ການ​ເດີນ​ທາງ​ໄປ​ສອນ​ໜັງ​ສື ຢູ່​ເຂດ​ຊາຍ​ແດນ

(VOVWORLD) - 5 ປີມານີ້, ຢູ່ເຂດຊາຍແດນບັນດາເມືອງ ເກວ໊ຟອງ, ເຕືອງເຢືອງ, ກີເຊີນ ຂອງແຂວງ ເງະອານ, ມີບັນດາຫ້ອງຮຽນແບບພິເສດ, ເຊິ່ງໄດ້ຈັດຂຶ້ນໃນຕອນຄ່ຳໃຫ້ນັກຮຽນ ເຊິ່ງແມ່ນພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໃນເກັນອາຍຸແຕ່ 30 – 60 ປີ. ພິເສດກ່ວານັ້ນ, ຄູສອນແມ່ນບັນດາຊາວໜຸ່ມ, ປັນຍາຊົນໜຸ່ມອາສາສະໝັກຂອງຄະນະເສດຖະກິດ - ປ້ອງກັນຊາດ ເລກ 4 (ກະຊວງປ້ອງກັນປະເທດ). ເຂົາເຈົ້າແມ່ນຜູ້ທີ່ຍັງໜຸ່ມແໜ້ນທີ່ມີຄວາມສຸດຈິດສຸດໃຈດ້ວຍຄວາມຫວັງນຳເອົາຕົວໜັງສືມາໃຫ້ແກ່ພໍ່ແມ່ປະຊາຊົນ.

ການ​ເດີນ​ທາງ​ໄປ​ສອນ​ໜັງ​ສື ຢູ່​ເຂດ​ຊາຍ​ແດນ - ảnh 1ປັນຍາຊົນໜຸ່ມ ວີຮ່ວາງແອັງ ຮັບຜິດຊອບ ຫ້ອງຮຽນລົບລ້າງໄພກຶກໜັງສື ຢູ່ບ້ານ ແກມດົນ

ເວລາ 20 ໂມງ, ຫ້ອງຮຽນເຂດຊາຍແດນຕາແສງ ຈີເລ, ເມືອງເກວ໊ຟອງ, ແຂວງ ເງະອານ ມີນັກຮຽນປະມານ 30 ຄົນ ພວມຕັ້ງໃຈຂຽນ ແລະ ຫັດອ່ານ. ນັກຮຽນຢູ່ທີ່ນີ້ ສ່ວນຫຼາຍແມ່ນແມ່ຍິງຊົນເຜົ່າສ່ວນໜ້ອຍໃນເກັນອາຍຸແຕ່ 30 – 60 ປີ. ເຂົາເຈົ້າໄດ້ສ້າງຄອບຄົວແຕ່ຄາວມີອາຍຸ 17, 18 ປີ, ເກີດລູກ ແລະ ເຮັດໄຮ່ເຮັດນາຕະຫຼອດ, ດັ່ງນັ້ນ ບົນໃບໜ້າຂອງເຂົາ ສະແດງໃຫ້ເຫັນຄວາມລຳບາກກາກກຳ. ໃນຈຳນວນນັ້ນ, ມີບາງຄົນບໍ່ຮູ້ໜັງສື ແລະ ມີບາງຄົນກໍ່ມີໂອກາດໄດ້ໄປຮຽນແລ້ວ ແຕ່ຍ້ອນຂ້ອງຄາກັບວຽກໄຮ່ການນາ, ຄອບຄົວ, ສະນັ້ນ ຈິ່ງຕ້ອງປະລະການຮຽນ. ເພາະສະນັ້ນ, ການມາຮຽນເມື່ອຕອນອາຍຸສູງກໍ່ແມ່ນຄວາມຫຍຸ້ງຍາກສຳລັບເຂົາເຈົ້າ. ແຕ່ການຮຽນຂອງເຂົາເຈົ້າສືບຕໍ່ໄດ້ຮັບການປະຕິບັດ ເມື່ອມີບັນດາປັນຍາຊົນໜຸ່ມອາສາສະໝັກຂອງຄະນະເສດຖະກິດ - ປ້ອງກັນຊາດ ເລກ 4, ກະຊວງປ້ອງກັນປະເທດ.

