ໃຫ້ບຸລິມະສິດພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກຳເພື່ອບຸກທະລຸ

(VOVWORLD) -ກ່າວຄຳເຫັນທີ່ວາລະໄຂກອງປະຊຸມສຸດຍອດອະນາຄົດໃນຂອບເຂດສັບປະດາຂັ້ນສູງ  ສະມັດຊາໃຫຍ່ ສະຫະປະຊາຊາດ ຊຸດທີ 79 ໃນວັນທີ 22 ກັນຍາ ຢູ່ ນິວຢອກ, ທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມໂຕເລີມ ໄດ້ເນັ້ນຫນັກຢ່າງແຮງເຖິງຜົນງານດ້ານວິທະຍາສາດ, ເຕັກໂນໂລຊີ ຕ້ອງຮັບໃຊ້ຄວາມກ້າວຫນ້າສັງຄົມ, ມຸ່ງໄປເຖິງມະນຸດ, ປົດປ່ອຍມະນຸດ, ພັດທະນາມະນຸດຢ່າງຮອບດ້ານ. ຄວາມຈິງ, ຫວຽດນາມ ພວມສຸມໃສ່ບຸລິມະສິດພັດທະນາວິທະຍາສາດ, ນະວັດຕະກຳ ແລະ ຖືນີ້ແມ່ນການເລືອກເຟັ້ນຍຸດທະສາດ, ເພື່ອບຸກທະລຸ, ຮັບໃຊ້ຄວາມກ້າວຫນ້າສັງຄົມ.

ໃຫ້ບຸລິມະສິດພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກຳເພື່ອບຸກທະລຸ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ກ່າວຄຳເຫັນທີ່ວາລະປຶກສາຫາລືລວມຂັ້ນສູງ  ສະມັດຊາໃຫຍ່ ສະຫະປະຊາຊາດ ຊຸດທີ 79.  (ພາບ: TTXVN)

ຫວຽດນາມ ພວມໃນໄລຍະສຳຄັນໃຫ້ແກ່ການຫັນປ່ຽນທິດໄປຍັງພື້ນຖານເສດຖະກິດ ດິຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະພວມໃຫ້ບຸລິມະສິດພັດທະນາຢ່າງແຮງດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳເພື່ອບຸກທະລຸກ່ຽວສະມັດຕະພາບ, ຄຸນນະພາບ ແລະ ເພີ່ມກຳລັງແກ້ງແຍ່ງຂອງພື້ນຖານເສດຖະກິດ.

ການເລືອກເຟັ້ນຍຸດທະສາດ

ກ່າວຄຳເຫັນທີ່ການໂອ້ລົມສົນທະນາກ່ຽວກັບການພັດທະນາຂະແຫນງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ AI ເມື່ອວັນທີ 22 ກັນຍາ ຢູ່ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ເນັ້ນຫນັກວ່າ: ຫວຽດນາມ ກຳນົດການພັດທະນາປະເທດຊາດຢ່າງວ່ອງໄວ, ໝັ້ນຄົງ, ຍືນຍົງ ໂດຍອີງໃສ່ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ. ການພັດທະນາຂະແຫນງອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ ແມ່ນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສ, ເລືອກເຟັ້ນຍຸດທະສາດ, ບຸລິມະສິດໃນການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ. ນີ້ແມ່ນຫນຶ່ງບັນດາບຸກທະລຸຍຸດທະສາດເພື່ອພັດທະນາເສດຖະກິດສັງຄົມຂອງປະເທດຊາດ.                            

