ພາຍຫຼັງເຫດການທີ່ຜູ້ມີສິດເລືອກຕັ້ງຊາວສະກົດແລນກວ່າ 4 ລ້ານຄົນໄປປ່ອນບັດໃນການລົງປະຊາມະຕິທວງເອົາເອກະລາດກ່ອນນີ້ເກືອບ 2 ເດືອນ. ເຂດ Catalonia ຢູ່ແອດປາຍ ຫາກໍດຳເນີນການລົງປະຊາມະຕິດ້ວຍໝາກຜົນການສະໜັບສະໜູນຕໍ່ການ ທວງເອົາເອກະລາດຂຶ້ນເຖິງ 80%. ເຖິງວ່ານີ້ແມ່ນ ການລົງປະຊາມະຕິຖືກຖືວ່າ ລະເມີດລັດຖະທຳມະນູນ ແລະ ບໍ່ມີຄຸນຄ່າກໍຕາມ, ແຕ່ເລື່ອງເຂດ Catalonia ເດີນຕາມແບບສະກົດແລນນັ້ນ ແມ່ນການກ່າວເຕືອນ, ເຮັດໃຫ້ບັນດາການນຳ EU ຕ້ອງຄິດໄລເຖິງບັນດາວິທີການແກ້ໄຂເພື່ອຈຳກັດໜໍ່ແໜງແຍກຕົວອອກຊຶ່ງພວມມີໄພແຜ່ລາມອອກສູ່ວົງກ້ວາງ, ເປັນສິ່ງທ້າທາຍຕໍ່ອະທິປະໄຕຂອງຫຼາຍປະເທດໃນທະວີບນີ້.
ຜູ້ມີສິດເລືອກຕັ້ງຊາວ Catalonia ໄປປ່ອນບັດ
|
ກ່ອນອື່ນໝົດ, ບັນດາຕົວເລກໃນປ່ອຍບັດລົງປະຊາມະຕິຢູ່ເຂດ Cataloniaໄດ້ສະແດງໃຫ້ເຫັນຫຼາຍສິ່ງຫຼາຍຢ່າງ. ຜູ້ມີສິດເລືອກຕັ້ງ 2 ລ້ານຄົນໃນຈຳນວນທັງໝົດ 5,4 ລ້ານຄົນທີ່ເຂົ້າຮ່ວມການປ່ອນບັດ ແລະ ໃນນັ້ນມີເຖິງ 80% ໄດ້ສະໜັບສະໜູນຕໍ່ການ ທວງເອົາເອກະລາດ. ເຖິງວ່າສານລັດຖະທຳມະນູນແອດປາຍບໍ່ອະນຸຍາດໃຫ້ຈັດຕັ້ງ ແລະ ອຳນາດການປົກຄອງສູນກາງຖະແຫຼງວ່າ ໝາກຜົນການປ່ອນບັດບໍ່ມີຄວາມໝາຍດ້ານການເມືອງແຕ່ຢ່າງໃດກໍຕາມ, ແຕ່ກໍຕ້ອງຍອມຮັບວ່າ ຝ່າຍແຍກຕົວໄດ້ປະສົບຜົນສຳເລັດຂະນະທີ່ໄດ້ລະດົມຜູ້ມີສິດເລືອກຕັ້ງສະກົດແລນຈຳນວນເຫຼົ່ານັ້ນໄປປ່ອນບັດ.
ໄພອັນຕະລາຍພາໄປເຖິງເກີດວິກິດການການເມືອງຍາວນານ.
