ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ສ້າງ​ຂີດ​ໝາຍ​ອັນ​ຍິ່ງ​ໃຫຍ່​ຂອງ​ຍຸ​ກ​ສະ​ໄໝ

(VOVWORLD) - ວັນທີ 07 ພຶດສະພາ, ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (ວັນທີ 07 ພຶດສະພາ 1954  07 ພຶດສະພາ 2024) ຂຶ້ນຢ່າງສົມກຽດ, ເຊິ່ງເປັນໄຊຊະນະໄດ້ສ້າງຂີດໝາຍໃນປະຫວັດສາດໂລກ. ໄຊຊະນະ ດ້ຽນບຽນຝູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ. ໄຊຊະນະ ດ້ຽນບຽນຝູ ຊຸກຍູ້ຂະບວນການປົດປ່ອຍຊາດທົ່ວໂລກບັນລຸໄດ້ໄຊຊະນະຢ່າງສົມບູນ.

ໄຊຊະນະປະຫວັດສາດ ດ້ຽນບຽນຝູ ໄດ້ຮັບການຊົມເຊີຍຈາກບັນດາປະຊາຊາດທີ່ຖືກກົດຂີ່ຂູດຮີດໃນໂລກໃນສະໄໝນັ້ນ ຄືດັ່ງສັນຍານກ່າວເຕືອນເຖິງສົງຄາມອື່ນ.

 ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ສ້າງ​ຂີດ​ໝາຍ​ອັນ​ຍິ່ງ​ໃຫຍ່​ຂອງ​ຍຸ​ກ​ສະ​ໄໝ - ảnh 1ນັກປະຫວັດສາດວິທະຍາ ຝລັ່ງ Alain Ruscio ໃຫ້ຂໍ້ສັງເກດກ່ຽວກັບໄຊຊະນະ ດ້ຽນບຽນຝູ (ພາບ: VOV)

ໄຊຊະນະອັນຍິ່ງໃຫຍ່

ນັກປະຫວັດສາດວິທະຍາ ຝລັ່ງ Alain Ruscio ຢັ້ງຢືນວ່າ ໄຊຊະນະ ດ້ຽນບຽນຝູ ແມ່ນການບາດຄ້ອນຕັດສິນ ເຮັດໃຫ້ ຝລັ່ງ ຕ້ອງຍອມຮັບເຊັນສັນຍາ ເຊີແນວ ແລະ ນຳມາເຊິ່ງສັນຕິພາບໃຫ້ແກ່ ຫວຽດນາມ. ນັ້ນແມ່ນໝາກຜົນແຫ່ງການສົມທົບກັນຢ່າງສຳເລັດຜົນລະຫວ່າງກຳລັງແຮງແຫ່ງຄວາມຮັກຊາດ ແລະ ຄວາມຄາດຫວັງສັນຕິພາບຂອງປະຊາຊົນ ຫວຽດນາມ ພາຍໃຕ້ການຊີ້ນຳນຳພາອັນສະຫຼາດສ່ອງໃສຂອງປະທານ ໂຮ່ຈີມິນ. ທ່ານກ່າວວ່າ:

“ດ້ຽນບຽນຝູ ແມ່ນຂີດໝາຍສຳຄັນຂອງປະຫວັດສາດ ຫວຽດນາມ. ໄຊຊະນະດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ທີ່ລຳບາກກາກກຳ, ໂດຍເລີ່ມຈາກຄວາມໂດດດ່ຽວ, ຍ້ອນວ່ານັບແຕ່ຕົ້ນ, ບັນດາທະຫານຂອງພົນເອກ ຫວໍງວຽນຢາບ ຖືກຕົກໃນທ່າໂດດດ່ຽວ. ຫຼັງຈາກນັ້ນ, ສະພາບການຜັນແປຂອງການຕໍ່ສູ້ໄດ້ມີການປ່ຽນແປງ ດ້ວຍຄຳນິຍາມ “ໄຊຊະນະປະຊາຊົນ”, ນີ້ບໍ່ພຽງແຕ່ແມ່ນບັ້ນຕໍ່ສູ້ຂອງສະເພາະນາຍທະຫານເທົ່ານັ້ນ ຫາກຍັງມີການຮ່ວມຈິດຮ່ວມໃຈ, ການເສຍສະຫຼະ ແລະ ການຕັດສິນໃຈຂອງທັງຊາດອີກດ້ວຍ”.