“ ກ່ຽວກັບ 3 ບຸກທະລຸຍຸດທະສາດ ລະບອບລະບຽບການ ພື້ນຖານໂຄງລ່າງ ການພັດທະນາແຫລ່ງຊັບພະຍາກອນມະນຸດ, ພວກຂ້າພະເຈົ້າສຸມໃສ່ຕົ້ນຕໍເຂົ້າເລື່ອງຫັນເປັນດິຈີຕອນ ໂດຍອີງໃສ່ການພັດທະນາວິທະຍາສາດເຕັກໂນໂລຊີສູງ. ຕົວຢ່າງຄື ກ່ຽວກັບການປັບປຸງລະບອບລະບຽບການໃຫ້ສົມບູນແບບໃນພື້ນຖານເສດຖະກິດ ດິຈີຕອນ, ກໍ່ສ້າງພື້ນຖານໂຄງລ່າງແບບຍືນຍົງ, ພວກຂ້າພະເຈົ້າຈະຮັບປະກັນການສະຫນອງແຫລ່ງພະລັງງານສະອາດ ແລະແຫລ່ງນ້ຳເໝາະສົມ ເພື່ອພັດທະນາ ພ້ອມທັງຮັບປະກັນດ້ານພື້ນຖານໂຄງລ່າງຢ່າງສະດວກ, ບໍ່ພຽງແຕ່ທາງອາກາດ, ທາງທະເລ ແລະ ທາງບົກ, ທາງລົດໄຟພາຍໃນປະເທດ ກໍ່ມີການເຊື່ອມຕໍ່ກັບສາກົນ”

ໃນຕົວຈິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫາກໍ່ເຊັນຂໍ້ຕົກລົງປະກາດໃຊ້ຍຸດທະສາດພັດທະນາອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ ຫວຽດນາມຮອດປີ 2030 ແລະວິໄສທັດຮອດປີ 2050. ຕາມນັ້ນແລ້ວ ໄລຍະ 1 (ແຕ່ນີ້ຮອດປີ 2030), ຂອບຂະຫນາດລາຍຮັບອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ ຢູ່ ຫວຽດນາມ ບັນລຸກວ່າ 25 ຕື້ USD/ປີ ດ້ວຍກວ່າ 50.000 ນັກວິສາວະກອນ, ບັນດິດ. ໄລຍະ 2 (2030 – 2040): ເປົ້າໝາຍ ຫວຽດນາມ ຈະກາຍເປັນຫນຶ່ງໃນບັນດາສູນ ກ່ຽວກັບອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ, ເອເລັກໂຕນິກທົ່ວໂລກ; ພັດທະນາອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ, ເອເລັກໂຕນິກ; ສົມທົບລະຫວ່າງການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະFDI. ໄລຍະ 3: ແຕ່ປີ 2040 – 2050 ຫວຽດນາມ ວາງຄາດໝາຍກາຍປະເທດຂຶ້ນກັບກຸ່ມບັນດາປະເທດນຳຫນ້າໂລກກ່ຽວກັບອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ , ເປັນເຈົ້າການຄົ້ນຄ້ວາ, ພັດທະນາໃນຂົງເຂດ ເຄິ່ງຊັກນຳໄຟຟ້າ, ເອເລັກໂຕນິກ. ກ່ອນນັ້ນ ຫວຽດນາມ ກໍ່ໄດ້ມີຄວາມເອົາໃຈໃສ່ ສ້າງ ກອບນິຕິກຳ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ການໃຫ້ບຸລິມະສິດດຶງດູດການລົງທຶນ ແລະພັດທະນາ ເຄິ່ງຊັກນຳໄຟຟ້າ.

ໃຫ້ບຸລິມະສິດພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກຳເພື່ອບຸກທະລຸ - ảnh 2ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ເຂົ້າຮ່ວມ ທີ່ການໂອ້ລົມສົນທະນາ ດ້ວຍຫົວຂໍ້ "ເພີ່ມທະວີການຮ່ວມມື ຫວຽດນາມ - ອາເມລິກາ ໃນການພັດທະນາຂະແຫນງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ.  (ພາບ: VOV)

