ່າ, ບັນດາຜົນກະທົບທີ່ພວມເກີດຂຶ້ນຍ້ອນການປ່ຽນແປງຂອງດິນຟ້າອາກາດໃນໄລຍະຜ່ານມາ, ບັນດາປະເທດບັງຄັບຕ້ອງມີການກະທຳ. ຍິ່ງກວ່າເວລາໃດໝົດ, ບັນຫາຮີບດ່ວນທີ່ໄດ້ວາງອອກແມ່ນ ບັນດາປະເທດໃນໂລກຄວນສະແດງໃຫ້ເຫັນບົດບາດຂອງຕົນໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ ຢ່າງຈະແຈ້ງກວ່າ ເພື່ອສາມາດຮັບປະກັນໃຫ້ແກ່ອະນາຄົດຂອງສັນຍາປາຣີ ແລະ ໄກກວ່າກໍ່ແມ່ນຄວາມປອດໄພຂອງໜ່ວຍໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