ໄຊຊະນະອັນຍິ່ງໃຫຍ່ນີ້ ກໍໄດ້ຊ່ວຍໃຫ້ 3 ຊາດ ຫວຽດນາມ - ລາວ - ກຳປູເຈຍ ສາມັກຄີກັນ, ສ້າງກຳລັງແຮງລວມ, ນຳມາເຊິ່ງໄຊຊະນະຢູ່ແຕ່ລະປະເທດ. ທ່ານສາດສະດາຈານ. ປອ. Vong So Theara ຫົວໜ້າພະແນກປະຫວັດສາດ ກຳປູເຈຍ ແລະ ອາຊີຕາເວັນອອກສ່ຽງໃຕ້, ມະຫາວິທະຍາໄລລາຊະອານາຈັກ ກຳປູເຈຍ ເນັ້ນໜັກວ່າ:

“ໃນບັ້ນຕໍ່ສູ້ຕ້ານສັດຕູໂຕດຽວ, ພວກເຮົາໄດ້ມີຄວາມສາມັກຄີເປັນກຸ່ມກ້ອນອັນດຽວກັນ. ເມື່ອ 3 ປະເທດສ້າງຕັ້ງກຳລັງປະຕິວັດຕ້ານຄືນການປົກຄອງຂອງລະບອບລ່າເມືອງຂຶ້ນນັ້ນ ແມ່ນຍາດໄດ້ຜົນສຳເລັດຫຼາຍຢ່າງ, ພິເສດ, ພາຍຫຼັງທີ່ ຝລັ່ງ ຖືກປະລາໄຊຢູ່ ດ້ຽນບຽນຝູ, ໄດ້ເຮັດໃຫ້ກອງປະຊຸມເຊີແນວ ບັນລຸໄດ້ໝາກຜົນອັນດີງາມ. ຝລັ່ງ ຕ້ອງຍອມຮັບເອກະລາດຢູ່ທັງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ”.

 ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ສ້າງ​ຂີດ​ໝາຍ​ອັນ​ຍິ່ງ​ໃຫຍ່​ຂອງ​ຍຸ​ກ​ສະ​ໄໝ - ảnh 2ທ່ານສາດສະດາຈານ. ປອ. Vong So Theara ຫົວໜ້າພະແນກປະຫວັດສາດ ກຳປູເຈຍ (ພາບ: VOV)

ໄຊຊະນະສ້າງຂີດໝາຍອັນຍິ່ງໃຫຍ່ຂອງຍຸກສະໄໝ

ໄຊຊະນະ ດ້ຽນບຽນຝູ ບໍ່ພຽງແຕ່ຢຸດຕິການປົກຄອງຂອງລັດທິລ່າເມືອງຂຶ້ນຢູ່ 3 ປະເທດ ອິນດູຈີນ ເທົ່ານັ້ນ, ຫາກຍັງເປີດສັງກາດໃໝ່ໃຫ້ປະຫວັດສາດຂອງມວນມະນຸດ. ຈາກໄຊຊະນະນີ້, ນ້ຳໃຈ ດ້ຽນບຽນຝູ ຂອງປະຊາຊົນ ຫວຽດນາມ ໄດ້ລະດົມແຫຼ່ງກຳລັງໃຈຢ່າງແຮງໃຫ້ບັນດາປະເທດຫົວເມືອງຂຶ້ນອື່ນໆ ລຸກຮື້ຂຶ້ນຕໍ່ສູ້ຍາດເອົາເອກະລາດ, ຜ່ານນັ້ນ ກໍ່ຢຸດຕິລະບອບລັດທິລ່າເມືອງຂຶ້ນແບບເກົ່າໃນຂອບເຂດທົ່ວໂລກ. ທ່ານ Reda El Taify, ເອກອັກຄະລັດຖະທູດ ອີຢິບ ປະຈຳ ຫວຽດນາມ ອາຍຸການ 2010 – 2014, ຢັ້ງຢືນວ່າ ບັ້ນຮົບ ດ້ຽນບຽນຝູ ແມ່ນໜຶ່ງໃນບັນດາບັ້ນຕໍ່ສູ້ທີ່ມີລືຊື່ທີ່ສຸດໃນປະຫວັດສາດ:

