ຄູ​ “ປູ່” ຫງວຽນ​ຊວັນ​ຄາງແລະໂຄງ​ການ​ລ້ຽງ​ເດັກ​ແລະນັກ​ຮຽນ​ບ້ານ​ໜູ​ພາຍຫຼັງ​ນ້ຳ​ແກ່​ງຖ້ວມ

(VOVWORLD) - ນ້ຳແກ່ງຖ້ວມ ແລະດິນເຊາະເຈື່ອນໃນຕອນເຊົ້າວັນທີ10 ກັນຍາໄດ້ທັບຖົມໝົດບ້ານໜູຕາແສງຝຸກແຄເມືອງບາວອຽນແຂວງລາວກາຍເຮັດໃຫ້ 33ຄອບຄົວຖືກດິນທັບຖົມມີຜູ້ເສຍຊີວິດ57 ຄົນແລະຜູ້ຫາຍສາບສູນ 10 ຄົນມີເດັກຫຼາຍຄົນຢູ່ໝູ່ບ້ານກາຍເປັນເດັກກຳພ້າບໍ່ມີບ່ອນພັກອາໄສຕົກເຂົ້າສູ່ສະພາບການປະສົບກັບຄວາມຫຍຸ້ງຍາກພວກນ້ອງໆໄດ້ຮັບຄວາມເອົາໃຈໃສ່ໜູນຊ່ວຍຈາກອຳນາດການປົກຄອງກໍ່ຄືບັນດາຫົວໜ່ວຍສ່ວນບຸກຄົນໃຈບຸນໃຈກຸສົນໃນນັ້ນມີຄູ ຫງວຽນຊວັຄາງປະທານສະພາທັງເປັນຜູ້ອຳນວຍການໂຮງຮຽນMarie Curie (ຮ່າໂນ້ຍ), ເຊິ່ງແມ່ນຜູ້ທີ່ນັກຮຽນຫຼາຍລຸ້ນຄົນເອີ້ນວ່າ “ປູ່”. ອາຈານປູ່ມີອາຍຸ 75ປີນີ້ໄດ້ຕັດສິນໃຈວ່າໂຮງຮຽນMarie Curie ຈະຮັບລ້ຽງເດັກທີ່ມີອາຍຸ 15 ປີຂຶ້ນໄປຢູ່ບ້ານໜູຈົນຮອດເວລານ້ອງໆມີອາຍຸ 18 ປີ.

ຄູ​ “ປູ່” ຫງວຽນ​ຊວັນ​ຄາງແລະໂຄງ​ການ​ລ້ຽງ​ເດັກ​ແລະນັກ​ຮຽນ​ບ້ານ​ໜູ​ພາຍຫຼັງ​ນ້ຳ​ແກ່​ງຖ້ວມ - ảnh 1ຄູ “ປູ່” ຫງວຽນຊວັນຄາງ ປະ ທານ ສະ ພາ ທັງ ເປັນ ຜູ້ອຳນວຍການໂຮງ ຮຽນ Marie Curie (ຮ່າໂນ້ຍ)
(ພາບ: VOV2)

ໜູເຄີຍແມ່ນໝູ່ບ້ານທີ່ຊ້ອນຕົວຢູ່ທ່າມກາງພູຜາປ່າໄມ້ຢູ່ທາງທິເໜືອຫວຽດນາມ. ໝູ່ບ້ານແຫ່ງຄວາມສະຫງົບສຸກ, ຢູ່ອ້ອມແອ້ມແມ່ນນາຂັ້ນໄດທີ່ຂຽວສົດງົດງາມ, ສິ່ງນີ້ຖືກລຶບໄປດ້ວຍຄວາມໂຫດຮ້າຍຂອງທຳມະຊາດ. ປັດຈຸບັນ, ຢູ່ໃຕ້ຕົມຊາກຫາກພັງແມ່ນການດຳລົງຊີວິດຂອງປະຊາຊົນ: ເຄື່ອງຂອງ, ຊັບສິນທີ່ເກັບທ້ອນມາເປັນຫຼາຍປີແລະທັງຍາດຕິພີ່ນ້ອງຂອງຄອບຄົວເຂົາເຈົ້າ. ນ້ອງຫງວຽນວັນແຮັ່ງ, ອາຍຸ 17 ປີເລົ່າຄືນເວລານ້ຳຖ້ວມໄຫຼຊຸມາວ່າ:

ຕອນນັ້ນແມ່ນ 6 ໂມງເຊົ້າ, ນ້ອງກຳລັງນອນແມ່ນ້ອງເອີ້ນບອກນ້ອງວ່າ: “ລູກເອີຍແລ່ນໄວໆ! ສອງແມ່ລູກນ້ອງຈັບມືກັນແລ່ນຂຶ້ນຂັ້ນໄດພໍດີນ້ຳຖ້ວມມາຮອດ”.

ນ້ອງແຮັ່ງລອດຊີວິດສ່ວນແມ່ຂອງນ້ອງ ເສຍຊີວິດ. ເມື່ອຮູ້ສຶກຕົວໃນໂຮງໝໍພາຍຫຼັງເກີດໄພທຳມະຊາດເປັນ 1 ວັນ, ແຮັ່ງ ໄດ້ຮັບຂ່າວວ່າສົບຂອງແມ່ນ້ອງໄດ້ຊອກເຫັນແລ້ວ. ທ້າຍປີ 2023, ພໍ່ຂອງແຮັ່ງກໍ່ເສຍຊີວິດ. ປັດຈຸບັນ, ນ້ຳແກ່ງຖ້ວມ ໄດ້ເຮັດໃຫ້ ແຮັ່ງເສຍຄົນໃນຄອບຄົວທີ່ມີພຽງຄົນດຽວຂອງຕົນ. ແຮັ່ງກາຍເປັນເດັກກຳພ້າ.

ຂ່າວກ່ຽວກັບເດັກນ້ອຍເສຍຄອບຄົວໃນໄພທຳຊາດໄດ້ເຮັດໃຫ້ຫຼາຍຄົນຮູ້ສຶກເຈັບປວດແລະສະເທືອໃຈ, ໃນນັ້ນມີຄູຫງວຽນຊວັນຄາງ. ນອກຈາກບົດບາດແມ່ນປະທານທັງເປັນຜູ້ອຳນວຍການໂຮງຮຽນ Marie Curie (ຮ່າໂນ້ຍ) ແລ້ວ, ຄູຄາງຍັງມີຫຼາຍຄົນຮູ້ຈັກເຖິງດ້ວຍບັນດາການເຄື່ອນໄຫວເພື່ອການກຸສົນ, ພິເສດແມ່ນບັນດາໂຄງການກຸສົນໜູນຊ່ວຍການສຶກສາໃຫ້ແກ່ນັກຮຽນຊົນເຜົ່າສ່ວນໜ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ. ແບ່ງປັນກ່ຽວກັບກໍລະນີຂອງນ້ອງແຮັ່ງ, ຄູຄາງໃຫ້ຮູ້ວ່າ:

ຂ້າພະເຈົ້າເບິ່ງຄຼິບວີດີໂອເຫັນກໍລະນີຂອງນ້ອງຫງວຽນວັນແຮັ່ງຖືກເຈັບປວດຍ້ອນນ້ຳແກ່ງ. ໂດຍແມ່ນຄູຄົນໜຶ່ງເມື່ອເຫັນນັກຮຽນຕ້ອງຢຸດການຮຽນຍ້ອນປະສົບກັບຄວາມຫຍຸ້ງຍາກ, ຂ້າພະເຈົ້າກໍ່ອົດກັ້ນບໍ່ໄດ້. ຂ້າພະເຈົ້າໂທຫານັກຂ່າວໜັງສືພິມແທັງນຽນ, ໂທຖາມເບີໂທລະສັບຂອງຄູຫ້ອງນ້ອງແຮັ່ງເພື່ອຫຄູລະດົມກຳລັງໃຈໃຫ້ແກ່ນ້ອງແຮັ່ສືບຕໍ່ຮ່ຳຮຽນ.