ເພື່ອສາມາດມາຫ້ອງຮຽນພິເສດນີ້ໄດ້, ບັນດາສະມາຊິກກອງປັນຍາຊົນໜຸ່ມຂອງຄະນະເສດຖະກິດ - ປ້ອງກັນຊາດ ເລກ 4 ຕ້ອງເດີນທາງແຕ່ກົມກອງໄປຮອດຫ້ອງຮຽນເປັນເວລາ 4 ຊົ່ວໂມງ, ຕ້ອງຜ່ານຄ້ອຍສູງ, ທາງຜູ້ທີ່ລະອິດລະອ້ຽວ. ທ່ານ ພັນໂທ ຫງວຽນຍຶຮົ່ງ, ຮອງຫົວໜ້າການເມືອງ ຄະນະເສດຖະກິດ - ປ້ອງກັນຊາດ ເຂດ 4 ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຕ້ອງຍ່າງໄປ, ຕ້ອງເດີນຜ່ານທາງປ່າ ບໍ່ແມ່ນທາງຜູຢ່າງ. ຍ່າງຜ່ານທາງປ່າ ປະມານ 5 ກີໂລແມັດ ຈຶຶ່ງຮອດຫ້ອງຮຽນ.

ມີຫຼາຍມື້ທີ່ຝົນຕົກ, ເສັ້ນທາງໄປຍັງຫ້ອງຮຽນຍິ່ງປະສົບຄວາມຫຍຸ້ງຍາກ. ບາງມື້ເມື່ອເລີກຮຽນ, ບັນດາສະມາຊິກໃນຄະນະກັບເມືອຮອດກົມກອງກໍ່ເກືອບຮອດເຊົ້າແລ້ວ. ແຕ່ບັນດາຊາວໜຸ່ມຍັງມານະພະຍາຍາມຜ່ານຜ່າທຸກຄວາມຫຍຸ້ງຍາກ ເພື່ອໄດ້ສິດສອນຕົວໜັງສືໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ. ສຳລັບເຂົາເຈົ້າ, ນັ້ນແມ່ນຄວາມເມົາມົວເມື່ອເຮັດວຽກງານທີ່ເປັນປະໂຫຍດໃຫ້ແກ່ສັງຄົມ ແລະ ພ້ອມກັນແບ່ງປັນກັບແມ່ຍິງຊົນເຜົ່າສ່ວນໜ້ອຍຢູ່ເຂດຊາຍແດນ. ເພື່ອນ ວີຮວ່າງແອັງ, ສະມາຊິກກອງປັນຍາຊົນໜຸ່ມ ຂອງຄະນະເສດຖະກິດ - ປ້ອງກັນຊາດ ເລກ 4 ແບ່ງປັນວ່າ:

ມີຫຼາຍຄັ້ງ ນ້ອງເຫັນວ່າຝົກຕົກຄືແນວນີ້ ແຕ່ພວກແມ່ບ້າ, ເອື້ອຍນ້ອງແມ່ຍິງ ຕ້ອງເດີນທາງໄກຈຶ່ງມາຮອດຫ້ອງຮຽນ. ຕື່ນນອນແຕ່ເຊົ້າແລ້ວໄປເຮັດວຽກຮອດຕອນຄ່ຳຈື່ງກັບບ້ານ. ມີບາງຄົນກໍ່ກິນເຂົ້າບໍ່ທັນ, ເອົາເຂົາໜຽວໄປນຳ ແລະ ກິນຢູ່ຫ້ອງຮຽນເລີຍ. ບາງຄົນເມື່ອເລີກຮຽນຈຶ່ງໄດ້ກິນເຂົ້າ ຍ້ອນເຂົາຢ້ານມາຮຽນຊ້າ.

ບັນດາຄວາມມານະພະຍາຍາມຂອງບັນດາປັ່ນຍາຊົນໜຸ່ມ ແລະ ແມ່ຍິງຊົນເຜົ່າສ່ວນໜ້ອຍ ໄດ້ແຕກດອກອອກຜົນ. ນາງ ເລທິແທັງເຟືອງ, ສະມາຊິກກອງປັນຍາຊົນໜຸ່ມ ຄະນະເສດຖະກິດ - ປ້ອງກັນຊາດເລກ 4 ໃຫ້ຮູ້ດ້ວຍຄວາມເບີກບານໃຈວ່າ:

ໃນພາກຮຽນທີ 1, ຜູ້ໃດກໍ່ສາມາດອ່ານຕາຕະລາງຕົວອັກສອນໄດ້. ສ່ວນໃນພາກຮຽນທີ 2, ທຸກຄົນຕ້ອງອ່ານພະຍາງໄດ້. ການຄິດໄລ່ບວກ ແລະ ລົບ ເຂົາເຈົ້າເຮັດໄດ້ແລ້ວ, ສ່ວນການຄິດໄລ່ຄູນ, ຫານ ແມ່ນເຮັດຍັງບໍ່ທັນໄດ້ເທື່ອ.