ຮັບໃຊ້ຄວາມກ້າວຫນ້າສັງຄົມ

ວິໄສທັດຂອງ ຫວຽດນາມ ສຳລັບຂະແຫນງອຸດສາຫະກຳເຄື່ອງຊັກນຳໄຟຟ້າ ໄດ້ຮັບການຕີລາຄາວ່າ ແມ່ນເຕັມໄປດ້ວຍຄວາມສຸມໃສ່ຢ່າງສູງ. ຫວຽດນາມ ໄດ້ ແລະ ພວມນັບມື້ນັບດຶງດູດຫລາຍກຸ່ມບໍລິສັດໃຫຍ່ໃນຂະແຫນງ….. ມາຈາກ ອາເມລິກາ, ສເກົາຫລີ, ຍີ່ປຸ່ນ, ໄຕ້ຫວັນ (ຈີນ), ໂຮນລັງ.. ພ້ອມກັນນັ້ນ ມີບໍລິສັດຫລາຍແຫ່ງຢູ່ພາຍໃນປະເທດ ກໍ່ໄດ້ເຂົ້າຮ່ວມຕະຫລາດຄື: Viettel, FPT, VNChip,. ຕາມທ່ານ Rizwan Khan, ຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດໃຫ້ຄຳປຶກສາ Acclime ຫວຽດນາມ ແລ້ວ, ຖ້າຫວນຄືນ 10 ປີຜ່ານມາ, ບັນດາຂໍ້ກຳນົດໄດ້ສ້າງຂຶ້ນແມ່ນມີປະໂຫຍດຕໍ່ວິສາຫະກິດ.

ທ່ານ ຫງວຽນຈິຢູງ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ:

“ຂະແຫນງ ເຄິ່ງຊັກນຳໄຟຟ້າ ແມ່ນອີງໃສ່ຫລາຍປັດໄຈ. ທີຫນຶ່ງ ຕ້ອງສ້າງລະບົບນິເວດ. ຕ້ອງມີກົນໄກ, ນະໂຍບາຍຫນູນຊ່ວຍ, ຕ້ອງມີແຫລ່ງຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງທີ່ດີ. ທັງໝົດລ້ວນແຕ່ຕ້ອງມີຄວາມຄົບຊຸດ. ພວກຂ້າພະເຈົ້າ ກໍ່ພວມປະຕິຮູບບັນດາລະບຽບການບໍລິຫານໃຫ້ແກ່ກົດໝາຍວ່າດ້ວຍການລົງທຶນຢ່າງແຮງ ເພື່ອໃຫ້ມີຄວາມສະດວກ, ດູດດຶ່ມໃຫ້ແກ່ບັນດານັກລົງທຶນ, ຈະດຶງດູດຫລາຍນັກລົງທຶນ ທີ່ໄດ້, ພວມເຂົ້າມາລົງທຶນ ຢູ່ ຫວຽດນາມ. ຂ້າພະເຈົ້າຫວັງວ່າ ນີ້ຈະແມ່ນການປະກອບສ່ວນອັນໃຫຍ່ຫລວງໃຫ້ແກ່ພື້ນຖານເສດຖະກິດໃນໄລຍະຈະມາເຖິງ”

ຫວຽດນາມ ມີຫລາຍສຸດແມ່ນ 3 -5  ປີ ເພື່ອແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງພື້ນຖານໂຄງລ່າງ ແລະ ກຳລັງແຮງງານ ເພື່ອບັນລຸໃຫ້ໄດ້ເປົ້າໝາຍຂອງຕົນ. ໃນສະພາບການບັນດາປະເທດອື່ນພວມຢູ່ໃນການຊ່ວງເສັງເພື່ອໃຫ້ກາຍເປັນສ່ວນຫນຶ່ງຂອງລະບົບມູນຄ່າ ເຄິ່ງຊັກນຳໄຟຟ້າ, ຄວາມເປັນເອກະພາບກ່ຽວກັບນະໂຍບາຍ ສົມທົບກັບປະສິດທິຜົນການຜັນຂະຫຍາຍໃນສະພາບຕົວຈິງ ຈະຊ່ວຍ ຫວຽດນາມ ບັນລຸບາດກ້າວບຸກທະລຸ.

ຕອບກັບ

ຂ່າວ/ບົດ​ອື່ນ