ດ້ວຍການເຊື່ອມຕໍ່ຂອງ ຄູຫງວຽນທິຮົ່ງ, ຮອງຜູ້ອຳນວຍການໂຮງຮຽນມັດທະຍົມຕອນປາຍບາວອຽນ 1 ແລະນັກຂ່າວຂອງໜັງສືພິມແທງນຽນ, ຄູຄາງໄດ້ໂອ້ລົມຜ່ານໂທລະດັບກັບແຮັ່ງ. ກ່ອນການໂອ້ລົມທາງໂທລະສັບ, ແຮັ່ງແມ່ນເດັກກຳພ້າດ້ວຍອະນາຄົດທີ່ບໍ່ໝັ້ນຄົງແຕ່ຫຼັງຈາກນັ້ນແຮັ່ງມີປູ່ຕື່ມອີກໜຶ່ງຄົນເຊິ່ງເປັນຜູ້ທີ່ເປີດເສັ້ນທາງໃໝ່ເຕັມໄປດ້ວຍຄວາມຫວັງໃຫ້ແກ່ແຮັ່ງ. ຄູຫງວຽນທິຮົ່ງໃຫ້ຮູ້ວ່າ:

ຄູຄາງສະດຸ້ງໃຈທີ່ສຸດ. ເມື່ອຂ້າພະເຈົ້າແຈ້ງໃຫ້ຄູຮັບຊາບກ່ຽວກັບສະພາບການຂອງນ້ອງແຮັ່ງ, ຄູຄາງຕົກລົງເຫັນດີເລີຍ. ຄູຄາງເວົ້າວ່າຈະຮັບແຮ່ັງເປັນລູກລ້ຽງຈົນເວລາຮຽນຈົບ ມໍ 7. ຄູບໍ່ພຽງແຕ່ແມ່ນຜູ້ພາທາງ, ເປັນຄູສອນຫາກຍັງແມ່ນຄອບຄົວອີກດ້ວຍ.

ແຮັ່ງ ໄດ້ກາຍເປັນນັກຮຽນຄົນທຳອິດໃນໂຄງການລ້ຽງເດັກແລະນັກຮຽນບ້ານໜູພາຍຫຼັງນ້ຳແກ່ງຖ້ວມໂດຍຄູຫງວຽນວັນຄາງແລະໂຮງຮຽນ Marie Curie ປະຕິບັດ.

ນອກຈາກກໍລະນີຂອງນ້ອງຫງວຽນວັນແຮັ່ງ, ຄູຄາງຍັງຫາອຳນາດການປົກຄອງແລະຫ້ອງການສຶກສາສ້າງບັນຊີລາຍຊື່ພວກນ້ອງໆທີ່ມີອາຍຸແຕ່ 15 ປີລົງມາ, ລອດຊີວິດພາຍຫຼັງເຫດນ້ຳແກ່ງຖ້ວມເພື່ອນຳເຂົ້າໂຄງການ. ຕາມນັ້ນແລ້ວ, ຄູຄາງແລະໂຮງຮຽນ Marie Curie ຈະລ້ຽງພວກນ້ອງໆຈົນຮອດເວລາພວກນ້ອງໆມີອາຍຸ 18 ປີ, ດ້ວຍການອຸດໜູນເງິນ 3 ລ້ານດົ່ງ/ນ້ອງ/ເດືອນ, ໂອນເງິນໂດຍກົງໃຫ້ແກ່ພໍ່ແມ່ຫຼືຜູ້ທີ່ເບິ່ງແຍງ.

ສິ່ງທີ່ຂ້າພະເຈົ້າປາດຖະໜາທີ່ສຸດໃນປັດຈຸບັນນັ້ນແມ່ນມີບັນຊີລາຍຊື່ຢ່າງລະອຽດກ່ຽວກັບພວກນ້ອງໆທີ່ຍັງມີຊີວິດເພື່ອໃຫ້ພວກເຮົາອາດຈະເບິ່ງແຍງດູແລໃຫ້ແກ່ພວກນ້ອງໄດ້ມີການດຳລົງຊີວິດທີ່ອີ່ມໜຳສຳລານ, ມີການຮ່ຳຮຽນທີ່ດີ.