ການ​ເດີນ​ທາງ​ໄປ​ສອນ​ໜັງ​ສື ຢູ່​ເຂດ​ຊາຍ​ແດນ - ảnh 2ຫ້ອງຮຽນ ພິເສດ ຢູ່ເຂດພູສູງ (ພາບ: VOV)

ນັກຮຽນ ເລື່ອງທີເກິ່ນ ຢູ່ບ້ານ ແກ໊ມດົນ, ຕາແສງ ຈີເລ໊, ເມືອງ ເກວ໊ຟອງ ແບ່ງປັນວ່າ:

ໃນເມື່ອກ່ອນບໍ່ຮູ້ໜັງສື. ປັດຈຸບັນ ໄດ້ຮຽນ, ແລ້ວກໍ່ສາມາດອ່ານໄດ້ຂຽນເປັນ ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ. ຂໍຂອບໃຈນຳບັນດາຄູອາຈານ, ທະຫານ ທີ່ໄດ້ສອນໜັງສືໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ, ສອນໃຫ້ພວກເອື້ອຍນ້ອງແມ່ຍິງຮູ້ອ່ານ, ຮູ້ຂຽນ ແລະ ຮູ້ຄິດໄລ່.

ບັນດາປັນຍາຊົນໜຸ່ມເຂົ້າໃຈວ່າ ເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ປະຊາຊົນຕ້ອງຮູ້ໜັງສື ແລະ ມີຄວາມຮູ້. ດັ່ງນັ້ນ, ນອກຈາກການຮຽນ, ເຂົາເຈົ້າຍັງໂຄສະນາເຜີຍແຜ່ຄວາມຮູ້ທາງດ້ານສັງຄົມ, ເສດຖະກິດ, ແຜນນະໂຍບາຍ, ນະໂຍບາຍພັດທະນາຂອງພັກ, ລັດ ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ. ທ່ານ ພັນໂທ ຫງວຽນຍືຮົ່ງ ໃຫ້ຮູ້ວ່າ:

ຄະນະສົມທົບກັບທ້ອງຖິ່ນ. ທ້ອງຖິ່ນໃດປະສົບກັບຄວາມຫຍຸ້ງຍາກແມ່ນຕ້ອງເປີດຫ້ອງຮຽນກ່ອນ. ວຽກງານທຳອິດແມ່ນຕ້ອງໄປໂຄສະນາ, ຂົນຂວາຍເອື້ອຍນ້ອງແມ່ຍິງມາຮຽນ. ຢູ່ທີ່ນີ້ ມີຊາວໜຸ່ມອາສາສະໝັກ, ກຳລັງປະຈັນບານ, ຫຼັກແຫຼ່ງສົ່ງໄປຫາແຕ່ລະຄອບຄົວ, ພົບປະແລກປ່ຽນ, ແບ່ງປັນ, ກຳແໜ້ນຄວາມມຸ່ງມາດປາດຖະໜາ, ຄວາມຫຍຸ້ງຍາກເຊິ່ງພໍ່ແມ່ປະຊາຊົນຕ້ອງປະເຊີນໜ້າເພື່ອມີວິທີຖ່າຍທອດຄວາມຮູ້ໃຫ້ເໝາະສົມ.

ຈາກບັນດາຫ້ອງຮຽນລົບລ້າງໄພກຶກໜັງສືຂອງປັນຍາຊົນໜຸ່ມອາສາສະໝັກ ຄະນະເສດຖະກິດ - ປ້ອງກັນຊາດ ເລກ 4, ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ເມືອງ ຊາຍແດນຂອງແຂວງ ເງະອານ ໄດ້ມີຄວາມເຂົ້າໃຈພາສາເຜົ່າກິ່ງ, ຮູ້ວິທີການປູກຝັງ, ລ້ຽງສັດໃຫ້ຖືກຕ້ອງຕາມເຕັກນິກ. ຈາກນັ້ນ, ພໍ່ແມ່ປະຊາຊົນບັນດາເຜົ່າກໍ່ມີຄວາມໝັ້ນໃຈໃນການແລກປ່ຽນຄ້າຂາຍ, ປົວແປງຊີວິດການເປັນຢູ່ໃຫ້ດີຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