ດ້ວຍໝາກຜົນ 80% ຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດສະໜັບສະໜູນນັ້ນ, ແນ່ນອນວ່າ ລັດຖະບານແອດສະປາຍ ບໍ່ອາດເມີນເສີຍ ແລະ ຕ້ອງມີວິທີວິທີເຈລະຈາກັບອຳນາດການປົກຄອງທ້ອງຖິ່ນ Catalonia ຕາມວິທີຕ່າງຫາກ. ແຕ່ໃນການຜັນແປເມື່ອມໍ່ໆມານີ້, ທ່ານນາຍົກລົດຖະມົນຕີແອດສະປາຍ Mariano Rajoy ໄດ້ປະຕິເສດຂໍ້ສະເໜີຂອງຜູ້ນຳເຂດ Catalonia ແລະ ໝັ້ນໝາຍຈະເຮັດທຸກຢ່າງເພື່ອປ້ອງກັນເອກະພາບກໍຄືຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ຊ້ຳບໍ່ໜຳ ບັນດາເຈົ້າໜ້າທີ່ໄອຍະການຂອງປະເທດນີ້ຍັງພວມພິຈາລະນາເພື່ອດຳເນີນຄະດີອາຍາສຳລັບບັນດາເຈົ້າໜ້າທີ່ເຂດ Catalonia ທີ່ໄດ້ລວງລະເມີດຄຳສັ່ງເກືອດຫ້າມຂອງສານເມື່ອເປີດສະຖານທີ່ປ່ອນບັດໃນໂຮງຮຽນ ແລະ ສຳນັກງານປົກຄອງ.
ຕາມບັນດານັກໄຈ້ແຍກແລ້ວ, ຄວາມເຄັ່ງຕຶງໃນປະຈຸບັນອາດຈະເຮັດໃຫ້ຄວາມ ແຍ້ງລະຫວ່າງອຳນາດການປົກຄອງສູນກາງແອດສະປາຍກັບອຳນາດການປົກຄອງທ້ອງຖິ່ນ ເພີ່ມຂຶ້ນສູງກວ່າອີກ ແລະ ອາດຈະພາໄປເຖິງເກີດວິກິດການການເມືອງຍາວນານຢູ່ແອດສະປາຍ.
ຄວາມຫຍຸ້ງຍາກດ້ານເສດຖະກິດຊຸກຍູ້ທ່າອຽງແຍກຕົວອອກ.
ໃນກຸ່ມເອີໂຣ ປະຈຸບັນ, ແອດສະປາຍແມ່ນປະເທດຮັບຜົນສະທ້ອນຢ່າງໜັກໜ່ວງຈາກການຊຸດໂຊມດ້ານເສດຖະກິດ. ອັດຕາລາຍຈາຍງົບປະມານເກີນດູນຂຶ້ນເຖິງ 9% GDP ແລະ ອັດຕາການວ່າງງານລື່ນກາຍລະດັບ 30%. 2-3 ປີມານີ້, ອຳນາດການປົກຄອງເຂດ Catalonia ບໍ່ຍອມຮັບບັນດານະໂຍບາຍຮັດເຂັມຄັດໂດຍສະຫະພາບເອີລົບ ແລະ ກຸ່ມເອີໂຣຮຽກຮ້ອງ. ຄຳຖາມທີີ່ວ່າ ເປັນຫຍັງພັດບັງຄັບ Catalonia ແບ່ງປັນການແບກຫາບຊຳລະໜີ້ສິນຂອງແອດສະປາຍກັບທະນາຄານສູນກາງເອີລົບ ຫຼື ກອງທຶນເງິນຕາສາກົນ ໃນຂະນະທີ່ເຂດ Catalonia ພັດປະກອບສ່ວນຫຼາຍກ່ວາໝູ່ເຂົາໃນງົບປະມານສູນກາງ, ນັ້ນແມ່ນເຫດຜົນຊຸກຍູ້ເຂດນີ້ຫວັງແຍກຕົວອອກ. ນອກຈາກເຫດຜົນດ້ານເສດຖະກິດ, ທາງດ້ານພາສາ ແລະ ມໍລະດົກວັດທະນະທຳ ກໍເປັນກຳລັງຊຸກຍູ້ເພື່ອໃຫ້ເຂດ Catalonia ຫວັງແຍກຕົວເປັນລັດເອກະລາດ.