ຄູ​ “ປູ່” ຫງວຽນ​ຊວັນ​ຄາງແລະໂຄງ​ການ​ລ້ຽງ​ເດັກ​ແລະນັກ​ຮຽນ​ບ້ານ​ໜູ​ພາຍຫຼັງ​ນ້ຳ​ແກ່​ງຖ້ວມ - ảnh 2ໂຮງຮຽນໝູ່ບ້ານໜູ (ພາບ: VOV2)

ໃນປັດຈຸບັນ, ເກືອບ 1 ເດືອນນັບແຕ່ເວລານ້ຳຖ້ວມນ້ຳແກວ່ງຢູ່ໜູ່ບ້ານໜູ, ປະຊາຊົນໃນໝູ່ບ້ານທີ່ລອດຊີວິດພວມຢູ່ທີ່ເຮືອນຊົ່ວຄາວໃນເວລາລໍຖ້າການກໍ່ສ້າງໝູ່ບ້ານແຫ່ງໃໝ່. ທ້ອງຖິ່ນແລະບັນດາຫົວໜ່ວຍກໍ່ສ້າງພວມມານະພະຍາຍມຜັນຂະຫຍາຍ, ສູ້ຊົນຮອດກ່ອນວັນທີ 31 ທັນວາ, ໝູ່ບ້ານໃໝ່ຈະໄດ້ຮັບການກໍ່ສ້າງສຳເລັດເພື່ອໃຫ້ປະຊາຊົນສາມາດກັບເມື່ອດຳລົງຊີວິດກ່ອນບຸນເຕັດ. ທ່ານຈິ້ງຊວັນເຈື່ອງ, ປະທານຄະນະກຳມະການປະຊາຊົນແຂວງລາວກາຍຫວັງວ່າ:

ດ້ວຍນ້ຳໃຈຄວາມຮັກແພງ, ການຊ່ວຍເຫຼືອເຊິ່ງກັນແລະກັນຂອງພໍ່ແມ່ປະຊາຊົນຢູ່ທີ່ນີ້ກໍ່ຄືບັນດາການກທຳອັນສູງສົ່ງຂອງພໍ່ແມ່ຊາຊົນໃນທົ່ວປະເທດ, ແນ່ນອນວ່າພວກເຮົາຈະມີອະນາຄົດທີ່ງົດງາມກ່ວາອີກ. ໝູ່ບ້ານໜູເສຍໄປຍ້ອນພາຍຸນ້ຳຖ້ວມ, ໄພທຳມະຊາດ, ພວກເຮົາຕັດສິນໃຈກໍ່ສ້າງບ້ານໜູໃໝ່ທີ່ສວຍງາມກ່ວາອີກ, ເປັນໜ້າດຳລົງຊີວິດກ່ວາອີກ, ປອດໄພກວ່າອີກແລະມີນ້ຳໃຈຄວາມຮັກແພງກ່ວາອີກ.

ໝູ່ບ້ານໃໝ່ພວມຄ່ອຍໆໄດ້ຮັບການກໍ່ສ້າງຢູ່ຫ່າງຈາກໝູ່ບ້ານໜູເກົ່າບໍ່ໄກ. ຫວັງວ່າຜູ້ທີ່ລອດຊີວິດພາຍລັງເຫດນ້ຳຖ້ວມທີ່ໂຫດຮ້າຍນີ້ ຈະມີການດຳລົງຊີວິດແຫ່ງຄວາມສະຫງົບສຸກ, ຜ່ານຜ່າຄວາມເຈັບປວດ, ຄວາມສູນເສຍໂດຍໄວ. ແລະເດັກນ້ອຍໝູ່ບ້ານໜູຈະສືບຕໍ່ໄດ້ໄປໂຮງຮຽນເພື່ອຂຽນຕໍ່ຄວາມຝັນກ່ຽວກັບການດຳລົງຊີວິດທີ່ສົດໃສ.

ຕອບກັບ

ຂ່າວ/ບົດ​ອື່ນ