“ອາດເວົ້າໄດ້ວ່າ ບັ້ນຮົບ ດ້ຽນບຽນຝູ ແມ່ນໜຶ່ງໃນບັນດາບັ້ນຕໍ່ສູ້ສຳຄັນແຖວໜ້າໃນປະຫວັດສາດໂລກ, ເຊິ່ງໄດ້ຈັດທຽບເທົ່າກັບບັນດາບັ້ນຮົບ ແລະ ບັ້ນຕໍ່ສູ້ທີ່ລືຊື່ໃນປະຫວັດສາດໂລກ. ບັ້ນຮົບ ດ້ຽນບຽນຝູ ໄດ້ຢຸດຕິລະບອບລ່າເມືອງຂຶ້ນປົກຄອງຂອງ ຝລັ່ງ ບໍ່ສະເພາະຢູ່ ຫວຽດນາມ ເທົ່ານັ້ນ ຫາກຍັງຢູ່ທົ່ວທະວີບ ອາຊີ ອີກດ້ວຍ”.

ໄຊຊະນະ ດ້ຽນບຽນຝູ ໄດ້ລະດົມກຳລັງໃຈ, ສົ່ງເສີມຂະບວນການປົດປ່ອຍຊາດຢູ່ທົ່ວທະວີບ ອາຊີ, ອາຟະລິກາ ແລະ ນັບທັງຢູ່ ອາເມລິກາ ລາຕິນ ອີກດ້ວຍ. ນັກການທູດ ທ່ານ Reda El Taify ຢັ້ງຢືນວ່າ:

“ຊາວ ຫວຽດນາມ ມີສິດມີຄວາມເອກອ້າງທະນົງໃຈຕໍ່ໄຊຊະນະ ດ້ຽນບຽນຝູ. ສ່ວນພວກຂ້າພະເຈົ້າຢູ່ພາກພື້ນຕາເວັນອອກກາງ ແລະ ໂລກ ອາຣັບ, ຈະບໍ່ມີວັນລືມເຫດການປະຫວັດສາດນີ້, ເພາະວ່າ ການນຳ ອາຟະລິກາ ສ່ວນຫຼາຍໄດ້ຖອດຖອນບົດຮຽນອັນລ້ຳຄ່າຈາກໄຊຊະນະ ດ້ຽນບຽນຝູ. ເນື່ອງຈາກນັ້ນ, ພວກຂ້າພະເຈົ້າໄດ້ສ້າງຍຸດທະສາດຕໍ່ສູ້ປົດປ່ອຍ, ຮັດແໜ້ນການປິດລ້ອມ ແລະ ລຸຍຂຶ້ນຕໍ່ສູ້ໂຄ່ນລົ້ມທຸກຮູບແບບລ່າເມືອງຂຶ້ນປົກຄອງຂອງ ຝລັ່ງ ຢູ່ ອາຟະລິກາ”.

 ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ສ້າງ​ຂີດ​ໝາຍ​ອັນ​ຍິ່ງ​ໃຫຍ່​ຂອງ​ຍຸ​ກ​ສະ​ໄໝ - ảnh 3ທ່ານ Reda El Taify, ເອກອັກຄະລັດຖະທູດ ອີຢິບ ປະຈຳ ຫວຽດນາມ ອາຍຸການ 2010 – 2014 (ພາບ: VOV)

ທ່ານ Leonard Lema, ເລຂາຄະນະຊາວໜຸ່ມຄອມມູນິດ ນະຄອນ Saint Pierre des Corps ໃຫ້ຂໍ້ສັງເກດວ່າ:

“ເຫດການ ດ້ຽນບຽນຝູ ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ບັນດາຂະບວນການປົດປ່ອຍຊາດຢູ່ຫຼາຍພາກພື້ນ. ໂດຍເປັນຊາວເຊື້ອຊາດ ອາເມລິກາ ໃຕ້, ຄອບຄົວຂ້າພະເຈົ້າເຄີຍໄດ້ເລົ່າສູ່ຟັງຫຼາຍເລື່ອງລາວກ່ຽວກັບເຫດການນີ້. ສຳລັບພໍ່ຂອງຂ້າພະເຈົ້າ, ໄຊຊະນະ ດ້ຽນບຽນຝູ ແມ່ນໄຊຊະນະທີ່ມີລັກສະນະເປັນສັນຍາລັກ. ພວກເຮົາກໍເຫັນໄດ້ເຖິງສິ່ງທີ່ຄ້າຍຄືກັນຢູ່ ອານເຊຣີ ແລະ ຢູ່ທຸກປະເທດທີ່ປະຊາຊົນຖືກກົດຂີ່ຂູດຮີດອີກດ້ວຍ.”

ໄຊຊະນະປະຫວັດສາດ ດ້ຽນບຽນຝູ ແມ່ນໄຊຊະນະສ້າງຂີດໝາຍອັນຍິ່ງໃຫຍ່ຂອງຍຸກສະໄໝ, ແມ່ນເຫດການທີ່ມີຄວາມໝາຍແຜ່ກະຈາຍທົ່ວໂລກ. ເປັນຄັ້ງທຳອິດໃນປະຫວັດສາດ, ຊາດໜຶ່ງທີ່ຖືກກົດຂີ່ຂູດຮີດ ສາມາດເອົາໄຊຊະນະການຮຸກຮານຂອງປະເທດມະຫາອຳນາດ, ຍາດເອົາເອກະລາດມາໃຫ້ປະເທດຊາດ, ນຳມາເຊິ່ງສິດປະຊາທິປະໄຕມາໃຫ້ປະຊາຊົນຢ່າງແທ້ຈິງ. ນັ້ນແມ່ນໄຊຊະນະອັນຍິ່ງໃຫຍ່ຂອງຊາດ ຫວຽດນາມ, ພ້ອມທັງແມ່ນໄຊຊະນະລວມຂອງບັນດາປະເທດທີ່ຖືກກົດຂີ່ຂູດຮີດທັງໝົດໃນໂລກ. 70 ປີ ພາຍຫຼັງຍາດໄດ້ໄຊຊະນະ ດ້ຽນບຽນຝູ, ມີຫຼາຍນັກຮຽນຮູ້, ນັກຄົ້ນຄວ້າປະຫວັດສາດໃນໂລກ ຕ່າງກໍໃຫ້ຂໍ້ສັງເກດວ່າ: ສານ ແລະ ບົດຮຽນຈາກໄຊຊະນະ ດ້ຽນບຽນຝູ ໃນວັນທີ 7 ພຶດສະພາ 1954 ຍັງຮັກສາຄຸນຄ່າໄວ້ໄດ້ເໝືອນເດີມ. ຫວຽດນາມ ແມ່ນປະເທດປະຈັນບານ, ແມ່ນແບບຢ່າງອັນໃສແຈ້ງໃນຂະບວນການຕໍ່ສູ້ປົດປ່ອຍຊາດ, ເປີດໜ້າປະຫວັດສາດໃໝ່ໃຫ້ແກ່ມວນມະນຸດ./.

ຕອບກັບ

ຂ່າວ/ບົດ​ອື່ນ