ການສົ່ງຜົນສະທ້ອນເຖິງຄວາມສະຫງົບ ແລະ ວັດທະນາຖາວອນຂອງ EU
ປະຈຸບັນ, ຍັງບໍ່ທັນຮູ້ວ່າ ສິ່ງໃດຈະເກີດຂຶ້ນໃນຂັ້ນຕໍ່ໄປຢູ່ ເຂດ Catalonia, ແຕ່ເປັນທີ່ຈະແຈ້ງແລ້ວວ່າ ພາຍຫຼັງການລົງປະຊາມະຕິຢ່າງບໍ່ເປັນທາງການຢູ່ເຂດ Catalonia, ອຳນາດການປົກຄອງສູນກາງ ແອດສະປາຍ ແນ່ນອນວ່າຈະຕ້ອງມີບັນດາມາດຕະການແກ້ໄຂແບບດຸນດຽງຜົນປະໂຫຍດເພື່ອສ້າງສະຖຽນລະພາບໃຫ້ແກ່ປະເທດຊາດ. ຜ່ານບັນຫາ Catalonia, ບັນດາການນຳ EU ກໍຕ້ອງຄິດໄລບັນດາວິທີການແກ້ໄຂເພື່ອຈຳກັດໜໍ່ແໜງແຍກຕົວພ້ອມກັບທ່າອຽງຈຳແນກການປະພຶດທີ່ພວມມີໄພແຜ່ລາມອອກສູ່ວົງກ້ວາງນັ້ນ ໄດ້ເປັນສິ່ງທ້າທາຍຕໍ່ອະທິປະໄຕຂອງຫຼາຍປະເທດໃນທະວີບນີ້. ວິກິດການຢູ່ແອດສະປາຍ ອາດຈະພາໄປເຖິງເກີດບັນດາຂະບວນການທວງເອົາແຍກຕົວໃນພາກພື້ນ. ສະພາບຂາດສະຖຽນລະພາບຢູ່ແອດສະປາຍເລີ່ມເກີດຂຶ້ນຈາກເຂດ Catalonia, ຈະເປັນວິກິດການລວມສຳລັບກຸ່ມເອີໂຣ ຊຶ່ງຍັງບໍ່ທັນຫຼຸດພົ້ນອອກຈາກວິກິດການ. ສິ່ງທີ່ເປັນອັນຕະລາຍກ່ວານັ້ນ ແມ່ນມັນອາດຈະສ້າງເປັນຂະບວນການທວງເອົາເອະລາດໂດຍຂະໜາມນາມເອງ, ແລະ ແຜ່ຂະຫຍາຍອອກນອກກຸ່ມ EU ເພື່ອຊອກຫາຜົນປະໂຫຍດສ່ວນຕົວ ແລະ ຫຼີກລ່ຽງການແບກຫາບຄວາມຫຍຸ້ງຍາກຮ່ວມຂອງທັງກຸ່ມ.
ສິ່ງທີ່ເປັນໜ້າວິຕົກກັງວົນກວ່ານັ້ນ, ແມ່ນຖ້າຫາກທ່າອຽງແຍກຕົວຮັບໄຊຊະນະ ກໍຈະສົ່ງຜົນສະທ້ອນເຖິງຄວາມສະຫງົບ ແລະ ວັດທະນາຖາວອນລວມຂອງ EU . ໃນສະພາບດ້ານເສດຖະກິດພວມປະສົບກັບຄວາມຫຍຸ້ງຍາກນັ້ນ, ບັນດາສຳພັນທະມິດເຊື່ອມສານເຂົ້າກັນ ແລະ ລ້ວນແຕ່ມີຄວາມຫວັງຢາກຍົກລະດັບການສົ່ງຜົນສະທ້ອນຂອງສະເພາະຂອງຕົນ, ນີ້ແມ່ນບັນຫາທີ່ບໍ່ອາດແກ້ໄຂໄດ້ຢ່າງງາຍດາຍ.